ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລາວວາງແຜນ ຈັດຕັ້ງປະຕິບັດ 10 ແຜນງານ ເປົ້າໝາຍ ສະຫັດສະວັດ ການພັດທະນາ


ຄູສອນຄະນິດສາດ ໃຫ້ແກ່ນ້ອງນັກຮຽນ ປະຖົມຊັ້ນຕົ້ນ
ຄູສອນຄະນິດສາດ ໃຫ້ແກ່ນ້ອງນັກຮຽນ ປະຖົມຊັ້ນຕົ້ນ

ລັດຖະບານລາວວາງແຜນການຈະຈັດຕັ້ງປະຕິບັດ ໃນ 10 ແຜນງານ ເພື່ອໃຫ້ບັນລຸ
ເປົ້າໝາຍສະຫັດສະວັດ ການພັດທະນາ ທາງດ້ານການສຶກສາ ຢ່າງຍືນຍົງໃນລາວ ໃຫ້ໄດ້ຢ່າງເປັນຮູບປະທຳ ພາຍໃນປີ 2020.

ທ່ານນາງແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີວ່າການ ກະຊວງສຶກສາທິການ ແລະ ກິລາ ໃຫ້ການຢືນຢັນວ່າ ລັດຖະບານລາວ ຍັງຈະສືບຕໍ່ການຈັດຕັ້ງປະຕິບັດແຜນການ ປະຕິຮູບ ການສຶກສາແຫ່ງຊາດ ຢ່າງຕໍ່ເນື່ອງ ໂດຍເຖິງແມ່ນວ່າ ການຈັດຕັ້ງປະຕິບັດ ໃນລະຍະ 5 ປີຜ່ານມາ ຈະຍັງມີຫຼາຍດ້ານ ທີ່ບໍ່ສາມາດຈັດຕັ້ງປະຕິບັດ ໃຫ້ບັນລຸເປົ້າ
ໝາຍສະຫັດສະວັດການພັດທະນາ (Millennium Development Goal-MDG) ທີ່ກຳນົດໄວ້ພາຍໃນປີ 2015 ກໍຕາມ ຫາກແຕ່ວ່າ ເພື່ອເຮັດໃຫ້ສາມາດບັນລຸເປົ້າໝາຍ MDG ດ້ານການສຶກສາຢ່າງຍືນຍົງໃຫ້ໄດ້ພາຍໃນປີ 2020 ຢ່າງເປັນຮູບປະທຳນັ້ນ ລັດຖະບານລາວ ກໍຈະດຳເນີນການຈັດຕັ້ງປະຕິບັດໃນ 10 ແຜນງານດ້ວຍກັນ ດັ່ງທີ່ທ່ານນາງໄດ້ໃຫ້ການຢືນຢັນວ່າ:

“ພວກເຮົາຈະສືບຕໍ່ ຈັດຕັ້ງປະຕິບັດເປົ້າໝາຍສະຫັດສະວັດດ້ານການພັດທະນາ MDG ທີ່ບໍ່ທັນສຳເລັດໃນປີ 2015 ໃຫ້ສຳເລັດ ແລະກ້າວສູ່ການຈັດຕັ້ງປະຕິບັດ ເປົ້າໝາຍ ໃນດ້ານການພັດທະນາແບບຍືນຍົງຕາມ 10 ແຜນງານ ຄື ການສຶກສາ ກ່ອນໄວຮຽນ ການສຶກສາຊັ້ນປະຖົມ ການສຶກສາຊັ້ນມັດທະຍົມຕົ້ນ ການສຶກສາຊັ້ນ ມັດທະຍົມປາຍ ການສຶກສານອກໂຮງຮຽນ ການສຶກສາຄູ ວຽກງານອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ ການສຶກສາຊັ້ນສູງ ຂະແຫນງການກິລາ-ກາຍະກຳ ແລະ ການບໍລິຫານຄຸ້ມຄອງການສຶກສາ.”

ໃນປັດຈຸບັນນີ້ ອັດຕາການເຂົ້າຮຽນຂອງເດັກອາຍຸ 3-5 ປີ ຢູ່ທີ່ລະດັບ 49 ເປີເຊັນ ຢູ່ໃນລາວ.
ໃນປັດຈຸບັນນີ້ ອັດຕາການເຂົ້າຮຽນຂອງເດັກອາຍຸ 3-5 ປີ ຢູ່ທີ່ລະດັບ 49 ເປີເຊັນ ຢູ່ໃນລາວ.

ໂດຍໃນປັດຈຸບັນນີ້ ອັດຕາການເຂົ້າຮຽນຂອງເດັກອາຍຸ 3-5 ປີ ຢູ່ທີ່ລະດັບ 49 ເປີເຊັນ ສ່ວນການເຂົ້າຮຽນໃນລະດັບປະຖົມສຶກສາ ລະດັບມັດທະຍົມຕົ້ນ ແລະມັດທະຍົມປາຍ ຢູ່ທີ່ອັດຕາສະເລ່ຍ 97.9 ເປີເຊັນ ກັບ 82.2 ເປີເຊັນ ແລະ 47.8 ເປີເຊັນ ຕາມລຳດັບ ຊຶ່ງຖືເປັນການພັດທະນາການສຶກສາ ທີ່ຂະຫຍາຍຕົວເພີ່ມຂຶ້ນໃນທຸກໆດ້ານ ເພາະໃນປີ 2015 ທີ່ຜ່ານມານັ້ນ ອັດຕາການເຂົ້າຮຽນຂອງເດັກອາຍຸ 3-5 ປີ ຢູ່ທີ່ລະດັບ 43 ເປີເຊັນ ສ່ວນການເຂົ້າຮຽນໃນລະດັບປະຖົມ ມັດທະຍົມຕົ້ນ ແລະມັດທະຍົມປາຍຢູ່ທີ່ລະດັບ
97.2 ເປີເຊັນ, 78 ເປີເຊັນ ແລະ 45.8 ເປີເຊັນ ຫາກແຕ່ວ່າ ການພັດທະນາການສຶກສາ ໃນລາວຍັງບໍ່ທັນມີຄຸນນະພາບ ດັ່ງຈະເຫັນໄດ້ຈາກອັດຕາການຄ້າງຫ້ອງ ຊັ້ນປະຖົມ ຍັງຢູ່ທີ່ລະດັບ 4.9 ເປີເຊັນ ແລະການປະລະການຮຽນຢູ່ທີ່ລະດັບ 4.8 ເປີເຊັນ ຊຶ່ງສູງທີ່ສຸດໃນກຸ່ມອາຊຽນ.

ຍິ່ງໄປກວ່ານັ້ນ ດ້ວຍສະພາບຊີວິດການເປັນຢູ່ ທີ່ຍາກຈົນຂອງປະຊາຊົນ ໃນຂະນະທີ່ ລັດຖະບານກັບບໍ່ສາມາດໃຫ້ການຊ່ວຍເຫຼືອໄດ້ເລີຍນັ້ນ ກໍເຮັດໃຫ້ການປະລະການຮຽນ ຂອງເດັກລະດັບປະຖົມ ໃນເຂດຊົນນະບົດຂອງລາວນັ້ນ ມີອັດຕາສະເລ່ຍສູງກວ່າ 20 ເປີເຊັນ ອີກດ້ວຍ.

ໂດຍເຖິງແມ່ນວ່າ ການເຂົ້າຮຽນລະດັບປະຖົມສຶກສາ ຂອງເດັກນ້ອຍໃນເຂດຊົນນະບົດ ໃນປີ 2016 ນີ້ ຈະມີອັດຕາສະເລ່ຍທີ່ສູງເຖິງ 95 ເປີເຊັນ ກໍຕາມ ຫາກແຕ່ໃນຄວາມເປັນ ຈິງແລ້ວ ກັບປາກົດວ່າ ມີເດັກນ້ອຍລາວ ມາໂຮງຮຽນຕາມປົກກະຕິພຽງ 75 ເປີເຊັນ ເທົ່ານັ້ນ.

ຍິ່ງໄປກວ່ານັ້ນ ບັນຫາດັ່ງກ່າວຍັງຖືເປັນສະພາບການ ທີ່ກົງກັນຂ້າມກັບນະໂຍບາຍ ຂອງລັດຖະບານລາວ ທີ່ໄດ້ປະກາດເປົ້າໝາຍ ຈະຂະຫຍາຍໂອກາດດ້ານການສຶກສາ ສຳລັບເດັກນ້ອຍໃນເຂດຊົນນະບົດໃຫ້ໄດ້ ຢ່າງທົ່ວເຖິງພາຍໃນປີ 2015 ທີ່ຜ່ານມາ ຫາກແຕ່ວ່າ ດ້ວຍບັນຫາຄວາມຍາກຈົນຂອງປະຊາຊົນທີ່ຍັງບໍ່ໄດ້ຮັບການແກ້ໄຂນັ້ນ ຈຶ່ງເຮັດໃຫ້ລັດຖະບານລາວບໍ່ສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ເລີຍ.

ເຈົ້າໜ້າທີ່ຂັ້ນສູງ ໃຫ້ການຢືນຢັນດ້ວຍວ່າ ບັນຫາທີ່ເປັນອຸປະສັກຕໍ່ການຂະຫຍາຍ ໂອກາດທາງດ້ານການສຶກສາຂັ້ນພື້ນຖານ ໃຫ້ໄດ້ຢ່າງທົ່ວເຖິງໃນທົ່ວປະເທດລາວ ອີກປະການໜຶ່ງ ກໍແມ່ນບັນຫາຂາດແຄນດ້ານງົບປະມານຂອງລັດຖະບານລາວ ໂດຍ ບັນຫາທີ່ເຫັນໄດ້ຢ່າງຊັດເຈນທີ່ສຸດ ໃນເວລານີ້ ກໍຄືການຈັດພິມ ແລະ ການແຈກຈ່າຍ ປຶ້ມຕຳລາຮຽນສຳລັບນັກຮຽນຊັ້ນປະຖົມທຸກຄົນ ໃນທົ່ວປະເທດ ຊຶ່ງເປັນເປົ້າໝາຍ ບຸລິມະສິດທີ່ຈະຕ້ອງຈັດຕັ້ງປະຕິບັດໃຫ້ໄດ້ຢ່າງແທ້ຈິງ ໃນສົກຮຽນປີ 2014-2015 ທີ່ຜ່ານມາແລ້ວ.

ຫາກແຕ່ວ່າ ໃນການປະຕິບັດຕົວຈິງນັ້ນ ກໍຍັງຄົງເປັນໄປບໍ່ໄດ້ເລີຍ ໂດຍສະເພາະແມ່ນ
ຢູ່ໃນເຂດແຂວງພາກເໜືອນັ້ນ ມີການແຈກຈ່າຍປຶ້ມຕຳລາຮຽນໄດ້ບໍ່ເຖິງ 50 ເປີເຊັນ ກໍເຮັດໃຫ້ຕ້ອງແກ້ໄຂບັນຫາດ້ວຍການໃຫ້ຜູ້ປົກຄອງ ທີ່ບໍມີຖານະຕ້ອງຈັດຊື້ຕຳລາຮຽນ ໃຫ້ລູກຫລານຂອງພວກເຂົາເຈົ້າດ້ວຍຕົນເອງ.

XS
SM
MD
LG