ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລັດຖະບານ ລາວ ວາງແຜນທີ່ຈະຫຼຸດ ອັດຕາການຫວ່າງງານ ລົງບໍ່ເກີນ 2 ເປີເຊັນ ໃນປີ 2016 ນີ້


ການສົ່ງອອກຜະລິດ ຕະພັນເສື້ອຜ້າສຳເລັດຮູບຂອງ ລາວ ຫຼຸດຈາກຫຼາຍກວ່າ 201 ລ້ານໂດລາໃນປີ 2013 ລົງມາເປັນ 186 ລ້ານໂດລາໃນປີ 2014 ແລະ ຫຼຸດ ຕ່ຳລົງອີກໃນປີ 2015 ທີ່ຜ່ານມາ.
ການສົ່ງອອກຜະລິດ ຕະພັນເສື້ອຜ້າສຳເລັດຮູບຂອງ ລາວ ຫຼຸດຈາກຫຼາຍກວ່າ 201 ລ້ານໂດລາໃນປີ 2013 ລົງມາເປັນ 186 ລ້ານໂດລາໃນປີ 2014 ແລະ ຫຼຸດ ຕ່ຳລົງອີກໃນປີ 2015 ທີ່ຜ່ານມາ.

ລັດຖະບານລາວ ວາງແຜນທີ່ຈະຫຼຸດອັດຕາການຫວ່າງງານລົງຈາກ 4 ເປີເຊັນເປັນ ບໍ່ເກີນ 2 ເປີເຊັນ ໃນປີ 2016 ນີ້ ແລະ ຄາດວ່າຈະ ມີກຳລັງແຮງງານໃໝ່ທີ່ເພີ່ມຂຶ້ນ ອີກຈຳນວນຫຼາຍກວ່າ 143,000 ຄົນ.

ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີວ່າການກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຖະແຫຼງວ່າສະພາວະການວ່າງງານໃນ ລາວ ໃນປະຈຸບັນນີ້ຢູ່ທີ່ອັດ ຕາ ສະເລ່ຍ 4 ເປີເຊັນ ໂດຍກະຊວງແຮງງານໄດ້ວາງເປົ້າໝາຍທີ່ຈະຫຼຸດລົງໃຫ້ຢູ່ ໃນ ອັດຕາສະເລ່ຍບໍ່ເກີນ 2 ເປີເຊັນ ໃນຕະຫຼອດປີ 2016 ນີ້ ແລະ ໃນຂະນະດຽວ ກັນກໍ ຄາດວ່າຈະມີກຳລັງແຮງງານໃໝ່ເພີ່ມຂຶ້ນ ອີກເຖິງ 143,239 ຄົນເຊິ່ງເຮັດ ໃຫ້ຈະຕ້ອງ ເພີ່ມການຈ້າງງານໃໝ່ໃຫ້ໄດ້ເຖິງ 131,616 ຕຳ ແໜ່ງຈຶ່ງຈະສາມາດ ຄວບຄຸມການ ວ່າງງານໄດ້ຕາມແຜນການ.

ທັງນີ້ໂດຍແຜນການພັດທະນາດ້ານແຮງງານໃນ ລາວ ແຕ່ປີ 2016-2020 ລັດ ຖະບານ ລາວ ໃຫ້ຄວາມສຳຄັນເປັນພິເສດໃນດ້ານການພັດທະນາຫຼັກສູດ ແລະ ການຝຶກອົບຮົມເພື່ອເພີ່ມຈຳ ນວນແຮງງານທີ່ມີຝີມືໃຫ້ໄດ້ຫຼາຍກວ່າ 658,000 ຄົນໂດຍມີເປົ້າໝາຍເພື່ອຕອບສະໜອງແຮງ ງານທີ່ມີຄຸນນະພາບໃຫ້ກັບບັນດາ ບໍລິສັດຕ່າງຊາດທີ່ລົງທຶນໃນ ລາວ ໄດ້ຢ່າງສອດຄ້ອງ ແລະ ພຽງພໍກັບຄວາມຕ້ອງ ການທີ່ເປັນຈິງ.

ພ້ອມກັນນີ້ ລັດຖະບານ ລາວ ໄດ້ວາງເປົ້າໝາຍທີ່ຈະສ້າງມາດຕະຖານຝີມືແຮງ ງານໃໝ່ໃຫ້ ໄດ້ໃນ 25 ສາຂາອາຊີບ ດຳເນີນການທົດສອບ ແລະ ອອກໃບຢັ້ງຢືນ ມາດຕະຖານຝີມືແຮງ ງານ 27 ສາຂາອາຊີບໃຫ້ກັບແຮງງານ ລາວ ຈຳນວນ 12,500 ຄົນທີ່ມີລະດັບຝີມືແຮງງານທີ່ ໄດ້ມາດຕະຖານ ແລະ ສາມາດໄປທຳງານ ໄດ້ໃນທຸດປະເທດໃນກຸ່ມ ອາຊຽນ ດ້ວຍກັນ.

ແຕ່ຢ່າງໃດກໍຕາມ ທ່ານ ສົມພຽນ ໄຊຍະເດດ ຮອງປະທານສະມາຄົມອຸດສາຫະ ກຳຕັດຫຍິບ ລາວ ຍອມຮັບວ່າການຂາດແຄນແຮງງານທີ່ມີຝີມືກຳລັງເປັນບັນຫາ ແລະ ອຸປະສັກສຳຄັນຕໍ່ ການພັດທະນາ ອຸດສາຫະກຳການຜະລິດເສື້ອຜ້າສຳເລັດຮູບໃນ ລາວ ເຊິ່ງຈະເຫັນໄດ້ຈາກ ຈຳນວນໂຮງງານຕັດຫຍິບທີ່ຫຼຸດຈາກ 110 ໂຮງ ງານໃນເດືອນກຸມພາ 2015 ລົງມາເປັນ 99 ໂຮງງານໃນປະຈຸບັນ.

Lao Students Attend Employment Fair In Vientiane.
Lao Students Attend Employment Fair In Vientiane.

ທັງນີ້ໂດຍຄາດໝາຍວ່າບັນດາໂຮງງານຕັດຫຍິບໃນ ລາວ ມີຄວາມ ຕ້ອງການ ແຮງງານທີ່ມີຝີມືເກີນກວ່າ 60,000 ຄົນໃນໄລຍະນີ້ຈົນ ເຖິງປີ 2017 ແຕ່ໃນ ຄວາມເປັນຈິງກໍປະກົດວ່າຢູ່ໃນ ລາວ ມີແຮງ ງານທີ່ຕອບສະໜອງໄດ້ພຽງ 31,000 ກວ່າຄົນເທົ່ານັ້ນ ເຊິ່ງດ້ວຍ ສະພາບການດັ່ງກ່າວນີ້ ກໍຍັງເຮັດໃຫ້ມູນຄ່າ ການສົ່ງອອກຜະລິດ ຕະພັນເສື້ອຜ້າສຳເລັດຮູບຂອງ ລາວ ຫຼຸດຈາກຫຼາຍກວ່າ 201 ລ້ານໂດລາໃນປີ 2013 ລົງມາເປັນ 186 ລ້ານໂດລາໃນປີ 2014 ແລະ ຫຼຸດ ຕ່ຳລົງອີກໃນປີ 2015 ທີ່ຜ່ານມາ.

ທາງດ້ານທ່ານນາງ ສຸວັນເພັງ ບຸບຜານຸວົງ ຫົວໜ້າຄະນະກຳມະທິການເສດຖະ ກິດ ແຜນການ ແລະ ການລົງທຶນ ໄດ້ໃຫ້ການຍອມຮັບວ່າການພັດທະນາດ້ານຝີ ມືແຮງງານໃນ ລາວ ທີ່ບໍ່ມີ ປະສິດທິພາບກໍຄືສາເຫດສຳຄັນທີ່ເຮັດໃຫ້ເກີດບັນຫາ ຂາດແຄນແຮງງານມີຝີມືໃນ ລາວ ດັ່ງທີ່ ທ່ານນາງຢືນຢັນວ່າ.

"ຄືດັ່ງທີ່ພວກເຮົາໄດ້ຮູ້ນຳກັນແລ້ວວ່າໃນຊຸມປີຜ່ານມາໂຄງການລົງທຶນເພື່ອ ການພັດທະ ນາເສດຖະກິດສັງຄົມຂອງປະເທດຊາດຂອງພວກເຮົານີ້ ໃນທຸກ ລະດັບ ແມ່ນນັບມື້ນັບ ເພີ່ມຂຶ້ນເລື້ອຍໆ ແຕ່ຄວາມສາມາດໃນການສ້າງ ພັດທະ ນາຝີມືແຮງງານ ແລະ ຄວາມສາ ມາດຕອບສະໜອງກຳລັງແຮງງານ ໂດຍສະ ເພາະແມ່ນແຮງງານທີ່ມີຝີມືໃຫ້ແກ່ຕະຫຼາດ ແຮງງານ ແມ່ນຍັງບໍ່ທັນພຽງພໍກັບ ຄວາມຕ້ອງການຈຶ່ງເຮັດໃຫ້ເກີດມີສະພາບຂາດແຄນ ແຮງງານ."

ໂດຍໃນໄລຍະທີ່ຜ່ານມາ ບັນດາບໍລິສັດຕ່າງຊາດທີ່ລົງທຶນໃນ ລາວ ໄດ້ນຳເຂົ້າ ແຮງງານມີຝີມື ຈາກຕ່າງປະເທດແລ້ວ 5 ໝື່ນກວ່າຄົນ ແລະ ຍັງຕ້ອງການທີ່ຈະນຳ ເຂົ້າເພີ່ມເຕີມອີກ 5 ໝື່ນ ກວ່າຄົນຈຶ່ງຈະພຽງພໍກັບຄວາມຕ້ອງການທີ່ເປັນຈິງ ໃນ ປະຈຸບັນ.

ນອກຈາກນີ້ ການທີ່ແຮງງານ ລາວ ສ່ວນຫຼາຍເປັນແຮງງານທີ່ບໍ່ມີຝີມືກໍຍັງເປັນ ເງື່ອນໄຂທີ່ ເຮັດໃຫ້ມີການເອົາລັດເອົາປຽບແຮງງານໂດຍບັນດານາຍຈ້າງທັງທີ່ ເປັນຄົນ ລາວ ແລະ ຊາວ ຕ່າງຊາດອີກດ້ວຍ.

ໂດຍເຖິງແມ່ນວ່າລັດຖະບານ ລາວ ຈະໄດ້ອະນຸມັດໃຫ້ປັບຂຶ້ນອັດຕາຄ່າຈ້າງຂັ້ນ ຕ່ຳສຳລັບຜູ້ ອອກແຮງງານໃນ ລາວ ແລະ ມີຜົນບັງຄັບນັບແຕ່ວັນທີ 1 ເມສາ 2015 ເປັນຕົ້ນມາເຊິ່ງກໍເຮັດ ໃຫ້ອັດຕາຄ່າຈ້າງຂັ້ນຕ່ຳປັບຂຶ້ນຕາກ 626,000 ກີບ ເປັນ 900,000 ກີບຕໍ່ເດືອນ ຫາກແຕ່ອັດ ຕາຄ່າຈ້າງຂັ້ນຕ່ຳດັ່ງກ່າວນີ້ບໍ່ມີຜົນ ບັງ ຄັບໃຊ້ກັບລູກຈ້າງຂອງພາກສ່ວນທີ່ເປັນຄູ່ສັນຍາລັດ ຖະບານ ລາວ ແຕ່ຢ່າງໃດ.

XS
SM
MD
LG