ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວ ຕ້ອງໃຊ້ທຶນຫຼາຍກວ່າ 50 ລ້ານໂດລາ ເພື່ອຫລຸດຜ່ອນ ຄວາມທຸກຍາກຂອງປະຊາຊົນ


ພວກເດັກນ້ອຍ ຢູ່ໃນເຂດຊົນນະບົດ ຫ່າງໄກສອກຫລີກ ສ່ວນໃຫຍ່ ຈະຢູ່ໃນຄອບຄົວ ທີ່ມີຖານະທຸກຍາກ.
ພວກເດັກນ້ອຍ ຢູ່ໃນເຂດຊົນນະບົດ ຫ່າງໄກສອກຫລີກ ສ່ວນໃຫຍ່ ຈະຢູ່ໃນຄອບຄົວ ທີ່ມີຖານະທຸກຍາກ.

ລັດຖະບານລາວ ຕ້ອງການເງິນທຶນຫຼາຍກວ່າ 50 ລ້ານໂດລາ ສຳລັບນຳໃຊ້ໃນການ
ຈັດຕັ້ງປະຕິບັດ ແຜນການຫລຸດຜ່ອນ ຄວາມທຸກຍາກຂອງປະຊາຊົນລາວ ລະຍະທີ 3
ໃນຊ່ວງປີ 2017-2019.

ທ່ານລຽນ ທິແກ້ວ ລັດຖະມົນຕີ ວ່າການກະຊວງກະສິກຳ ແລະປ່າໄມ້ ໃນຖານະເປັນ
ປະທານສະພາບໍລິຫານກອງທຶນຫລຸດຜ່ອນຄວາມທຸກຍາກຂັ້ນສູນກາງ ຢືນຢັນວ່າ
ການຈັດຕັ້ງປະຕິບັດແຜນການ ຫລຸດຜ່ອນຄວາມທຸກຍາກ ຂອງປະຊາຊົນລາວ ລະຍະ
ທີ 3 ໃນຊ່ວງປີ 2017-2019 ຈະຕ້ອງນຳໃຊ້ເງິນທຶນຫຼາຍກວ່າ 50 ລ້ານໂດລາ ໂດຍ
ຈະເປັນການຈັດຕັ້ງປະຕິບັດ ຢູ່ໃນ 263 ບ້ານເປົ້າໝາຍ ທີ່ຕັ້ງຢູ່ໃນ 43 ເມືອງທຸກຍາກ
ຂອງເຂດ 10 ແຂວງ ໃນທົ່ວປະເທດ.

ທ່ານລຽນ ທິແກ້ວ ລັດຖະມົນຕີ ວ່າການກະຊວງກະສິກຳ ແລະປ່າໄມ້ ໃນຖານະເປັນປະທານ ສະພາບໍລິຫານກອງທຶນ ຫລຸດຜ່ອນຄວາມທຸກຍາກຂັ້ນສູນກາງ
ທ່ານລຽນ ທິແກ້ວ ລັດຖະມົນຕີ ວ່າການກະຊວງກະສິກຳ ແລະປ່າໄມ້ ໃນຖານະເປັນປະທານ ສະພາບໍລິຫານກອງທຶນ ຫລຸດຜ່ອນຄວາມທຸກຍາກຂັ້ນສູນກາງ

ແຕ່ຢ່າງໃດກໍຕາມ ທ່ານລຽນ ຍອມຮັບວ່າ ລັດຖະບານລາວ ມີງົບປະມານຢ່າງຈຳກັດ ຈຶ່ງ
ຈະຕ້ອງເພິ່ງພາການຊ່ອຍເຫຼືອຈາກຕ່າງປະເທດ ເປັນດ້ານຫລັກ ເຊັ່ນດຽວກັນກັບ ໃນ
ຊ່ວງປີ 2011-2016 ທີ່ຜ່ານມາ ຊຶ່ງລັດຖະບານລາວ ໄດ້ໃຊ້ເງິນທຶນຫຼາຍກວ່າ 80 ລ້ານ
ໂດລາ ເພື່ອຈັດຕັ້ງປະຕິບັດໃນ 1,300 ບ້ານທຸກຍາກ ທີ່ມີປະຊາຊົນລາວເຖິງ 7 ແສນຄົນ
ໄດ້ຮັບຜົນປະໂຫຍດ ຫາກແຕ່ວ່າ ລັດຖະບານລາວ ກໍຕ້ອງເພິ່ງພາການຊ່ອຍເຫຼືອ ຈາກ
ຕ່າງປະເທດ ຫຼາຍກວ່າ 70 ລ້ານໂດລາ ເນື່ອງຈາກວ່າ ສາມາດສົມທົບທຶນໄດ້ພຽງແຕ່
10 ລ້ານໂດລາ ເທົ່ານັ້ນ.

ທາງດ້ານ ທ່ານວີລະວົງ ບຸດດາຄຳ ປະທານຄະນະກຳມາທິການແຜນການ ການເງິນ
ແລະການກວດສອບຂອງສະພາແຫ່ງຊາດລາວ ຖະແຫລງຢືນຢັນວ່າ ໃນສົກປີ 2015-
2016 ທີ່ຜ່ານມາ ລັດຖະບານລາວ ໄດ້ວາງເປົ້າໝາຍ ຈະລົບລ້າງບັນຫາຄວາມຍາກຈົນ
ຂອງປະຊາຊົນໃຫ້ໄດ້ໃນ 179 ບ້ານ ຫຼື ຄິດເປັນ 0.48 ເປີເຊັນ ຂອງບ້ານຍາກຈົນທັງໝົດ
ໃນທົ່ວປະເທດ ຫາກແຕ່ຈາກການຈັດຕັ້ງປະຕິບັດຕົວຈິງ ກໍສາມາດບັນລຸໄດ້ ພຽງແຕ່
0.03 ເປີເຊັນ ເທົ່ານັ້ນ ດັ່ງທີ່ ທ່ານວີລະວົງ ໄດ້ໃຫ້ການຢືນຢັນວ່າ:

“ສຳລັບການແກ້ໄຂ ບ້ານທຸກຍາກ ຕົວເລກຄາດໝາຍໝົດປີ 179 ບ້ານ ຫຼືເທົ່າກັບ
0.48 ເປີເຊັນ ແຕ່ປະຕິບັດຕົວຈິງ ຫລຸດລົງພຽງແຕ່ 50 ບ້ານ ຫຼືເທົ່າກັບ 0.03 ເປີເຊັນ
ຂອງບ້ານທຸກຍາກຈາກທັງໝົດ 1,736 ບ້ານ ຜ່ານການປະເມີນເຫັນວ່າ ບັນຊີ 47
ເມືອງ ທີ່ທຸກຍາກທີ່ສຸດ ໄດ້ຫລຸດລົງ 33 ເມືອງ ແລະຍັງ 14 ເມືອງ ບໍ່ທັນມີເງື່ອໄຂ
ຄົບຖ້ວນ ໂດຍສະເພາະເຂດເມືອງທຸກຍາກ ໃນແຂວງໄຊສົມບູນ ຫົວພັນ ຜົ້ງສາລີ
ແລະເຊກອງ.”

ຄອບຄົວປະຊາຊົນລາວ ທີ່ຢູ່ຕາມຊົນນະບົດ ຫ່າງໄກສອກຫລີກ ໃນທົ່ວປະເທດ ຍັງຕົກຢູ່ໃນ ສະຖານະພາບ ທີ່ທຸກຍາກ.
ຄອບຄົວປະຊາຊົນລາວ ທີ່ຢູ່ຕາມຊົນນະບົດ ຫ່າງໄກສອກຫລີກ ໃນທົ່ວປະເທດ ຍັງຕົກຢູ່ໃນ ສະຖານະພາບ ທີ່ທຸກຍາກ.

ທັງນີ້ ຄະນະພັດທະນາຊົນນະບົດ ແລະລົບລ້າງຄວາມທຸກຍາກຂັ້ນສູນກາງ ລາຍງານ
ວ່າ ການຈັດຕັ້ງປະຕິບັດໂຄງການພັດທະນາຊົນນະບົດ ໃນປີ 2017 ໄດ້ວາງເປົ້າໝາຍ
ທີ່ຈະລົບລ້າງບັນຫາຄວາມຍາກຈົນຂອງປະຊາຊົນລາວ ໃຫ້ໄດ້ບໍ່ນ້ອຍກວ່າ 5,580
ຄອບຄົວ ເພື່ອເຮັດໃຫ້ຍັງເຫຼືອ 70,924 ຄອບຄົວທຸກຍາກ ຫຼື ຄິດເປັນ 6.09 ເປີເຊັນ
ຂອງຈຳນວນຄອບຄົວທັງໝົດ ໃນທົ່ວປະເທດລາວ.

ພ້ອມກັນນີ້ ຄະນະພັດທະນາຊົນນະບົດ ແລະລົບລ້າງຄວາມທຸກຍາກຂັ້ນສູນກາງ ກໍໄດ້
ວາງຄາດໝາຍການລົບລ້າງບ້ານທຸກຈົນໃຫ້ໄດ້ 178 ບ້ານ ໂດຍຖ້າຫາກຈັດຕັ້ງປະຕິບັດ
ໄດ້ຈິງ ກໍຈະເຮັດໃຫ້ຍັງເຫຼືອບ້ານທຸກຍາກບໍ່ເກີນ 1,511 ບ້ານ ຫຼື ເທົ່າກັບ 18 ເປີເຊັນ
ຂອງຈຳນວນບ້ານທັງໝົດ ໃນທົ່ວປະເທດ ແລະ ໃນນີ້ ກໍລວມເຖິງ 78 ບ້ານ ທີ່ຈະໄດ້ຮັບ
ການຍົກລະດັບໃຫ້ເປັນບ້ານພັດທະນາ ຊຶ່ງຈະເຮັດໃຫ້ມີບ້ານພັດທະນາເພີ່ມຂຶ້ນເປັນ
3,914 ບ້ານ ຫຼື ເກືອບເຖິງ 46 ເປີເຊັນ ຂອງບ້ານທັງໝົດໃນລາວ.

ໂດຍການລົບລ້າງຄວາມທຸກຍາກດັ່ງກ່າວນີ້ ລັດຖະບານລາວ ໄດ້ຮັບການຊ່ອຍເຫຼືອ
ຈາກນານາຊາດ ແລະອົງການສາກົນ ນັບຕັ້ງແຕ່ປີ 1983 ເປັນຕົ້ນມາ ຊຶ່ງກໍໄດ້ປະກອບ
ສ່ວນຢ່າງສຳຄັນເຂົ້າໃນການພັດທະນາ ໃນທຸກດ້ານທີ່ມີເປົ້າໝາຍ ເພື່ອລົບລ້າງຄວາມ
ຍາກຈົນຂອງປະຊາຊົນລາວ ດັ່ງຈະເຫັນໄດ້ຈາກອັດຕາຄວາມຍາກຈົນທີ່ລົດລົງຈາກ
48 ເປີເຊັນ ຂອງຈຳນວນປະຊາກອນລາວທັງໝົດ ໃນປີ 1992 ເປັນ 27.6 ເປີເຊັນ ໃນ
ປີ 2008, 17 ເປີເຊັນ ໃນປີ 2015 ແລະບໍ່ເຖິງ 10 ເປີເຊັນ ໃນປີ 2016 ຕາມລຳດັບ.

ທັງນີ້ ລັດຖະບານລາວ ໄດ້ຮັບການຊ່ອຍເຫຼືອ ຈາກຕ່າງປະເທດໃນມູນຄ່າ 475 ລ້ານ
3 ແສນໂດລາ ໃນປີ 2000 ແລ້ວກໍເພີ່ມຂຶ້ນເປັນ 3,708 ລ້ານ 8 ແສນໂດລາ ໃນປີ
2011 ແລະ 5,169 ລ້ານ 5 ແສນ 5 ໝື່ນໂດລາ ໃນປີ 2014 ຫາກແຕ່ກໍລົດລົງເປັນ
4,545 ລ້ານ 8 ແສນໂດລາ ໃນປີ 2015 ຕາມລຳດັບ.

XS
SM
MD
LG