ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະບານ ລາວ ຄາດການຂະຫຍາຍຕົວ ທາງເສດຖະກິດ ຕ່ຳລົງຈາກ 7.5 ເປີເຊັນ


ໂຮງງານຕັດຫຍິບເສື້ອຜ້າສົ່ງອອກຕ່າງປະເທດ.
ໂຮງງານຕັດຫຍິບເສື້ອຜ້າສົ່ງອອກຕ່າງປະເທດ.

ລັດຖະບານ ລາວ ຄາດໝາຍການຂະຫຍາຍຕົວທາງເສດຖະກິດຈາກອັດຕາສະເລ່ຍ 7.5 ເປີເຊັນລົງມາເປັນ 7 ເປີເຊັນ ເຖິງ 7.3 ເປີເຊັນ ໃນການຈັດຕັ້ງປະຕິບັດແຜນການພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດໃນສົກປີ 2016-2017.

ທ່ານ ລີເບີ ລີບົວປາວ ນັກເສດຖະສາດອາວຸໂສປະຈຳະຖາບັນວິໄຈເສດຖະກິດແຫ່ງຊາດ ຖະແຫຼງວ່າ ລັດຖະບານ ລາວ ໄດ້ປັບຫຼຸດຄາດໝາຍການຂະຫຍາຍຕົວທາງເສດຖະກິດ ພາຍໃນລົງຈາກອັດຕາສະເລ່ຍ 7.5 ເປີເຊັນເປັນ 7 ເປີເຊັນ ຫາ 7.3 ເປີເຊັນ ໃນຕະຫຼອດ ແຜນການປະຈຳສົກປີ 2016-2017 ນີ້ໂດຍມີສາເຫດມາຈາກສະພາວະການຕົກຕ່ຳລົງ ຂອງເສດຖະກິດໂລກ ທີ່ຈະເຮັດໃຫ້ລາຍຮັບດ້ານການຄ້າ ແລະ ການລົງທຶນຂອງ ລາວ ຫຼຸດລົງດ້ວຍເຊັ່ນກັນ.

ທັງນີ້ໂດຍສະເພາະແມ່ນການຕົກຕ່ຳລົງຂອງເສດຖະກິດໃນປະເທດ ຈີນ ນັ້ນຖືເປັນປັດ ໃຈສຳຄັນທີ່ສຸດທີ່ສົ່ງຜົນກະທົບຕໍ່ເສດຖະກິດຂອງ ລາວ ທັງໃນດ້ານລາຍຮັບຈາກການສົ່ງ ສິນຄ້າອອກໄປ ຈີນ ແລະ ການລົງທຶນຂອງ ຈີນ ໃນ ລາວ ເພາະ ຈີນ ນັບເປັນປະເທດຄູ່ ຄ້າທີ່ສຳຄັນຂອງ ລາວ ທັງຍັງເປັນຜູ້ລົງທຶນອັນດັບທີ 1 ທີ່ມີການລົງທຶນຫຼາຍທີ່ສຸດໃນ ລາວ ອີກດ້ວຍ.

ແຕ່ຢ່າງໃດກໍຕາມ ທ່ານ ລີເບີ ລີບົວປາວ ກໍຄາດຫວັງວ່າໂຄງການກໍ່ສ້າງທາງລົດໄຟ ເຊື່ອມຕໍ່ ລາວ ກັບ ຈີນ ຈະເຮັດໃຫ້ເສດຖະກິດຂອງ ລາວ ມີການຂະຫຍາຍຕົວເພີ່ມຂຶ້ນໃນ ໄລຍະຍາວ ສ່ວນໃນໄລຍະແຜນການສົກປີ 2015-2016 ທີ່ຈະສິ້ນສຸດລົງໃນທ້າຍເດືອນ ກັນຍາ 2016 ນີ້ຄາດວ່າເສດຖະກິດ ລາວ ຈະຂະຫຍາຍຕົວເພີ່ມຂຶ້ນໃນອັດຕາສະເລ່ຍ ພຽງ 6.9 ເປີເຊັນ ທຽບໃສ່ແຜນການປີ 2014-2015 ທີ່ຜ່ານມາ ຊຶ່ງກໍເປັນຜົນກະທົບຈາກ ການສົ່ງສິນຄ້າອອກທີ່ຫຼຸດລົງ ແລະ ການລົງທຶນຂອງຕ່າງປະເທດໃນ ລາວ ກໍຕ່ຳກວ່າລະ ດັບຄາດໝາຍອີກດ້ວຍ.

ກ່ອນໜ້ານີ້ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການກະ ຊວງການເງິນ ໄດ້ໃຫ້ການຢືນຢັນວ່າ ລັດຖະບານ ລາວ ໄດ້ວາງຄາດໝາຍການພັດທະ ນາເສດຖະກິດໃຫ້ຂະຫຍາຍຕົວເພີ່ມຂຶ້ນໃນອັດຕາສະເລ່ຍບໍ່ ຕ່ຳກວ່າ 7.5 ເປີເຊັນຕໍ່ປີຕະ ຫຼອດການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ ແລະ ສັງຄົມແຫ່ງຊາດ ໄລຍະ 5 ປີຄັ້ງທີ 8 ໃນຊ່ວງປີ 2016-2020 ຊຶ່ງຈະເຮັດໃຫ້ຍອດຜະລິດຕະພັນລວມພາຍໃນ (GDP) ຖົວສະເລ່ຍເປັນລາຍຮັບຂອງປະຊາຊົນ ລາວ ໄດ້ເຖິງ 24.8 ລ້ານກີບ ຫຼື ປະມານ 3,100 ໂດລາຕໍ່ຄົນໃນປີ 2020 ຫາກແຕ່ວ່າການທີ່ຈະສາມາດບັນລຸເປົ້າໝາຍດັ່ງກ່າວ ໄດ້ນັ້ນກໍບໍ່ແມ່ນເລື່ອງງ່າຍ.

ເພາະວ່າລັດຖະບານ ລາວ ຈະຕ້ອງຊຸກຍູ້ພາກກະສິກຳ-ປ່າໄມ້ ໃຫ້ຂະຫຍາຍຕົວເພີ່ມຂຶ້ນ ໃນອັດຕາສະເລ່ຍ 3.2 ເປີເຊັນຕໍ່ປີ ສ່ວນພາກອຸດສາຫະກຳ ແລະ ພາກບໍລິການນັ້ນ ຈະ ຕ້ອງຂະຫຍາຍຕົວເພີ່ມຂຶ້ນ 9.3 ເປີເຊັນ ແລະ 8.9 ເປີເຊັນຕໍ່ປີ ຕາມລຳດັບ ຊຶ່ງກໍເຮັດໃຫ້ ຈະຕ້ອງລະດົມເງິນທຶນທີ່ຈະນຳໃຊ້ໃນໂຄງການພັດທະນາຕ່າງໆຂອງລັດຖະບານ ລາວ ໃຫ້ໄດ້ເຖິງ 27,000 ລ້ານໂດລາໃນໄລຍະ 5 ປີຕໍ່ໄປນີ້ ໂດຍແບ່ງເປັນການລົງທຶນຂອງລັດ ຖະບານ ລາວ 24 ເປີ ເຊັນ ຫາ 28 ເປີເຊັນ, ພາກເອກະຊົນ 54 ຫາ 58 ເປີເຊັນ ແລະ ສິນ ເຊື່ອໃນລະບົບທະນາ ຄານ 19 ຫາ 21 ເປີເຊັນຂອງມູນຄ່າການລົງທຶນທັງໝົດນັ້ນດັ່ງທີ່ ທ່ານ ສົມດີ ໄດ້ໃຫ້ການ ຢືນຢັນວ່າ.

"ກ່ຽວກັບ ແຫຼ່ງທຶນເພື່ອການພັດທະນາ ເພື່ອເຮັດໃຫ້ເສດຖະກິດມີການຂະຫຍາຍຕົວ ໃນລະດັບ 7.5 ເປີເຊັນຕໍ່ປີໃນ 5 ປີລັດຖະບານຕ້ອງການທຶນທັງໝົດປະມານ 220,000 ຕື້ກີບ ຫຼື ປະມານ 27 ຕື້ໂດລາ ຫຼື ກວມເອົາປະມານ 30 ເປີເຊັນຂອງລວມຍອດຜະລິດ ຕະພັນ ພາຍໃນ ຢູ່ໃນນີ້ມີການລົງທຶນຂອງລັດໃນລະດັບ 24 ຫາ 28 ເປີເຊັນ ການລົງ ທຶນຈາກ ການກູ້ຢືມ 12 ຫາ 16 ເປີເຊັນນອກຈາກນັ້ນ ກໍຈະເປັນການລົງທຶນຈາກພາກ ເອກະຊົນ ພາຍໃນ ແລະ ຕ່າງປະເທດ 54 ຫາ 58 ເປີເຊັນຂອງທຶນທັງໝົດ."

ທາງດ້ານທະນາຄານໂລກ ໃຫ້ການຄາດໝາຍວ່າເສດຖະກິດຂອງ ລາວ ໃນປີ 2016 ຈະ ຂະຫຍາຍຕົວເພີ່ມຂຶ້ນບໍ່ເຖິງ 7.5 ເປີເຊັນທຽບໃສ່ປີ 2015 ແຕ່ຄະນະຊ່ຽວຊານຂອງທະ ນາຄານພັດທະນາເອເຊຍ (ADB) ເຊື່ອວ່າເສດຖະກິດຂອງ ລາວ ຈະຂະຫຍາຍຕົວເພີ່ມ ຂຶ້ນພຽງ 7.3 ເທົ່ານັ້ນໃນແຜນການປີ 2015-2016 ນິ້.

ກ່ອນໜ້ານີ້ ກະຊວງແຜນການ ແລະ ການລົງທຶນ ລາຍງານວ່າໃນແຜນການປີ 2014- 2015 ລັດຖະບານ ລາວ ໄດ້ວາງເປົ້າໝານການພັດທະນາເສດຖະກິດ ໃຫ້ຂະຫຍາຍຕົວ ເພີ່ມຂຶ້ນໃນອັດຕາສະເລ່ຍ 7.5 ເປີເຊັນ ແຕ່ວ່າການທີ່ຈະຮັບປະກັນໄດ້ຢ່າງຄັກແນ່ວ່າເສດ ຖະກິດຂອງ ລາວ ຈະຂະຫຍາຍຕົວໃນອັດຕາດັ່ງກ່າວໄດ້ຢ່າງແທ້ຈິງນັ້ນ ກໍຈະຕ້ອງລະດົມ ການລົງທຶນໃຫ້ໄດ້ຫຼາຍກວ່າ 39,690 ຕື້ກີບ ຫຼື 32 ເປີເຊັນຂອງ GDP ຕະຫຼອດປີ.

ແຕ່ວ່າລັດຖະບານ ລາວ ກໍສາມາດປະກອບສ່ວນໄດ້ພຽງ 3,300 ຕື້ກີບ ຫຼື ບໍ່ເຖິງ 10 ເປີ ເຊັນເທົ່ານັ້ນ ສ່ວນສະພາບຊີວິດການເປັນຢູ່ຂອງປະຊາຊົນໃນເຂດຕົວເມືອງກັບເຂດຊົນ ນະບົດກໍມີ ຄວາມແຕກໂຕນກັນຫຼາຍຂຶ້ນນັບມື້ ໂດຍຈະເຫັນໄດ້ຈາກລາຍໄດ້ສະເລ່ຍຂອງ ປະຊາຊົນ ໃນນະຄອນຫຼວງວຽງຈັນ ທີ່ສູງເຖິງ 35 ລ້ານກີບແຕ່ປະຊາຊົນທີ່ແຂວງເຊກອງ ກັບຍັງມີລາຍໄດ້ສະເລ່ຍພຽງ 10 ລ້ານກີບຕໍ່ຄົນເທົ່ານັ້ນ.

XS
SM
MD
LG