ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວມອບຊ້າງ 4 ໂຕ ໃຫ້ປະເທດຍີ່ປຸ່ນ ເພື່ອສະຫຼອງ ການພົວພັນທາງການທູດ ຄົບຮອບ 60 ປີ


ທາງການຍີ່ປຸ່ນ ກໍໄດ້ດຳເນີນການປູກຕົ້ນຊາກຸລະ ຢູ່ທີ່ເມືອງວຽງໄຊໃນແຂວງຫົວພັນ ເມື່ອເດືອນກຸມພາ
2015 ນີ້ ເພື່ອສະແດງເຖິງການເປັນມິດປະເທດທີ່ດີ ແລະ ມີການພົວພັນຮ່ວມ ມືກັນມາ ຢ່າງຍາວນານ.
ທາງການຍີ່ປຸ່ນ ກໍໄດ້ດຳເນີນການປູກຕົ້ນຊາກຸລະ ຢູ່ທີ່ເມືອງວຽງໄຊໃນແຂວງຫົວພັນ ເມື່ອເດືອນກຸມພາ 2015 ນີ້ ເພື່ອສະແດງເຖິງການເປັນມິດປະເທດທີ່ດີ ແລະ ມີການພົວພັນຮ່ວມ ມືກັນມາ ຢ່າງຍາວນານ.

ລັດຖະບານລາວສົ່ງມອບຊ້າງ 4 ໂຕ ໃຫ້ກັບລັດຖະບານຍີ່ປຸ່ນ
ເພື່ອສະເຫລີມສະຫລອງ ການພົວພັນທາງການທູດຄົບຮອບ
60 ປີ ໃນປີ 2015 ນີ້ ສ່ວນຍີ່ປຸ່ນກໍປູກຕົ້ນຊາກຸລະ ຢູ່ທີ່ເມືອງ
ວຽງໄຊ ໃນແຂວງຫົວພັນ.

ກະຊວງການຕ່າງປະເທດຂອງລາວ ລາຍງານວ່າ ເພື່ອເປັນການສະເຫລີມສະຫລອງ
ໃນໂອກາດການພົວພັນທາງການທູດ ລະຫວ່າງລາວກັບຍີ່ປຸ່ນ ຄົບຮອບ 60 ປີ ໃນ
ເດືອນມີນາ 2015 ນີ້ ລັດຖະບານລາວກໍໄດ້ຈັດພິທີສົ່ງມອບຊ້າງຈຳນວນ 4 ໂຕ ໃຫ້ກັບ
ລັດຖະບານຍີ່ປຸ່ນ ຢ່າງເປັນທາງການ ເມື່ອເດືອນພະຈິກ 2014 ສ່ວນທາງການຍີ່ປຸ່ນ
ກໍໄດ້ດຳເນີນການປູກຕົ້ນຊາກຸລະ ຢູ່ທີ່ເມືອງວຽງໄຊໃນແຂວງຫົວພັນ ເມື່ອເດືອນກຸມພາ
2015 ນີ້ ເພື່ອສະແດງເຖິງການເປັນມິດປະເທດ ທີ່ດີ ແລະ ມີການພົວພັນຮ່ວມມື່ກັນມາ
ຢ່າງຍາວນານ ແລະ ຈະຍັງຄົງສືບຕໍ່ເພື່ອເສີມຂະຫຍາຍ ໃຫ້ກວ້າງຂວາງຂຶ້ນ ໃນທຸກໆ
ດ້ານຕໍ່ໄປ.

ໂດຍກ່ອນໜ້ານີ້ ທັງ 2 ຝ່າຍ ກໍໄດ້ຈັດງານທີ່ເປັນການແລກປ່ຽນ ທາງວັດທະນາທຳ
ລະຫວ່າງກັນ ເຊັ່ນການຈັດງານບຸນລາວຢູ່ນະຄອນຫລວງໂຕກຽວ ແລະ ການຈັດງານ
ບຸນຍີ່ປຸ່ນ ຢູ່ນະຄອນຫລວງວຽງຈັນ ໂດຍມີຄະນະຕົວແທນ ສະມາຄົມມິດຕະພາບ ຍີ່ປຸ່ນ
-ລາວ ແລະ ສະມາຄົມມິດຕະພາບໄຊຕະມະແຫ່ງປະເທດຍີ່ປຸ່ນ ເຂົ້າຮ່ວມໃນງານ ຢ່າງ
ຄຶກຄື້ນ ສ່ວນການນຳຂອງທັງ 2 ປະເທດກໍໄດ້ເດີນທາງຢ້ຽມຢາມກັນເປັນປະຈຳຢູ່ແລ້ວ.

ພິທີລົງນາມ ຍີ່ປຸ່ນໃຫ້ການຊ່ວຍເຫຼືອແກ່ລາວ ໂດຍມີນາຍົກລັດຖະມົນຕີ ຂອງລາວ ແລະ ຍີ່ປຸ່ນ ເຂົ້າຮ່ວມ ຢູ່ທີ່ນະຄອນຫລວງວຽງຈັນ.
ພິທີລົງນາມ ຍີ່ປຸ່ນໃຫ້ການຊ່ວຍເຫຼືອແກ່ລາວ ໂດຍມີນາຍົກລັດຖະມົນຕີ ຂອງລາວ ແລະ ຍີ່ປຸ່ນ ເຂົ້າຮ່ວມ ຢູ່ທີ່ນະຄອນຫລວງວຽງຈັນ.

ທາງດ້ານທ່ານອະລຸນແກ້ວ ກິດຕິຄຸນ ລັດຖະມົນຕີຊ່ວຍວ່າການ
ຕ່າງປະເທດ ໄດ້ຖະແຫລງຢືນຢັນ ໃນໂອກາດຈັດງານລ້ຽງ ສະ ເຫລີມສະຫລອງວັນສ້າງຕັ້ງສາຍພົວພັນ ທາງການທູດລະຫວ່າງ
ລາວກັບຍີ່ປຸ່ນ ຄົບຮອບ 60 ປີ ຮ່ວມກັບທາງການສະຖານທູດ
ຍີ່ປຸ່ນຢູ່ນະຄອນຫລວງວຽງຈັນ ໃນຊ່ວງເດືອນມັງກອນທີ່ຜ່ານມາ
ວ່າ ການຮ່ວມມືທີ່ມີປະສິດທິຜົນ ລະຫວ່າງ ລາວກັບຍີ່ປຸ່ນ ໄດ້ເຕີບ
ໃຫຍ່ ຂະຫຍາຍຕົວຢ່າງຕໍ່ເນື່ອງ ທັງຍີ່ປຸ່ນຍັງເປັນປະເທດອັນດັບ
1 ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ລາວ ຫຼາຍທີ່ສຸດ ໃນຕະຫລອດລະ
ຍະ 60 ປີ ມານີ້ອີກດ້ວຍ.

ໂດຍພາຍຫລັງຈາກທັງສອງປະເທດ ໄດ້ສະຖາປະນາສາຍພົວພັນ ທາງການທູດ ລະຫວ່າງ ກັນ ເມື່ອປີ 1955 ລັດຖະບານຍີ່ປຸ່ນ ກໍໄດ້ເລີ້ມໃຫ້ການຊ່ວຍເຫຼືອແກ່ລາວ ດ້ວຍການປະກອບ ສ່ວນເຂົ້າໃນການພັດທະນາເສດຖະກິດ ແລະສັງຄົມເປັນສຳຄັນ ໂດຍຖ້າຫາກ ນັບຈາກປີ 1958 ເປັນຕົ້ນມາກໍປາກົດວ່າ ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອແກ່ລາວ ຄິດເປັນ ມູນຄ່າສະເລ່ຍ ລະຫວ່າງ 80-100 ລ້ານດອນລາ ໃນແຕ່ລະປີ ແລະສຳຫລັບໃນປີ 2014 ທີ່ຜ່ານມານີ້ ລັດຖະບານຍີ່ປຸ່ນກໍໄດ້ໃຫ້ການຊ່ວຍເຫຼືອແກ່ລາວ ໃນມູນຄ່າລວມ 60 ກວ່າລ້ານ ດອນລາ ສຳຫລັບນຳໃຊ້ ໃນການພັດທະນາເສດຖະກິດ ແລະ ສັງຄົມໃນລາວເປັນດ້ານຫລັກ.

ທາງດ້ານກະຊວງແຜນການ ແລະການລົງທຶນ ກໍໄດ້ສະເໜີລາຍງານວ່າ ລັດຖະບານລາວ
ໄດ້ວາງເປົ້າໝາຍ ຈະຊຸກຍູ້ການພັດທະນາເສດຖະກິດໃຫ້ຂະຫຍາຍຕົວເພີ້ມຂຶ້ນ ໃນອັດຕາ ສະເລ່ຍບໍ່ຕ່ຳກວ່າ 8 ເປີເຊັນ ໃນແຜນການປະຈຳປີ 2014-2015 ນີ້ ແຕ່ວ່າກໍຈະຕ້ອງລະດົມ ການລົງທຶນພາຍໃນ ແລະຕ່າງປະເທດໃຫ້ໄດ້ 33,000 ກວ່າຕື້ກີບ ຊຶ່ງຄິດເປັນ 32 ເປີເຊັນ ຂອງຍອດຜະລິດຕະພັນລວມ (GDP) ໃນຕະຫລອດແຜນການປີ.

ໂດຍລັດຖະບານລາວຄາດໝາຍວ່າ ຈະສາມາດປະກອບສ່ວນໄດ້ໃນມູນຄ່າລວມພຽງແຕ່
3,300 ຕື້ກີບ ຫຼືຄິດເປັນ 10 ເປີເຊັນເທົ່ານັ້ນ ຂອງຄວາມຕ້ອງການທັງໝົດ ສ່ວນທີ່ເຫຼືອ
ກໍຈະຕ້ອງລະດົມ ການລົງທຶນຈາກເອກະຊົນລາວ ແລະຕ່າງຊາດໃຫ້ໄດ້ຫຼາຍກວ່າ 18,200 ຕື້ກີບ ລວມເຖິງການຂໍຄວາມຊ່ວຍເຫຼືອ ແລະກູ້ຢືມຈາກຕ່າງປະເທດໃຫ້ໄດ້ 5,000 ຕື້ກີບ ແລະເພີ້ມວົງເງິນສິນເຊື່ອ ໃນລະບົບທະນາຄານພາຍໃນປະເທດໃຫ້ໄດ້ 6,500 ຕື້ກີບ ຕາມລຳດັບ.

ແຕ່ຢ່າງໃດກໍຕາມ ການພັດທະນາເສດຖະກິດ ໃນລະຍະທີ່ຜ່ານມາກໍໄດ້ເຮັດໃຫ້ສະພາບ
ຊີວິດຄວາມເປັນຢູ່ ຂອງປະຊາຊົນລາວໃນເຂດຕົວເມືອງ ກັບເຂດຊົນນະບົດມີຄວາມ
ແຕກໂຕນກັນຫຼາຍຂຶ້ນນັບມື້ ດັ່ງທີ່ທ່ານສີວັນ ອຸດທະຈັກ ສະມາຊິກສະພາແຫ່ງຊາດ ຈາກ
ເຂດແຂວງຈຳປາສັກ ໄດ້ຖະແຫລງຊີ້ແຈງວ່າ:

“ຄວາມທຸກຍາກຂອງປະຊາຊົນ ຢູ່ໃນເຂດຊົນນະບົດຫ່າງໄກສອກຫລີກ ຖ້າທຽບ
ໃສ່ຢູ່ຕົວເມືອງ ເຫັນວ່າ ຍັງມີຄວາມຜິດໂຕນກັນຫຼາຍ ຈາກສະພາບດັ່ງກ່າວນັ້ນ ພວກເຮົາເຫັນວ່າ ລູກຫລານຂອງປະຊາຊົນ ທີ່ທຸກຍາກແມ່ນຂາດການສຶກສາ
ຮ່ຳຮຽນ ໝາຍຄວາມວ່າ ລູກຫລານທີ່ຢູ່ໃນໄວອາຍຸໄດ້ຮ່ຳຮຽນ ກໍໄດ້ອອກຈາກ
ໂຮງຮຽນ.”

ດັ່ງຈະເຫັນໄດ້ຈາກການທີ່ປະຊາຊົນ ໃນນະຄອນຫລວງວຽງຈັນ ມີລາຍໄດ້ສະເລ່ຍຫຼາຍ
ກວ່າ 27 ລ້ານກີບຕໍ່ປີ ແຕ່ປະຊາຊົນໃນແຂວງຜົ້ງສາລີ ກັບຍັງຄົງມີລາຍໄດ້ ສະເລ່ຍພຽງ
6 ລ້ານກີບ ຕໍ່ຄົນຕໍ່ປີເທົ່ານັ້ນ.

XS
SM
MD
LG