ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລາວ ຄາດໝາຍ​ວ່າ ​ເສດຖະກິດ​ ຈະ​ຂະຫຍາຍຕົວ ​ເພີ້​ມຂຶ້ນ 7.5 ເປີເຊັນ ໃນແຜນການປີ 2015-2016


ຜະລິດຕະພັນ ດ້ານຫັດຖະກຳ ປະເພດໄມ້ ຂອງລາວ
ຜະລິດຕະພັນ ດ້ານຫັດຖະກຳ ປະເພດໄມ້ ຂອງລາວ

ລັດຖະບານລາວ ຄາດໝາຍ​ວ່າ ​ເສດຖະກິດ​ຂອງ​ລາວ ຈະ​ຂະ
ຫຍາຍຕົວ​ເພີ້​ມຂຶ້ນ​ໃນ​ອັດຕາ​ສະ​ເລ່ຍບໍ່​ຕ່ຳ​ກວ່າ 7.5 ​ເປີ​ເຊັນ ​
ໃນ​ການຈັດຕັ້ງປະຕິບັດ ​ແຜນການ​ພັດທະນາ​ເສດຖະກິດ ​ແລະ
ສັງຄົມ ປະຈຳ​ສົກ​ປີ 2015-2016 ຕາມ​ລຳດັບ.

ທ່ານ​ສົມ​ດີ ດວງ​ດີ ລັດຖະມົນຕີ​ວ່າການ ກະຊວງ​ແຜນການ ​ແລະ ການ​ລົງທຶນ ຖະ​ແຫລ​ງວ່າ ​ແຜນການ​ພັດທະນາ​ເສດຖະກິດ ​ແລະ ສັງຄົມ ປະຈຳ​ສົກ​ປີ 2015-2016 ທີ່​ໄດ້​ຜ່ານ​ການ​ຮັບຮອງ​ຂອງ​ສະພາ​ແຫ່ງ​ຊາດ​ລາວ ​ໃນ​ກອງ​ປະຊຸມ​ສະ​ໄໝ​ສາມັນ ຄັ້ງງທີ 9 ​ເມື່ອ​ເດືອນ​ກໍລະກົດ ທີ່​ຜ່ານ​ມາ ​ໄດ້​ວາງ​ເປົ້າໝາຍ​ການ​ຂະຫຍາຍຕົວ ທາ​ງ​ເສດຖະກິດ ​ໄວ້​ໃນ​ອັດຕາ​ສະ​ເລ່ຍບໍ່​ຫລຸດ 7.5 ​ເປີ​ເຊັນ.

ພວກຄົນພາກັນ ຊື້ສິນຄ້າຂອງລາວ ຢູ່ຮ້ານຂາຍເຄື່ອງ ແຫ່ງໜຶ່ງ ຢູ່ໃນລາວ
ພວກຄົນພາກັນ ຊື້ສິນຄ້າຂອງລາວ ຢູ່ຮ້ານຂາຍເຄື່ອງ ແຫ່ງໜຶ່ງ ຢູ່ໃນລາວ

ທ່ານ​ສົມ​ດີ ບອກ​ວ່າ ຖ້າ​ຫາກ​ການຈັດຕັ້ງປະຕິບັດ​ເປັນ​ໄປ​ຕາມ
​ເປົ້າໝາຍ​ທີ່​ວາງ​ໄວ້​ດັ່ງກ່າວ ກໍ​ຈະ​ເຮັດ​ໃຫ້ ລວມຍອດ​ຜະລິດ​ຕະພັນ
​ພາຍ​ໃນ (GDP) ມີ​ມູນ​ຄ່າ​ລວມ​ເຖິງ 115,452 ຕື້​ກີບ ຫຼືປະມານ
14,080 ລ້ານ​ໂດ​ລາ ​ແລະ ຖົວ​ສະ​ເລ່ຍ​ເປັນ​ລາຍ​ໄດ້ ​ຂອງ​ປະຊາຊົນ
​ລາວ​ທີ່​ລະດັບ 16 ລ້ານ 7 ​ແສນ 4 ໝື່ນ​ກີບ ຫຼື ປະມານ 2,040 ​
ໂດ​ລາ ຕໍ່​ຄົນ ​ໃນ​ປີ 2016 ​ແຕ່​ການ​ທີ່​ຈະ​ສາມາດ​ບັນລຸ​ເປົ້າໝາຍ
​ດັ່ງກ່າວ​ນີ້ໄດ້ນັ້ນ ກໍ​ຈະ​ຕ້ອງ​ເຮັດ​ໃຫ້​ຂະ​ແໜງ​ກະສິກຳ ຂະຫຍາຍຕົວ​
ເພີ້​ມຂຶ້ນ​ໃນ​ອັດຕາ​ສະ​ເລ່ຍ 3.1 ​ເປີ​ເຊັນ ອຸດສາຫະກຳ 8.7 ​ເປີ​ເຊັນ
ບໍລິການ 9 ​ເປີ​ເຊັນ ​ແລະ ພາສີ​ຂາ​ເຂົ້າ 8.1 ​ເປີ​ເຊັນ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ຄະນະ​ຜູູ້ຊ່ຽວຊານ​ຂອງ​ທະນາຄານ​ພັດທະນາເອ​ເຊຍ (ADB) ​ເຊື່ອວ່າ
​ເສດ​ຖະກິດ​ໃນ​ລາວ ຈະ​ຂະຫຍາຍຕົວ​ເພີ້​ມຂຶ້ນ​ໃນ​ອັດຕາ​ສະ​ເລ່ຍ 7.3 ​ເປີ​ເຊັນ ​ໃນ​ປີ 2016 ​ໂດຍ​
ເປັນ​ຜົນ​ຈາກ​ປັດ​ໄຈ​ໃນຫຼາຍດ້ານ ​ເປັນຕົ້ນ​ແມ່ນ​ການ​ທີ່​ລາວ​ເປັນສະມາຊິກ ​ໃນ​ປະຊາ​ຄົມ
ເສດຖະກິດ​ອາ​ຊຽນ ທີ່​ຈະ​ມີ​ຜົນ​ນັບ​ແຕ່ ​ວັນ​ທີ 31 ທັນວາ 2015 ນີ້ ​ເປັນຕົ້ນ​ໄປ ຊຶ່ງ​ຈະ​ມີ​
ສ່ວນ​ຢ່າງ​ສຳຄັນ​ໃນ​ກາ​ນດຶງ​ເອົາ​ການ​ລົງທຶນ ຈາກ​ຕ່າງປະ​ເທດ​ໃຫ້​ເຂົ້າມາ​ໃນ​ລາວ ຫຼາຍຂຶ້ນ ​ໂດຍ​ໃນ​ນີ້ ກໍ​ລວມ​ເຖິງ​ພາກ​ບໍລິການ ພາກ​ການ​ທ່ອງ​ທ່ຽວ ​ແລະ
ພາກ​ພະລັງງານ ​ທີ່​ມີ​ການ​ສ້າງ​ເຂື່ອນ ຜະລິດ​ໄຟຟ້າຫຼາຍຂຶ້ນ ນັບ​ມື້ອີກ​ດ້ວຍ.

ທ່ານ​ສົມ​ດີ ດວງ​ດີ ລັດຖະມົນຕີ​ວ່າການ ກະຊວງ​ແຜນການ ​ແລະ ການ​ລົງທຶນ
ທ່ານ​ສົມ​ດີ ດວງ​ດີ ລັດຖະມົນຕີ​ວ່າການ ກະຊວງ​ແຜນການ ​ແລະ ການ​ລົງທຶນ

ກ່ອນ​ໜ້າ​ນີ້ ກະຊວງ​ແຜນການ ​ແລະ ການ​ລົງທຶນ​ລາຍ​ງານ​ວ່າ ​
ໃນ​ແຜນການ​ປະຈຳ​ປີ 2014-2015 ນີ້ ລັດຖະບານ​ລາວ ​ໄດ້​ວາງ
​ເປົ້າໝາຍ ການ​ພັດທະນາ​ເສດຖະກິດ ​ໃຫ້​ຂະຫຍາຍຕົວ​ເພີ້​ມຂຶ້ນ
​ໃນ​ອັດຕາ​ສະ​ເລ່ຍ 7.5 ​ເປີ​ເຊັນ ​ແຕ່​ການ​ທີ່​ຈະ​ຮັບ​ປະກັນ​ໄດ້ ​ຢ່າງ​
ຄັກ​ແນ່​ວ່າ ​ເສດຖະກິດ​ຂອງ​ລາວ​ຈະ​ຂະຫຍາຍຕົວ​ໃນ​ອັດຕາ​
ດັ່ງກ່າວ ​ໄດ້​ຢ່າງ​ແ​ທ້ຈິງ​ນັ້ນ ກໍ​ຈະ​ຕ້ອງ​ລະດົມ​ການ​ລົງທຶນ​ໃຫ້​ໄດ້
ຫຼາຍກວ່າ 39,690 ຕື້​ກີບ ຫຼື 32 ​ເປີ​ເຊັນ ຂອງ GDP ຕະຫຼອດປີ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ລັດຖະບານ​ລາວ​ຄາດ​ວ່າ ຈະ​ສາມາດ​ປະກອບ
ສ່ວນ ດ້ວຍ​ກາ​ນລົງທຶນ ​ໃນ​ພາກ​ລັດຖະບານ ​ໄດ້​ໃນ​ມູນ​ຄ່າ​ລວມ
ພຽງ 3,300 ຕື້​ກີບ ຫຼື ບໍ່​ເຖິງ 10 ​ເປີ​ເຊັນ ​ເທົ່າ​ນັ້ນ ສ່ວນ​ທີ່​ເຫຼືອ ກໍ​ຈະ​ຕ້ອງ​ລະດົມ​ຈາ​ກການ​
ລົງທຶນ​ຂອງ​ເອກະ​ຊົນ​ລາວ ​ແລະ ຕ່າງ​ຊາດ ​ໃຫ້​ໄດ້​ບໍ່​ຕ່ຳ​ກວ່າ 18,200 ຕື້​ກີບ ລວມການ​ຂໍ​
ຄວາມ​ຊ່ວຍ​ເຫຼືອ ຈາກ​ຕ່າງປະ​ເທດ ​ແລະ ​ເພີ້​ມວົງ​ເງິນ​ສິນ​ເຊື່ອ ​ໃນ​ປະ​ເທດ​ໃຫ້​ໄດ້​ເຖິງ
18,190 ຕື້​ກີບ​ອີກ​ດ້ວຍ.

ສຳ​ຫລັບ​ໃນ​ແຜນການ​ປີ 2014-2015 ທີ່​ຈະ​ສິ້ນສຸດ​ລົງ ​ໃນ​ທ້າຍ​ເດືອນ​ກັນຍາ 2015 ນີ້ ລັດຖະບານ​ລາວ ກໍ​ໄດ້​ວາງ​ຄາດໝາຍ​ການ​ຂະຫຍາຍຕົວ ທາງ​ເສດຖະກິດ​ໄ​ວ້ ​ໃນ​ອັດຕາ​ສະ​ເລ່ຍ 7.5 ​ເປີ​ເຊັນ ​ໂດຍ​ມູນ​ຄ່າ GDP ຈະ​ສາມາດ​ຖົວ​ສະ​ເລ່ຍ ​ເປັນ​ລາຍ​ໄດ້​ຂອງ​ປະຊາຊົນ​ລາວ ທີ່​ລະດັບ 14 ລ້ານ​ກວ່າ​ກີບ ຫຼື 1,857 ​ໂດ​ລາ ຕໍ່​ຄົນ​ຕໍ່​ປີ ຊຶ່ງ​ເພີ້​ມຂຶ້ນ ຈາກ​ລະດັບ 13 ລ້ານ​ກວ່າ​ກີບ ຫຼື 1,674 ໂດລາຕໍ່​ຄົນ ​ໃນ​ແຜນການ​ປີ 2013-2014 ທີ່​ຜ່ານ​ມາ.

ການ​ຈັດຕັ້ງປະຕິບັດ​ດັ່ງກ່າວ ຢູ່​ພາຍ​ໃຕ້​ແຜນການ​ພັດທະນາ ​ເສດຖະກິດ-ສັງຄົມ​ແຫ່ງຊາດ ລະຍະ 5 ປີ ຄັ້ງທີ 7 ​ໂດຍ​ໃນ​ລະຍະ​ເຄິ່ງ​ແຜນການ ທີ່​ຜ່ານ​ມາ​ກໍ​ປາກົດ​ວ່າ ​ເສດຖະກິດ​ລາວ ​ໄດ້​ຂະຫຍາຍຕົວ ​ເພີ້​ມຂຶ້ນ ​ໃນ​ອັດຕາ​ສະ​ເລ່ຍ​ເຖິງ 8.2 ​ເປີ​ເຊັນ​ຕໍ່​ປີ.

ທາງ​ດ້ານ​ທ່ານ​ສີ​ວັນ ອຸດທະ​ຈັກ ສະມາຊິກ​ສະພາ​ແຫ່ງ​ຊາດ ຈາກ​ເຂດ​ແຂວງ​ຈຳປາ​ສັກ ​
ໄດ້​ໃຫ້​ທັດສະນະ​ວ່າ ການ​ພັດທະນາ ​ໃນ​ລະຍະ​ທີ່​ຜ່ານ​ມາ ​ເຮັດ​ໃຫ້​ສະພາບ​ຊີວິດ​ການ​
ເປັນ​ຢູ່ ຂອງ​ປະຊາຊົນ​ລາວ ຢູ່​ໃນ​ເຂດ​ຕົວ​ເມືອງ​ກັບ​ເຂດ​ຊົນນະ​ບັດ ມີ​ຄວາມ​ແຕກ​ໂຕນ
​ກັນຫຼາຍຂຶ້ນນັບ​ມື້ ດັ່ງ​ທີ່​ທ່ານ​ໄດ້​ໃຫ້ການ​ອະທິ​ບາຍ​ວ່າ:

“ຄວາມທຸກ​ຍາກ​ຂອງ​ປະຊາຊົນ​ຢູ່​ໃນ​ເຂດ​ຊົນນະບົດ ຫ່າງໄກ​ສອກຫຼີກ ຖ້າ​ທຽບ​ໃສ່​
ຢູ່​ຕົວ​ເມືອງ ​ເຫັນ​ວ່າ ຍັງ​ມີ​ຄວາມ​ຜິດ​ໂຕນ​ກັນຫຼາຍ ຈາກ​ສະພາບ​ດັ່ງກ່າວ​ນັ້ນ ພວກ​
ເຮົາ​ເຫັນ​ວ່າ ລູກຫຼານຂອງ​ປະຊາຊົນ ທີ່​ທຸກ​ຍາກ​ແມ່ນ​ຂາດ​ການ​ສຶກສາ​ຮ່ຳຮຽນ
ໝາຍ​ຄວາມ​ວ່າ ລູກຫຼານທີ່ຢູ່​ໃນ​ໄວ​ອາຍຸ​ໄດ້​ຮ່ຳຮຽນ​ ກໍ​ໄດ້​ອອກ​ຈາກ​ໂຮງຮຽນ.”

ໂດຍ​ຈະ​ເຫັນ​ໄດ້​ຈາກ​ເຂດ​ນະຄອນຫຼວງວຽງ​ຈັນ ທີ່​ປະຊາ​ຊົນ​ມີ​ລາຍ​ໄດ້​ສະ​ເລ່ຍ​ເຖິງ 27
ລ້ານ​ກີບ ຫຼື ​3,346 ​ໂດ​ລາ ຕໍ່​ຄົນ ​ແຕ່​ປະຊາຊົນ​ໃນ​ແຂວງ​ຜົ້ງສາລີ ກັບ​ມີ​ລາຍ​ໄດ້​ສະ​ເລ່ຍ
6 ລ້ານ​ກີບ ຫຼື 745 ​ໂດ​ລາ​ຕໍ່​ຄົນ​ເທົ່າ​ນັ້ນ.

XS
SM
MD
LG