ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລາວ ຄາດໝາຍວ່າ ປະຊາກອນຈະເພີ້ມຂຶ້ນເປັນ 7.3 ລ້ານ ຄົນແລະຈະມີລາຍໄດ້ ສະເລ່ຍ 3,100 ໂດລາ ໃນປີ 2020


ພິທີ ເປີດໂຄງການ ສຳຫຼວດພົນລະເມືອງ ແລະທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ 4
ພິທີ ເປີດໂຄງການ ສຳຫຼວດພົນລະເມືອງ ແລະທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ 4

ລັດຖະບານລາວ ຄາດໝາຍຈຳນວນປະຊາກອນຈະເພີ້ມຂຶ້ນ
ເປັນ 7 ລ້ານ 3 ແສນຄົນ ແລະຍອດຜະລິດຕະພັນລວມ ພາຍ
ໃນ (GDP) ຈະຖົວສະເລ່ຍເປັນລາຍຮັບ ຂອງປະຊາກອນໄດ້
ທີ່ລະດັບ 3,100 ໂດລາຕໍ່ຄົນໃນປີ 2020.

ທ່ານສົມດີ ດວງດີ ລັດຖະມົນຕີວ່າການ ກະຊວງແຜນການແລະການລົງທຶນ ໄດ້ຖະແຫລງ
ຢືນຢັນວ່າ ລັດຖະບານລາວ ຄາດໝາຍວ່າ ຈຳນວນປະຊາກອນລາວ ຈະເພີ້ມຂຶ້ນເປັນ 7
ລ້ານ 3 ແສນຄົນ ໃນປີ 2020 ໂດຍເພີ້ມຂຶ້ນຈາກ 6 ລ້ານ 8 ແສນຄົນ ໃນປັດຈຸບັນ ສ່ວນ
ໃນດ້ານເສດຖະກິດ ກໍຄາດໝາຍວ່າ ຈະຂະຫຍາຍຕົວເພີ້ມຂຶ້ນ ໃນອັດຕາສະເລ່ຍບໍ່ຕ່ຳ
ກວ່າ 7.5 ເປີເຊັນ ຕໍ່ປີໃນຊ່ວງປີ 2016-2020 ຊຶ່ງກໍຈະເຮັດໃຫ້ຍອດຜະລິດຕະພັນລວມ
ພາຍໃນ (GDP) ຖົວສະເລ່ຍເປັນລາຍໄດ້ຂອງປະຊາກອນລາວທີ່ລະດັບ 3,100 ໂດລາ
ຕໍ່ຄົນໃນປີ 2020 ດັ່ງທີ່ທ່ານໄດ້ໃຫ້ການຢືນຢັນວ່າ:

“ຄາດຄະເນພົນລະເມືອງໃນປີ 2020 ຄາດວ່າ ຈະໄດ້ປະມານ 7 ລ້ານ 3 ແສນ
ຄົນ ລວມຍອດຜະລິດຕະພັນພາຍໃນຕໍ່ຫົວຄົນ ຖ້າໄລ່ເປັນ GDP ແມ່ນ 3,100
ໂດລາ ຖ້າໄລ່ເປັນ GNI ແມ່ນ 2,450 ໂດລາຕໍ່ຫົວຄົນ ອັດຕາເງິນເຟີ້ຢູ່ໃນລະດັບ
ທີ່ເໝາະສົມ ອັນນີ້ ໄດ້ສົມທົບກັບທະນາຄານ ເພິ່ນວ່າ ບໍ່ເກີນ 6 ເປີເຊັນ ສູງສຸດ
ຮັບປະກັນສະຖຽນລະພາບ ທາງດ້ານອັດຕາແລກປ່ຽນ ຢູ່ໃນຂອບເຂດ ທີ່ຄຸ້ມຄອງໄດ້.”

ທ່ານສົມດີ ດວງດີ ລັດຖະມົນຕີວ່າການ ກະຊວງແຜນການແລະການລົງທຶນ
ທ່ານສົມດີ ດວງດີ ລັດຖະມົນຕີວ່າການ ກະຊວງແຜນການແລະການລົງທຶນ

ທ່ານສົມດີ ບອກວ່າ ການທີ່ຈະສາມາດບັນລຸເປົ້າໝາຍດັ່ງກ່າວ
ໄດ້ຢ່າງແທ້ຈິງນັ້ນ ກໍຈະຕ້ອງຊຸກຍູ້ໃຫ້ພາກກະສິກຳ ຂະຫຍາຍ
ເພີ້ມຂຶ້ນ 3.2 ເປີເຊັນຕໍ່ປີ ສ່ວນພາກອຸດສາຫະກຳ ແລະພາກ
ການບໍລິການນັ້ນ ຈະຕ້ອງຂະຫຍາຍຕົວເພີ້ມຂຶ້ນ 9.3 ເປີເຊັນ
ແລະ 8.9 ເປີເຊັນ ຕໍ່ປີຕາມລຳດັບ ຊຶ່ງເຮັດໃຫ້ຈຳເປັນຈະຕ້ອງ
ລະດົມເງິນລົງທຶນ ທີ່ຈະນຳໃຊ້ໃນໂຄງການພັດທະນາຕ່າງໆ
ຂອງລັດຖະບານລາວ ໃຫ້ໄດ້ເຖິງ 27 ຕື້ໂດລາ ໃນລະຍະ 5 ປີ
ດັ່ງກ່າວ ໂດຍໃນນີ້ ເປັນການ ລົງທຶນຂອງພາກລັດຖະບານລາວ
24-28 ເປີເຊັນ ພາກເອກະຊົນ 54-58 ເປີເຊັນ ແລະສິນເຊື່ອ
ໃນລະບົບທະນາຄານ 19-21 ເປີເຊັນ ຂອງມູນຄ່າການລົງທຶນທັງໝົດ ດັ່ງທີ່ ທ່ານສົມດີ
ໄດ້ໃຫ້ການຢືນຢັນວ່າ:

“ກ່ຽວກັບແຫລ່ງທຶນເພື່ອການພັດທະນາ ເພື່ອເຮັດໃຫ້ເສດຖະກິດ ມີການຂະຫຍາຍ
ຕົວໃນລະດັບ 7.5 ເປີເຊັນຕໍ່ປີ ໃນ 5 ປີ ລັດຖະບານຕ້ອງການທຶນທັງໝົດປະມານ
220,000 ຕື້ກີບ ຫຼືປະມານ 27 ຕື້ໂດລາ ຢູ່ໃນນີ້ມີການລົງທຶນຂອງລັດ ໃນລະດັບ
24-28 ເປີເຊັນ ການລົງທຶນຈາກການກູ້ຢືມ 12-16 ເປີເຊັນ ນອກຈາກນັ້ນ ກໍເປັນ
ການລົງທຶນ ຈາກພາກເອກະຊົນພາຍໃນ ແລະຕ່າງປະເທດ 54-58 ເປີເຊັນ ຂອງ
ທຶນທັງໝົດ.”

ແຕ່ຢ່າງໃດກໍຕາມ ທະນາຄານໂລກໄດ້ຄາດໝາຍວ່າ ເສດຖະກິດລາວຈະຂະຫຍາຍຕົວ
ເພີ້ມຂຶ້ນ 6.4 ເປີເຊັນ ໃນລະຍະແຜນການປີ 2014-2015 ທຽບໃສ່ແຜນການປີ 2013-
2014 ໂດຍມີສາເຫດສຳຄັນມາຈາກການຕົກຕ່ຳລົງ ໃນພາກການສົ່ງສິນຄ້າອອກໄປຕ່າງ
ປະເທດ ເນື່ອງຈາກລະດັບຄວາມຕ້ອງການສິນຄ້າ ທີ່ຕ່ຳລົງໃນທົ່ວໂລກ ທີ່ສົມທົບດ້ວຍການ
ຕົກຕ່ຳຂອງການປ່ອຍສິນເຊື່ອ ໃນລະບົບທະນາຄານໃນທົ່ວປະເທດລາວ.

ທະນາຄານໂລກຄາດວ່າ ການຂະຫຍາຍຕົວທາງເສດຖະກິດຂອງລາວຈະດີຂຶ້ນໃນປີ 2016
ສອດຄ້ອງກັບການຄາດໝາຍຂອງທ່ານສົມດີ ທີ່ໄດ້ຢືນຢັນວ່າ ເສດຖະກິດຂອງລາວ ຈະຂະ
ຫຍາຍຕົວເພີ້ມຂຶ້ນບໍ່ຕ່ຳກວ່າ 7.5 ເປີເຊັນ ໃນແຜນການປີ 2015-2016 ແຕ່ຄະນະຊ່ຽວ
ຊານຂອງທະນາຄານພັດທະນາເອເຊຍ (ADB) ເຊື່ອວ່າ ເສດຖະກິດໃນລາວຈະຂະຫຍາຍ
ຕົວເພີ້ມຂຶ້ນພຽງ 7.3 ເປີເຊັນ ເທົ່ານັ້ນໃນປີ 2015-2016.

ກ່ອນໜ້ານີ້ ກະຊວງແຜນການແລະການລົງທຶນ ລາຍງານວ່າ ໃນແຜນການປີ 2014-2015
ລັດຖະບານລາວໄດ້ວາງເປົ້າໝາຍການພັດທະນາເສດຖະກິດ ໃຫ້ຂະຫຍາຍຕົວໃນອັດຕາ
ສະເລ່ຍ 7.5 ເປີເຊັນ ແຕ່ວ່າການທີ່ຈະຮັບປະກັນໄດ້ຢ່າງຄັກແນ່ວ່າ ເສດຖະກິດຂອງລາວ
ຈະຂະຫຍາຍຕົວໃນອັດຕາດັ່ງກ່າວໄດ້ ຢ່າງແທ້ຈິງນັ້ນ ກໍຈະຕ້ອງລະດົມການລົງທຶນໃຫ້ໄດ້
ຫຼາຍກວ່າ 39,690 ຕື້ກີຍ ຫຼື 32 ເປີເຊັນ ຂອງ GDP ຕະຫຼອດປີ.

ແຕ່ວ່າລັດຖະບານລາວ ກໍສາມາດປະກອບສ່ວນໄດ້ພຽງ 3,300 ຕື້ກີບ ຫຼືບໍ່ເຖິງ 10 ເປີເຊັນ
ເທົ່ານັ້ນ ສ່ວນທີ່ເຫຼືອກໍຕ້ອງລະດົມຈາກການລົງທຶນຂອງເອກະຊົນລາວ ແລະຕ່າງຊາດ ໃນ
ມູນຄ່າເຖິງ 18,200 ຕື້ກີບ ລວມການຊ່ວຍເຫຼືອຈາກນານາຊາດ ແລະເພີ້ມວົງເງິນສິນເຊື່ອ
ໃນປະເທດອີກເຖິງ 18,190 ຕື້ກີບ.

ທາງດ້ານ ທ່ານຄຳເຜີຍ ບຸດດາວຽງ ເຈົ້າແຂວງໆ ເຊກອງ ໄດ້ໃຫ້ທັດສະນະວ່າ ການພັດທະ
ນາໃນລະຍະທີ່ຜ່ານມາເຮັດໃຫ້ສະພາບຊີວິດການເປັນຢູ່ຂອງປະຊາຊົນລາວ ຢູ່ໃນເຂດຕົວ
ເມືອງກັບເຂດຊົນນະບົດມີຄວາມແຕກໂຕນກັນຫຼາຍຂຶ້ນນັບມື້ ໂດຍຈະເຫັນໄດ້ຈາກເຂດ
ນະຄອນຫຼວງວຽງຈັນ ທີ່ປະຊາຊົນມີລາຍໄດ້ສະເລ່ຍເຖິງ 35 ລ້ານກີບ ຫຼື 4,390 ໂດລາ
ຕໍ່ຄົນ ແຕ່ປະຊາຊົນທີ່ແຂວງເຊກອງ ກັບຍັງມີລາຍໄດ້ສະເລ່ຍ 10 ລ້ານກີບ ຫຼື 1,330
ໂດລາ ຕໍ່ຄົນເທົ່ານັ້ນ.

XS
SM
MD
LG