ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລັດຖະບານລາວ ບໍ່ອະນຸຍາດໃຫ້ມີ ໂຄງການ ນອກແຜນການລົງທຶນພາກລັດ ຢ່າງເດັດຂາດ


ທ່ານທອງລຸນ ສີສຸລິດ ນາຍົກ ລັດຖະມົນຕີ ໄດ້ອອກຄຳສັ່ງ ໂດຍໄດ້ເນັ້ນໜັກວ່າ ຈະບໍ່ອະນຸຍາດໃຫ້ຂະແໜງການໃດນຶ່ງ ປະຕິບັດໂຄງການນອກແຜນ ແລະໂຄງການ ທີ່ເອກະຊົນລົງທຶນ ໃຫ້ກ່ອນຢ່າງເດັດຂາດ
ທ່ານທອງລຸນ ສີສຸລິດ ນາຍົກ ລັດຖະມົນຕີ ໄດ້ອອກຄຳສັ່ງ ໂດຍໄດ້ເນັ້ນໜັກວ່າ ຈະບໍ່ອະນຸຍາດໃຫ້ຂະແໜງການໃດນຶ່ງ ປະຕິບັດໂຄງການນອກແຜນ ແລະໂຄງການ ທີ່ເອກະຊົນລົງທຶນ ໃຫ້ກ່ອນຢ່າງເດັດຂາດ

ລັດຖະບານລາວ ບໍ່ອະນຸຍາດໃຫ້ມີການຈັດຕັ້ງປະຕິບັດ ໂຄງການນອກແຜນການ
ລົງທຶນພາກລັດຢ່າງເດັດຂາດ ໃນສົກປີ 2016-2017 ເພາະທີ່ຜ່ານມາ ເຮັດໃຫ້ລັດ ສູນເສຍງົບປະມານໄປ ຢ່າງຫລວງຫລາຍ.

ກະຊວງແຜນການ ແລະການລົງທຶນ ລາຍງານວ່າ ທ່ານທອງລຸນ ສີສຸລິດ ນາຍົກ ລັດຖະມົນຕີ ໄດ້ອອກຄຳສັ່ງໄປເຖິງບັນດາກະຊວງ ແລະໜ່ວຍງານຕ່າງໆ ຂອງ ລັດຖະບານໃນທົ່ວປະເທດ ເມື່ອບໍ່ນານມານີ້ ໂດຍໄດ້ເນັ້ນໜັກວ່າ ຈະບໍ່ອະນຸຍາດ ໃຫ້ຂະແໜງການ ແລະທ້ອງຖິ່ນໃດນຶ່ງປະຕິບັດໂຄງການນອກແຜນ ແລະໂຄງການ ທີ່ເອກະຊົນລົງທຶນ ໃຫ້ກ່ອນຢ່າງເດັດຂາດ ເນື່ອງຈາກກວດພົບວ່າ ໂຄງການດັ່ງ
ກ່າວນີ້ ເຮັດໃຫ້ລັດຖະບານສູນເສຍງົບປະມານໄປ ຢ່າງຫລວງຫລາຍ ທັງຍັງເປັນ ໂຄງການທີ່ບໍ່ມີປະສິດທິຜົນ ຕໍ່ການພັດທະນາປະເທດຊາດອີກດ້ວຍ ແລະຖ້າຫາກ ຍັງປະກົດວ່າ ມີການລະເມີດຄຳສັ່ງດັ່ງກ່າວນີ້ ໂດຍຂະແໜງການ ແລະທ້ອງຖິ່ນໃດ ກໍຈະຖືກລົງໂທດຕາມກົດໝາຍ ໂດຍບໍ່ມີການຍົກເວັ້ນ ໃນທຸກກໍລະນີ.

ໂຄງການປັບປຸງເສັ້ນທາງ ແຫ່ງນຶ່ງໃນລາວ
ໂຄງການປັບປຸງເສັ້ນທາງ ແຫ່ງນຶ່ງໃນລາວ

ທັງນີ້ ລັດຖະບານລາວຄາດວ່າ ການຈັດຕັ້ງປະຕິບັດແຜນການລົງທຶນພາກລັດ ໃນ
ສົກປີ 2016-2017 ຈະນຳໃຊ້ເງິນທຶນໃນມູນຄ່າລວມເຖິງ 36,366 ຕື້ກີບ ຫຼື ຫຼາຍ
ກວ່າ 4,545 ລ້ານໂດລາ ຊຶ່ງໃນນີ້ ເປັນທຶນພາຍໃນ 5,463 ຕື້ກີບ ທຶນຊ່ອຍເຫຼືອລ້ ແລະກູ້ຢືມ ຈາກຕ່າງປະເທດ 8,629 ຕື້ກີບ ການລົງທຶນຂອງພາກເອກະຊົນພາຍໃນ ແລະຕ່າງປະເທດ 14,474 ຕື້ກີບ ແລະສິນເຊື່ອທະນາຄານ 7,800 ຕື້ກີບ.

ໂດຍເພື່ອຮັບປະກັນວ່າ ການຈັດຕັ້ງປະຕິບັດ ຈະເປັນໄປຕາມແຜນການ ແລະລະບຽບ ກົດໝາຍຢ່າງແທ້ຈິງນັ້ນ ຄຳສັ່ງດັ່ງກ່າວນີ້ ກໍໄດ້ກຳນົດໃຫ້ຂະແໜງແຜນການ ແລະ
ການລົງທຶນ ຂະແໜງການເງິນ ແລະຂະແໜງກວດກາ ໃຫ້ເຂົ້າໄປມີສ່ວນຮ່ວມ ໃນ
ທຸກໂຄງການ ນັບແຕ່ຂັ້ນຕອນການເຈລະຈາ ການຮ່າງສັນຍາຮັບເໝົາ ການຈັດຊື້- ຈັດຈ້າງ ແລະການປະມູນໂຄງການ ເພື່ອໃຫ້ສາມາດກວດກາຄວາມໂປ່ງໃສ ທັງໃນ ການຊຳລະ ການລົງທຶນ ແລະການປະເມີນຜົນການປະຕິບັດໂຄງການ ຕາມໜ້າວຽກ ຕົວຈິງໄດ້ ຢ່າງມີປະສິດທິພາບ ແລະສອດຄ້ອງ ກັບແຜນການ-ເປົ້າໝາຍທີ່ວາງໄວ້ ນັ້ນເອງ.

ໂຄງການລົງທຶນພາກລັດ ນັບເປັນບັນຫາທີ່ປະຊາຊົນລາວ ຢາກໃຫ້ມີການແກ້ໄຂ ຢ່າງຮີບດ່ວນທີ່ສຸດ ໃນປັດຈຸບັນ ເພາະເຊື່ອວ່າ ມີການຄໍຣັບຊັນເກີດຂຶ້ນ ຢ່າງກວ້າງ
ຂວາງ ໃນການປະຕິບັດໂຄງການລົງທຶນຂອງລັດຖະບານດັ່ງກ່າວ ອັນເປັນສາເຫດ
ສຳຄັນ ເຮັດໃຫ້ປະຊາຊົນລາວ ຕ້ອງແບກຮັບພາລະໜີ້ສິນເພີ່ມສູງຂຶ້ນນັບມື້ ດັ່ງທີ່ ທ່ານນາງຄຳຈັນ ພົມແສງສະຫວັນ ຮອງປະທານສະກາງແນວລາວສ້າງຊາດ ໄດ້ໃຫ້ ການຢືນຢັນວ່າ:

“ສະເໜີໃຫ້ກວດກາຄືນ ກ່ຽວກັບການພິຈາລະນາ ບັນດາໂຄງການລົງທຶນ ຂອງ ລັດຖະບານຜ່ານມາ ແມ່ນຮັບຮອງຫຼາຍໂຄງການ ເຮັດໃຫ້ງົບປະມານຂອງລັດ ບໍ່ມີຄວາມສາມາດຊຳລະໄດ້ ພາໃຫ້ເກີດໜີ້ສິນຄຸມເຄືອ ປະເທດຊາດ ກໍຄືປະຊາ
ຊົນບັນດາເຜົ່າຕິດໜີ້ຕິດສິນ ອັນມະຫາສານ ພາໃຫ້ເສດຖະກິດ ຂອງລາວເຮົາ ຢູ່ໃນສະພາບບອບບາງ.”

ທາງດ້ານທ່ານໄຊຄຳ ອຸ່ນມີໄຊ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫລວງ
ແຫ່ງຊາດ ໃຫ້ການຢືນຢັນວ່າ ໃນປີ 2011-2015 ອົງການກວດກາລັດຖະບານ ໄດ້ດຳເນີນການກວດສອບ 734 ເປົ້າໝາຍ ທີ່ເປັນໜ່ວຍງານຂອງລັດຖະບານ ໃນທົ່ວປະເທດ ແລະໄດ້ກວດພົບການທຸຈະລິດຄໍຣັບຊັນ ຂອງບັນດາພະນັກງານ ລັດຖະບານຢ່າງກວ້າງຂວ້າງ ເຮັດໃຫ້ລັດຖະບານລາວຕ້ອງສູນເສຍງົບປະມານໄປ ຄິດເປັນມູນຄ່າລວມຫຼາຍກວ່າ 4,000 ຕື້ກີບ ຫຼືເກີນກວ່າ 500 ລ້ານໂດລາ.

ໂດຍຈາກການສູນເສຍດັ່ງກ່າວ ອົງການກວດກາລັດຖະລານ ກໍໄດ້ລົງໂທດທາງວິໄນ ຕໍ່ພະນັກງານລັດ ທີ່ກ່ຽວຂ້ອງໃນການທຸຈະລິດຄໍຣັບຊັນ ຈຳນວນ 165 ຄົນ ໃນຂະນະ
ທີ່ສານປະຊາຊົນ ກໍໄດ້ຕັດສິນລົງໂທດຈຳຄຸກພະນັກງານລັດອີກ 38 ຄົນ ທີ່ມີພະຍານ ຫລັກຖານຢ່າງຊັດເຈນວ່າ ກ່ຽວຂ້ອງໂດຍກົງໃນການທຸຈະລິດຄໍຣັບຊັນ ທັງຍັງໄດ້ກວດ ສອບເຫັນການຊຳລະໜີ້ສິນ ການລົງທຶນນອກແຜນ 827.05 ຕື້ກີບ ແລະການໃຊ້ຈ່າຍ ເງິນນອກແຜນ ເພື່ອທົດແທນບັນຊີເງິນຝາກ ຂອງອົງການບໍລິຫານທາງວິຊາການ ຂອງລັດ ໃນມູນຄ່າ 149.45 ຕື້ກີບ ແລະລາຍຈ່າຍຫລ່ວງໜ້າ ຢູ່ຄັງເງິນແຫ່ງລັດ ເຖິງ 788.81 ຕື້ກີບອີກດ້ວຍ.

XS
SM
MD
LG