ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລັດຖະບານ ລາວ ອະນຸຍາດໃຫ້ບໍລິສັດ ຈີນ ໃຊ້ທີ່ດິນຕາມເສັ້ນທາງລົດໄຟ ໂດຍບໍ່ຕ້ອງໄດ້ເສຍຄ່າ


ແຜນທີ່ເສັ້ນທາງລາງລົດໄຟ ລາວ - ຈີນ.
ແຜນທີ່ເສັ້ນທາງລາງລົດໄຟ ລາວ - ຈີນ.

ລັດຖະບານ ລາວ ຕົກລົງໃຫ້ສິດທິພິເສດກັບວິສາຫະກິດ ຮ່ວມທຶນ ລາວ - ຈີນ ເພື່ອໃຫ້ນຳ ໃຊ້ ແລະ ສະແຫວງຫາຜົນປະໂຫຍດຈາກທີ່ດິນຕະຫຼອດເສັ້ນທາງລົດໄຟໃນ ລາວ ໂດຍບໍ່ ຕ້ອງເສຍພາສີ ແລະ ຄ່າທຳນຽມໃດໆ.

ທ່ານ ບົວເງິນ ຊາພູວົງ ລັດຖະມົນຕີຊ່ວຍວ່າການກະຊວງຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ໃຫ້ການຢືນຢັນວ່າ ລັດຖະບານ ລາວ ໄດ້ຕົກລົງໃຫ້ສິດທິພິເສດດ້ານ ພາສີອາກອນແກ່ບໍລິສັດເອກະຊົນ ຈີນ ທີ່ຮ່ວມລົງທຶນໃນໂຄງການກໍ່ສ້າງທາງລົດໄຟໃນ ລາວ ເຊື່ອຕໍ່ກັບ ຈີນ ເມື່ອບໍ່ນານມານີ້ ໂດຍສິດທິພິເສດທີ່ບໍລິສັດເອກະຊົນ ຈີນ ໄດ້ຮັບໃນ ຄັ້ງນີ້ກໍຄືການນຳໃຊ້ ແລະ ສະແຫວງຫາຜົນປະໂຫຍດຈາກທີ່ດິນຕະຫຼອດແລວທາງລົດ ໄຟໃນ ລາວ ໂດຍບໍຕ້ອງເສຍພາສີອາກອນ, ຄ່າທຳນຽມ ແລະ ຄ່າສຳປະທານໃຫ້ກັບລັດ ຖະບານ ລາວ ແຕ່ຢ່າງໃດ ດັ່ງທີ່ທ່ານ ບົວເງິນ ໄດ້ໃຫ້ການອະທິບາຍວ່າ

"ຍ້ອນເຫັນໃນຄວາມສຳຄັນ ແລະ ຄວາມຈຳເປັນຂອງໂຄງການດັ່ງກ່າວ ລັດຖະບານ ລາວ ເຫັນຄືອະນຸຍາດໃຫ້ບໍລິສັດຮ່ວມທຶນນຳໃຊ້ດິນທີ່ເປັນຂອງລັດ ໂດຍບໍ່ເສຍຄ່າສຳ ປະທານ ຄືດິນໃນຂອບເຂດແລວທາງ ຮວມທັງຂອບເຂດສະຖານີ ແລະ ຂົວຂ້າມແມ່ ນ້ຳ ດິນໃນຂອບເຂດສະໜາມກໍ່ສ້າງໃນໄລຍະກໍ່ສ້າງ, ດິນໃນຂອບເຂດເຊື່ອມຕໍ່ສິ່ງອຳ ນວຍຄວາມສະດວກ, ສາທາລະນຸປະໂພກເຊັ່ນ ໄຟຟ້າ, ນ້ຳປະປາ, ໂທລະສັບ ແລະ ອື່ນໆ ແລະ ຂອບເຂດເຊື່ອມຕໍ່ກັບລະບົບເສັ້ນທາງຫຼວງແຫ່ງຊາດທີ່ມີຢູ່ໃນປະຈຸບັນ."

ທ່ານ ບົວເງິນ ໃຫ້ການຢືນຢັນດ້ວຍວ່າສິດທິພິເສດທີ່ບໍລິສັດເອກະຊົນ ຈີນ ໄດ້ຮັບຈາກລັດ ຖະບານ ລາວ ຄັ້ງນີ້ຍັງລວມເຖິງການໄດ້ຮັບການຍົກເວັ້ນພາສີອາກອນທຸລະກິດ ແລະ ພາສີມູນຄ່າເພີ່ມໃນຕະຫຼອດໄລຍະຂອງການກໍ່ສ້າງທາງລົດໄຟໃນ ລາວ ອີກດ້ວຍ ແລະ ຫຼັງຈາກການກໍ່ສ້າງທາງລົດໄຟໃນ ລາວ ສຳເລັດສຳບູນແລ້ວນັ້ນ ຈຶ່ງຈະມີການເຈລະຈາ ກັນອີກເທື່ອໃໝ່ເພື່ອກຳນົດມາດຕະການດ້ານພາສີອາກອນ ແລະ ຄ່າທຳນຽມຕ່າງໆທີ່ ເໝາະສົມຕໍ່ໄປ.

ທັງນີ້ໂດຍໂຄງການກໍ່ສ້າງທາງລົດໄຟໃນ ລາວ ເພື່ອເຊື່ອມຕໍ່ກັບ ຈີນ ຈາກດ່ານ ບໍ່ເຕັນ ມາທີ່ນະຄອນຫຼວງວຽງຈັນ ຈະມີການນຳໃຊ້ທີ່ດິນໃນຕະຫຼອດ 2​ ຂ້າງທາງກວ້າງເບື້ອງລະ 50 ແມັດ ຊຶ່ງກໍເຮັດໃຫ້ຈຳເປັນຕ້ອງເວດຄືນທີ່ດິນຂອງປະຊາຊົນໃນຫຼາຍພື້ນທີ່ ຊຶ່ງການ ດຳເນີນງານໃນປະຈຸບັນນີ້ ກໍຢູ່ໃນໄລຍະຂອງການສຳຫຼວດວ່າຈະຕ້ອງມີການເວນຄືນທີ່ ດິນຕອນໃດແນ່ ແລະ ຈະຕ້ອງໃຊ້ງົບປະມານເທົ່າໃດເພື່ອຊົດເຊີຍຄ່າທີ່ດິນໃຫ້ກັບປະຊາ ຊົນ ທີ່ຈະຕ້ອງຖືກເວນຄືນດັ່ງກ່າວ.

ທາງການ ລາວ ແລະ ຈີນ ໄດ້ລົງນາມໃນຂໍ້ຕົກລົງວ່າດ້ວຍການຮ່ວມມືໃນໂຄງການກໍ່ສ້າງ ທາງລົດໄຟ ເມື່ອວັນທີ 13 ພະຈິກ 2015 ຢູ່ທີ່ນະຄອນຫຼວງ ປັກກິ່ງ ແລະ ໄດ້ສ້າງຕັ້ງວິສາ ຫະກິດຮ່ວມທຶນ ລາວ-ຈີນ ຂຶ້ນມາຮັບຜິດຊອບໂຄງການ ໂດຍຄະນະຊີ້ນຳໂຄງການກໍໄດ້ ຄັດເລືອກບໍລິສັດກໍ່ສ້າງທາງລົດໄຟ ຈີນ ເລກ 2 ເປັນຜູ້ຮັບເໝົາກໍ່ສ້າງທາງລົດໄລໄລຍະທີ 6 ທີ່ເຊື່ອມຕໍ່ແຂວງວຽງຈັນ ມາຍັງນະຄອນຫຼວງວຽງຈັນ ທັງໄດ້ຄັດເລືອກເອົາບໍລິສັດ Great Wall Henan ເປັນທີ່ປຶກສາການກໍ່ສ້າງທາງລົດໄຟໄລຍະດັ່ງກ່າວນັບແຕ່ເດືອນ ທັນວາ 2015 ເປັນຕົ້ນມາ.

ທັງນີ້ທາງການ ລາວ ກັບ ຈີນ ໄດ້ຕົກລົງຮ່ວມທຶນກັນໃນສັດສ່ວນ 30 ເປີເຊັນ ຕໍ່ 70 ເປີ ເຊັນ ຂອງການລົງທຶນທີ່ມີມູນຄ່າລວມ 38,700 ລ້ານຢວນ ຫຼື ປະມານ 6 ພັນລ້ານໂດລາ ໂດຍກ່ອນໜ້ານີ້ທະນາຄານເພື່ອການສົ່ງອອກ ແລະ ນຳເຂົ້າຂອງ ຈີນ ກໍໄດ້ຕົກລົງໃຫ້ເງິນ ກູ້ແກ່ລັດຖະບານ ລາວ ໃນມູນຄ່າລວມ 480 ລ້ານໂດລາ ເພື່ອນຳໃຊ້ການຮ່ວມລົງທຶນ ໝາຍຄວາມວ່າລັດຖະບານ ລາວ ຍັງຈະຕ້ອງຈັດຫາເງິນທຶນອີກໃນມູນຄ່າ 1,332 ລ້ານ ໂດລາຈຶ່ງຈະພຽງພໍສຳລັບການຮ່ວມລົງທຶນໃນສັດສ່ວນ 30 ເປີເຊັນດັ່ງກ່າວ ຊຶ່ງເປັນການ ກູ້ຢືມຈາກສະຖາບັນການເງິນໃນປະເທດ ຈີນ ເຊັ່ນດຽວກັນ ສ່ວນທີ່ກູ້ຢືມຈາກ ຈີນ ໃນມູນ ຄ່າ 480 ລ້ານໂດລາດັ່ງກ່າວກໍຈະມີໄລຍະຜ່ອນຊຳລະຄືນໃນ 5 ປີດ້ວຍອັດຕາດອກເບ້ຍ 2.3 ເປີເຊັນຕໍ່ປີ ແລະ ລັດຖະບານ ລາວ ຍັງຈະຕ້ອງຮັບປະກັນໜີ້ເງິນກູ້ດ້ວຍລາຍໄດ້ຈາກ 5 ບໍ່ແຮ່ Potash ທີ່ລົງທຶນໂດຍບໍລິສັດ ຈີນ ໃນ ລາວ ອີກດ້ວຍ.

ໂຄງການກໍ່ສ້າງທາງລົດໄຟເຊື່ອມຕໍ່ ລາວ ກັບ ຈີນ ມີໄລຍະທາງຍາວ 427.2 ກິໂລແມັດ ຈາກດ້ານຊາຍແດນບໍ່ເຕັນ-ບໍ່ຫານ ມາທີ່ນະຄອນຫຼວງວຽງຈັນ ດ້ວຍລາງລົດໄຟຂະໜາດ ກວ້າງ 1.435 ແມັດທີ່ແຍກກັນ ລະຫວ່າງ ຂະບວນໂດຍສານ ແລະ ຂະບວນຂົນສົ່ງສິນ ຄ້າທີ່ມີຄວາມໄວ 160 ແລະ 120 ກິໂລແທັດຕໍ່ຊົ່ວໂມງຕາມລຳດັບ ສ່ວນຂະບວນໂດຍ ສານທີ່ຢູ່ເຂດທົ່ງພຽງຈາກ ວັງວຽງ ມາ ນະຄອນຫຼວງວຽງຈັນນັ້ນ ຈະສາມາດແລ່ນດ້ວຍ ຄວາມໄວເຖິງ 200 ກິໂລແມັດຕໍ່ຊົ່ວໂມງ ແລະ ມີສະຖານີຈຳນວນທັງໝົດ 33 ແຫ່ງໃນຕະ ຫຼອດເສັ້ນທາງ.

XS
SM
MD
LG