ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄອບຄົວທ່ານວັງປາວ ຂໍອຸທອນກ່ຽວກັບ ບ່ອນຝັງສົບ


A girl places a flower on a railway track at the old train station of Thessaloniki during the 70th anniversary of the first deportation of Jews from Thessaloniki to Auschwitz, Thessaloniki, Greece.
A girl places a flower on a railway track at the old train station of Thessaloniki during the 70th anniversary of the first deportation of Jews from Thessaloniki to Auschwitz, Thessaloniki, Greece.

ຄອບຄົວ​ຂອງ​ມື້​ລາງ​ນາຍ​ພົນ​ວັງ​ປາວ​ ທີ່​ຕໍ່ຕ້ານ​ຄອມ​ມີ​ວນິດ​ໃນ​ລາວ​ຫວັງວ່າ​ຈະ​ໄດ້​ຮັບ​ການ​ຕັດສິນໃຈໃນ​ນາທີ​ສຸດ​ທ້າຍ​ໃນ​ວັນ​ພຸດ​ມື້​ນີ້ ທີ່​ຈະ​ອະນຸຍາດ​ໃຫ້ຝັງສົບ​ຂອງ​ນາຍ​ພົນ​ວັງ​ປາວ​ໄດ້ ຢູ່​ປ່າຊ້າ​ແຫ່ງ​ຊາດ ຮ່ວມ​ກັນ​ກັບ​ວິລະ​ບຸລຸດ​ສົງຄາມ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ຂອງ​ອະ​ເມຣິກາ​ຫລາຍໆ​ຄົນ​ນັ້ນ.

ນາງ​ໝ້າຍ​ພ້ອມ​ດ້ວຍ​ລູກເຕົ້າ​ຂອງ​ມື້​ລາງ​ນາຍ​ພົນ​ວັງ​ປາວ​ ໄດ້​ທໍາ​ການ​ອຸ ທອນ​ໃນ​ວັນ​ອັງຄານ​ມວານ​ນີ້​ ເພື່ອ​ໃຫ້​ປະທານາທິບໍດີ​ບາຣັກ ໂອ​ບາມາ​ ຕ່າວ​ປີ້ນການ​ຕັດສິນ​ໃຈ​ຂອງ​ກອງທັບ​ສະ​ລັດ​ ທີ່​ບໍ່ອະນຸຍາດ​ໃຫ້ເອົາສົບ ​ນາຍ​ພົນ​ວັງ​ປາວ ​ໄປ​ຝັງ​ໄວ້​ໃນ​ປ່າຊ້າ​ແຫ່ງ​ຊາດ Arlington ຢູ່ນອກນະ ຄອນຫລວງວໍ​ຊິງ​ຕັນ​ຂອງ​ສະຫະລັດ​ນັ້ນ. ຖ້າ​ບໍ່​ມີການ​ຕ່າວ​ປີ້ນການ​ຕັດ ສິນ​ໃຈດັ່ງກ່າວ​ແລ້ວ ສົບ​ຂອງ​ນາຍ​ພົນ​ວັງ​ປາວ​ກໍ​ຈະຖືກ​ນໍາ​ໄປ​ຝັງ​ໄວ້​ໃນ​ຕອນ​ບ່າຍໆ​ວັນ​ພຸດ​ມື້​ນີ້ ​ທີ່ປ່າຊ້າ​ແຫ່ງ​ນຶ່ງ​ໃນ​ລັດ California ​ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ສະຫະລັດ.

ພວກ​ນັກ​ການ​ເມືອງ​ທີ່​ມີ​ຊື່​ສຽງ​ຂອງ​ສະຫະລັດ​ຫລາຍ​ຄົນ​ສະໜັບສະ​ໜຸນ ຄໍາ​ອຸທອນ​ຂອງ​ນາງ​ໝ້າຍ​ມື້​ລາງ​ນາຍ​ພົນ​ວັງ​ປາວ ທ່ານ​ນາງ May Song Vang ທີ່​ກ່າວ​ໃນ​ວັນອັງຄານ​ວານ​ນີ້​ວ່າ ທ່ານ​ນາງ​ໄດ້​ຮັບ​ຄວາມ​ເຈັບ​ປວດ​ແລະ​ຮູ້ສຶກ​ວ່າ​ຖືກຢຽດ​ຢາມ​ຢ່າງ​ເລິກ​ເຊິ່ງ ​ໂດຍ​ການ​ຕັດສິນ​ໃຈ​ຂອງ​ກອງທັບ​ສະຫະລັດ​ນັ້ນ. ນາຍ​ພົນ​ວັງ​ປາວ​ໄດ້​ນໍາພາ​ພວກ​ນັກ​ຕໍ່ສູ້ ຊາວ​ລາວ​ເຜົ່າ​ມົ້ງ​ໃນ​ສົງຄາມ​ລັບ ​ຕໍ່ຕ້ານ​ພວກ​ກໍາລັງ​ຄອມ​ມິ​ວນິສລາວ​ແລະ​ຫວຽດນາມ​ ໃນ​ລະຫວ່າງ​ສົງຄາມ​ຫວຽດນາມ​ນັ້ນ ​ແລະໄດ້ຊ່ອຍ​ ຊີວິດ​ຂອງຊາວ​ອະ​ເມຣິກັນ​ຫລາຍ​ຮ້ອຍ​ຄົນ​ໄວ້.

ນອກ​ນັ້ນ ທ່ານ​ນາຍ​ພົນ​ວັງ​ປາວ​ຍັງ​ໄດ້​ຊ່ອຍໃຫ້ພວກ​ລາວ​ເຜົ່າ​ມົ້ງທີ່​ອາ ໄສ​ຢູ່​ຕາມ​ພູດ​ອຍ​ໃນ​ລາວຫລາຍ​ພັນ​ຄົນ​ ​ໄດ້ເຂົ້າ​ມາ​ຕັ້ງຖິ່ນ​ຖານ​ຢູ່​ໃນ​ສະຫະລັດ​ເຊ່ນ​ກັນ ​ຫລັງ​ຈາກ​ໄດ້​ອົບ​ພະຍົບ​ໜີ​ອອກ​ມາ​ຈາກ​ລາວ​ໃນ​ປີ 1975. ພວກສະໜັບ​ສະໜຸນ​ທ່ານ​ຫລາຍ​ພັນ​ຄົນ​ ໄດ້​ໄປ​ຢ້ຽມ​ສົບ​ຂອງ​ທ່ານ ​ໃນ​ລະຫວ່າງ​ການ​ທໍາ​ພິທີ​ສົ່ງສະການ​ຢ່າງໃຫຍ່​ໂຕ​ເປັນ​ເວລາ 6 ມື້​ໃນ​ລັດ California ຊຶ່ງ​ໄດ້​ສິ້ນ​ສຸດ​ລົງ​ໃນ​ວັນ​ພຸດ​ມື້​ນີ້.

ການ​ຝັງ​ສົບ​ຢູ່​ປ່າຊ້າ​ Arlington ​ທີ່ເປັນ​ປ່າຊ້າ​ທະຫານ​ທີ່​ມີ​ຊື່ສຽງ​ໂດ່​ງ ດັງ​ທີ່​ສຸດຂອງ​ອະ​ເມ​ຣິ​ການັ້ນ ຕາມ​ທໍາ​ມະ​ດາແລ້ວ​ແມ່ນ​ສະຫງວນ​ໄວ້​ໃຫ້​ແຕ່​ພວກ​ທະຫານຂອງ​ສະຫະລັດ​ເທົ່າ​ນັ້ນ ​ແຕ່​ທ່ານ Biong Xiong ນັກ​ການ​ເມືອງທ້ອງ​ຖິ່ນ​ເຜົ່າ​ມົ້ງ ໃນ​ລັດ California ກ່າວ​ກັບ VOA ວ່າ ພວກ​ປະທານາທິບໍດີ​ຄົນ​ອື່ນໆ​ກໍໄດ້ເຄີຍທໍ​າການ​ຍົກ​ເວ້ນ​ກົດ​ລະບຽບ​ດັ່ງກ່າວ​ນີ້ ເປັນກໍລະນີ​ພິ​ເສດ ​ມາ​ແລ້ວ.

XS
SM
MD
LG