ລິ້ງ ສຳຫລັບເຂົ້າຫາ

ຄວາມແຕກໂຕນ ລະຫວ່າງ ຊົນນະບົດ ກັບຕົວເມືອງ ໃນລາວ ນັບມື້ນັບຫຼາຍຂຶ້ນ

  • ຊົງຣິດ ໂພນເງິນ

ການສຶກສາຂອງເດັກນ້ອຍລາວ ໃນໂຮງຮຽນປະຖົມແຫ່ງນຶ່ງ ໃນເຂດຊົນນະບົດ
ສະມາຊິກສະພາແຫ່ງຊາດລາວ ລະບຸວ່າ ການຂະຫຍາຍຕົວ
ຂອງເສດຖະກິດຢ່າງຕໍ່ເນື່ອງ ເຖິງແມ່ນວ່າຈະເຮັດໃຫ້ລາຍໄດ້
ຂອງຄົນລາວເພີ່ມຂຶ້ນ ແຕ່ກໍເຮັດໃຫ້ຕົວເມືອງກັບຊົນນະບົດ ມີ
ຄວາມແຕກໂຕນກັນຫຼາຍຂຶ້ນນັບມື້.


ສືບເນື່ອງຈາກການທີ່ທ່ານທອງສິງ ທໍາມະວົງ ນາຍົກລັດຖະ
ມົນຕີໄດ້ຖະແຫຼງຢືນຢັນຕໍ່ກອງປະຊຸມສະໄໝສາມັນຄັ້ງທີ 5 ຂອງສະພາແຫ່ງຊາດລາວ
ຊຸດທີ 7 ໃນ ວັນທີ 8 ກໍລະກົດທີ່ຜ່ານມາວ່າ ການປະຕິບັດແຜນການພັດທະນາເສຖະ
ກິດແລະ ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 7 ໃນໄລຍະ 2 ປີເຄິ່ງທີ່ຜ່ານມາ ໄດ້ມີໝາກຜົນທີ່
ພົ້ນເດັ່ນເກີດຂຶ້ນໃນຫຼາຍໆດ້ານ ເຊັ່ນດ້ານເສດຖະກິດໄດ້ເຕີບໂຕຢ່າງຕໍ່ເນື່ອງ ແລະໝັ້ນ
ທ່ຽງ ໂດຍເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ເພີ່ມຂຶ້ນໃນອັດຕາສະເລ່ຍ
ເຖິງ 8.2% ຕໍ່ປີ ທີ່ສາມາດຄິດສະເລ່ຍເປັນລາຍຮັບຂອງປະຊາຊົນໄດ້ ປະມານ 1,500
ໂດລາ ຕໍ່ຄົນໃນປັດຈຸບັນນີ້.

ສ່ວນໃນດ້ານການເງິນນັ້ນ ລັດຖະບານລາວກໍສາມາດເພີ່ມມູນຄ່າຂອງທຶນສໍາຮອງ ເງິນ
ຕາຕ່າງປະເທດໄດ້ທຽບເທົ່າກັບການນໍາເຂົ້າສິນຄ້າຈາກຕ່າງປະເທດເປັນເວລາ 5 ເດືອນ
ແລະລະດົມການລົງທຶນໄດ້ໃນມູນຄ່າລວມເຖິງ 85,147 ຕື້ກີບ ຫຼືເທົ່າ ກັບ 67.05% ຂອງ
ແຜນການ 5 ປີ ທີ່ເລີ່ມລົງມືຈັດຕັ້ງປະຕິບັດ ນັບແຕ່ປີ 2011 ຈົນເຖິງປີ 2015 ນັ້ນ.


ບັນດາຜູ້ນໍາຂັ້ນສູງຂອງລາວ ໃນກອງປະຊຸມຄັ້ງທີ 5 ສະໄໝທີ່ 7 ຂອງສະພາແຫ່ງຊາດ
ບັນດາຜູ້ນໍາຂັ້ນສູງຂອງລາວ ໃນກອງປະຊຸມຄັ້ງທີ 5 ສະໄໝທີ່ 7 ຂອງສະພາແຫ່ງຊາດ

ສໍາລັບໃນດ້ານງົບປະມານນັ້ນ ທ່ານທອງສິງ ກໍໄດ້ເນັ້ນຢໍ້າວ່າ
ລັດຖະບານລາວ ສາມາດສ້າງລາຍຮັບເຂົ້າງົບປະມານໄດ້ໃນ
ມູນຄ່າລວມ 41,832 ຕື້ກີບ ຫຼືເທົ່າກັບ 19.6% ຂອງ GDP
ແຕ່ໃນຂະນະດຽວກັນ ລັດຖະບານລາວກໍໄດ້ໃຊ້ຈ່າຍງົບປະ
ມານໄປໃນມູນຄ່າລວມ ເຖິງ 47,302 ຕື້ກີບ ເທົ່າກັບ 22.2%
ຂອງ GDP ຈຶ່ງເຮັດໃຫ້ລັດຖະບານລາວຂາດດຸນງົບປະມານ
ໃນສັດສ່ວນພຽງແຕ່ 2.6% ຂອງ GDP ເທົ່ານັ້ນ.

ຍິ່ງໄປກວ່ານັ້ນ ດ້ວຍການຈັດຕັ້ງປະຕິບັດແຜນການໃນໄລຍະ
ທີ່ຜ່ານມາດັ່ງກ່າວ ກໍຍັງເຮັດໃຫ້ສາມາດທີ່ຈະຄາດໝາຍໄດ້ວ່າ
ອັດຕາຄວາມທຸກຍາກຂອງປະຊາຊົນລາວນັ້ນຈະຫລຸດລົງມາຢູ່ທີ່ລະດັບ 19% ຂອງຈໍາ
ນວນປະຊາກອນທັງໝົດ ຫຼືວ່າບໍ່ເກີນ 14.8% ຂອງຈໍານວນຄົວເຮືອນທັງໝົດໃນທ້າຍປີ
2013 ນີ້ດ້ວຍນັ້ນ ກໍເຮັດໃຫ້ບັນດາສະມາຊິກສະພາແຫ່ງຊາດລາວຈໍານວນດັ່ງກ່າວ ບໍ່
ໜ້ອຍທີ່ຕັ້ງຂໍ້ສົງໄສວ່າ ສະພາບຕົວຈິງແລ້ວໄດ້ເປັນໄປຕາມການລາຍງານດັ່ງກ່າວຢ່າງ
ແທ້ຈິງຫຼືບໍ່ ທັງນີ້ກໍເນື່ອງຈາກວ່າການພັດທະນາທີ່ເສດຖະກິດຂະຫຍາຍຕົວເພີ່ມຂຶ້ນ
ຢ່າງຕໍ່ເນື່ອງດັ່ງກ່າວນັ້ນ ກໍຍັງເຮັດໃຫ້ລະດັບລາຍໄດ້ ແລະສະພາບຊີວິດການເປັນຢູ່ຂອງ
ປະຊາຊົນລາວຢູ່ໃນເຂດຕົວເມືອງກັບເຂດຊົນນະບົດມີຄວາມແຕກໂຕນກັນຫຼາຍຂຶ້ນນັບມື້
ດ້ວຍເຊັ່ນກັນ ດັ່ງທີ່ທ່ານ ສີວັນ ອຸດທະຈັກ ສະມາຊິກສະພາແຫ່ງຊາດຈາກແຂວງຈໍາປາ
ສັກ ໄດ້ຖະແຫຼງວ່າ:

ຄວາມທຸກຍາກຂອງປະຊາຊົນຢູ່ໃນເຂດຊົນນະບົດຫ່າງໄກສອກຫຼີກ ຖ້າທຽບ
ໃສ່ ຢູ່ຕົວເມືອງແລ້ວ ເຫັນວ່າຍັງມີຄວາມຜິດໂຕນກັນຫຼາຍ ຈາກສະພາບດັ່ງ
ກ່າວນັ້ນ ພວກເຮົາເຫັນວ່າລູກຫຼານຂອງປະຊາຊົນທີ່ທຸກຍາກແມ່ນຂາດການ
ສຶກສາຮໍ່າຮຽນ ໝາຍຄວາມວ່າລູກຫຼານທີ່ຢູ່ໃນໄວອາຍຸໄດ້ຮໍ່າຮຽນກໍໄດ້ ອອກ
ຈາກໂຮງຮຽນ.”


ການດໍາລົງຊີວິດຂອງເດັກນ້ອຍໃນເຂດຊົນນະບົດລາວ
ການດໍາລົງຊີວິດຂອງເດັກນ້ອຍໃນເຂດຊົນນະບົດລາວ

ລັດຖະບານລາວໄດ້ວາງເປົ້າໝາຍທີ່ຈະລົບລ້າງບັນຫາຄວາມ
ຍາກຈົນຂອງປະຊາຊົນບັນດາເຜົ່າໃຫ້ໄດ້ໂດຍພື້ນຖານພາຍໃນ
ປີ 2015 ກໍຄືການລົດບັນຫາຄວາມຍາກຈົນຂອງປະຊາຊົນລາວ
ລົງສູ່ລະດັບບໍ່ເກີນ 10% ຂອງຈໍານວນປະຊາກອນທັງໝົດ ໃນປີ
2015 ດັ່ງກ່າວ ທັງນີ້ກໍເພື່ອໃຫ້ເປັນພື້ນຖານຮອງຮັບເປົ້າໝາຍ
ທີ່ ພັກປະຊາຊົນປະຕິວັດ ແລະລັດຖະບານລາວຈະນໍາພາປະ
ເທດຊາດໄປສູ່ການຫຼຸດພົ້ນຈາກສະພາບດ້ອຍພັດທະນາໃຫ້ໄດ້
ພາຍໃນປີ 2020 ນັ້ນເອງ.

ສໍາລັບການພັດທະນາໃນໄລຍະແຜນການປີ 2011-2012 ທີ່ຜ່ານມາ ລັດຖະບານລາວ
ສາມາດເຮັດໃຫ້ລະດັບຄວາມຍາກຈົນຂອງປະຊາຊົນລາວຫລຸດລົງມາ ຢູ່ໃນອັດຕາສະ
ເລ່ຍ 20.5% ຂອງປະຊາກອນທັງໝົດ ຫຼື 16%​ ຂອງຈໍານວນຄົວເຮືອນທັງໝົດໃນປະເທດ.

ສ່ວນໃນແຜນການປີ 2013-2014 ທີ່ຈະເລີ່ມຈັດຕັ້ງປະຕິບັດນັບແຕ່ເດືອນຕຸລາ 2013 ໄປ
ຈົນເຖິງສິ້ນເດືອນກັນຍາ 2014 ນັ້ນ ລັດຖະບານລາວກໍໄດ້ວາງເປົ້າໝາຍທີ່ຈະຫລຸດບັນ
ຫາຄວາມຍາກຈົນຂອງປະຊາຊົນລາວລົງສູ່ລະດັບບໍ່ເກີນ 17% ຂອງປະຊາກອນທັງໝົດ
ຫຼືບໍ່ເກີນ 12% ຂອງຄົວເຮືອນທັງໝົດໃຫ້ໄດ້.

ຄວາມເຫັນຂອງທ່ານ

ສະແດງຄວາມເຫັນໃຫ້ເບິ່ງ

XS
SM
MD
LG