ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໂຮງງານ ຕັດຫຍິບ ລາວ ຕ້ອງການ ກຳມະກອນ ທີ່ມີຝີມື ຫຼາຍກວ່າ 30,000 ຄົນໃນ 2 ປີຂ້າງໜ້າ


ທ່ານ ຄຳ​ຫຼ້າ ລໍ​ລອນ​ສີ ປະທານ​ ສະຫະ​ພັນ ​ກຳມະບານ ລາວ
ທ່ານ ຄຳ​ຫຼ້າ ລໍ​ລອນ​ສີ ປະທານ​ ສະຫະ​ພັນ ​ກຳມະບານ ລາວ

ບັນດາ​ໂຮງງານ​ອຸດ​ສາ​ຫະກຳ​ ຜະລິດ​ເສື້ອ​ຜ້າສຳ​ເລັດ​ຮູບ​ໃນ ລາວ ​ມີ​ຄວາມ​ຕ້ອງການ​ແຮງ​ງານ​ທີ່​ມີ​ຝີ​ມື​ຫຼາຍ​ກວ່າ 30,000 ຄົນ​ໃນ​ໄລ​ຍ​ະ 2 ປີ​ຕໍ່​ໄປ​ນີ້ ຫາ​ແຕ່​ກໍ​ບໍ່​ສາມາດ​ຕອບ​ສະໜອງ​ໄດ້​ຢ່າງພຽງພໍ.

ທ່ານ​ ສົມ​ພຽນ ​ໄຊ​ຍະ​ເດ​ດ ຮອງ​ປະທານ​ຜູ້​ທີ 1 ຂອງ​ສະມາຄົມ​ອຸດ​ສາ​ຫະກຳ​ຕັດຫຍິບ ລາວ ​ໄດ້​ໃຫ້ການ​ຍອມຮັບ​ວ່າ ສະພາບ​ການ​ຂາດ​ແຄນ​ແຮງ​ງານ​ທີ່​ມີ​ຝີ​ມື​ກຳລັງ​ເປັນ​ບັນຫາ ​ແລະ ອຸປະສັກ​ສຳຄັນ​ຕໍ່ການ​ພັດທະນາ​ອຸດສາຫະກຳ​ການ​ຜະລິດ​ເສື້ອ​ຜ້າ​ສຳ​ເລັດ​ຮູບ​ໃນ ລາວ ​ໂດຍ​ຈະ​ເຫັນ​ໄດ້​ຈາກ​ຈຳນວນ​ໂຮງງານ​ຕັດ​ຫຍິບ​ທີ່​ຫຼຸດ​ຈາກ 110 ​ໂຮງງານ​ໃນ​ເດືອນ​ກຸມພາ 2015 ລົງ​ມາ​ເປັນ 99 ​ໂຮ​ງງານໃນ​ປະຈຸ​ບັນ.

ທັງ​ນີ້​ໂດຍ​ຄາດໝາຍ​ວ່າ​ບັນດາ​ໂຮງງານ​ຕັດຫຍິບ​ໃນ ລາວ ມີ​ຄວາມ​ຕ້ອງການ​ແຮງ​ງານ​ທີ່​ມີ​ຝີ​ມື​ຫຼາຍ​ກວ່າ 60,000 ຄົນໃນ​ໄລຍະ​ນີ້​ຈົນ​ເຖິງ​ປີ 2017 ​ແຕ່​ໃນ​ຄວາມ​ເປັນ​ຈິງ​ກໍ​ປະກົດ​ວ່າ ຢູ່​ໃນ ລາວ ມີແຮງ​ງານທີ່​ຕອບ​ສະໜອງ​ໄດ້​ພຽງ 31,000 ກວ່າ​ຄົນ​ເທົ່າ​ນັ້ນ ​ເຊິ່ງດ້ວຍ​ສະພາບ​ການ​ດັ່ງກ່າວ​ນີ້​ກໍ​ຍັງ​ເຮັດ​ໃຫ້​ມູນ​ຄ່າ​ການ​ສົ່ງ​ອອກ​ຜະລິດ​ຕະພັນ​ເສື້ອ​ຜ້າ​ສຳ​ເລັດ​ຮູບ​ຂອງ ລາວ ຫຼຸດ​ຈາກ​ຫຼາຍ​ກວ່າ 201 ​ລ້ານໂດ​ລາ​ໃນ​ປີ 2013 ລົງ​ມາ​ເປັນ 186 ລ້ານ​ໂດ​ລາ​ໃນ​ປີ 2014 ​ແລະ ຄາດ​ວ່າ​ຈະ​ຫຼຸດ​ລົງ​ອີກ​ໃນ​ປີ 2015 ນີ້​ອີກ​ດ້ວຍ.

ກຳມະກອນ ຕັດຫຍິບກຳລັງຫຍິບຜ້າ ແລະ ຜະລິດຕະພັນອື່ນໆ ທີ່ໂຮງງານຕັດຫຍິບແຫ່ງໜຶ່ງໃນ ນະຄອນຫຼວງ ວຽງຈັນ, ສປປລາວ
ກຳມະກອນ ຕັດຫຍິບກຳລັງຫຍິບຜ້າ ແລະ ຜະລິດຕະພັນອື່ນໆ ທີ່ໂຮງງານຕັດຫຍິບແຫ່ງໜຶ່ງໃນ ນະຄອນຫຼວງ ວຽງຈັນ, ສປປລາວ

ທາງ​ດ້ານ​ທ່ານ ຄຳ​ຫຼ້າ ລໍ​ລອນ​ສີ ປະທານ​ສະຫະ​ພັນກຳມະບານ ລາວ ຍອມຮັບ​ວ່າ​ສາ​ເຫດ​ສຳຄັນ​ທີ່​ເຮັດ​ໃຫ້​ເກີດ​ບັນຫາ​ດັ່ງກ່າວ​ນີ້​ກໍ​ຄື​ການ​ເອົາ​ລັດ​ເອົາ​ປຽບ​ແຮງ​ງານ​ໂດຍ​ບັນ​ດາ​ນາຍ​ຈ້າງ​ທັງ​ທີ່​ເປັນ​ຄົນ​ ລາວ ​ແລະ ຊາວ​ຕ່່າງຊາດ ​ໂດຍ​ເຖິງ​ແມ່ນ​ວ່າ​ສະຫະພັນກຳ ມະບານ ລາວ ຈະ​ໄດ້​ດຳ​ເນີນ​ມາດ​ຕະການ​ກວດກາ​ຢ່າງ​ຕໍ່​ເນື່ອງ​ກໍ​ຕາມ ​ແຕ່​ກໍ​ບໍ່​ສາມາດ​ຮັບປະກັນ​ໄດ້​ຢ່າງ​ທົ່ວ​ເຖິງ ດັ່ງ​ທີ່​ທ່ານ ຄຳ​ຫຼ້າ ​ໄດ້​ຢືນຢັນ​ວ່າ

“ພວກ​ເຮົາ​ກະ​ໄດ້​ກວດ​ຮອດ​ບ່ອນ​ວ່າ ການ​ໃຫ້​ຄ່າ​ແຮງ​ງານ​ກະ​ມີ​ການ​ຫຼຸດ​ໂຕນ​ກັນ​ລະຫວ່າງ​ແຮງ​ງານ ລາວ ກັບ ​ແຮງ​ງານ​ຕ່າງ​ປະ​ເທດ ກໍລະນີ​ມັກ​ເກີດ​ຂຶ້ນ​ນີ້​ກະ​ມີ​ຊ່ອງ​ວ່າງ​ບ່ອນ​ວ່າ​ຫົວໜ່ວຍ​ແຮງ​ງານນີ້​ບໍ່​ມີ​ຂໍ້​ຜູກ​ພັນ​ສັນຍາ​ແຮງ​ງານ ສະ​ນັ້ນ​ຈຶ່ງ​ເຮັດ​ໃຫ້​ຜູ້​ໃຊ້​ແຮງ​ງານ​ນີ້​ມັກ​ຈະ​ໃຊ້​ແຮງ​ງານ ລາວ ​ພວກ​ເຮົາ​ເຮັດ​ຊົ່ວ​ໂມງ​ເພີ່ມ ກະ​ຢາກ​ເອົາ​ລັດ​ເອົາ​ປຽບ​ໜ້ອຍ​ໜຶ່ງ”

ລັດຖະບານ ລາວ ​ໄດ້​ອະນຸມັດ​ໃຫ້​ປັບ​ຂຶ້ນ​ອັດຕາ​ຄ່າ​ຈ້າງ​ຂັ້ນ​ຕ່ຳ​ສຳລັບ​ຜູ້​ອອກແຮ​ງງານ​ໃນ ລາວ ​ແລະ ​ໃຫ້​ມີ​ຜົນ​ບັງ​ຄັບ​ຢ່າງ​ເປັນ​ທາງ​ການ​ນັບ​ແຕ່​ວັນ​ທີ 1 ​ເມສາ 2015 ​ເປັນ​ຕົ້ນ​ມາ ​ເຊິ່ງ​ເຮັກ​ໃຫ້​ອັດຕາ​ຄ່າຈ້າງ​ຂັ້ນ​ຕ່ຳ​ປັບ​ຂຶ້ນ​ຈາກ 626,000 ກີບ ​ເປັນ 900,000 ກີບ​ຕໍ່​ເດືອນ ຫາ​ແຕ່​ອັດຕາ​ຄ່າ​ຈ້າງ​ຂັ້ນ​ຕ່ຳ​ດັ່ງກ່າວ​ນີ້​ ກໍ​ບໍ່​ມີ​ຜົນ​ບັງຄັບ​ໃຊ້​ກັບ​ລູກ​ຈ້າງ​ຂອງ​ພາ​ກສ່ວນ​ທີ່​ເປັນ​ຄູ່​ສັນຍາ​ກັບ​ລັດຖະບານ ລາວ ​ແຕ່​ຢ່າງໃດ.

ສ່ວນ​ຜູ້​ອອກ​ແຮງ​ງານ​ໃນ​ພາກ​ທຸລະ​ກິດ​ພາກ​ບໍລິການ ​ແລະ ​ໂຮງງານ​ຕ່າງໆ​ທີ່​ໄດ້​ຮັບ​ການ​ປັບ​ຂຶ້ນ​ອັດຕາ​ຄ່າ​ຈ້າງ​ຂັ້ນ​ຕ່ຳ​ນັ້ນ​ກໍ​ມີ​ພັນທະ​ທີ່​ຈະ​ຕ້ອງ​ອອກ​ແຮງ​ງານ​ເປັນ​ເວລາ 8 ຊົ່ວໂມ​ງຕໍ່ວັນ ​ແລະ ​ໃນ​ແຕ່ລະ​ເດືອນ​ກໍ​ຈະ​ຕ້ອງ​ອອກ​ແຮງ​ງາ​ນບໍ່ຕ່ຳ​ກວ່າ 26 ວັນ​ຫຼື​ສັບປະ​ດາລ​ະ 6 ວັນ.

​ໂດ​ຍການ​ອະນຸມັດ​ດັ່ງກ່າວ​ນີ້ ​ເພືອ​ໃຫ້​ສອດ​ຄ່ອງ​ກັບ​ສະພາວ​ະຄ່າ​ຄອງ​ຊີບ​ທີ່​ສູງ​ຂຶ້ນ ​ແລະ ເພື່ອ​ດຶງ​ດູດ​ເອົາ​ແຮງ​ງານ ລາວ ທີ່​ເດີນທາງ​ໄປ​ທຳ​ງານ​ຢູ່​ທີ່​ປະ​ເທດ​ເພື່ອນ​ບ້້ານ​ຢ່າງ​ບໍ່​ຖືກຕ້ອງ​ຕາມ​ກົດໝາຍ​ນັ້ນ ​ໃຫ້​ກັບ​ຄືນ​ມາ​ໃນ​ຕະຫຼາດ​ແຮງ​ງານ​ຂອງ ລາວ ຢ່າງ​ພຽງພໍ​ກັບ​ຄວາມ​ຕ້ອງການ​ທີ່​ເພີ່ມ​ຂຶ້ນ​ນັບ​ມື້.

​ແຕ່​ຢ່າງໃດ​ກໍ​ຕາມ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ກົມ​ພັດທະນາ​ຝີ​ມື​ແຮງ​ງານ ​ແລະ ຈັດ​ຫາ​ງານ ກໍ​ຍອມຮັບ​ວ່າ ນັກ​ສຶກສາ​ທີ່​ຈົບ​ການ​ສຶກສາ​ແຕ່​ລະດັບ​ວິຊາ​ຊີບ​ຊັ້ນ​ສູງ​ຂຶ້ນ​ໄປ​ທີ່​ມີ​ເຖິງ 115,523 ຄົນ​ໃນ​ປີ 2014 ຫາ 2015 ກໍ​ມີ​ໂອກາດ​ຕ່ຳ​ຫຼາຍ​ທີ່​ຈະ​ຖືກ​ວ່າ​ຈ້າງ​ຈາກ​ບັນດາ​ບໍລິສັດ​ຕ່າງ​ຊາດ​ທີ່​ລົງທຶນ​ໃນ​ ລາວ ​ເພາະ​ຈາກ​ການ​ເກັບ​ຂໍ້​ມູນ​ກ່ຽວກັບ​ຄວາມ​ເພິ​ງພໍ​ໃຈ​ຂອງ​ບັນດາ​ບໍລິສັດ​ຕ່າງ​ຊາດ​ທີ່​ລົງທຶນ​ໃນ ລາວ ​ນັ້ນ​ພົບ​ວ່າ​ມີ​ພຽງ​ແຕ່ 17,300 ກວ່າ​ຄົນ​ຫຼື 15 ​ເປີ​ເຊັນ ​ເທົ່າ​ນັ້ນ​ຈາກ​ຈຳ​ນວນ​ທັງໝົດ​ທີ່​ມີ​ລະດັບ​ຄວາມ​ຮູ້​ຄວາມ​ສາມາດ​ໄດ້​ມາດຕະຖານ​ຕາມ​ຄວາມ​ຕ້ອງການ​ຂອງ​ບໍລິສັດ​ຕ່າງ​ຊາດ.

​ໂດຍ​ໃນ​ໄລຍະ​ທີ່​ຜ່ານ​ມາ ບໍລິສັດ​ຕ່າງ​ຊາດ​ໃນ ລາວ ​ໄດ້​ນຳ​ເຂົ້າ​ແຮງ​ງານ​ມີຝີ​ມື​ຈາກ​ຕ່າງປະ​ເທດ​ແລ້ວ 40,000 ກວ່າ​ຄົນ ​ແລະ ຍັງ​ຕ້ອງການ​ທີ່​ຈະ​ນຳ​ເຂົ້າ​ມາ​ເພີ່ມ​ຂຶ້ນ​ອີກ 70,000 ກວ່າ​ຄົນ​ຈົນ​ເຖິງ​ທ້າຍ​ປີ 2015 ນີ້.

XS
SM
MD
LG