ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກະສິກອນລາວ ຕ້ອງການເງິນກູ້ດອກເບ້ຍຕໍ່າ ຈາກທະນາຄານຫຼາຍຂຶ້ນ


ຜົນເສຍຫາຍຈາກໄພນໍ້າຖ້ວມ ທີ່ແຂວງຊຽງຂວາງ ໃນໄລຍະ ເດືອນສິງຫາ ແລະກັນຍາ, 2011
ຜົນເສຍຫາຍຈາກໄພນໍ້າຖ້ວມ ທີ່ແຂວງຊຽງຂວາງ ໃນໄລຍະ ເດືອນສິງຫາ ແລະກັນຍາ, 2011

ຊາວກະສິກອນລາວ ທີ່ໄດ້ຮັບຜົນກະທົບຈາກໄພທໍາມະຊາດ ຕ້ອງການຄວາມຊ່ວຍເຫຼືອ ດ້ານເງິນກູ້ດອກເບ້ຍຕໍ່າຈາກທະນາຄານຂອງລັດຖະບານຫຼາຍຂຶ້ນ ເນື່ອງຈາກທີ່ຜ່ານມາ ຕ້ອງເພິ່ງພາເງິນກູ້ນອກລະບົບເປັນຫຼັກ.

ສືບເນື່ອງຈາກການທີ່ລັດຖະບານລາວ ສາມາດຈັດສັນງົບປະມານໃຫ້ສໍາລັບການ
ຟື້ນຟູສະພາບການຕ່າງໆຫຼັງ ຈາກໄພນໍ້າຖ້ວມຄັ້ງໃຫຍ່ໄດ້ພຽງ 100 ຕື້ກີບ ຫຼືບໍ່ເຖິງ
10% ຂອງຄວາມຕ້ອງການໃນຂັ້ນເບື້ອງຕົ້ນເທົ່ານັ້ນ ຈຶ່ງບໍພຽງແຕ່ຈະສົ່ງຜົນກະທົບ ຕໍ່ການຜະລິດໂດຍລວມທາງດ້ານການກະສິກໍາຂອງລາວເທົ່ານັ້ນ ຫາກຍັງໄດ້ສົ່ງຜົນ
ກະທົບຕໍ່ຊີວິດການເປັນຢູ່ຂອງກະຊິກອນລາວຢ່າງກວ້າງຂວາງອີກດ້ວຍ.

ທັງນີ້ ໄພນໍ້າຖ້ວມຄັ້ງໃຫຍ່ທີ່ເກີດຂຶ້ນຈາກພາຍຸໂຊນຮ້ອນໄຫ່ໝາ ແລະພາຍຸນົກເຕັນ ລວມໄປເຖິງປະລິມານນໍ້າຝົນທີ່ຕົກລົງມາຢ່າງຫຼວງຫຼາຍ ໃນໄລຍະທີ່ຜ່ານມານັ້ນ ເຮັດ ໃຫ້ເກີດການເສຍຫາຍໄປແລ້ວ ຄິດເປັນມູນຄ່າລວມຫຼາຍກວ່າ 1,800 ຕື້ກີບຫຼື ປະມານ
225 ລ້ານໂດລາ. ຄວາມເສຍຫາຍດັ່ງກ່າວ ກໍມີທັງທີ່ເກີດຂຶ້ນກັບພື້ນທີ່ກະສິກໍາກວ້າງ
ກວ່າ 64,400 ເຮັກຕາ ໃນຂະນະທີ່ຄອງຊົນລະປະທານ ໃນພື້ນທີ່ 1,790 ໝູ່ບ້ານໃນ
ເຂດ 96 ເມືອງຂອງ 12 ແຂວງຈາກທັງໝົດ 17 ແຂວງໃນທົ່ວປະເທດນັ້ນກໍເສຍຫາຍ
ໄປຢ່າງໜັກ ຊຶ່ງເຮັດໃຫ້ປະຊາຊົນ ຫຼາຍກວ່າ 429,900 ຄົນໄດ້ຮັບຄວາມເດືອດຮ້ອນ
ຢ່າງໜັກໜ່ວງໃນເວລານີ້ ກັບທັງຍັງມີຜູ້ທີ່ເສຍຊີວິດໄປຍ້ອນໄພນໍ້າຖ້ວມ ດັ່ງກ່າວເຖິງ
30 ຄົນອີກດ້ວຍ.

ຊຶ່ງດ້ວຍຄວາມເສຍຫາຍດັ່ງກ່າວ ກໍເຮັດໃຫ້ຕ້ອງການງົບປະມານສໍາລັບການຟຶ້ນຟູ
ສະພາບການ ໃນຂັ້ນເບື້ອງຕົ້ນບໍ່ໜ້ອຍກວ່າ 600 ຕື້ກີບ ໂດຍສະເພາະແມ່ນການສ້ອມ
ແປງຄອງຊົນລະປະທານ ໃຫ້ທັນກັບການປູກເຂົ້ານາແຊງ ແລະພືດໃນຊ່ວງລະດູແລ້ງປີ
ນີ້ ກໍຕ້ອງໃຊ້ງົບປະມານຫຼາຍກວ່າ 170 ຕື້ກີບ ຫາກແຕ່ລັດຖະບານລາວກັບສາມາດ
ຈັດສັນໃຫ້ໄດ້ພຽງແຕ່ 30 ຕື້ກີບເທົ່ານັ້ນ. ດ້ວຍເຫດນີ້ຈຶ່ງເຮັດໃຫ້ລັດຖະບານລາວ ຈະ ຕ້ອງລະດົມການປະກອບສ່ວນຈາກເອກະຊົນ ແລະ ຂໍການຊ່ວຍເຫຼືອຈາກຕ່າງປະເທດ
ເປັນຫຼັກ.

ຊາວນາລາວຜູ້ນຶ່ງທີ່ໃຊ້ລົດໄຖນາເດີນຕາມຄາດນາຂອງຕົນ
ຊາວນາລາວຜູ້ນຶ່ງທີ່ໃຊ້ລົດໄຖນາເດີນຕາມຄາດນາຂອງຕົນ

ຍິ່ງໄປກວ່ານັ້ນ ດ້ວຍຂໍ້ຈໍາກັດ
ທາງດ້ານງົບປະມານຂອງລັດ
ຖະບານລາວດັ່ງກ່າວ ກໍຍັງ
ເຮັດໃຫ້ບັນດາກະສິກອນລາວ
ທີ່ຕ້ອງການຈະຟື້ນຟູການ
ຜະລິດຂອງພວກຕົນນັ້ນ
ຕ້ອງພາກັນຫັນໄປເພິ່ງການ
ຂໍກູ້ຢືມເງິນນອກລະບົບ ທີ່
ມີອັດຕາດອກເບ້ຍສູງຫຼາຍ
ຂຶ້ນນັບມື້ ຊຶ່ງກໍເຮັດໃຫ້ຊາວ
ກະສິກອນ ຕ້ອງແບກຮັບພາ
ລະໜີ້ສິນເພີ່ມຂຶ້ນຈົນບໍ່ສາມາດ
ໃຊ້ໜີ້ຄືນໄດ້ ແລະຕ້ອງກາຍເປັນຄົນລົ້ມລະລາຍໃນທີ່ສຸດ ດັ່ງທີ່ທ່ານ ຫຸມແພງ ສຸດທິວົງ
ສະມາຊິກສະພາແຫ່ງຊາດລາວ ໄດ້ໃຫ້ການອະທິບາຍວ່າ:

ການກູ້ຢືມດັ່ງກ່າວ ມັນເປັນການກູ້ຢືມທີ່ວ່າດ້ວຍອັດຕາດອກເບ້ສູງ ຫຼະແມ່ນ
ວ່າຢືມນີ້
ແມ່ນນຶ່ງລ້ານກີບ ກໍຕ້ອງທົດແທນຄືນນຶ່ງລ້ານຫ້າ ຫາ ໜຶ່ງລ້ານເຈັດ
ຕໍ່ຮອບການຜະລິດນຶ່ງ ອັນນີ້ເງິນທີ່ພວກເຂົາເຈົ້າກູ້ຫັ່ນ ຫຼະແມ່ນອັນທີ່ນຶ່ງແມ່ນ ນໍາໃຊ້ເຂົ້າໃນການຊື້ແນວພັນ, ອັນທີສອງເຂົາເຈົ້າກູ້ຢືມເງິນເພື່ອຊື້ປັດໃຈການ
ຜະລິດເປັນຕົ້ນແມ່ນ
ນໍ້າມັນ ແລ້ວກະອຸປະກອນການຜະລິດ ຢາຂ້າສັດຕູພືດຕ່າງໆ.

ດ້ວຍເຫດດັ່ງກ່າວ ຈຶ່ງເຮັດໃຫ້ກະສິກອນລາວ ຕ້ອງການທີ່ຈະໄດ້ຮັບການຊ່ວຍເຫຼືອດ້ານ
ເງິນກູ້ດອກເບ້ຍຕໍ່າ ຈາກທະນາ ຄານຂອງລັດຖະບານລາວຫຼາຍຂຶ້ນ. ໃນໄລຍະທີ່ຜ່ານມາ ກໍປະກົດວ່າທັງທະນາຄານສົ່ງເສີມກະສິກໍາ ແລະທະນາຄານນະໂຍບາຍຂອງລັດຖະບານລາວ ກໍໄດ້ປ່ອຍເງິນກູ້ໃຫ້ແກ່ກະສິກອນລາວໄປແລ້ວ ຄິດເປັນມູນຄ່າລວມກັນປະມານ 360 ຕື້ກີບ.

ທາງດ້ານທ່ານ ທອງສິງ ທໍາມະວົງ ນາຍົກລັດຖະມົນຕີລາວນັ້ນ ກໍໄດ້ຖະແຫຼງຮຽກຮ້ອງ
ຕໍ່ຄະນະລັດຖະມົນຕີພະນັກງານຂອງລັດຖະບານ ແລະທຸກພາກສ່ວນຂອງເອກະຊົນໃນ
ທົ່ວປະເທດລາວ ເພື່ອຂໍໃຫ້ປະກອບສ່ວນເຂົ້າໃນການຟື້ນຟູສະພາບການພາຍຫຼັງນໍ້າຖ້ວມ
ຄັ້ງນີ້ດ້ວຍ.

ແຕ່ຢ່າງໃດກໍຕາມ ກ່ອນໜ້ານີ້ ກອງປະຊຸມລະດົມທຶນຈາກຫົວໜ່ວຍທຸລະກິດຕ່າງໆ ເພື່ອຕ້ານໄພນໍ້າຖ້ວມໃນລາວກໍໄດ້ສະເໜີລາຍງານວ່າ ໃນໄລຍະທີ່ຜ່ານມາ ທາງການລາວ ສາມາດລະດົມການບໍລິຈາກໄດ້ໃນມູນຄ່າລວມພຽງ 3 ຕື້ກວ່າກີບແລະໄດ້ນໍາເອົາເງິນ ແລະສິ່ງຂອງຈາກການບໍລິຈາກດັ່ງກ່າວ ໄປໃຫ້ການຊ່ວຍເຫຼືອແກ່ບັນດາຜູ້ປະສົບໄພໄດ້ ໃນມູນຄ່າລວມພຽງບໍ່ເຖິງ 1.7 ຕື້ກີບ ເທົ່ານັ້ນ.

XS
SM
MD
LG