ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກະເສດຕະກອນ ລາວ ຜະລິດເຂົ້ານາແຊງ ໄດ້ຕຳ່ກວ່າ ເປົ້າໝາຍທີ່ວາງໄວ້


ຊາວນາກຳລັງດຳນາ ໃນເຂດຊົນນະບົດແຫ່ງໜຶ່ງຂອງ ລາວ.
ຊາວນາກຳລັງດຳນາ ໃນເຂດຊົນນະບົດແຫ່ງໜຶ່ງຂອງ ລາວ.

ກະເສດຕະກອນ ລາວ ຜະລິດເຂົ້ານາແຊງໄດ້ຕຳ່ກວ່າເປົ້າໝາຍທີ່ວາງໄວ້ໃນແຜນການປີ 2015-2016 ນີ້ ແຕ່ກໍຄາດໝາຍວ່າຜົນຜະລິດເຂົ້ານາປີ ຈະເພີ່ມຂຶ້ນຈາກປີທີ່ແລ້ວນີ້ ໃນ ປະລິມານລວມບໍ່ໜ້ອຍກວ່າ 40,000 ໂຕນ.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງກະສິກຳ ແລະ ປ່າໄມ້ ຢືນຢັນວ່າກະເສດຕະກອນລາວ ສາ ມາດ ຜະລິດເຂົ້ານາແຊງໃນລະດູການປີ 2015-2016 ນີ້ໄດ້ໃນປະລິມານລວມ 504,000 ໂຕນເຊິ່ງຄິດເປັນ 88 ເປີເຊັນຂອງແຜນກາໂດຍມີສາເຫດມາຈາກໄພແຫ້ງແລ້ງ ຈຶ່ງເຮັດ ໃຫ້ກະເສດຕະກອນ ລາວ ສາມາດປັກດຳເຂົ້ານາແຊງໄດ້ໃນພື້ນທີ່ລວມ 98,676 ເຮັກຕາ ຫຼື ຄິດເປັນ 90 ເປີເຊັນຂອງແຜນການທີ່ວາງໄວ້ເຖິງ 113,000 ເຮັກຕາໃນທົ່ວປະເທດ ດ້ວຍປະສິດທິພາບການຜະລິດໃນອັດຕາສະເລ່ຍ 5.1 ໂຕນຕໍ່ເຮັກຕາ.

ແຕ່ຢ່າງໃດກໍຕາມ ທາງການ ລາວ ກໍເຊື່ອໝັ້ນວ່າຜົນຜະລິດເຂົ້ານາປີໃນລະດູຝົນນນີ້ ຈະ ເປັນໄປຕາມແຜນການທີ່ວາງໄວ້ ກໍຄືກະເສດຕະກອນ ລາວ ສາມາດປັກດຳເຂົ້ານາປີໄດ້ ໃນພື້ນທີ່ 887,500 ເຮັກຕາ ເພີ່ມຂຶ້ນ 1,580 ເຮັກຕາ ຫຼື ຄິດເປັນ 0.18 ເປີເຊັນ ທຽບກັບ ປີ 2014-2015 ທີ່ຜ່ານມາ ຊຶ່ງຈະເຮັດໃຫ້ຜົນຜະລິດເຂົ້ານາປີໃນລະດູການ 2015-2016 ນີ້ມີປະລິມານລວມ 3,622,100 ໂຕນ ຫຼື ເພີ່ມຂຶ້ນ 40,000 ໂຕນທຽບກັບປີກາຍ ໂດຍໃນ ນີ້ກໍລວມເຖິງຜົນຜະລິດເຂົ້າໄຮ່ໃນປະລິມານລວມ 2 ແສນໂຕນດ້ວຍ.

ທັງນີ້ລັດຖະບານ ລາວ ໄດ້ວາງແຜນຊຸກຍູ້ໃຫ້ 10 ແຂວງເປັນເຂດອູ່ເຂົ້າ-ອູ່ນ້ຳຂອງຊາດ ຄືແຂວງ ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ບໍລິຄຳໄຊ, ວຽງຈັນ, ໄຊຍະ ບູລີ, ຫຼວງນ້ຳທາ, ນະຄອນຫຼວງວຽງຈັນ ແລະ ບໍ່ແກ້ວ ຊ່ຶງປະກົດວ່າໃນປີ 2015 ຜ່ານມາ ກະເສດຕະກອນ ລາວ ໃນ 10 ແຂວງດັ່ງກ່າວນີ້ຜະລິດເຂົ້າໄດ້ລວມກັນຫຼາຍກວ່າ 3.2 ລ້ານໂຕນ ຄິດເປັນ 85 ເປີເຊັນຂອງຜົນຜະລິດເຂົ້າທັງໝົດໃນ ລາວ.

ໂດຍທັງ 10 ແຂວງດັ່ງກ່າວນີ້ມີເນື້ອທີ່ປູກເຂົ້າລວມກັນກວ້າງກວ່າ 786,000 ເຮັກຕາແຕ່ ວ່າໃນນີ້ກໍມີເນື້ອທີ່ພຽງ 315,000 ເຮັກຕາຄິດເປັນ 40 ເປີເຊັນຂອງເນື້ອທີ່ນາທັງໝົດເທົ່າ ນັ້ນ ທີ່ໄດ້ຮັບການສະໜອງນ້ຳຈາກຄອງຊົນລະປະທານ ສ່ວນນອກນັ້ນເປັນການປູກເຂົ້າ ຢູ່ ນອກເຂດຊົນລະປະທານ ຊຶ່ງມີຄວາມສ່ຽງສູງຕໍ່ການປ່ຽນແປງຂອງສະພາບດິນຟ້າອາ ກາດ, ທັງໄພແຫ້ງແລ້ວ ແລະ ນ້ຳຖ້ວມ ຈຶ່ງຖືເປັນປັດໄຈທີ່ຈະສົ່ງຜົນກະທົບຕໍ່ເປົ້າໝາຍ ຂອງການຜະລິດເພື່ອຄ້ຳປະກັນສະບຽງອາຫານໃນ ລາວ ໄດ້ເຊັ່ນກັນ

ສຳລັບໃນໄລຍະແຜນການປີ 2014-2015 ຜ່ານມາ ລັດຖະບານ ລາວ ໄດ້ວາງເປ້າໝາຍ ການຜະລິດເຂົ້າໄວ້ໃນປະລິມານ 4.2 ລ້ານໂຕນໃນເນື້ອທີ່ປູກເຂົ້າທັງໝົດ 1.04 ລ້ານ ເຮັກຕາທົ່ວປະເທດ ແລະ ໃນນີ້ກໍຈະຕ້ອງຂະຫຍາຍພື້ນທີ່ປູກເຂົ້າໃນເຂດ 10 ແຂວງດັ່ງ ກ່າວໃຫ້ເພີ່ມຂຶ້ນຈາກ 6 ແສນເຮັກຕາໃນແຜນການປີ 2013-2014 ໃຫ້ເປັນ 8 ແສນເຮັກ ຕາໃນແຜນການປີ 2014-2015 ຫາກແຕ່ລັດຖະບານ ລາວ ກໍສາມາດຊຸກຍູ້ໃຫ້ກະເສດ ຕະກອນ ລາວ ໃນເຂດ​ 10 ແຂວງດັ່ງກ່າວປູກເຂົ້າໄດ້ໃນເນື້ອທີ່ລວມ 786,000 ກວ່າເຮັກ ຕາ ຫຼື ຄິດເປັນ 98 ເປີເຊັນຂອງແຜນການທີ່ວາງໄວ້ດັ່ງກ່າວ.

ຍິ່ງໄປກວ່ານັ້ນ ການທີ່ ລາວ ຕ້ອງປະເຊີນໜ້າກັບໄພທຳມະຊາດທີ່ໜັກໜ່ວງຫຼາຍຂຶ້ນນັບ ມື້ ກໍເຮັດໃຫ້ເກີດການເສຍຫາຍເພີ່ມຂຶ້ນທຸກປີ ແລະ ໃນລະດູແລ້ງປີນີ້ ກະເສດຕະກອນ ລາວ ໃນທົ່ວປະເທດປູກເຂົ້ານາແຊງໄດ້ໃນເນື້ອທີ່ 90 ເປີເຊັນຂອງແຜນການ ທັງຍັງປະ ກົດວ່າເຂດທີ່ມີການສະໜອງນຳ້ຈາກຄອງຊົນລະປະທານກໍຫຼຸດລົງດ້ວຍນັ້ນ ຈຶ່ງເຮັດໃຫ້ ຜົນຜະລິດເຂົ້ານາແຊງໄດ້ຕຳ່ກວ່າແຜນການທີ່ວາງໄວ້ດັ່ງກ່າວ ດັ່ງເຈົ້າໜ້າທີ່ຂັ້ນສູງໃນ ກະຊວງກະສິກຳ ແລະ ປ່າໄມ້ໄດ້ໃຫ້ການຢືນຢັນວ່າ.

"ຫຼາຍໂຄງການຊົນລະປະທານ ກໍໄດ້ຖືກຖົມໄປໃຊ້ໃນເປົ້າໝາຍອື່ນເຊັ່ນ ໂຄງການຊົນ ລະປະທານທ່າງ່ອນ ຈາກ 1,800 ເນັກຕາໃນເມື່ອກ່ອນ ເຫຼືອແຕ່ 200 ເຮັກຕາໃນປະ ຈຸບັນ ນອກຈາກນັ້ນການລົງທຶນໃສ່ປັດໄຈການຜະລິດກໍບໍ່ສົມສ່ວນ ແລະ ຂາດປະສິດ ທິຜົນ ເປັນຕົ້ນແມ່ນຫຼາຍໂຄງການຊົນລະປະທານທີ່ສ້າງແລ້ວກໍບໍ່ໄດ້ນຳໃຊ້ຫັນເປັນກະ ເສດສຸມ ບາງບ່ອນກໍບໍ່ໄດ້ໃຊ້ຍ້ອນຂາດການປະຕິບັດນະໂຍບາຍທີ່ເໝາະສົມເຊັ່ນ ບໍ່ມີ ແນວພັນພຽງພໍ, ຂາດຝຸ່ນປຸ໋ຍ, ຂາດກົນຈັກ."

ແຕ່ຢ່າງໃດກໍຕາມ ກະຊວງກະສິກຳ ແລະ ປ່າໄມ້ກໍໄດ້ວາງແຜນການທີ່ຈະຂະຫຍາຍລະ ບົບຄອອງຊົນລະປະທານໃຫ້ໄດ້ 18 ໂຄງການໃນຊ່ວງປີ 2016-2012 ແລະ ຈະກໍ່ສ້າງ ລະບົບ ຄອງຊົນລະປະທານໃຫ້ໄດ້ເພີ່ມຂຶ້ນອີກ 17 ໂຄງການໃນຊ່ວງປີ 2021-2025 ຊຶ່ງ ຈະເຮັດ ໃຫ້ສາມາດຕອບສະໜອງນ້ຳໃຫ້ກັບທີ່ນາໄດ້ກວ້າງກວ່າ 5 ແສນເຮັກຕາໃນປີ 2020 ແລະ ເພີ່ມຂຶ້ນເປັນກວ້າງກວ່າ 6 ແສນເຮັກຕາໃນປີ 2025.

XS
SM
MD
LG