ລິ້ງ ສຳຫລັບເຂົ້າຫາ

ຊາວສວນຢາງໃນລາວ ປະເຊີນກັບບັນຫາ ການສູນເສຍທີ່ດິນ ຍ້ອນລາຄາຢາງຕົກຕ່ຳ


ກະເສດຕະກອນລາວ ມີຜົນຜະລິດຢາງພາລາ ຫຼາຍກວ່າ 309,000 ໂຕນ ໃນປີ 2016 ແລະຄາດວ່າ ຈະເພີ້ມຂຶ້ນເກີນກວ່າ 4 ແສນໂຕນ ໃນປີ 2017.

ກະເສດຕະກອນລາວ ມີຜົນຜະລິດຢາງພາລາ ຫຼາຍກວ່າ 309,000 ໂຕນ ໃນປີ
2016 ແລະຄາດວ່າ ຈະເພີ້ມຂຶ້ນເປັນເກີນກວ່າ 4 ແສນໂຕນ ໃນປີ 2017 ແຕ່ຍັງ ປະເຊີນກັບສະພາວະບໍ່ແນ່ນອນ ດ້ານລາຄາ ໃນຕະຫຼາດໂລກ.

ທ່ານລຽນ ທິແກ້ວ ລັດຖະມົນຕີວ່າການ ກະຊວງກະສິກຳ ແລະປ່າໄມ້ ຖະແຫລງ
ຍອມຮັບ ຕໍ່ກອງປະຊຸມສຳມະນາວ່າດ້ວຍ ບັນຫາ ແລະ ກາລະໂອກາດ ຂອງຢາງ
ພາລາໃນລາວ ທີ່ໄດ້ຈັດຂຶ້ນເມື່ອບໍ່ນານມານີ້ ຢູ່ນະຄອນວຽງຈັນວ່າ ບັນຫາທີ່ຜູ້ ປະກອບການ ແລະ ຊາວສວນຢາງໃນລາວ ກຳລັງປະເຊີນຢູ່ໃນປັດຈຸບັນ ກໍແມ່ນ ລາຄາຢາງຕົກຕ່ຳ ແລະຕະຫຼາດຮອງຮັບບໍ່ໝັ້ນທ່ຽງ ຊຶ່ງເຮັດໃຫ້ຊາວສວນຢາງເກີດມີ ແນວຄິດ ຈະຫັນປ່ຽນໄປປູກພືດຊະນິດອື່ນໆ ຫຼາຍຂຶ້ນ.

ສວນຢາງ ແຫ່ງໜຶ່ງ ຢູ່ທີ່ແຂວງຫຼວງນ້ຳທາ ປະເທດລາວ

ສວນຢາງ ແຫ່ງໜຶ່ງ ຢູ່ທີ່ແຂວງຫຼວງນ້ຳທາ ປະເທດລາວ

ໂດຍໃນຕະຫຼອດປີ 2016 ບັນດາຜູ້ປະກອບການ ແລະຊາວສວນຢາງໃນທົ່ວປະເທດ
ລາວ ມີຜົນຜະລິດຢາງພາລາລວມກັນເຖິງ 309,150 ໂຕນ ທີ່ເປັນຜົນຜະລິດ ຈາກເນື້ອ ທີ່ປູກຢາງ 198,000 ເຮັກຕາ ຫາກແຕ່ໃນທົ່ວປະເທດລາວ ໄດ້ປູກຢາງພາລາໄປແລ້ວ ໃນເນື້ອທີ່ທັງໝົດ 282,000 ເຮັກຕາ ຊຶ່ງຈະເຮັດໃຫ້ມີຜົນຜະລິດລວມເກີນກວ່າ
440,000 ໂຕນ ໃນປີ 2017 ເພາະສະນັ້ນ ຖ້າຫາກລາຄາຢາງຍັງຕົກຕ່ຳຕໍ່ໄປ ກໍຍ່ອມ ທີ່ຈະສົ່ງຜົນກະທົບຕໍ່ຊາວສວນຢາງໃນລາວ ຢ່າງໜັກໜ່ວງເພີ້ມຂຶ້ນອີກ ຢ່າງແນ່ນອນ.

ທາງດ້ານ ດຣ ວາສະໜາ ລະອອງປລິວ ນັກວິຊາການ ມະຫາວິທະຍາໄລ ທັມມະສາດ ຂອງໄທ ກໍໄດ້ໃຫ້ການຢືນຢັນກ່ຽວກັບຜົນທີ່ໄດ້ຈາກການເກັບຂໍ້ມູນພາກສະໜາມ ຢູ່ ແຂວງຫລວງນ້ຳທາ ເມື່ອບໍ່ນານມານີ້ ວ່າ ບັນຫາທີ່ຊາວສວນຢາງໃນລາວ ກຳລັງປະ
ເຊີນ ໃນເວລານີ້ ຄືຄວາມລົ້ມແຫລວ ຂອງໂຄງການສົ່ງເສີມການຜະລິດ ແບບກະເສດ ພັນທະສັນຍາ (Contract Farming) ທັງເຮັດໃຫ້ກະເສດຕະກອນລາວ ຕ້ອງສູນເສຍ ທີ່ດິນທຳກິນໃຫ້ນາຍທຶນຫຼາຍຂຶ້ນ ນັບມື້ອີກດ້ວຍ.

ໂຄງການກະເສດພັນທະສັນຍາ (Contract Farming) ທີ່ທາງ ການລາວສະໜັບສະໜຸນ ໃຫ້ບັນດານັກທຸລະກິດຈີນ ເຂົ້າມາລົງທຶນໃນເຂດ ແຂວງຫລວງນ້ຳທາ.

ໂຄງການກະເສດພັນທະສັນຍາ (Contract Farming) ທີ່ທາງ ການລາວສະໜັບສະໜຸນ ໃຫ້ບັນດານັກທຸລະກິດຈີນ ເຂົ້າມາລົງທຶນໃນເຂດ ແຂວງຫລວງນ້ຳທາ.

ທັງນີ້ ໂດຍຄວາມລົ້ມແຫລວດັ່ງກ່າວ ເກີດຂຶ້ນຈາກການຕົກຕ່ຳລົງ ຂອງລາຄາຜົນຜະລິດ ທີ່ກະເສດຕະກອນລາວ ມີພັນທະສັນຍາກັບບັນດານາຍທຶນ ໂດຍທີ່ລັດຖະບານລາວ ກໍບໍ່ສາມາດທີ່ຈະໃຫ້ການຮັບປະກັນລາຄາຜົນຜະລິດ ໃຫ້ກັບກະເສດຕະກອນລາວ ໄດ້ເລີຍ ທັງກໍຍັງບໍ່ສາມາດບັງຄັບໃຫ້ບັນດານາຍທຶນຮັບຊື້ຜົນຜະລິດ ໃນລາຄາທີ່ໄດ້ ຕົກລົງໄວ້ ກັບກະເສດຕະກອນລາວໄດ້ອີກດ້ວຍ.

ເພາະສະນັ້ນ ຜົນກະທົບທີ່ຕິດຕາມມາ ກໍຄືການທີ່ກະເສດຕະກອນລາວ ຕ້ອງປະເຊີນ ກັບບັນຫາຂາດທຶນ ແລະບໍ່ມີເງິນໄປຊຳລະໜີ້ພ້ອມດອກເບ້ຍຄືນ ໃຫ້ບັນດານາຍທຶນ ຈຶ່ງຕ້ອງແກ້ໄຂບັນຫາດ້ວຍການຍິນຍອມ ໃຫ້ບັນດານາຍທຶນຍຶດເອົາທີ່ດິນໄປ ຢ່າງ
ຫຼີກລ້ຽງ ບໍ່ໄດ້ ດັ່ງທີ່ ດຣ ວາສະໜາ ໄດ້ໃຫ້ການອະທິບາຍ ເຖິງສະພາບບັນຫາທີ່ເກີດ
ຂຶ້ນກັບກະເສດຕະກອນລາວ ທີ່ປູກຢາງພາລາ ໃນແຂວງຫລວງນ້ຳທາ ວ່າ:

“ພັນທະສັນຍາ ລະຫວ່າງ ຊາວບ້ານ ກັບທຶນທີ່ເປັນທຶນທ້ອງຖິ່ນ ຄືການເຮັດ ຂໍ້ ຕົກລົງກັນ ເພາະຊາບ້ານນີ້ ຢາກປູກຢາງພາລາ ແຕ່ວ່າ ອາດຈະບໍ່ມີທຶນພຽງພໍ ໃນຂະນະທີ່ທຶນທ້ອງຖິ່ນນີ້ ອາດຈະມີທຶນແຕ່ວ່າ ບໍ່ມີທີ່ດິນ ເພາະສະນັ້ນ ກໍອາດ ຈະຕົກລົງກັນວ່າ ໂອເຄໃຫ້ກ້າຢາງພາລາໄປປູກ ແລ້ວກໍແບ່ງກັນ ທີ່ດິນສ່ວນໜຶ່ງ ເປັນຂອງນາຍທຶນ ຮູບແບບໆນີ້ ມີຂ້ອນຂ້າງຫຼາຍ ແຕ່ວ່າ ປະເດັນສຳຄັນຄື ມັນ ເປັນການສູນເສຍທີ່ດິນທີ່ມີລັກຊະນະຖາວອນ.”

ຍິ່ງໄປກວ່ານັນ ດຣ ວາສະໜາ ຍັງໄດ້ໃຫ້ການຢືນຢັນວ່າ ປະຊາຊົນລາວ ກຳລັງ ປະເຊີນກັບການສູນເສຍທີ່ດິນຂອງພວກເຂົາເຈົ້າ ໃຫ້ກັບນັກທຸລະກິດຈີນເພີ້ມຂຶ້ນ ນັບມື້ດ້ວຍ ໂດຍມີສາເຫດມາຈາກການເຂົ້າຮ່ວມໂຄງການກະເສດພັນທະ ທີ່ທາງ
ການລາວສະໜັບສະໜຸນ ໃຫ້ບັນດານັກທຸລະກິດຈີນ ເຂົ້າມາລົງທຶນໃນເຂດແຂວງ ຫລວງນ້ຳທາ ຫຼາຍຂຶ້ນນັບມື້ນັ້ນເອງ.

ທັງນີ້ ສາເຫດສຳຄັນທີ່ເຮັດໃຫ້ປະຊາຊົນລາວ ຕ້ອງສູນເສຍທີ່ດິນໃຫ້ກັບນັກທຸລະກິດ ຈີນດັ່ງກ່າວ ກໍຍ້ອນວ່າ ພວກເຂົາເຈົ້າຖືກບີບບັງຄັບ ໃຫ້ເຂົ້າຮ່ວມໃນໂຄງການກະເສດ ພັນທະ ເຊັ່ນ ການປູກຢາງພາລາ ໂດຍທີ່ພວກເຂົາເຈົ້າບໍ່ມີເງິນທຶນ ຈຶ່ງຕ້ອງກູ້ຢືມຈາກ ນັກທຸລະກິດຈີນ ແລະໄດ້ພາກັນນຳໃຊ້ທີ່ດິນຄ້ຳປະກັນ ການກູ້ຢືມດັ່ງກ່າວ ຫາກແຕ່ ເມື່ອປະກົດວ່າ ຢາງພາລາ ໃນຕະຫຼາດລາຄາຕົກຕ່ຳລົງຢ່າງຕໍ່ເນື່ອງ ຈຶ່ງເຮັດໃຫ້ ປະຊາຊົນລາວ ບໍ່ມີເງິນຊຳລະໜີ້ ແລະຕ້ອງຖືກຍຶດທີ່ດິນ ໂດຍນາຍທຶນຈີນດັ່ງກ່າວ ນັ້ນເອງ.

ຄວາມເຫັນຂອງທ່ານ

ສະແດງຄວາມເຫັນໃຫ້ເບິ່ງ

XS
SM
MD
LG