ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລາວ ປະເຊີນໜ້າ ກັບການເສຍດຸນ ການຄ້າຕໍ່ ໄທ ຢ່າງຕໍ່ເນື່ອງ


ປະຊາຊົນ ເລາະຊື້ເຄື່ອງ ທີ່ງານວາງສະແດງສິນຄ້າ ລາວ - ໄທ.
ປະຊາຊົນ ເລາະຊື້ເຄື່ອງ ທີ່ງານວາງສະແດງສິນຄ້າ ລາວ - ໄທ.

ລາວ ຍັງຕ້ອງປະເຊີນກັບການຂາດດຸນການຄ້າຕ່າງປະເທດຢ່າງຕໍ່ເນື່ອງ ໂດຍສະເພາະ ແມ່ນການຂາດດຸນການຄ້າຕໍ່ ໄທ ໃນຂະນະທີ່ລັດຖະບານ ລາວ ຈະຄວບຄຸມການຂາດ ດຸນໃຫ້ ໄດ້ບໍ່ເກີດ 2 ຕືໂດລາໃນປີ 2016 ນີ້.

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການກະຊວງການເງິນ ຖະແຫຼງຢືນຢັນວ່າ ລັດຖະບານ ລາວ ໄດ້ວາງຄາດໝາຍການຄ້າຕ່າງປະເທດໃນແຜນ ການປີ 2015-2016 ນີ້ໄວ້ໃນມູນຄ່າລວມເກີນກວ່າ 9,000 ລ້ານໂດລາ ສະຫະລັດ ໃນນີ້ ເປັນການສົ່ງສິນຄ້າອອກ 3,500 ກວ່າລ້ານ ແລະ ນຳເຂົ້າສິນຄ້າຈາກຕ່າງປະເທດ 5,500 ກວ່າລ້ານໂດລາ ຊຶ່ງຈະເຮັດໃຫ້ ລາວ ຂາດດຸນການຄ້າຕ່າງປະເທດ ຄິດເປັນມູນຄ່າລວມ ບໍ່ເກີນ 2,000 ລ້ານໂດລາ ໃນຕະຫຼອດແຜນການທີ່ຈະສິ້ນສຸດລົງໃນທ້າຍເດືອນກັນຍາ 2016 ນີ້.

ທັງນີ້ໂດຍ ລາວ ປະເຊີນກັບການຂາດດຸນການຄ້າຕໍ່ ໄທ ຫຼາຍທີ່ສຸດຊຶ່ງຈາກລາຍງານ ຂອງກະຊວງການຄ້າຂອງ ໄທ ລະບຸວ່າ ໃນຊ່ວງເດືອນມັງກອນ ຫາ ພຶດສະພາ 2016 ນີ້ ການຄ້າ ລະຫວ່າງ ລາວ ແລະ ໄທ ມີມູນຄ່າລວມ 2,410 ກວ່າລ້ານໂດລາເພີ່ມຂຶ້ນຈາກ ໄລຍະດຽວກັນໃນປີ 2015 ຄິດເປັນອັດຕາສະເລ່ຍ 11.74 ເປີເຊັນ ໃນນີ້ເປັນການສົ່ງສິນ ຄ້າ ໄທ ມາ ລາວ 1,721 ກວ່າລ້ານໂດລາ ເພີ່ມຂຶ້ນ 5.74 ເປີເຊັນ ແລະ ໄທ ນຳເຂົ້າສິນຄ້າ ຈາກ ລາວ 689 ກວ່າລ້ານໂດລາ ໂດຍເພີ່ມຂຶ້ນເຖິງ 30.19 ເປີເຊັນ ທຽບກັບໄລຍະດຽວ ກັນໃນປີ 2015 ຫາກແຕ່ ລາວ ຍັງເປັນຝ່າຍເສຍປຽບດຸນການຄ້າຕໍ່ ໄທ ຫຼາຍກວ່າ 1,032 ລ້ານໂດລາ ໃນໄລຍະດັ່ງກ່າວ ຊຶ່ງກໍເຮັດໃຫ້ທາງການ ໄທ ຄາດໝາຍວ່າຈະໄດ້ປຽບດຸນ ການຄ້າຕໍ່ ລາວ ເກີນກວ່າ 3,000 ລ້ານໂດລາ ໃນຕະຫຼອດປີ 2016 ນີ້.

ຍິ່ງໄປກວ່ານັ້ນທາງການ ໄທ ຍັງຄາດວ່າຈະໄດ້ປຽບດຸນການຄ້າເພີ່ມຂຶ້ນເປັນ 5,000 ລ້ານໂດລາໃນປີ 2017 ທີ່ຄາດໝາຍວ່າ ການຄ້າ ລະຫວ່າງ ລາວ ແລະ ໄທ ຈະມີມູນ ຄ່າລວມ 8,000 ລ້ານໂດລາ ໂດຍໃນນີ້ເປັນການສົ່ງສິນຄ້າ ໄທ ມາ ລາວ 6,500 ລ້ານ ແລະ ໄທ ນຳເຂົ້າສິນຄ້າ ລາວ 1,500 ລ້ານໂດລາຕາມລຳດັບ.

ທາງດ້ານທ່ານ ທະນະກອນ ວິຣະຊາດຕິຍານຸກູນ ກຳມະການຫໍການຄ້າຈັງຫວັດ ອຸດອນ ທານີ ກໍໄດ້ສະແດງຄວາມໝັ້ນໃຈວ່າການຄ້າ ລະຫວ່າງ ລາວ ແລະ ໄທ ກໍຍັງຈະມີມູນຄ່າ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ໄທ ກໍຍັງຈະເປັນຝ່າຍທີ່ໄດ້ປຽບດຸນການຄ້າຕໍ່ໄປ ເນື່ອງຈາກ ວ່າ ປະຊາຊົນ ລາວ ຍັງຄົງພາກັນເດີນທາງມາຊື້ສິນຄ້າ ແລະ ຊົມໃຊ້ບໍລິການຕ່າງໆໃນ ໄທ ເພີ່ມຂື້ນນັບມື້ ດັ່ງທີ່ທ່ານໄດ້ໃຫ້ການອະທິບາຍເຖິງສະພາບການທີ່ເກີດຂຶ້ນໃນຈັງ ຫວັດ ອຸດອນທານີ ວ່າ.

"ຄົນ ລາວ ທີ່ມາ ອຸດອນ ນີ້ເຂົ້າກໍຈະມາໃຊ້ Facilities ຂອງທີ່ ອຸດອນ ຢ່າງເຊັ່ນເລື່ອງ ທີ 1 ຄືເລື່ອງຂອງການບໍລິການສຸຂະພາບ ດ້ວຍເຫດທີ່ ອຸດອນ ນີ້ກໍຈະມີໂຮງພະຍາ ບານທີ່ມີ ມາດຕະຖານທີ່ຄົນ ລາວ ໃຫ້ຄວາມນິຍົມມາໃຊ້ບໍລິການເລື່ອງສຸຂະພາບ, ເລື່ອງທີ 2 ຄື ເລື່ອງຂອການໃຊ້ ອຸດອນ ເປັນ Hub ໃນການເຊື່ອມຕໍ່ໄປທີ່ ກຸງເທບ ເພາະ ອຸດອນ ມີຖ້ຽວ ບິນຕໍ່ວັນຫຼາຍກວ່າ 15 ຖ້ຽວບິນ ແລ້ວກໍຄົນ ລາວ ບາງສ່ວນ ວັນນີ້ ຢູ່ທີ່ ຢູໂຣບ ກໍຈະເດີນທາງຈາກ ອຸດອນ ໄປ ສຸວັນນະພູມ ແລ້ວກໍເຊື່ອມຕໍ່ໄປທີ່ ຢູໂຣບ."

ທາງການ ລາວ ແລະ ໄທ ໄດ້ຕົກລົງທີ່ຈະເພີ່ມມູນຄ່າການຄ້າ ລະຫວ່າງ ກັນໃຫ້ເຖິງ 8,000 ລ້ານໂດລາໃນປີ 2017 ໃນກອງປະຊຸມຮ່ວມ ລະຫວ່າງ ກະຊວງອຸດສາຫະກຳ ແລະ ການຄ້າຂອງ ລາວ ກັບ ກະຊວງການຄ້າຂອງ ໄທ ຄັ້ງທີ 6 ທີ່ ບາງກອກ ເມື່ອບໍ່ນານ ມານີ້ ໂດຍຖືເປັນມູນຄ່າການຄ້າທີ່ເພີ່ມຂຶ້ນເຖິງ 150 ເປີເຊັນ ຈາກປີ 2014 ທີ່ ລາວ ແລະ ໄທ ມີມູນຄ່າການຄ້າ ລະຫວ່າງ ກັນ 5,443 ລ້ານໂດລາ ຊຶ່ງແບ່ງເປັນການນຳເຂົ້າສິນຄ້າ ໄທ ໂດຍ ລາວ ໃນມູນຄ່າ 4,032 ກວ່າລ້ານໂດລາ ແລະ ລາວ ສົ່ງສິນຄ້າໄປ ໄທ ໃນມູນ ຄ່າ 1,410.56 ລ້ານໂດລາ ຊຶ່ງເຮັດໃຫ້ ລາວ ເປັນຝ່າຍເສຍປຽບດຸນການຄ້າຕໍ່ ໄທ ໃນມູນ ຄ່າລວມເຖິງ 2,621.99 ລ້ານໂດລາ.

ກ່ອນໜ້ານີ້ ກະຊວງການຄ້າຂອງ ໄທ ລາຍງານວ່າການຄ້າ ລະຫວ່າງ ໄທ ແລະ ລາວ ໃນ ປີ 2015 ຜ່ານມາມີມູນຄ່າລວມ 5,520 ກວ່າລ້ານໂດລາ ໂດຍ ລາວ ໄດ້ສົ່ງສິນຄ້າອອກ ໄປ ໄທ ໃນມູນຄ່າ 1,436 ກວ່າລ້ານໂດລາ ແລະ ລາວ ນຳເຂົ້າສິນຄ້າຈາກ ໄທ ໃນມູນຄ່າ 4,083 ກວ່າລ້ານໂດລາ ຊຶ່ງເຮັດໃຫ້ ລາວ ຂາດດຸນການຄ້າຕໍ່ ໄທ ໃນມູນຄ່າລວມ ເຖິງ 2,647 ກວ່າລ້ານໂດລາໃນຕະຫຼອດປີ 2015 ດັ່ງກ່າວ.

XS
SM
MD
LG