ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລາວໄດ້ປຽບ ດຸນການຄ້າ ຕ່າງປະເທດ ເກີນກວ່າ 308 ລ້ານໂດລາ ໃນປີ 2016


ລົດບັນທຸກສິນຄ້າ ເຂົ້າມາຈຸດເກັບເງິນ ຄ່າລົດຜ່ານ ດ່ານຂົວມິດຕະພາບ ຂອງລາວ
ລົດບັນທຸກສິນຄ້າ ເຂົ້າມາຈຸດເກັບເງິນ ຄ່າລົດຜ່ານ ດ່ານຂົວມິດຕະພາບ ຂອງລາວ

ລາວໄດ້ປຽບດຸນການຄ້າຕ່າງປະເທດເກີນກວ່າ 308 ລ້ານໂດລາ ໃນປີ 2016 ໂດຍເປັນຜົນຈາກການສົ່ງອອກພະລັງງານໄຟຟ້າເພີ່ມຂຶ້ນ ແລະການນຳເຂົ້າ
ສິນຄ້າຈາກຕ່າງປະເທດ ທີ່ຕ່ຳກວ່າແຜນການທີ່ວາງໄວ້.

ທ່ານສຸພັນ ແກ້ວມີໄຊ ລັດຖະມົນຕີວ່າການກະຊວງແຜນການ ແລະການລົງທຶນ
ຖະແຫລງຢືນຢັນວ່າ ໃນປີ 2016 ການຄ້າຕ່າງປະເທດຂອງລາວ ມີມູນຄ່າລວມ
ທັງໝົດ 8,739.1 ລ້ານໂດລາ ໃນນີ້ແບ່ງເປັນການສົ່ງສິນຄ້າອອກໄປຕ່າງປະເທດ
ໃນມູນຄ່າ 4,523.9 ລ້ານໂດລາ ຊຶ່ງເກີນກວ່າແຜນການທີ່ວາງໄວ້ 22.2 ເປີເຊັນ
ສ່ວນການນຳເຂົ້າສິນຄ້າຕ່າງປະເທດມີມູນຄ່າລວມ 4,215.2 ລ້ານໂດລາ ອັນເປັນ
ຜົນເຮັດໃຫ້ລາວເປັນຝ່າຍທີ່ໄດ້ປຽບດຸນການຄ້າຕ່າງປະເທດ ໃນມູນຄ່າລວມເກີນ
ກວ່າ 308 ລ້ານໂດລາ.

ໂຄງສ້າງຕາໜ່າງສາຍສົ່ງກະແສໄຟຟ້າ ໄປປະເທດເພື່ອນບ້ານ
ໂຄງສ້າງຕາໜ່າງສາຍສົ່ງກະແສໄຟຟ້າ ໄປປະເທດເພື່ອນບ້ານ

ທັງນີ້ ໂດຍມີສາເຫດມາຈາກການສົ່ງອອກພະລັງງານໄຟຟ້າເພີ່ມຂຶ້ນ ແລະການນຳ
ເຂົ້າສິນຄ້າຈາກຕ່າງປະເທດທີ່ແຜນການທີ່ວາງໄວ້ດັ່ງທີ່ທ່ານສຸພັນ ໄດ້ໃຫ້ການ
ຢືນຢັນວ່າ:

“ມູນຄ້າການສົ່ງອອກ ບັນລຸໄດ້ 4,523.9 ລ້ານໂດລາ ເກີນແຜນການທີ່
ໄດ້ຮັບຮອງ 22.2 ເປີເຊັນ ມູນຄ່າການນຳເຂົ້າບັນລຸໄດ້ປະມານ 4,215.2
ລ້ານໂດລາ ເທົ່າກັບ 80 ເປີເຊັນ ຂອງແຜນການ ການເກີນດຸນການຄ້າ
308.6 ລ້ານໂດລາ ເນື່ອງຈາກວ່າ ການສົ່ງອອກໄຟຟ້າແລະອຸດສາຫະກຳ
ປຸງແຕ່ງໄດ້ເຕີບໂຕຂຶ້ນ ສ່ວນວ່າ ການນຳເຂົ້າປະເພດລົດຈັກ ອຸປະກອນ
ມູນຄ່າທີ່ໃຫຍ່ ນັບທັງນ້ຳມັນ ໃນການຮັບໃຊ້ໂຄງການຕ່າງໆ ໄດ້ສິ້ນສຸດ
ມູນຄ່າການນຳເຂົ້າຈຶ່ງຫລຸດລົງ.”

ພວກລົດບັນທຸກສິນຄ້າ ຈຳນວນນຶ່ງ ກຳລັງຈະຜ່ານດ່ານເຂດຊາຍແດນ
ພວກລົດບັນທຸກສິນຄ້າ ຈຳນວນນຶ່ງ ກຳລັງຈະຜ່ານດ່ານເຂດຊາຍແດນ

ສຳລັບໃນປີ 2017 ນີ້ ລັດຖະບານລາວ ໄດ້ວາງແຜນການທີ່ຈະຈຳກັດ ການຂາດ
ດຸນການຄ້າຕ່າງປະເທດໃຫ້ຢູ່ທີ່ມູນຄ່າລວມ 23 ລ້ານໂດລາ ດ້ວຍການຄວບຄຸມ
ການນຳເຂົ້າສິນຄ້າຈາກຕ່າງປະເທດໃຫ້ຢູ່ທີ່ລະດັບ 4,482 ລ້ານໂດລ້າ ແລະສົ່ງ
ເສີມການສົ່ງສິນຄ້າອອກໄປຕ່າງປະເທດໃຫ້ໄດ້ 4,459 ລ້ານ ທັງຍັງຈະຊຸກຍູ້ການ
ຜະລິດ ສິນຄ້າໃນພາກອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳໃຫ້ໄດ້ເຖິງ 6,927
ຕື້ກີບ ຫຼື ເກີນກວ່າ 865 ລ້ານໂດລາ ໃນຕະຫຼອດປີ 2017 ນີ້ອີກດ້ວຍ.

ທັງນີ້ ໂດຍມາດຕະການນຶ່ງທີ່ລັດຖະບານລາວ ໄດ້ຈັດຕັ້ງປະຕິບັດເພື່ອຄວບຄຸມ
ການນຳເຂົ້າສິນຄ້າຈາກຕ່າງປະເທດ ກໍຄືການຈັັດເກັບອາກອນມູນຄ່າເພີ່ມ
ໃນອັນຕາ 10 ເປີເຊັນ ຈາກຄົນລາວ ແລະຊາວຕ່າງຊາດທີ່ໄດ້ຊື້ເຄື່ອງຕິດຕົວ
ຈາກຕ່າງປະເທດເຂົ້າມາໃນລາວ ທີ່ມີລາຄາເກີນ 4 ແສນກີບ ຫຼື 50 ໂດລາ ຕາມ
ຂໍ້ກຳນົດຂອງລັດຖະມົນຕີວ່າການ ກະຊວງການເງິນ ນັບແຕ່ເດືອນພະຈິກ 2016
ເປັນຕົ້ນມາ ໂດຍໄດ້ເລີ່ມຈັດຕັ້ງປະຕິບັດ ຢູ່ສະເພາະດ່ານຂົວມິດຕະພາບ ລາວ-
ໄທ ແຫ່ງທີ 1 ຊຶ່ງກໍໄດ້ຈັດເກັບອາກອນມູນຄ່າເພີ່ມຈາກຄົນລາວ ແລະຊາວຕ່າງ
ຊາດທີ່ເດີນທາງເຂົ້າ-ອອກລາວດ້ວຍລົດສ່ວນຕົວເປັນສຳຄັນ.

ສ່ວນມາດຕະການສົ່ງເສີມການສົ່ງສິນຄ້າອອກໄປຕ່າງປະເທດ ແລະຊຸກຍູ້ການ
ຜະລິດສິນຄ້າໃນພາກອຸດສາຫະກຳປຸງແຕ່ງ ແລະຫັດຖະກຳນັ້ນ ກໍໄດ້ມີການດຳ
ເນີນມາດຕະການລົດຕົ້ນທຶນການຜະລິດໃຫ້ຕ່ຳລົງເພື່ອໃຫ້ສາມາດແຂ່ງຂັນທາງ
ດ້ານລາຄາສິນຄ້າໃນຕະຫຼາດໂລກໃຫ້ໄດ້ ດັ່ງທີ່ ທ່ານນາງເຂັມມະນີ ພົນເສນາ
ລັດຖະມົນຕີວ່າການ ກະຊວງອຸດສາຫະກຳ ແລະການຄ້າ ໄດ້ໃຫ້ການຢືນຢັນວ່າ:

“ຄັນແມ່ນວ່າ ພວກເຮົາຫັ້ນກຳນົດຕົ້ນທຶນຂອງພວກເຮົານີ້ ເຮົາໄລ່ຂຶ້ນນີ້
ແນ່ນອນເຮົາໄປຂາຍແຂ່ງກັບໝູ່ມັນກະມີຄວາມຫຍຸ້ງຍາກ ສະນັ້ນແລ້ວ
ກໍຕ້ອງໄດ້ເບິ່ງກັນວ່າ ໃນການດຳເນີນການຄ້າສິນຄ້າ ຫຼືວ່າການປູກສິນ
ຄ້າກະສິກຳ ຫຼືວ່າປຸງແຕ່ງກະສິກຳນີ້ ພວກເຮົາຕ້ອງໄດ້ເບິ່ງວ່າ ການປະ
ສານງານ ພວກເຮົາຈະຊ່ວຍກັນແນວໃດ ໃນຢູ່ບ່ອນວ່າ ສິນຳໃຊ້ ວິທະ
ຍາສາດ-ເທັກໂນໂລຈີ ເພື່ອຫລຸດຜ່ອນຕົ້ນທຶນຊ່ວຍກັນ ອັນນີ້ແມ່ນ
ເລື່ອງຂອງອົງການວິທະຍາສາດ ແລະເທັກໂນໂລຈີ.”

ແຕ່ຢ່າງໃດກໍຕາມ ທາງການລາວກັບໄທ ກໍໄດ້ຕົກລົງວ່າ ຈະເພີ່ມມູນຄ່າການຄ້າ
ລະຫວ່າງກັນໃຫ້ເຖິງ 8,000 ລ້ານໂດລາ ໃນປີ 2017 ໃນກອງປະຊຸມຮ່ວມ ລະ
ຫວ່າງ ກະຊວງອຸດສາຫະກຳ ແລະການຄ້າ ຂອງລາວ ກັບ ກະຊວງການຄ້າ
ຂອງໄທ ຄັ້ງທີ 6 ທີ່ບາງກອກ ເມື່ອທ້າຍປີ 2016 ຊຶ່ງກໍຖືເປັນມູນຄ່າການຄ້າທີ່
ເພີ່ມຂຶ້ນເຖິງ 150 ເປີເຊັນ ຈາກປີ 2014 ໂດຍຄາດວ່າ ໄທຈະເປັນຝ່າຍໄດ້
ປຽບດຸນການຄ້າຕໍ່ລາວໃນມູນຄ່າລວມເກີນກວ່າ 2,620 ລ້ານໂດລາ.

XS
SM
MD
LG