ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວນາລາວ ສາມາດສົ່ງເຂົ້າ ໄປຂາຍທີ່ຕ່າງ ປະເທດ ໄດ້ພຽງ 21,000 ໂຕນ ໃນປີ 2016


ຜະລິດຕະພັນ ເຂົ້າລາວ ທີ່ສົ່ງໄປຂາຍຢູ່ຕ່າງປະເທດ
ຜະລິດຕະພັນ ເຂົ້າລາວ ທີ່ສົ່ງໄປຂາຍຢູ່ຕ່າງປະເທດ

ກະເສດຕະກອນລາວ ສາມາດສົ່ງຜົນຜະລິດເຂົ້າໄປຂາຍທີ່ຕ່າງປະເທດໄດ້ພຽງ
21,000 ໂຕນ ໃນປີ 2016 ແລະຄາດວ່າ ຈະສົ່ງອອກໄດ້ບໍ່ເກີນ 20,000 ໂຕນ
ໃນປີ 2017 ໂດຍມີສາເຫດມາຈາກສະພາວະໂລກຮ້ອນ.

ທ່ານລຽນ ທິແກ້ວ ລັດຖະມົນຕີວ່າການ ກະຊວງກະສິກຳ ແລະປ່າໄມ້ ຖະແຫລງຢືນ
ຢັນວ່າ ກະເສດຕະກອນລາວ ໃນທົ່ວປະເທດສາມາດຜະລິດເຂົ້າໃນລະດູການປະຈຳ
ປີ 2015-2016 ທີ່ຜ່ານມາ ໄດ້ໃນປະລິມານລວມ 4 ລ້ານກວ່າໂຕນ ໂດຍມີເນື້ອທີ່ໆ
ປັກດຳນາປີ ແລະນາແຊງລວມທັງໝົດ 975,215 ເຮັກຕາ ຫາກແຕ່ກໍສາມາດສົ່ງຜົນ
ຜະລິດເຂົ້າ ໄປຂາຍທີ່ຕ່າງປະເທດໄດ້ພຽງ 21,000 ໂຕນເທົ່ານັ້ນ ຊຶ່ງເປັນຜົນກະທົບ
ຈາກສະພາວະໂລກຮ້ອນ ທີ່ເຮັດໃຫ້ສະພາບດິນຟ້າອາກາດ ບໍ່ມີຄວາມແນ່ນອນ ເຊັ່ນ
ຝົນຕົກຫລ້າຊ້າ ແລະສະພາວະແຫ້ງແລ້ງທີ່ແກ່ຍາວ ຈຶ່ງເຮັດໃຫ້ການຜະລິດເຂົ້າ ບໍ່ໄດ້
ຕາມເປົ້າໝາຍແຜນການທີ່ວາງໄວ້.

ກະເສດຕະກອນລາວ ເກັບກ່ຽວເຂົ້າ ຢູ່ໃນນາຂອງຕົນ
ກະເສດຕະກອນລາວ ເກັບກ່ຽວເຂົ້າ ຢູ່ໃນນາຂອງຕົນ

ໂດຍພາຍໃຕ້ສະພາວະດັ່ງກ່າວ ຍັງເຮັດໃຫ້ທາງການລາວ ຄາດໝາຍວ່າ ໃນປີ 2017
ນີ້ ກະເສດຕະກອນລາວ ຈະສາມາດສົ່ງຜົນຜະລິດເຂົ້າໄປຂາຍຕ່າງປະເທດໄດ້ ໃນປະ
ລິມານລວມບໍ່ເກີນ 20,000 ໂຕນ ເພາະຈະຕ້ອງຕອບສະໜອງ ການບໍລິໂພກພາຍໃນ ປະເທດ ໃຫ້ພຽງພໍກັບຄວາມຕ້ອງການຂອງປະຊາຊົນລາວ ເປັນບູລິມະສິດ ຊຶ່ງເປັນໄປ
ຕາມແຜນການຮັບປະກັນ ຄວາມໝັ້ນຄົງດ້ານສະບຽງອາຫານ ຂອງລັດຖະບານລາວ
ຊຸດປັດຈຸບັນນັ້ນເອງ.

ໂດຍໃນປີ 2016 ກະເສດຕະກອນລາວ ສາມາດຜະລິດສະບຽງອາຫານ ແລະສິນຄ້າ
ໄດ້ເພີ້ມຂຶ້ນ ຈາກປີ 2015 ເຊັ່ນຜະລິດພືດຜັກຕ່າງໆໄດ້ 1 ລ້ານ 7 ແສນໂຕນ ສາລີ
ຫວານ 27,950 ໂຕນ ເຜືອກມັນ 330,900 ໂຕນ ໝາກໄມ້ 1,330,000 ໂຕນ ສາລີ
ລ້ຽງສັດ 1,200,000 ໂຕນ ອ້ອຍ 2,100,000 ໂຕນ ຖົ່ວເຫລືອງ-ຖົ່ວດິນເກີນກວ່າ
85,310 ໂຕນ ໝາກເດືອຍ 271,000 ໂຕນ ມັນຕົ້ນ 2,400,000 ໂຕນ ຢາສູບ
66,800 ໂຕນ ແລະຕອບສະໜອງ ຊີ້ນສັດ ໃຫ້ປະຊາຊົນລາວໄດ້ທີ່ລະດັບ 65 ກິໂລ
ກຣາມ ຕໍ່ຄົນຕໍ່ປີ ແລະລັດຖະບານລາວ ຍັງໄດ້ວາງເປົ້າໝາຍທີ່ຈະຊຸກຍູ້ ການຜະລິດ
ເຂົ້າໃຫ້ໄດ້ເຖິງ 5 ລ້ານໂຕນ ໃນປີ 2020 ອີກດ້ວຍ.

ທັງນີ້ ໂດຍໄດ້ກຳນົດເອົາພື້ນທີ່ 10 ແຂວງໃຫ້ເປັນເຂດຈຸດສຸມ ໃນການປູກເຂົ້າ ຊຶ່ງ
ປະກອບດ້ວຍແຂວງຄຳມ່ວນ ສະຫວັນນະເຂດ ສາລະວັນ ຈຳປາສັກ ບໍລິຄຳໄຊ
ວຽງຈັນ ໄຊຍະບູລີ ຫລວງນ້ຳທາ ບໍ່ແກ້ວ ແລະນະຄອນວຽງຈັນ ໂດຍຈະມີຜົນຜະລິດ ເຂົ້າລວມກັນ ຄິດເປັນ 85 ເປີເຊັນ ຂອງຜົນຜະລິດເຂົ້າທັງໝົດ ຊຶ່ງໃນຕະຫລອດປີ
2016 ກະເສດຕະກອນລາວ ໃນເຂດ 10 ແຂວງດັ່ງກ່າວນີ້ ກໍສາມາດຜະລິດເຂົ້າໄດ້
3 ລ້ານ 4 ແສນໂຕນ ແລະຄາດວ່າ ເພີ້ມຂຶ້ນອີກໃນປີ 2017 ນີ້.

ໂດຍທັງ 10 ແຂວງດັ່ງກ່າວນີ້ ມີເນື້ອທີ່ປູກເຂົ້າລວມກັນກວ້າງກວ່າ 786,000 ເຮັກຕາ
ຫາກແຕ່ວ່າ ໃນນີ້ກໍມີພຽງ 315,000 ເຮັກຕາ ຄິດເປັນ 40 ເປີເຊັນເທົ່ານັ້ນ ຂອງເນື້ອທີ່
ນາທັງໝົດທີ່ໄດ້ຮັບການສະໜອງນ້ຳ ຈາກຄອງຊົນລະປະທານ ສ່ວນນອກນັ້ນເປັນ
ການປູກເຂົ້າ ຢູ່ນອກເຂດຊົນລະປະທານ ຊຶ່ງມີຄວາມສ່ຽງສູງຕໍ່ການປ່ຽນແປງ ຂອງ
ສະພາບດິນຟ້າອາກາດ ທັງໄພແລ້ງ ແລະນ້ຳຖ້ວມ ຈຶ່ງຖືເປັນປັດໄຈທີ່ຈະສົ່ງຜົນກະທົບ
ຕໍ່ເປົ້າໝາຍດັ່ງກ່າວຂອງລັດຖະບານລາວໄດ້ ຕະຫຼອດເວລາ.

ດັ່ງຈະເຫັນໄດ້ຈາກການທີ່ລາວ ຕ້ອງປະເຊີນກັບໄພທຳມະຊາດ ທີ່ໜັກໜ່ວງຫຼາຍຂຶ້ນ
ນັບມື້ນັ້ນ ກໍໄດ້ເຮັດໃຫ້ເກີດການເສຍຫາຍເພີ້ມຂຶ້ນທຸກໆປີ ໂດຍໃນລະດູແລ້ງປີ 2016
ກະເສດຕະກອນລາວ ໃນທົ່ວປະເທດປູກເຂົ້ານາແຊງໄດ້ ໃນເນື້ອທີ່ລວມພຽງ 94,700
ກວ່າເຮັກຕາ ຄິດເປັນ 75 ເປີເຊັນ ຂອງແຜນການປີ ແລະ ໃນຫຼາຍເຂດກໍສາມາດ
ປະຕິບັດໄດ້ພຽງ 35 ເປີເຊັນ ຂອງແຜນການເທົ່ານັ້ນ ທັງຍັງເຮັດໃຫ້ກະເສດຕະກອນ
ລາວພາກັນຫັນໄປປູກພືດຊະນິດອື່ນໆແທນ ການປູກເຂົ້າຫຼາຍຂຶ້ນນັບມື້ອີກດ້ວຍ ດັ່ງ
ທີ່ເຈົ້າໜ້າທີ່ຂັ້ນສູງ ໃນກະຊວງກະສິກຳ ແລະປ່າໄມ້ ໄດ້ໃຫ້ການຢືນຢັນວ່າ:

“ການຜະລິດເຂົ້າຫັ້ນ ປັດຈຸບັນນີ້ ຈັດຕັ້ງປະຕິບັດໄດ້ຕົວຈິງຫັ້ນ 35 ເປີເຊັນ
ຂອງແຜນການທີ່ເຮົາຄາດການໄວ້ ຍ້ອນວ່າ ປະຊາຊົນນີ້ ຫັນໄປປູກພືດຜັກ
ເປັນສິນຄ້າຫຼາຍກວ່າ ແລະມີເສດຖະກິດຫຼາຍກວ່າ ເມື່ອເປັນຈັ່ງຊັ້ນ ຖືວ່າ
ການຜະລິດນາແຊງປີນີ້ ກະຖືວ່າ ບໍ່ໄດ້ຕາມແຜນ.”

ແຕ່ຢ່າງໃດກໍຕາມ ກະຊວງກະສິກຳ ແລະປ່າໄມ້ ກໍໄດ້ວາງແຜນການທີ່ຈະຂະຫຍາຍ
ລະບົບ ຊົນລະປະທານໃຫ້ໄດ້ 18 ໂຄງການພາຍໃນປີ 2020 ແລະກໍ່ສ້າງລະບົບຄອງ
ຊົນລະປະທານ ໃຫ້ໄດ້ເພີ້ມຂຶ້ນອີກ 17 ໂຄງການພາຍໃນປີ 2025 ເພື່ອເຮັດໃຫ້ສາ
ມາດຕອບສະໜອງນ້ຳໃຫ້ກັບທີ່ນາໄດ້ 5 ແສນກວ່າເຮັກຕາ ໃນປີ 2020 ແລະເພີ້ມ
ຂຶ້ນເປັນ 6 ແສນກວ່າເຮັກຕາ ໃນປີ 2025 ຕາມລຳດັບ.

XS
SM
MD
LG