ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທາງການລາວ ຄາດການວ່າ ການຊົມໃຊ້ໄຟຟ້າ ຢູ່ໃນລາວ ຈະເພີ່ມຂຶ້ນ ຢ່າງຫຼວງຫຼາຍ ພາຍໃນປີ 2030


ການຂະຫຍາຍຕາໜ່າງສາຍສົ່ງ ກະແສໄຟຟ້ານັ້ນ ໄດ້ໄປ
ເຖິງປະຊາຊົນລາວແລ້ວ 1,010,100 ຄົວເຮືອນ ຄິດເປັນ 90
ເປີເຊັນ ຂອງຈຳນວນຄອບຄົວທັງໝົດໃນລາວ.
ການຂະຫຍາຍຕາໜ່າງສາຍສົ່ງ ກະແສໄຟຟ້ານັ້ນ ໄດ້ໄປ ເຖິງປະຊາຊົນລາວແລ້ວ 1,010,100 ຄົວເຮືອນ ຄິດເປັນ 90 ເປີເຊັນ ຂອງຈຳນວນຄອບຄົວທັງໝົດໃນລາວ.

ທາງການລາວຄາດການວ່າ ການຊົມໃຊ້ພະລັງງານໄຟຟ້າ
ພາຍໃນລາວ ຈະເພີ່ມຂຶ້ນຈາກ 989 ເມກາວັດ ໃນປັດຈຸບັນ
ເປັນ 7,093 ເມກາວັດ ໃນປີ 2030 ໂດຍຄິດເປັນອັດຕາ
ການເພີ່ມສະເລ່ຍ ເຖິງ 20 ເປີເຊັນ ໃນແຕ່ລະປີ.

ທ່ານສີສະຫວາດ ທີລະວົງ ຜູ້ອຳນວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ ຖະແຫລງ
ວ່າ ການຊົມໃຊ້ພະລັງງານໄຟຟ້າສູງສຸດໃນທົ່ວປະເທດ ໃນປີ 2015 ທີ່ຜ່ານມາແມ່ນຢູ່
ທີ່ລະດັບ 989 ເມກາວັດ ໂດຍຄິດເປັນການເພີ່ມຂຶ້ນ ໃນອັດຕາສະເລ່ຍ 18-20 ເປີເຊັນ
ໃນແຕ່ລະປີ ຊຶ່ງເຮັດໃຫ້ສາມາດຄາດການໄດ້ວ່າ ຄວາມຕ້ອງການຊົມໃຊ້ພະລັງໄຟຟ້າ
ໃນລາວຈະເພີ່ມຂຶ້ນເປັນ 7,093 ເມກາວັດພາຍໃນປີ 2030.

ໂຮງຜະລິດໄຟຟ້າດ້ວຍພະລັງງານຄວາມຮ້ອນຈາກຖ່ານລິກໄນຕ໌ ແຫ່ງທຳອິດຂອງລາວ ປັດຈຸບັນນີ້ ແມ່ນສາມາດຜະລິດໄຟຟ້າສົ່ງອອກແລ້ວ.
ໂຮງຜະລິດໄຟຟ້າດ້ວຍພະລັງງານຄວາມຮ້ອນຈາກຖ່ານລິກໄນຕ໌ ແຫ່ງທຳອິດຂອງລາວ ປັດຈຸບັນນີ້ ແມ່ນສາມາດຜະລິດໄຟຟ້າສົ່ງອອກແລ້ວ.

ໂດຍໃນປັດຈຸບັນ ປະເທດລາວ ມີແຫລ່ງຜະລິດໄຟຟ້າດ້ວຍພະລັງ
ງານນ້ຳ 37 ແຫ່ງ ແລະໂຮງຜະລິດໄຟຟ້າດ້ວຍພະລັງງານຄວາມ
ຮ້ອນຈາກຖ່ານລິກໄນຕ໌ 1 ແຫ່ງມີກຳລັງຕິດຕັ້ງລວມ 6,264.8
ເມກາວັດ ທີ່ສາມາດຜະລິດພະລັງງານໄຟຟ້າໄດ້ 33,315 ລ້ານ
ກິໂລວັດ/ໂມງຕໍ່ປີ ເພີ່ມຂຶ້ນເຖິງ 200 ເທົ່າຕົວໃສ່ປີ 1975.

ສ່ວນການຂະຫຍາຍຕາໜ່າງສາຍສົ່ງ ກະແສໄຟຟ້ານັ້ນ ໄດ້ໄປ
ເຖິງປະຊາຊົນລາວແລ້ວ 1,010,100 ຄົວເຮືອນ ຄິດເປັນ 90
ເປີເຊັນ ຂອງຈຳນວນຄອບຄົວທັງໝົດໃນລາວ ຈຶ່ງຍັງເຫຼືອອີກ
122,800 ກວ່າຄົວເຮືອນ ທີ່ຈະຕ້ອງຂະຫຍາຍຕາໜ່າງສາຍ
ສົ່ງກະແສໄຟຟ້າໄປໃຫ້ເຖິງທັງໝົດ ພາຍໃນປີ 2020 ຕໍ່ໄປ.

ທ່ານສີສະຫວາດ ໄດ້ສະແດງຄວາມໝັ້ນໃຈວ່າ ຈະສາມາດຂະຫຍາຍຕາໜ່າງສາຍສົ່ງ
ກະແສໄຟຟ້າ ໄປໃຫ້ປະຊາຊົນລາວໄດ້ຊົມໃຊ້ ຢ່າງທົ່ວເຖິງທັງ 100 ເປີເຊັນເຕັມ ພາຍ
ໃນປີ 2020ໄດ້ຢ່າງແນ່ນອນ ເນື່ອງຈາກວ່າ ທາງການລາວທັງໃນລະດັບສູນກາງ ແລະ
ລະດັບທ້ອງຖິ່ນ ໄດ້ລົງນາມໃນບັນທຶກຄວາມເຂົ້າໃຈ (MOU) ຮ່ວມກັບບັນດາບໍລິສັດ
ເອກະຊົນລາວ ແລະຕ່າງຊາດກ່ຽວກັບການພັດທະນາແຫລ່ງພະລັງງານໄຟຟ້າໄປແລ້ວ
ຈຳນວນທັງໝົດ 357 ໂຄງການໃນທົ່ວປະເທດ ໂດຍມີກຳລັງຕິດຕັ້ງລວມເຖິງ 26,147
ເມກາວັດ ແລະຄິດເປັນກຳລັງການຜະລິດກະແສໄຟຟ້າລວມກັນໄດ້ເຖິງ 115,118 ລ້ານ
ກິໂລວັດ/ໂມງ ຕໍ່ປີ.

ໂດຍການລົງນາມໃນ MOU ດັ່ງກ່າວນີ້ ທາງການລາວໄດ້ວາງເປົ້າໝາຍໄວ້ວ່າ ຈົນເຖິງ
ທ້າຍປີ 2019 ຈະມີເຂື່ອນໄຟຟ້າ ທີ່ສ້າງແລ້ວສຳເລັດເພີ່ມຂຶ້ນອີກ 45 ໂຄງການ ຊຶ່ງຈະ
ເຮັດໃຫ້ລາວມີເຂື່ອນທີ່ຜະລິດໄຟຟ້າເຖິງ 80 ໂຄງການ ໂດຍມີກຳລັງຕິດຕັ້ງລວມ 10,000
ເມກາວັດ ແລະຄິດເປັນກຳລັງການຜະລິດກະແສໄຟຟ້າໄດ້ເກືອບ 50,000 ລ້ານກິໂລວັດ/
ໂມງ ໃນປີ 2019 ຊຶ່ງຖືເປັນບາດກ້າວສຳຄັນ ຂອງການພັດທະນາລາວໃຫ້ເປັນຜູ້ສົ່ງອອກ
ພະລັງງານໄຟຟ້າລາຍໃຫຍ່ ຫຼືເປັນໝໍ້ໄຟ ຂອງເອເຊຍໃນລະຍະຕໍ່ໄປ.

ທາງດ້ານ ທ່ານດາວວົງ ພອນແກ້ວ ຫົວໜ້າກົມນະໂຍບາຍ ແລະແຜນການພະລັງງານ
ກະຊວງພະລັງງານ ແລະບໍ່ແຮ່ ຢືນຢັນວ່າ ລັດຖະມົນຕີພະລັງງານຈາກລາວ ໄທ ມາເລເຊຍ
ແລະສິງກະໂປ ມີກຳນົດທີ່ຈະຮ່ວມກັນລົງນາມ ໃນ MOU ວ່າດ້ວຍການ ເຊື່ອມຕໍ່ລະບົບ
ສາຍສົ່ງກະແສໄຟຟ້າ ລະຫວ່າງກັນ ໃນມໍ່ໆນີ້ ຊຶ່ງກ່ອນໜ້ານີ້ ທາງການຂອງທັງ 4 ປະເທດ
ກໍໄດ້ຈັດທຳຂໍ້ຕົກລົງຮ່ວມກັນເສັດແລ້ວ ໂດຍປະກອບມີ ເນື້ອໄນສຳຄັນ 4 ດ້ານດ້ວຍກັນ
ກໍຄືດ້ານເທັກນິກ ດ້ານພາສີອາກອນ ດ້ານລະບຽບກົດໝາຍ ແລະດ້ານການບໍລິຫານ ທີ່ຈະ
ຖືເປັນຫລັກ ການປະຕິບັດຮ່ວມກັນຕໍ່ໄປ ທັງຍັງຈະຖືເປັນຕົ້ນແບບ ຂອງການປະຕິບັດ
ແຜນການຮ່ວມມື ດ້ານພະລັງງານຂອງອາຊຽນ ຫຼື ASEAN Power Grid ອີກດ້ວຍ.

ກ່ອນໜ້ານີ້ ກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມື ລາວ-ໄທ ຄັ້ງທີ
19 ຢູ່ນະຄອນຫຼວງວຽງຈັນ ເມື່ອທ້າຍເດືອນມັງກອນ 2015 ທີ່ມີລັດຖະມົນຕີ ວ່າການ ຕ່າງປະເທດທັງສອງຝ່າຍເປັນປະທານຮ່ວມກັນນັ້ນ ທາງການໄທ ກໍໄດ້ໃຫ້ການຢືນຢັນ
ວ່າ ຈະຍັງຄົງຊື້ພະລັງງານໄຟຟ້າຕາມສັນຍາທີ່ໄດ້ຕົກລົງໄວ້ກັບລາວໃນປະລິມານລວມ
7,000 ເມກາວັດ ເປັນເວລາ 25 ປີ ນັບຈາກປີ 2016 ເປັນຕົ້ນໄປ.

ທັງນີ້ ໂດຍຈາກການສຶກສາໃນລະຍະທີ່ຜ່ານມາ ພົບວ່າ ການກໍ່ສ້າງເຂື່ອນໃນລາວ ຢ່າງ
ເຕັມກຳລັງນັ້ນ ຈະເຮັດໃຫ້ສາມາດຜະລິດພະລັງງານໄຟຟ້າໄດ້ລວມກັນລະຫວ່າງ 28,000
ເຖິງ 30,000 ເມກາວັດ ທັງກໍຍັງຈະສົ່ງຜົນດີຕໍ່ການພັດທະນາເພື່ອລົບລ້າງບັນຫາ ຄວາມ
ຍາກຈົນຂອງປະຊາຊົນລາວບັນດາເຜົ່າທີ່ຢູ່ເຂດຊົນນະບົດດ້ວຍ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງ
ຂອງລາວ ໄດ້ໃຫ້ການຊີ້ແຈງວ່າ:

“ການພັດທະນາໄຟຟ້າຢູ່ ສປປ. ລາວ ສ່ວນໃຫຍ່ແມ່ນໄຟຟ້ານ້ຳຕົກ ຊຶ່ງຈັດເປັນ
ພະລັງງານ ໃນກຸ່ມແຫລ່ງ ພະລັງງານທີ່ສະອາດ ເປັນພະລັງງານທີ່ທົດແທນໄດ້
ມີຜົນກະທົບນ້ອຍ ຕໍ່ສິ່ງແວດລ້ອມທຳມະຊາດ ແລະສັງຄົມ ພ້ອມກັນນັ້ນ ພະລັງ
ງານໄຟຟ້ານ້ຳຕົກ ກໍຍັງໄດ້ປະກອບສ່ວນອັນໃຫຍ່ຫລວງ ຕໍ່ການພັດທະນາທ້ອງ
ຖິ່ນຊົນນະບົດໄປໃນຕົວ ເປັນການປະກອບສ່ວນ ສ້າງລາຍຮັບແຫ່ງຊາດ ຈາກ
ການຂາຍໄຟຟ້າ ໃນແຕ່ລະປີ ໄດ້ຫຼາຍພໍສົມຄວນ ແລະເປັນການຊ່ວຍໃຫ້ ຂະ
ແໜງການອື່ນໆ ໄດ້ຮັບການພັດທະນາອີກດ້ວຍ.”

ທັງນີ້ ໂດຍກະຊວງພະລັງງານ ແລະບໍ່ແຮ່ ໄດ້ວາງແຜນການຈະຜະລິດພະລັງງານໄຟຟ້າ
ໃຫ້ເພີ່ມຂຶ້ນ ຈາກ 6,264.8 ເມກາວັດ ໃນປັດຈຸບັນເປັນບໍ່ໜ້ອຍກວ່າ 12,500 ເມກາວັດ
ພາຍໃນປີ 2020 ຕໍ່ໄປ.

XS
SM
MD
LG