ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວຍອມຮັບວ່າ ການຂາດຄວາມໂປ່ງໃສ ເປັນອຸບປະສັກຂັດຂວາງ ການຊ່ວຍເຫລືອ ຈາກຕ່າງປະເທດ


ພິທີເຊັນສັນຍາໃຫ້ກູ້ຢືມເງິນຂອງທະນາຄານພັດທະນາເອເຊຍແກ່ລັດ
ຖະບານລາວທີ່ມີຂຶ້ນຫວ່າງໝໍ່ໆມານີ້ ທີ່ນະຄອນຫລວງວຽງຈັນ
ພິທີເຊັນສັນຍາໃຫ້ກູ້ຢືມເງິນຂອງທະນາຄານພັດທະນາເອເຊຍແກ່ລັດ ຖະບານລາວທີ່ມີຂຶ້ນຫວ່າງໝໍ່ໆມານີ້ ທີ່ນະຄອນຫລວງວຽງຈັນ

ເຈົ້າໜ້າທີ່ຂັ້ນສູງຂອງລາວຍອມຮັບວ່າ ມັນເປັນການຍາກຢ່າງຍິ່ງທີ່ຈະເຮັດໃຫ້ຕ່າງຊາດ ໃຫ້ ການຊ່ວຍເຫຼືອແກ່ລັດຖະບານລາວຫຼາຍຂຶ້ນ ຖ້າຫາກວ່າບໍ່ມີການກວດກາການນໍາໃຊ້ເງິນ ຊ່ວຍເຫຼືອຢ່າງໂປ່ງໃສ.

ທ່ານໄຊສົມພອນ ເພດດາວເຮືອງ ເຈົ້າໜ້າທີ່ຂັ້ນສູງຂອງ
ກົມພົວພັນຕ່າງປະເທດ ກະຊວງແຜນການແລະການລົງ
ທຶນ ໄດ້ໃຫ້ການຍອມຮັບວ່າ ເງື່ອນໄຂທີ່ສໍາຄັນປະການ
ນຶ່ງ ທີ່ຈະເຮັດໃຫ້ລັດຖະບານຂອງຕ່າງປະເທດແລະອົງ
ການສາກົນ ພິຈາລະນາໃຫ້ການຊ່ວຍເຫຼືອແກ່ລັດຖະບານ
ລາວຫຼາຍຂື້ນນັ້ນກໍ່ຄືການທີ່ຈະຕ້ອງມີການສໍາຫຼວດ ແລະ
ກວດກາວ່າ ການນໍາໃຊ້ງົບປະມານທີ່ຕ່າງຊາດໄດ້ໃຫ້ການຊ່ວຍເຫຼືອແກ່ລັດຖະບານລາວ
ໃນໄລຍະທີ່ຜ່ານມານັ້ນ ໄດ້ເປັນໄປຕາມແຜນການ-ເປົ້າໝາຍທີ່ວາງໄວ້ຢ່າງແທ້ຈິງຫຼືບໍ່.

ທັງນີ້ໂດຍເຖິງແມ່ນວ່າໃນໄລຍະ5 ປີທີ່ຜ່ານມາ ກໍຄືຈາກປີ2006-2010 ນັ້ນ ນາໆຊາດ
ຈະໄດ້ໃຫ້ການຊ່ວຍເຫຼືອແກ່ລັດຖະບານລາວຄິດເປັນມູນຄ່າລວມເຖິງ 2,442 ລ້ານໂດລາ
ຊຶ່ງເກີນກວ່າເປົ້າໝາຍທີ່ວາງເອົາໄວ້ຄິດເປັນມູນຄ່າເຖິງ 692 ລ້ານໂດລາກໍຕາມ ຫາກແຕ່
ວ່າສໍາລັບໃນໄລຍະ 5 ປີຕໍ່ໄປນີ້ ກໍຄືຈາກປີ 2011-2015 ຊຶ່ງລັດຖະບານລາວຕ້ອງການ
ຈະໄດ້ຮັບການຊ່ວຍເຫຼືອຈາກຕ່າງປະເທດໃນມູນຄ່າສະເລ່ຍບໍ່ໜ້ອຍກວ່າ 700 ລ້ານໂດລາ
ໃນແຕ່ລະປີນັ້ນ ກໍບໍ່ແມ່ນເລື່ອງງ່່າຍໆ ທີ່ຈະໄດ້ຮັບການຕອບສະໜອງດັ່ງກ່າວ.

ພິທີມອບຮັບການຊ່ວຍເຫລືອຈາກ ສະຫະພັນຢູໂຣບ ໃນການພັດທະນາການສຶກສາຂັນພື້ນຖານໃນເຂດ ພາກເໜືອຂອງລາວ
ພິທີມອບຮັບການຊ່ວຍເຫລືອຈາກ ສະຫະພັນຢູໂຣບ ໃນການພັດທະນາການສຶກສາຂັນພື້ນຖານໃນເຂດ ພາກເໜືອຂອງລາວ

ການຍອມຮັບດັ່ງກ່າວນີ້ຂອງ
ທ່ານໄຊສົມພອນ ນັບວ່າ
ສອດຄ່ອງກັນກັບຄວາມເຫັນ
ຂອງເຈົ້າໜ້າທີ່ຂັ້ນສູງໃນກະ
ຊວງຕ່າງປະເທດຂອງລາວທ່ານ
ນຶ່ງຊຶ່ງໄດ້ໃຫ້ການຊີ້ແຈງວ່າ:

“ທຶນທີ່ກູ້ຢືມຈາກພາຍໃນ
ແລະກູ້ຢືມຈາກຕ່າງປະເທດ
ອັນນີ້ກະເປັນແຫຼ່ງນຶ່ງທີ່ວ່າ
ສໍາຄັນ ແລະແຫຼ່ງທຶນໄດ້
ຈາກການຊ່ວຍເຫຼືອແລະ
ໄດ້ຈາກແຫຼ່ງເງິນກູ້ ໂດຍ
ສະເພາະແມ່ນແຫຼ່ງທຶນ
ຊ່ວຍເຫຼືອຈາກຕ່າງປະເທດນີ້ ກໍ່ບໍ່ເປັນການສ້າງໜີ້ສິນ ແຕ່ວ່າເມື່ອທຽບໃສ່ກັບ
ຄວາມຮຽກຮ້ອງຕ້ອງການທີ່ວ່າພວກເຮົາໄດ້ເງິນຊ່ວຍມາຈາກຕ່າງປະເທດນີ້
ເຫັນວ່າແຫຼ່ງທຶນດັ່ງກ່າວນີ້ຈໍາກັດທີ່ສຸດ”

ແຕ່ຢ່າງໃດກໍຕາມ ທາງການລາວຄາດວ່າຈະໄດ້ຮັບການຊ່ວຍເຫຼືອຈາກຕ່າງປະເທດຫລາຍ
ຂຶ້ນ ເນື່ອງຈາກຖືເປັນປັດໃຈສຳຄັນທີ່ຈະຊຸກຍູ້ໃຫ້ເສດຖະກິດຂອງລາວໃຫ້ມີການຂະຫຍາຍ ຕົວຢ່າງຕໍ່ເນື່ອງໃນອັດຕາສະເລ່ຍລະຫວ່າງ 7.5%-8%ຕໍ່ປີ ແລະການຊ່ວຍເຫລືອຈາກ
ຕ່າງປະເທດ​ດັ່ງກ່າວ ກໍຍັງຈະເປັນການຊ່ວຍເຫລືອໃນການພັດທະນາເພື່ອຍົກລະດັບປະ
ສິດທິພາບທາງການບໍລິຫານຂອງລັດຖະບານລາວ ເພື່ອຮອງຮັບການຄ້າແລະການລົງທຶນ
ຈາກຕ່າງປະເທດໃນລາວໃຫ້ເພີ້ມຫລາຍຂຶ້ນອີກດ້ວຍ.

ການຊ່ວຍເຫລືອຂອງຍີ່ປຸ່ນແກ່ລາວໂດຍການໃຫ້ ເງິນທຶນກູ້ຢືມທີ່ມີດອກເບ້ຍຕໍ່າ
ການຊ່ວຍເຫລືອຂອງຍີ່ປຸ່ນແກ່ລາວໂດຍການໃຫ້ ເງິນທຶນກູ້ຢືມທີ່ມີດອກເບ້ຍຕໍ່າ

ທັງນີ້ໂດຍໃນໄລຍະຈາກປີ
2006-2010 ທີ່ຜ່ານມາໄດ້ມີ
ການລົງທຶນຂອງຕ່າງປະເທດ
ເຂົ້າໄປໃນລາວຈໍານວນທັ້ງໝົດ
761 ໂຄງການ ຄິດເປັນມູນຄ່າ
ການລົງທຶນລວມຫຼາຍກວ່າ 1
ໝື່ນລ້ານໂດລາ ໂດຍສ່ວນໃຫຍ່
ເປັນການລົງທຶນໃນພາກພະລັງ
ງານໄຟຟ້າ, ກະສິກໍາ, ອຸດສະ
ຫະກໍາແປງຮູບໄມ້ ແລະການ
ຂຸດຄົ້ນບໍ່ແຮ່. ສ່ວນໃນໄລຍະ 5
ປີຕໍ່ໜ້ານີ້ ກໍຄືຈາກປີ 2011-
2015 ນັ້ນ ລັດຖະບານລາວກໍໄດ້ວາງແຜນການທີ່ຈະດຶງດູດເອົາການລົງທຶນຈາກຕ່າງປະ
ເທດໃຫ້ໄດ້ຫລາຍກວ່າໃນໄລຍະ 5 ປີທີ່ຜ່ານມາ ໂດຍສະເພາະແມ່ນການລົງທຶນໃນໂຄງ
ການຂະໜາດໃຫຍ່ ຫລື Mega Projects ຈໍານວນຫລາຍກວ່າ 200 ໂຄງການ.

ຕົວຢ່າງທີ່ສໍາຄັນນັ້ນກໍຄື ໂຄງການສ້າງທາງລົດໄຟຈາກນະຄອນວຽງຈັນໄປປະເທດຈີນ ໂຄງການຂະຫຍາຍສາຍສົ່ງກະແສໄຟຟ້າແຮງສູງທົ່ວປະເທດ ໂຄງການສ້າງທາງຫລວງ
ແຫ່ງຊາດຂະໜານກັບເສັ້ນທາງເລກ 13 ໂຄງການສ້າງເຂື່ອນໄຟຟ້າ 14 ແຫ່ງ ໂຄງການ
ສ້າງທາງດ່ວນໄປຫວຽດນາມ ໂຄງການຂຸດຄົ້ນແຮ່ເຫລັກ ແຮ່ໂປຣແຕສ ແລະແຮ່ບ໊ອກ
ໄຊດ໌ ຊຶ່ງຈະຕ້ອງໃຊ້ເງິນລົງທຶນຫລາຍກວ່າ ສີ່ສິບພັນລ້ານໂດລາ.

ຖ້າຫາກວ່າສາມາດປະຕິບັດໄດ້ຈິງ ກໍຈະເປັນຜົນເຮັດໃຫ້ປະຊາຊົນລາວຫລຸດພົ້ນຈາກ
ຄວາມຍາກຈົນຂອງໄດ້ໃນລະດັບພື້ນຖານ ແລະສໍາລັບການພັດທະນາເສດຖະກິດແລະ
ສັງຄົມຂອງລາວປະຈໍາປີ 2011-2015 ນີ້ລັດຖະບານລາວກໍໄດ້ວາງເປົ້າໝາຍທີ່ຈະເຮັດ
ໃຫ້ຍອດຜະລິດຕະພັນລວມພາຍໃນ ຫລື GDP ຂະຫຍາຍຕົວເພີ່ມຂຶ້ນບໍ່ຕໍ່າກວ່າ 8%
ຊຶ່ງກໍຈະເຮັດໃຫ້ມູນຄ່າ GDP ໄລ່ສະເລ່ຍເປັນລາຍຮັບຂອງປະຊາກອນລາວໄດ້ 9.6
ລ້ານກີບ ຫລືປະມານ 1,130 ໂດລາຕໍ່ຄົນຕໍ່ປີ.

XS
SM
MD
LG