ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຈີນຈະບໍ່ຮ່ວມລົງທຶນ ກັບລາວ ໃນໂຄງການກໍ່ສ້າງ ທາງລົດໄຟ ຄວາມໄວສູງ


​ທ່ານ​ສົມ​ສະຫວາດ ​ເລັ່ງສະຫວັດ ຮອງ​ນາຍົກລັດ​ຖະມົນ ຕີ ຜູ້​ຊີ້​ນໍາ​ວຽກ​ງານ​ດ້ານ​ເສດຖະກິດ​ຂອງ​ລັດຖະບານ​ລາວ ຖະ​ແຫຼ​ງຕໍ່​ກອງ​ປະຊຸມ​ສະ​ໄໝ​ວິສາມັນ​ຂອງ​ສະພາ​ແຫ່ງ​ຊາດ​ລາວ​ຊຸດ​ທີ່ 7 ທີ່​ໄດ້​ຈັດ​ຂຶ້ນຢ່າງ​ເປັນ​ທາງການ​ໃນ​ວັນ​ທີ່ 18 ຕຸລາ​ທີ່​ຜ່ານ​ມາ​
​ທ່ານ​ສົມ​ສະຫວາດ ​ເລັ່ງສະຫວັດ ຮອງ​ນາຍົກລັດ​ຖະມົນ ຕີ ຜູ້​ຊີ້​ນໍາ​ວຽກ​ງານ​ດ້ານ​ເສດຖະກິດ​ຂອງ​ລັດຖະບານ​ລາວ ຖະ​ແຫຼ​ງຕໍ່​ກອງ​ປະຊຸມ​ສະ​ໄໝ​ວິສາມັນ​ຂອງ​ສະພາ​ແຫ່ງ​ຊາດ​ລາວ​ຊຸດ​ທີ່ 7 ທີ່​ໄດ້​ຈັດ​ຂຶ້ນຢ່າງ​ເປັນ​ທາງການ​ໃນ​ວັນ​ທີ່ 18 ຕຸລາ​ທີ່​ຜ່ານ​ມາ​
ທາງການລາວກັບຈີນ ຈະປ່ຽນຮູບແບບຂອງການເປັນຮຸ້ນ
ສ່ວນ ໃນການລົງທຶນເພື່ອກໍ່ສ້າງທາງ ລົດໄຟຄວາມໄວສູງ
ໃນລາວ ໂດຍທີ່ຝ່າຍຈີນຈະຂໍເປັນຜູ້ສະໜັບສະໜຸນດ້ານ
ເງິນກູ້ພຽງສະຖານະດຽວ.

ອິງ​ຕາມ​ລາຍ​ງານ​ທີ່​ທ່ານ​ສົມ​ສະຫວາດ ​ເລັ່ງສະຫວັດ ຮອງ​
ນາຍົກລັດ​ຖະມົນຕີ ຜູ້​ຊີ້​ນໍາ​ວຽກ​ງານ​ດ້ານ​ເສດຖະກິດ​ຂອງ​
ລັດຖະບານ​ລາວ ​ໄດ້​ຖະ​ແຫຼ​ງຕໍ່​ກອງ​ປະຊຸມ​ສະ​ໄໝ​ວິສາມັນ
​ຂອງ​ສະພາ​ແຫ່ງ​ຊາດ​ລາວ​ຊຸດ​ທີ່ 7 ທີ່​ໄດ້​ຈັດ​ຂຶ້ນຢ່າງ​ເປັນ​
ທາງການ​ໃນ​ວັນ​ທີ່ 18 ຕຸລາ​ທີ່​ຜ່ານ​ມາ​ນັ້ນ​ວ່າ​ ຈະ​ມີ​ການ​
ປັບ​ປ່ຽນ​ຮູບ​ແບບ​ຂອງ​ການ​ເປັນຮຸ້ນ​ສ່ວນ​ໃນ​ໂຄງການ​ກໍ່
ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ລະຫວ່າງ​ລາວ​ກັບ​ຈີນ​ໃນ​ໝໍ່ໆ ນີ້.

ການສໍາຫລວດດິນຂອງນັກລົງທຶນຈີນ ແລະລັດຖະບານລາວ
ການສໍາຫລວດດິນຂອງນັກລົງທຶນຈີນ ແລະລັດຖະບານລາວ

ທັງ​ນີ້​ກໍ​ເພ​າະວ່າ​ ພາຍຫຼັງ​ຈາກ​ທີ່​ຝ່າຍ​ຈີນ​ໄດ້​ທໍາ​ການ​ສຶກສາ
​ຄວາມ​ເປັນ​ໄປ​ໄດ້ ​ແລະອອກ​ແບບ​ການ​ກໍ່ສ້າງລົດ​ໄຟ​ດັ່ງ
ກ່າວສໍາ​ເລັດ​ແລ້ວ​ນັ້ນ ກໍ​ປາກົດ​ວ່າ​ທາງ​ການ​ຝ່າຍຈີນ​ຕ້ອງ​
ປະ​ສົບ​ກັບ​ບັນຫາ​ກ່ຽວ​ກັບ​ການ​ຫາ​ກຸ່ມ​ບໍລິສັດຂອງ​ຈີນ ​ທີ່​ຈະ
​ເຂົ້າມາ​ລົງທຶນ​ໃນ​ໂຄງການ ​ແລະ​ສາ​ເຫດທີ່​ເຮັດ​ໃຫ້​ເກີດ
​ສະພາບ​ການ​ດັ່ງກ່າວ​ກໍ​ຍ້ອນ​ວ່າ ​ຕ້ອງ​ໃຊ້ເວລາ​ຍາວ​ນານ
​ເຖິງ 38 ປີ ຈຶ່ງ​ຈະ​ສາມາດ​ຈັດ​ເກັບ​ລາຍ​ຮັບ​ໄດ້​ຕາມ​ການ​ລົງທຶນ​ໄປນັ້ນ​ໄດ້​ຢ່າງ​ຄົບ​ຖ້ວນ​ນັ້ນ​ເອງ.

ດ້ວຍ​ເຫດນີ້ ຈຶ່ງ​ເຮັດ​ໃຫ້​ທາງ​ການ​ຝ່າຍ​ຈີນ​ໄດ້​ນໍາ​ສະ​ເໜີ​ຕໍ່​ທາງ​ການ​ຝ່າຍ​ລາວ​ວ່າ ຖ້າ​ຫາກ​ທາງ​ການ​ລາວ​ຍັງ​ຕ້ອງການ​ທີ່​ຈະລົງທຶນ​ກໍ່ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງດັ່ງກ່າວ​ຕໍ່​ໄປ ກໍ​ມີ​ທາງ​ເລືອກ​ຢູ່​ທາງ​ນຶ່ງ​ຊຶ່ງ​ກໍ​ຄື​ການ​ກູ້​ຢືມ​ເງິນ​ທຶນ​ຈາກ​ທະນາຄານ ​ເພື່ອ​ການ​ສົ່ງ​ອອກ​ແລະ​ນໍາ​ເຂົ້າຂອງ​ຈີນ ທີ່​ສາມາດ​ຕອບ​ສະໜອງ​ການ​ກູ້​ຢືມ​ດັ່ງ​ກ່າວ​ໄດ້​ທັງ 100% ​ເຕັມ ກໍ​ຄື​ໃນ​ມູນ​ຄ່າ 7,000 ລ້ານ​ໂດ​ລາ.

ຫາກ​ແຕ່​ວ່າການ​ກູ້​ຢືມ​ດັ່ງກ່າວ​ກໍ​ມີ​ເງື່ອນ​ໄຂ ​ທີ່​ລັດຖະບານ​ລາວ​ຈະ​ຕ້ອງ​ປະຕິບັດ​ຕາມ​ຢູ່ 4 ປະການດ້ວຍ​ກັນ​ ຄື ການ​ສ້າງ​ຕັ້ງ​ບໍລິສັດ​ຂຶ້ນມາ​ບໍລິຫານ​ໂຄງການ​ ແລະ​ມີສະຖານະພາບ
​ເປັນ​ລູກ​ໜີ້​ຂອງ​ທະນາຄານ​ຈີນ ​ໂດຍ​ລັດຖະບານ​ລາວ​ຈະ​ຕ້ອງ​ຄໍ້າປະກັນ ​ເງິນ​ກູ້​ຢືມ​ທັງ 100% ພ້ອມ​ດອກ​ເບ້ຍ​ໃນ​ອັດຕາ 2% ຕໍ່​ປີ​ເປັນ​ເວລາ 30 ປີ​ ​ໂດຍ ມີ​ໄລຍະ​ປອດ​ການ​ຊໍາລະ​ໜີ້​ໃນ 10 ປີ​ທໍາ​ອິດ ພ້ອມ​ກັນ​ນີ້ ການ​ຄໍ້າປະກັນ​ເງິນ​ກູ້ດັ່ງກ່າວ​ກໍ​ຍັງ​ລວມ​ເຖິງ​ລາຍ​ຮັບ​ແລະ​ຊັບ​ສິນ​ທັງ​ໝົດ​ໃນ​ໂຄງການ ຕະຫຼອດ​ຈົນ​ການ ທີ່​ລັດຖະບານ​ລາວ​ຍັງ​ຈະ​ຕ້ອງ​ຄໍ້າປະກັນ​ດ້ວຍ​ລາຍ​ຮັບ​ຈາກ​ບໍ່​ແຮ່ 2 ​ແຫ່ງ ທີ່​ເປັນ​ການ​ລົງ​ທຶນ​ຂອງ​ຈີນ​ຢູ່​ໃນ​ລາວ​ອີກ​ດ້ວຍ ​ໂດຍໃນ​ທີ່​ນີ້​ກໍ​ໝາຍ​ເຖິງ​ບໍ່​ແຮ່​ຄໍາ ​ແລະ ທອງ​ແດງ​ຢູ່​ເຊ​ໂປ​ນກັບ​ບໍ່​ແຮ່​ບ໊ອກ​ໄຊ້ຢູ່​ຈໍາປາ​ສັກ​ນັ້ນ​ເອງ.

​ແຕ່​ຢ່າງ​ໃດ​ກໍ​ຕາມ​ຈົນ​ເຖິງ​ຂະນະ​ນີ້ ກໍ​ຍັງ​ຄົງ​ບໍ່​ມີ​ຄວາມ​ຊັດ​ເຈ​ນວ່າ ​ລັດຖະບານ​ລາວຈະ​ຍອມ​ຮັບ​ເງື່ອນ​ໄຂ​ໃນ​ການ​ກູ້​ຢືມ​ດັ່ງກ່າວ​ນີ້​ຫຼື​ບໍ່ ຫາກ​ແຕ່​ກໍ​ມີ​ຄວາມ​ເປັນ​ໄປ​ໄດ້​ສູງ​ທີ່​ລັດຖະບານ​ລາວ​ນັ້ນ ​ຈະ​ຍອມ​ຕາມ​ເງື່ອນ​ໄຂ​ຂອງ​ຈີນ​ແລະ​ສະພາ​ແຫ່ງ​ຊາດລາວ​ ໄດ້​ລົງມະຕິ​ຮັບຮອງໂຄງການ​ກໍ່ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ເຊື່ອມ​ຕໍ່​ກັບ​ຈີນ ​ຢ່າງ​ເປັນ​ທາງ​ການ ​ໃນ​ກອງ​ປະຊຸມ​ສະ​ໄໝ​ວິ
ສາມັນ​ຂອງ​ສະພາ​ແຫ່ງ​ຊາດ​ລາວ ​ເມື່ອ​ວັນ​ທີ່ 18 ​ຕຸລາ​ແລ້ວນີ້. ຂະນະ​ດຽວ​ກັນ ​ທາງ​ການ​ລາວ​ກໍ​ເຊື່ອ​ໝັ້ນ​ວ່າ​ໂຄງການ ດັ່ງກ່າວ​ຈະ​ສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ກັບ​ລາວ​ໄດ້​ຢ່າງ​ຄຸ້ມ​ຄ່າ​ອີກ​ດ້ວຍ ດັ່ງ​ທີ່​ທ່ານ ສົມສະຫວາດ ໄດ້​ຖະ​ແຫຼ​ງຢືນຢັນ​ວ່າ:

“​ໂຄງການ​ສ້າງ​ທາງ​ລົດ​ໄຟ​ເຊື່ອມ​ຕໍ່​ລາວ-ຈີນ​ນີ້ ​ເປັນ​ເສັ້ນທາງ​ທີ່​ມີ​ຄວາມ​ໝາຍ​ປະວັດ​ສາດ​ອັນ​ຈະ​ນໍາ​ເອົາ​ຜົນ​ປະ​ໂຫຍ​ດມາສູ່​ປະ​ເທດ​ເຮົາ​ຢ່າງ​ມະຫາສານ ພ້ອມ​ກັນ​ນັ້ນ ກະ​ເປັນ​ການ​ເຮັດ​ໃຫ້​ປະ​ເທດ​ລາວ​ເປັນ​ໃຈກາງ​ເຊື່ອມ​ຕໍ່​ກັບ​ບັນດາ​ປະ​ເທດ​ໃນ​ອະນຸ​ພາກ​ພື້ນ​ໃຫ້​ປາກົດ​ເປັນ​ຈິງ ດ້ານ​ນຶ່ງ​ອີກ​ກະ​ເປັນ​ການ​ຍົກ​ສູງ​ບົດ​ບາດ​ອິດ​ທິພົນຂອງ​ປະ​ເທດເຮົາ ​ເພາະວ່າ​
ປະ​ເທດ​ເຮົາ​ຈະ​ເປັນ​ປະ​ເທດ​ທໍາ​ອິດ​ຢູ່​ໃນ​ເອ​ເຊຍ​ອາຄະເນ ທີ່​ມີ​ລົດ​ໄຟ​ຄວາມ​ໄວ​ສູງ​ຕາມ​ມາດຕະຖານ​ສາກົນ.”


ທາງ​ລົດໄຟ​ສະ​ເພາະ​ທີ່ຢູ່ໃນເຂດລາວ​ຈະ​ມີ​ລະຍະ​ທາງ​ຍາວ​ເກືອບ 420 ກິ​ໂລແມັດ ຊຶ່ງ​ຕາມ​ການ​ກໍ່ສ້າງ​ທີ່​ເຊື່ອມ​ຕໍ່​ຈາກ​ຈີນ​ຢູ່​ທີ່​ດ່ານ​ຊາຍ​ແດນ​ບໍ່​ເຕັນ​ໃນ​ແຂວງ​ຫຼວງ​ນໍ້າ​ທານັ້ນ ຈະ​ມີ​ການ​ກໍ່ສ້າງ​ສະຖານີ​ໃຫຍ່ 7 ​ແຫ່ງ ນອກ​ນັ້ນກໍ​ຈະ​ເປັນ​ສະຖານີ​ຍ່ອຍອີກ 24 ​ແຫ່ງ. ສ່ວນ​ ສາ​ເຫດ​ທີ່​ເຮັດ​ໃຫ້ການ​ກໍ່ສ້າງ​ຕ້ອງ​ໃຊ້​ເງິນ​ທຶນ​ສູງ​ນັ້ນ ກໍ​ເນື່ອງ​ຈາກ​ວ່າ​ພື້ນ​ທີ່ ທີ່​ຈະກໍ່ສ້າງ​ທາງ​ລົດ​ໄຟ​ນັ້ນ​ເປັນ​ທັງ​ເຂດ​ພູດ​ອຍ ​ແລະ​ແມ່​ນໍ້າ​ລໍາ​ເຊ ຊຶ່ງ​ເຮັດ​ໃຫ້​ຕ້ອງ​ມີການ​ເຈາະ​ອຸ​ໂມງ​ 76 ​ແຫ່ງ ກໍ​ຄິດ​ເປັນ​ລະຍະ​ທາງ​ລວມ​ເຖິງ 195 ກິ​ໂລ​ແມັດ ແລະ​ຍັງ​ຈະຕ້ອງສ້າງ​ຂົວ​ອີກ 154 ແຫ່ງ​ ຄິດ​ເປັນລະຍະ​ທາງ​ຍາວ​ລວມກັນ​ເກືອບ ​ເຖິງ 70 ​ກິ​ໂລ​ແມັດ​ດ້ວຍ​ນັ້ນ ​ໂດຍ​ການ​ກໍ່ສ້າງ​ຈະ​ຕ້ອງ​ໃຊ້​ເວລາ​ບໍ່​ໜ້ອຍ​ກວ່າ 5​ ປີ.
XS
SM
MD
LG