ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ວິສາຫະກິດຮ່ວມທຶນ ລົດໄຟລາວ-ຈີນ ຈັດຕຽມ ເງິນທຶນ 500 ລ້ານຢວນ ເປັນຄ່າຊົດເຊີຍທີ່ດິນ


ໂຄງການກໍ່ສ້າງທາງລົດໄຟ ໃນລາວ ເຊື່ອມຕໍ່ກັບຈີນ
ໂຄງການກໍ່ສ້າງທາງລົດໄຟ ໃນລາວ ເຊື່ອມຕໍ່ກັບຈີນ

ວິສາຫະກິດຮ່ວມທຶນລົດໄຟລາວ-ຈີນ ຈັດຕຽມເງິນທຶນ 500 ລ້ານຢວນ ເປັນຄ່າຊົດ
ເຊີຍທີ່ດິນ ທີ່ຈະເວນຄືນຈາກປະຊາຊົນລາວ ເພື່ອຮອງຮັບ ໂຄງການກໍ່ສ້າງທາງລົດໄຟ ໃນລາວ ເຊື່ອມຕໍ່ກັບຈີນ.

ເຈົ້າໜ້າທີ່ຂັ້ນສູງໃນຄະນະບໍລິຫານ ບໍລິສັດຮ່ວມທຶນທາງລົດໄຟລາວ-ຈີນ ຢືນຢັນວ່າ ການສຳຫຼວດເຂດແລວທາງກໍ່ສ້າງທາງລົດໄຟໃນລາວເພື່ອເຊື່ອມຕໍ່ກັບຈີນ ໄດ້ດຳ ເນີນການແລ້ວເສັດ ເມື່ອບໍ່ນານມານີ້ ຊຶ່ງພົບວ່າ ຈະຕ້ອງນຳໃຊ້ເງິນທຶນຫຼາຍກວ່າ 543 ຕື້ກີບ ຫຼື 500 ລ້ານຢວນ ສຳລັບຊົດເຊີຍທີ່ດິນ ແລະ ຊັບສິນຂອງປະຊາຊົນລາວ ທີ່ ຈະຖືກເວນຄືນໃນຕະຫຼອດເສັ້ນທາງ.

ຫລັກໝາຍ ຂອງແລວທາງລົດໄຟ ໂດຍຈະມີການນຳໃຊ້ທີ່ດິນໃນຕະຫຼອດ 2 ຂ້າງທາງກວ້າງເບື້ອງລະ 50 ແມັດ
ຫລັກໝາຍ ຂອງແລວທາງລົດໄຟ ໂດຍຈະມີການນຳໃຊ້ທີ່ດິນໃນຕະຫຼອດ 2 ຂ້າງທາງກວ້າງເບື້ອງລະ 50 ແມັດ

ແຕ່ຢ່າງໃດກໍຕາມ ໂດຍອີງຕາມສັນຍາການຮ່ວມລົງທຶນໃນໂຄງການດັ່ງກ່າວນີ້ ກຳນົດ ໃຫ້ການຊົດເຊີຍຄ່າທີ່ດິນ ແລະຊັບສິນຂອງປະຊາຊົນລາວ ທີ່ຈະຖືກເວນຄືນນັ້ນ ເປັນ ຄວາມຮັບຜິດຊອບຂອງລັດຖະບານລາວ ຊຶ່ງກ່ອນໜ້ານີ້ ລັດຖະບານລາວ ກໍໄດ້ຕົກ ລົງຈັດສັນງົບປະມານໃນມູນຄ່າ 4,966 ລ້ານກີບ ສຳລັບການຊົດເຊີຍດັ່ງກ່າວແລ້ວ ຈຶ່ງຍັງເຫຼືອອີກຫຼາຍກວ່າ 538 ຕື້ກີບ ທີ່ລັດຖະບານລາວ ຈະຕ້ອງຈັດສັນເພີ່ມຕື່ມອີກ ນັ້ນເອງ.

ທັງນີ້ ໂດຍໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຈາກດ່ານບໍ່ເຕັນ ມານະຄອນຫຼວງ ວຽງຈັນ ຈະມີການນຳໃຊ້ທີ່ດິນໃນຕະຫຼອດ 2 ຂ້າງທາງກວ້າງເບື້ອງລະ 50 ແມັດ ແລະ ເຮັດໃຫ້ຈະຕ້ອງເວນຄືນ ທີ່ດິນໃນເນື້ອທີ່ກວ້າງກວ່າ 3,050 ເຮັກຕາ ຊຶ່ງລັດຖະບານ
ລາວ ໄດ້ແຕ່ງຕັ້ງຄະນະກຳມະການຂຶ້ນມາ ເພື່ອຮັບຜິດຊອບການເວນຄືນ ແລະ ຊົດເຊຍຄ່າທີ່ດິນດັ່ງກ່າວ ເປັນການສະເພາະດັ່ງທີ່ທ່ານລັດຕະນະມະນີ ຄູນນິວົງ ລັດຖະມົນຕີຊ່ວຍວ່າການ ກະຊວງໂຍທາທິການ ແລະຂົນສົ່ງ ໄດ້ໃຫ້ການຢືນຢັນວ່າ:

“ໃນການຊົດເຊີຍ ກ່ອນອື່ນໝົດ ພວກເຮົາໄດ້ມີການຈັດຕັ້ງຄະນະກຳມະການໄກ່
ເກ່ຍ ແລະເວນຄືນທີ່ດິນ ແຕ່ລະແຂວງອອກ ທີ່ວ່າມີທາງລົດໄຟຜ່ານ ມີຄະນະ ກຳມະການຄັກແນ່ ມີການຈັດຕັ້ງຖືກຕ້ອງເພື່ອໄປລົງເກັບກຳຄວາມເປັນຈິງ ໃນ ການກະທົບມີຄືຫຍັງແນ່ ໂຄງການທາງລົດໄຟຂອງພວກເຮົານີ້ ແມ່ນເປັນສັນຍານ ບອກວ່າ ພວກເຮົາເລີ່ມຕົ້ນ ພວກເຮົາມີບໍລິສັດກໍ່ສ້າງແລ້ວ ແລະໄດ້ມີການປະມູນ ຜູ້ຮັບເໝົາ ຊຶ່ງປະມູນນີ້ ກໍເຊີນມາປະມູນ ຮ່ວມບໍລິສັດຮັບເໝົາຫລັກ ທີ່ໄດ້ມາດ
ຕະຖານຈີນນີ້ ຮ່ວມທຶນກັບເຮົານີ້ ເພິ່ນເອົາ 70 ເປີເຊັນ ເຮົາເອົາ 30 ເປີເຊັນ.”

ໂຄງການກໍ່ສ້າງທາງລົດໄຟ ໃນລາວ ເຊື່ອມຕໍ່ກັບຈີນ ຈາກດ່ານບໍ່ເຕັນ ຫານະຄອນຫຼວງວຽງຈັນ
ໂຄງການກໍ່ສ້າງທາງລົດໄຟ ໃນລາວ ເຊື່ອມຕໍ່ກັບຈີນ ຈາກດ່ານບໍ່ເຕັນ ຫານະຄອນຫຼວງວຽງຈັນ

ກ່ອນໜ້ານີ້ ຄະນະບໍລິຫານບໍລິສັດຮ່ວມທຶນ ທາງລົດໄຟລາວ-ຈີນ ຍັງໄດ້ຕົກລົງຄັດ
ເລືອກ 11 ບໍລິສັດຂອງຈີນ ໃຫ້ເປັນພາກສ່ວນທີ່ຮັບຜິດຊອບການກໍ່ສ້າງທາງລົດໄຟ ຢ່າງເປັນທາງການ ເມື່ອເດືອນຕຸລາ 2016 ທີ່ຜ່ານມາ ໂດຍມີ ທ່ານບຸນຈັນ ສິນທະວົງ ລັດຖະມົນຕີວ່າການ ກະຊວງໂຍທາທິການ ແລະຂົນສົ່ງ ກັບ ທ່ານກວດຫວາ ປິງ ເອກອັກຄະລັດຖະທູດຈີນ ປະຈຳນະຄອນຫຼວງວຽງຈັນ ຮ່ວມເປັນສັກຂີພະຍານ ໃນ ການຕົກລົງດັ່ງກ່າວດ້ວຍ.

ໂດຍບໍລິສັດຈີນທັງ 11 ລາຍ ທີ່ໄດ້ຮັບການຄັດເລືອກໃນຄັ້ງນີ້ ແບ່ງເປັນ 5 ບໍລິສັດ ຮັບເໝົາກໍ່ສ້າງ ກັບ 6 ບໍລິສັດທີ່ປຶກສາ ຄືບໍລິສັດກໍ່ສ້າງລົດໄຟເລກ 5 ບໍລິສັດກໍ່ສ້າງ ທາງລົດໄຟສາກົນ ບໍລິສັດກໍ່ສ້າງທາງລົດໄຟ ເລກ 8 ບໍລິສັດ SINO-HYDRO ບໍລິສັດກໍ່ສ້າງໄຟຟ້າ ບໍລິສັດທີ່ປຶກສາດ້ານ ວິສະວະກຳກໍ່ສ້າງທຽນສິນ ບໍລິສັດທີ່ປຶກສາ CIECC ບໍລິສັດທີ່ປຶກສາ ວິສະວະກຳສາງເຊິງເຫີໜານ ບໍລິສັດທີ່ປຶກສາກວດສອບ ດ້ານເທັກນິກອູ້ຮັ້ນ ເຖ້ຍເຈິ້ງ ສະຖາບັນທີ່ປຶກສາກວດສອບດ້ານເທັກນິກລົດໄຟ ແລະ ບໍລິສັດທີ່ປຶກສາຊົງເຖ້ຍ ສີຊຸ່ນ ຊຶ່ງເປັນການຄັດເລືອກຈາກ 25 ບໍລິສັດຈີນ ທີ່ເຂົ້າຮ່ວມ ໃນການປະມູນດັ່ງກ່າວ.

ນອກຈາກນັ້ນ ລັດຖະບານລາວ ຍັງໄດ້ຕົກລົງໃຫ້ສິດທິພິເສດ ແກ່ບໍລິສັດຈີນ ທີ່ຮ່ວມ ລົງທຶນໃນໂຄງການ ກໍ່ສ້າງທາງລົດໄຟລາວ-ຈີນ ເຖິງ 6 ດ້ານດ້ວຍກັນ ກໍຄື ການນຳ
ໃຊ້ ແລະສະແຫວງຫາຜົນປະໂຫຍດ ຈາກທີ່ດິນຕະຫຼອດແລວທາງລົດໄຟໃນລາວ ໂດຍບໍ່ຕ້ອງເສຍພາສີອາກອນ ແລະຄ່າສຳປະທານ ການຍົກເວັ້ນພາສີ ອາກອນ
ທຸລະກິດ ແລະ ພາສີມູນຄ່າເພີ່ມ ການຍົກເວັ້ນຄ່າທຳນຽມ ວັດສະດຸທີ່ນຳໃຊ້ ໃນການ ກໍ່ສ້າງ ແລະການຈັດເກັບຄ່າທຳນຽມການພັກເຊົາ ແລະການທຳງານຂອງຊາວຕ່າງຊາດ ພຽງ 50 ເປີເຊັນ ເທົ່ານັ້ນ.

ໂຄງການກໍ່ສ້າງທາງລົດໄຟໃນລາວ ເປັນການຮ່ວມລົງທຶນລາວ-ຈີນ ໃນສັດສ່ວນ 30 ເປີເຊັນ ຕໍ່ 70 ເປີເຊັນ ຂອງມູນຄ່າລົງທຶນ ລວມ 38,700 ລ້ານຢວນ ຫຼືເກືອບ 6,000 ລ້ານໂດລາ ໂດຍມີລະຍະທາງຍາວ 427.2 ກິໂລແມັດຈາກດ່ານຊາຍແດນບໍ່ເຕັນ ມານະຄອນຫຼວງວຽງຈັນ ທີ່ມີລາງລົດໄຟ ຂະໜາດກວ້າງ 1.435 ແມັດ ແລະແຍກກັນ ລະຫວ່າງຂະບວນໂດຍສານ ແລະຂະບວນສິນຄ້າ ທີ່ມີຄວາມໄວ 160 ແລະ 120 ກິໂລ ແມັດ ຕໍ່ຊົ່ວໂມງຕາມລຳດັບ.

XS
SM
MD
LG