ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລມຕ ລາວ ຢືນຢັນວ່າ ທາງລົດໄຟ ໃນລາວ ຈະແລ້ວສຳເສັດ ແລະເລີ່ມເປີດ ໃນປີ 2021


ໂຄງການ ກໍ່ສ້າງທາງລົດໄຟໃນລາວ ເພື່ອເຊື່ອມຕໍ່ກັບ ຈີນ
ແລະ ໄທ
ໂຄງການ ກໍ່ສ້າງທາງລົດໄຟໃນລາວ ເພື່ອເຊື່ອມຕໍ່ກັບ ຈີນ ແລະ ໄທ

ລັດຖະມົນຕີລາວ ຢືນຢັນວ່າ ການກໍ່ສ້າງທາງລົດໄຟໃນລາວ ເພື່ອເຊື່ອມຕໍ່ກັບຈີນ
ແລະໄທ ຈະແລ້ວສຳເສັດ ແລະເລີ່ມເປີດການເດີນລົດໄຟ ໂດຍໄຟໂດຍສານ ແລະ
ຂົນສົ່ງສິນຄ້ານັບແຕ່ປີ 2021 ເປັນຕົ້ນໄປ.

ທ່ານລັດຕະນະມະນີ ຄູນນິວົງ ລັດຖະມົນຕີຊ່ວຍວ່າການ ກະຊວງໂຍທາທິການ ແລະ
ຂົນສົ່ງ ຢືນຢັນວ່າ ການກໍ່ສ້າງທາງລົດໄຟໃນລາວ ເພື່ອເຊື່ອມຕໍ່ກັບຈີນ ແລະ ໄທ
ຈະແລ້ວເສັດຕາມກຳນົດທີ່ວາງໄວ້ ຄືພາຍໃນ 60 ເດືອນ ນັບຈາກພິທີເປີດການກໍ່ສ້າງ
ທີ່ມີຂຶ້ນຢ່າງເປັນທາງການ ເມື່ອວັນທີ 25 ທັນວາ 2016 ທີ່ຜ່ານມາ ຢູ່ທີ່ແຂວງ
ຫລວງພະບາງ ໂດຍທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໃຫ້ກຽດເປັນປະທານ
ໃນພິທີ ພ້ອມດ້ວຍເອກອັກຄະລັດຖະທູດ ຈີນ ປະຈຳນະຄອນວຽງຈັນ ແລະ ຄະນະ
ຜູ້ຕາງໜ້າຂອງທາງການທັງ 2 ປະເທດ ໄດ້ເຂົ້າຮ່ວມເປັນສັກຂີພະຍານ ດັ່ງທີ່ທ່ານ
ໄດ້ຢືນຢັນເຖິງຄວາມຄືບໜ້າວ່າ:

“ກໍ່ສ້າງລະບົບນ້ຳປະປາ ເຂົ້າໄປ 26 ກິໂລແມັດ ກໍ່ສ້າງແລວສົ່ງໄຟຟ້າໄດ້ 157
ກິໂລແມັດ ຖືວ່າ ຫຼາຍສົມຄວນ ແລະກະພ້ອມດຽວກັນນັ້ນ ກະມີການກໍ່ສ້າງ ຕິດ
ຕັ້ງໂຮງເຮັດການ 24 ແຫ່ງ ແລ້ວກະສາງເກັບມ້ຽນວັດຖຸລະເບີດ 15 ແຫ່ງ ທັງໝົດ
ນັ້ນ ແມ່ນຄວາມຄືບໜ້າ ທີ່ວ່າເຮັດມາຮອດປັດຈຸບັນ ສະນັ້ນ ຂໍຢືນຢັນຕື່ມວ່າ ໂຄງ
ການທາງລົດໄຟ ບໍ່ໄດ້ຢຸດ ແລະສ້າງຢູ່ ແລະຄາດໝາຍໃຫ້ສຳເລັດ ແລະນຳໃຊ້
ໃນປີ 2021 ເດືອນ 12.”

ຄະນະບໍລິຫານບໍລິສັດຮ່ວມທຶນທາງລົດໄຟ ລາວ-ຈີນ ໄດ້ຕົກລົງຄັດເລືອກ 11 ບໍລິສັດຈີນ ໃຫ້ເປັນພາກສ່ວນຮັບຜິດຊອບໂຄງການ ກໍ່ສ້າງທາງລົດໄຟໃນລາວ.
ຄະນະບໍລິຫານບໍລິສັດຮ່ວມທຶນທາງລົດໄຟ ລາວ-ຈີນ ໄດ້ຕົກລົງຄັດເລືອກ 11 ບໍລິສັດຈີນ ໃຫ້ເປັນພາກສ່ວນຮັບຜິດຊອບໂຄງການ ກໍ່ສ້າງທາງລົດໄຟໃນລາວ.

ທັງນີ້ ໂດຍຄະນະບໍລິຫານບໍລິສັດຮ່ວມທຶນທາງລົດໄຟ ລາວ-ຈີນ ໄດ້ຕົກລົງຄັດເລືອກ
11 ບໍລິສັດຈີນ ໃຫ້ເປັນພາກສ່ວນຮັບຜິດຊອບໂຄງການ ເມື່ອເດືອນຕຸລາ 2016 ຊຶ່ງ
ປະກອບດ້ວຍບໍລິສັດກໍ່ສ້າງທາງລົດໄຟເລກ 5 ບໍລິສັດກໍ່ສ້າງທາງລົດໄຟສາກົນ
ບໍລິສັດກໍ່ສ້າງທາງລົດໄຟເລກ 8 ບໍລິສັດ SINO-HYDRO ບໍລິສັດກໍ່ສ້າງໄຟຟ້າຈີນ
ບໍລິສັດທີ່ປຶກສາດ້ານວິສະວະກຳກໍ່ສ້າງທຽນສິນ ບໍລິສັດທີ່ປຶກສາ CIECC ບໍລິສັດ
ທີ່ປຶກສາວິສະວະກຳສາງເຊິງ-ເຫີໜານ ບໍລິສັດທີ່ປຶກສາກວດສອບດ້ານເທັກນິກອູຮັ້ນ
-ເຖ່ຍເຈິ້ງ ສະຖາບັນທີ່ປຶກສາການກວດສອບໃນດ້ານເທັກນິກລົດໄຟ ແລະບໍລິສັດ
ທີ່ປຶກສາຊົງເຖ່ຍ-ສີຊຸ່ນຈຳກັດ.

ໂດຍລັດຖະລານລາວ ໄດ້ໃຫ້ສິດທິພິເສດ ແກ່ບໍລິສັດຈີນທີ່ຮ່ວມລົງທຶນ ໃນໂຄງການ
ເຖິງ 6 ດ້ານ ຄືການນຳໃຊ້ ແລະສະແຫວງຫາຜົນປະໂຫຍດ ຈາກທີ່ດິນໃນຕະຫຼອດ
ແລວທາງລົດໄຟໃນລາວ ໂດຍບໍ່ຕ້ອງເສຍພາສີ ແລະຄ່າສຳປະທານ ການຍົກເວັ້ນ
ອາກອນທຸລະກິດ ແລະພາສີມູນຄ່າເພີ່ມ ການຍົກເວັ້ນຄ່າທຳນຽມວັດສະດຸກໍ່ສ້າງ
ແລະການເກັບຄ່າທຳນຽມ ຈາກຊາວຕ່າງຊາດທີ່ທຳງານໃນໂຄງການພຽງ 50 ເປີເຊັນ
ເທົ່ານັ້ນ.

ທັງນີ້ ຄາດໝາຍວ່າ ຈະຕ້ອງນຳໃຊ້ແຮງງານມີປະສົບການ ໃນການກ9ສ້າງທາງລົດ
ໄຟຈາກຈີນ 10,000 ກວ່າຄົນ ໂດຍສະເພາະແມ່ນແຂວງອຸດົມໄຊ ຈະຕ້ອງໃຊ້ແຮງ
ງານຈາກຈີນເຖິງ 5,000 ກວ່າຄົນ ເນື່ອງຈາກວ່າ ທາງລົດໄຟຈະຕ້ອງຜ່ານແຂວງ
ອຸດົມໄຊ ເປັນໄລຍະທາງລວມ 126.6 ກິໂລແມັດ ຄິດເປັນ 1 ໃນ 3 ຂອງເສັ້ນທາງ
ທັງໝົດ ອີກທັງຍັງຈະຕ້ອງກໍ່ສ້າງສະພານ ແລະເຈາະອຸມົງ ຄິດເປັນ 40 ເປີເຊັນ ຂອງທາງລົດໄຟໃນແຂວງນີ້ດ້ວຍ.

ສ່ວນຢູ່ແຂວງຫລວງນ້ຳທາ ກໍຈະໃຊ້ແຮງງານຈາກຈີນ 1,000 ກວ່າຄົນ ແລະແຮງ
ງານລາວ 100 ກວ່າຄົນທີ່ໄດ້ເຂົ້າຮ່ວມການສຳຫລວດຜົນກະທົບ ຕໍ່ປະຊາຊົນຢູ່ໃນ ເຂດບ້ານບໍ່ເຕັນ ບ້ານຕີນຊານ ແລະ ບ້ານນາເຕີຍ ຊຶ່ງລວມເຖິງການສຳຫລວດ ເພື່ອ
ເກັບກູ້ລະເບີດບໍ່ທັນແຕກ (UXO) ຢູ່ຕາມແລວທາງລົດໄຟ ທີ່ມີໄລຍະທາງຍາວ
16.9 ກິໂລແມັດ ແລະ ຈະກໍ່ສ້າງສະຖານີລົດໄຟ 2 ແຫ່ງຄືສະຖານີບໍ່ເຕັນ ສຳລັບ
ກວດຄົນເຂົ້າ-ອອກເມືອງ ແລະສະຖານີໃຫຍ່ຢູ່ທີ່ບ້ານນາເຕີຍ.

ສຳລັບຢູ່ແຂວງຫລວງພະບາງ ກໍຈະໃຊ້ແຮງການຈາກຈີນ 3,000 ກວ່າຄົນ ທີ່ໄດ້ເດີນ
ທາງເຂົ້າໄປປະຕິບັດງານໃນເຂດກໍ່ສ້າງທາງລົດໄຟ ນັບແຕ່ວັນທີ 25 ທັນວາ 2016
ເປັນຕົ້ນມາ ໂດຍທາງລົດໄຟ ຈະຜ່ານເມືອງຈອມເພັດ ເມືອງຫລວງພະບາງ ແລະ
ເມືອງຊຽງເງິນ ມີໄລຍະທາງລວມ 80 ກິໂລແມັດ ມີ 1 ສະຖານີໃຫຍ່ ກັບ 4 ສະຖານີ
ຍ່ອຍ ສະພານຂ້າມນ້ຳຂອງ 1 ແຫ່ງ ແລະເຈາະອຸມົງ 6 ແຫ່ງ.

ໂຄງການກໍ່ສ້າງທາງລົດໄຟໃນລາວ ເປັນການຮ່ວມລົງທຶນ ລາວ-ຈີນ ໃນສັດສ່ວນ
30 ເປີເຊັນ ຕໍ່ 70 ເປີເຊັນ ຂອງມູນຄ່າລົງທຶນເກືອບ 6,000 ລ້ານໂດລາ ທີ່ກູ້ຢືມ
ຈາກສະຖາບັນການເງິນຂອງຈີນ ໂດຍທາງລົດໄຟໃນລາວ ມີໄລຍະທາງ 417
ກິໂລແມັດ ຈາກບໍ່ເຕັນ ແຂວງຫລວງນ້ຳທາ ຜ່ານແຂວງອຸດົມໄຊ-ຫລວງພະບາງ-
ຊຽງຂວາງ-ວັງວຽງ ແລະ ນະຄອນວຽງຈັນ ດ້ວຍລາງຂະໜາດກວ້າງ 1.435 ແມັດ
ໂດຍຂະບວນຂົນສົ່ງສິນຄ້າ ແລະຂະບວນໂດຍສານແລ່ນດ້ວຍຄວາມໄວ 120
ແລະ 160 ກິໂລແມັດຕໍ່ຊົ່ວໂມງ ຕາມລຳດັບ.

XS
SM
MD
LG