ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວແລະຈີນ ຍັງສືບຕໍ່ເຈລະຈາ ເລຶ່ອງທຶນກໍ່ສ້າງ ທາງລົດໄຟ ຄວາມໄວສູງ


ການສໍາຫລວດດິນ ໃນການສ້າງທາງ ລົດໄຟຄວາມໄວສູງ
ການສໍາຫລວດດິນ ໃນການສ້າງທາງ ລົດໄຟຄວາມໄວສູງ
ລັດຖະມົນຕີລາວຢືນຢັນວ່າການເຈລະຈາລະຫວ່າງຄະນະຜູ້
ຕາງໜ້າຂອງລັດຖະບານລາວກັບລັດຖະບານຈີນກ່ຽວກັບ
ເງິນທຶນກູ້ຢືມສໍາລັບໂຄງການກໍ່ສ້າງທາງລົດໄຟຄວາມໄວສູງ
ໃນລາວຍັງຄົງສືບຕໍ່ຢູ່ເລື້ອຍມາ.

ທ່ານສົມມາດ ພົນເສນາ ລັດຖະມົນຕີວ່າການກະຊວງໂຍທາ
ທິການ ແລະຂົນສົ່ງໄດ້ຖະແຫຼງຢືນຢັນເມື່ອບໍ່ດົນມານີ້ວ່າການ
ເຈລະຈາເພື່ອຕົກລົງໃນລາຍລະອຽດ ກ່ຽວກັບການກູ້ຢືມເງິນ
ທຶນສໍາລັບນໍາໃຊ້ໃນການກໍ່ສ້າງທາງລົດໄຟຄວາມໄວສູງໃນ
ລາວ ທີ່ເປັນການເຈລະຈາຮ່ວມກັນລະຫວ່າງຄະນະຜູ້ຕາງ
ໜ້າຂອງລັດຖະບານລາວກັບຈີນນັ້ນ ຍັງຄົງສືບຕໍ່ຢູ່ເລື້ອຍມາ.

ທ່ານສົມມາດ ພົນເສນາ, ລັດຖະມົນຕີ ກະຊວງໂຍທາທິການແລະຂົນສົ່ງ
ທ່ານສົມມາດ ພົນເສນາ, ລັດຖະມົນຕີ ກະຊວງໂຍທາທິການແລະຂົນສົ່ງ

ທັງນີ້ ເຖິງແມ່ນວ່າລັດຖະມົນຕີຂອງລາວຈະບໍ່ໄດ້ຖະແຫຼງລາຍ
ລະອຽດວ່າການເຈລະຈາລະຫວ່າງສອງຝ່າຍທີ່ຜ່ານມານັ້ນ ໄດ້
ໃຫ້ຄວາມສໍາຄັນໃນດ້ານໃດກໍຕາມ ແຕ່ກໍເປັນ ທີ່ຮັບຮູ້ກັນໂດຍ
ທົ່ວໄປແລ້ວວ່າ ປະເດັນທີ່ມີຄວາມສໍາຄັນທີ່ສຸດກໍຄືການ ກໍານົດ
ເງື່ອນໄຂຕ່າງໆ ສໍາລັບໃຫ້ລັດຖະບານລາວປະຕິບັດຕາມແລະ
ເພື່ອເປັນການຮັບປະກັນວ່າທາງການລາວຈະມີເງິນສໍາລັບຊໍາ
ລະຄືນໜີ້ເງິນກູ້ພ້ອມດອກເບ້ຍ ຢ່າງຄົບຖ້ວນ.

ແຕ່ຢ່າງໃດກໍຕາມ ທ່ານສົມມາດ ກໍບໍ່ສາມາດກໍານົດໄດ້ວ່າການ
ເຈລະຈາລະຫວ່າງທາງການລາວ-ຈີນຈະໄດ້ຂໍ້ສະລຸບແລະຕົກລົງຮ່ວມກັນໄດ້ຢ່າງເປັນ
ທາງການເມື່ອໃດແທ້ ຫາກແຕ່ເຊື່ອໝັ້ນວ່າທາງການທັງສອງຝ່າຍຈະສາມາດຕົກລົງກັນ
ໄດ້ໃນທີ່ສຸດ ເພາະທີ່ຜ່ານມານັ້ນ ທາງການທັງສອງຝ່າຍທີ່ໄດ້ຈັດທໍາບົດວິພາກ ເສດຖະກິດ
ຂອງໂຄງການສໍາເລັດສົມບູນແລ້ວ ດັ່ງທີ່ທ່ານສົມມາດໄດ້ໃຫ້ການຢືນຢັນວ່າ:

ພວກເຮົາກະໄດ້ສໍາເລັດໃນຂັ້ນພື້ນຖານການສ້າງບົດວິພາກເສດຖະກິດ-
ເທັກນິກ ໃນເສັ້ນທາງດັ່ງກ່າວ ດຽວນີ້ລັດຖະບານສອງປະເທດ ພາກສ່ວນທີ່
ກ່ຽວຂ້ອງກໍ ພວມດໍາເນີນການເຈລະຈາເພື່ອເຮັດໃຫ້ສາມາດລົງມືກໍ່ສ້າງ
ຕໍ່ໄປ.”


ຖ້າຫາກອິງຕາມບົດລາຍງານທີ່ທ່ານສົສະຫວາດ ເລ່ງສະຫວັດ ຮອງນາຍົກລັດຖະມົນຕີ
ຜູ້ຊີ້ນໍາວຽກງານດ້ານເສດຖະກິດຂອງຄະນະລັດຖະບານລາວ ໄດ້ຖະແຫຼງຕໍ່ກອງປະຊຸມ
ສະໄໝວິສາມັນຂອງສະພາແຫ່ງຊາດລາວເມື່ອວັນທີ 16 ຕຸ ລາ 2012 ທີ່ຜ່ານມານັ້ນ ກໍຈະ
ໄດ້ວ່າທາງການລາວຈະກູ້ຢືມເງິນທຶນສໍາລັບໃຊ້ ຈ່າຍໃນໂຄງການທັງ 100% ຈາກທາງ
ການຈີນ ໂດຍລັດຖະບານຈີນຈະບໍ່ຮ່ວມ ລົງທຶນໃນໂຄງການດ້ວຍແຕ່ຢ່າງໃດ.

ທະນາຄານຈີນເຈລະຈາສັນຍາກູ້ຢືມເງິນແກ່ລາວ
ທະນາຄານຈີນເຈລະຈາສັນຍາກູ້ຢືມເງິນແກ່ລາວ

ເພາະວ່າຫຼັງຈາກທີ່ທາງການຈີນໄດ້ທໍາການສຶກສາຄວາມເປັນ
ໄປໄດ້ແລະອອກແບບການກໍ່ສ້າງທາງລົດໄຟດັ່ງກ່າວສໍາເລັດ
ແລ້ວນັ້ນພົບວ່າຈະຕ້ອງໃຊ້ເວລາເຖິງ 38 ປີ ຈຶ່ງຈະໄດ້ທຶນຄືນ
ດ້ວຍເຫດນີ້ ຈຶ່ງບໍ່ມີບໍລິສັດຈີນລາຍໃດທີ່ສົນໃຈຈະຮ່ວມ ລົງ
ທຶນກັບທາງການລາວໃນໂຄງການດັ່ງກ່າວນີ້.

ຫາກແຕ່ວ່າທາງການຈີນກໍໄດ້ສະເໜີຕໍ່ທາງການລາວວ່າມີທາງ
ເລືອກຢູ່ທາງນຶ່ງ ຖ້າຫາກວ່າທາງການລາວຍັງຕ້ອງການທີ່ຈະ ລົງທຶນກໍ່ສ້າງທາງລົດໄຟຄວາມໄວສູງ ໃນລາວຕໍ່ໄປ ຊຶ່ງກໍຄືການ
ກູ້ຢືມເງິນທຶນຈາກທະນາຄານເພື່ອການສົ່ງອອກແລະນໍາເຂົ້າຂອງຈີນທີ່ສາມາດຕອບ
ສະໜອງການກູ້ຢືມໄດ້ທັງ 100% ເຕັມ.

ທັງນີ້ໂດຍມີເງື່ອນໄຂ ທີ່ລັດຖະບານລາວຈະຕ້ອງປະຕິບັດຕາມຢ່າງເຄ່ງຄັດກໍຄື ສ້າງຕັ້ງບໍ
ລິສັດຂຶ້ນມາບໍລິຫານໂຄງການແລະມີສະຖານະເປັນລູກໜີ້ຂອງທະນາຄານຈີນ ໂດຍທີ່ລັດ
ຖະບານລາວຈະຕ້ອງຄໍ້າປະກັນເງິນກູ້ທັງ 100% ພ້ອມດອບ ເບ້ຍໃນອັດຕາ 2% ຕໍ່ປີເປັນ
ເວລາ 30 ປີ ແລະການຄໍ້າປະກັນເງິນກູ້ຢືມດັ່ງກ່າວນີ້ ກໍຍັງລວມໄປເຖິງລາຍຮັບແລະ
ຊັບສິນທັງໝົດໃນໂຄງການ ຕະຫຼອດຈົນການທີ່ ລັດຖະບານລາວຍັງຈະຕ້ອງຄໍ້າປະກັນ
ດ້ວຍລາຍຮັບຈາກບໍ່ແຮ່ 2 ແຫ່ງທີ່ເປັນການ ລົງທຶນຂອງຈີນຢູ່ໃນລາວອີກດ້ວຍ ຊຶ່ງໃນຂະ
ນະນີ້ກໍຄືເໝືອງແຮ່ຄໍາແລະທອງແດງ ຢູ່ເຊໂປນກັບເໝືອງແຮ່ບ໊ອກໄຊ້ຢູ່ແຂວງຈໍາປາສົກ
ນັ້ນເອງ.

ໂຄງການກໍ່ສ້າງທາງລົດໄຟຄວາມໄວສູງໃນລາວຈະມີລະຍະທາງຍາວທັງໝົດ 415.68
ກິໂລແມັດ ແລະລາງລົດໄຟກວ້າງ 1.435 ແມັດ ໂດຍຈະຕ້ອງໃຊ້ເງິນ ທຶນສູງເຖິງ 44,250 ລ້ານຢວນ ຫຼືປະມານ 7,000 ລ້ານໂດລ່າ ເນື່ອງຈາກພື້ນທີ່ ກໍ່ສ້າງສ່ວນໃຫຍ່
ເປັນເຂດພູດອຍແລະແມ່ນໍ້າລໍາເຊ ຈຶ່ງເຮັດໃຫ້ຕ້ອງກໍ່ສ້າງຂົວເຖິງ 154 ແຫ່ງ ແລະຕ້ອງເຈາະ
ອຸໂມງອີກເຖິງ 76 ແຫ່ງ ຊຶ່ງກໍຄິດເປັນລະຍະທາງ ລວມກັນຍາວກວ່າ 262 ກິໂລແມັດ ຫຼື
ຄິດເປັນ 63% ຂອງລະຍະທາງທັງໝົດ ຈຶ່ງເຮັດໃຫ້ຕ້ອງໃຊ້ເງິນທຶນຫຼາຍກວ່າໂຄງການທົ່ວ
ໄປນັ້ນເອງ.
XS
SM
MD
LG