ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ລາວກັບຈີນ ຕົກລົງ ທີ່ຈະເລັ່ງລັດ ແຜນການກໍ່ສ້າງ ທາງລົດໄຟ ຄວາມໄວສູງ ໃນລາວ


ລັດຖະບານລາວກັບຈີນ ເຈລະຈາທະວິພາຄີ ກ່ຽວກັບແຜນການ ກໍ່ສ້າງທາງລົດໄຟຄວາມໄວສູງ ໃນລາວ.
ລັດຖະບານລາວກັບຈີນ ເຈລະຈາທະວິພາຄີ ກ່ຽວກັບແຜນການ ກໍ່ສ້າງທາງລົດໄຟຄວາມໄວສູງ ໃນລາວ.
ຜູ້ນຳ ລັດຖະບານລາວກັບຈີນ ຕົກລົງ ທີ່ຈະເລັ່ງລັດ ໃຫ້ມີການ
ເຈລະຈາທະວິພາຄີ ເພື່ອຕົກລົງກັນ ກ່ຽວກັບແຜນການ ກໍ່ສ້າງ
ທາງລົດໄຟຄວາມໄວສູງ ໃນລາວໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້.



ນາຍົກລັດຖະມົນຕີ ທ່ານທອງສິງ ທຳມະວົງ ແລະ ທ່ານຫຼີ ເກີ້ສຽງ
ນາຍົກລັດຖະມົນຕີ ທ່ານທອງສິງ ທຳມະວົງ ແລະ ທ່ານຫຼີ ເກີ້ສຽງ

ການຢືນຢັນ ຢ່າງໜັກແໜ້ນ ວ່າຈະເລັ່ງລັດ ໃຫ້ມີການ
ເຈລະຈາ ແບບທະວິພາຄີ ເພື່ອຕົກລົງກັນກ່ຽວກັບແຜນ
ການກໍ່ສ້າງທາງລົດໄຟຄວາມໄວສູງໃນລາວເພື່ອເຊື່ອມຕໍ່
ກັບຈີນໄດ້ມີຂຶ້ນໃນໂອກາດການປະຊຸມສຸດຍອດລະຫວ່າງ
ທ່ານທອງສິງ ທຳມະວົງ ນາຍົກລັດຖະມົນຕີລາວ ກັບທ່ານ
ຫຼີ ເກີ້ສຽງ ນາຍົກລັດຖະມົນຕີຈີນ ຢູ່ທີ່ເມືອງຊານຫຍາ ມົນ
ທົນໄຫ້ໜານຂອງຈີນ ເມື່ອວັນທີ 8 ເມສາ ທີ່ຜ່ານມານີ້.

ໂດຍການປະຊຸມສຸດຍອດ ລະຫວ່າງ ນາຍົກລັດຖະມົນຕີ
ລາວກັບຈີນ ດັ່ງກ່າວນີ້ ໄດ້ມີຂຶ້ນໃນໂອກາດການເດີນທາງ ໄປຢ້ຽມຢາມປະເທດຈີນຢ່າງເປັນທາງການຂອງນາຍົກລັດຖະມົນຕີລາວ ພ້ອມດ້ວຍ
ຄະນະຕາມການເຊີນຂອງນາຍົກລັດຖະມົນຕີຈີນເພື່ອເຂົ້າຮ່ວມກອງປະຊຸມ ວ່າດ້ວຍ
ຄວາມຮ່ວມມືທາງເສດຖະກິດຂອງບັນດາປະເທດໃນພູມິພາກເອເຊຍຊຶ່ງລັດຖະບານຈີນ
ເປັນເຈົ້າພາບຈັດກອງປະຊຸມ.
ນາຍົກລັດຖະມົນຕີລາວ ພ້ອມດ້ວຍ ຄະນະຢ້ຽມຢາມຈີນ.
ນາຍົກລັດຖະມົນຕີລາວ ພ້ອມດ້ວຍ ຄະນະຢ້ຽມຢາມຈີນ.

ແຕ່ຢ່າງໃດກໍຕາມ ການຢືນຢັນ ຮ່ວມກັນຂອງ ນາຍົກ
ລັດຖະມົນຕີ ລາວແລະຈີນ ໃນຄັ້ງລ້າສຸດນີ້ ກໍຍັງຄົງບໍ່ມີ
ຄວາມຊັດເຈນວ່າ ການເຈລະຈາທະວິພາຄີ ດັ່ງກ່າວ ຈະ
ກຳນົດໃຫ້ມີຂຶ້ນ ຢ່າງເປັນທາງການ ເມື່ອໃດ ຫາກແຕ່
ນາຍົກລັດຖະມົນຕີຈີນ ກໍໄດ້ຢືນຢັນວ່າ ການເຈລະຈາ
ລອບໃໝ່ ຈະຕ້ອງກຳນົດຮູບແບບ ຂອງການຮ່ວມມື ທີ່ມີ
ປະສິດທິພາບ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ
ຢ່າງຍຸດຕິທຳ.

ກ່ອນໜ້ານີ້ ນາຍົກລັດຖະມົນຕີຈີນ ກໍໄດ້ໃຫ້ການ ຢືນຢັນ ໃນລັກສະນະດັ່ງກ່າວນີ້ ມາແລ້ວຄັ້ງໜຶ່ງ ໂດຍໄດ້ມີຂຶ້ນ ໃນໂອກາດ ທີ່ ທ່ານ ທອງສິງ ພ້ອມດ້ວຍຄະນະ ໄດ້ເດີນ
ທາງໄປເຂົ້າຮ່ວມ ງານວາງສະແດງ ສິນຄ້າຈີນ ແລະອາຊ່ຽນ ຢູ່ທີ່ ເມືອງໜານໜິງ
ປະເທດຈີນ ເມື່ອເດືອນສິງຫາ ປີກາຍ ແຕ່ວ່າການ ຢືນຢັນດັ່ງກ່າວຂອງ ນາຍົກລັດຖະ
ມົນຕີຈີນ ກໍບໍ່ໄດ້ໃຫ້ຄວາມຊັດເຈນວ່າ ລັດຖະບານຈີນ ຈະພິຈາລະນາເພື່ອອະນຸມັດ
ເງິນກູ້ຢືມ ມູນຄ່າ 7,000 ລ້ານໂດລ່າ ໃຫ້ລັດຖະບານລາວ ເມື່ອໃດ ເນື່ອງຈາກລັດຖະ
ບານຈີນ ກຳລັງ ດຳເນີນການລວມ ກະຊວງລົດໄຟເຂົ້າກັບກະຊວງຄົມມະນາຄົມ ແລະ
ຫຼັງຈາກນັ້ນ ຈຶ່ງຈະມີການແຕ່ງຕັ້ງ ຄະນະຮັບຜິດຊອບໃນການສຶກສາຄວາມເປັນໄປໄດ້
ຂອງໂຄງການອີກເທື່ອໃໝ່.

ທັງນີ້ກໍເນື່ອງຈາກ ທາງການຈີນເຫັນວ່າ ລົດໄຟຄວາມໄວສູງ ອາດຈະບໍ່ເໝາະສົມກັບ
ສະພາບພູມ ປະເທດໃນລາວ ທີ່ສ່ວນໃຫຍ່ເປັນ ເຂດພູດອຍກັບທັງຍັງອາດຈະບໍ່
ສອດຄອງ ກັບການ ພັດທະນາ ເສດຖະກິດ ຂອງລາວອີກດ້ວຍ ເພາະສະນັ້ນທາງການ
ຈີນ ຈຶ່ງໄດ້ສະເໜີ ໃຫ້ມີການປັບປ່ຽນ ຈາກລົດໄຟຄວາມໄວສູງ ເປັນລົດໄຟຄວາມໄວ
ປານກາງ ລະບົບລາງຄູ່ ທີ່ແຍກກັນ ລະຫວ່າງ ຂະບວນໂດຍສານກັບ ຂະບວນຂົນສົ່ງ
ສິນຄ້າ ດັ່ງທີ່ ທ່ານ ສົມສະຫວາດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳ ວຽກງານ ດ້ານ
ເສດຖະກິດ ຂອງລັດຖະບານລາວ ໄດ້ໃຫ້ການຢືນຢັນກັບ ວີໂອເອທີ່ນະຄອນວຽງຈັນວ່າ:

“ອິງໃສ່ປະສົບການຂອງຈີນ ຢູ່ເຂດຟູດອຍນີ້ ຄັນຖ້າວ່າ ເຮົາເຮັດຄວາມໄວເກີນ
ໄປນີ້ ປະສິດທິຜົນຂອງເສດຖະກິດ ມັນອາດຈະບໍ່ເໝາະສົມປານໃດ ອັນນັ້ນ
ແມ່ນອັນນຶ່ງ ອັນສອງ ລະແມ່ນພວກເຮົາເຮັດທາງລົດໄຟນີ້ ມີແຕ່ທາງດຽວ
ມັນບໍ່ມີທາງຄູ່ຄັນເຮັດທາງຄູ່ແລ້ວເສັ້ນໜຶ່ງແມ່ນໂດຍສານເສັ້ນໜຶ່ງລະແມ່ນ
ຂົນສົ່ງນີ້ ກະຈະພໍເຮັດໄດ້ ສະນັ້ນ ອັນນີ້ແລ້ວ ເຂົາເຈົ້າຈຶ່ງສະເໜີວ່າເສັ້ນທາງ
ໂດຍສານນີ້ກະໃຫ້ມັນໄດ້ຄວາມໄວ ລະຫວ່າງ 160-200 ນີ້ ແລ້ວຂົນສົ່ງອັນ
ສິນຄ້ານີ້ແມ່ນ 120 ຈັງຊິໜາ.”


​ແຕ່​ຢ່າງ​ໃດ​ກໍ​ຕາມ ຖ້າ​ຫາ​ກອິງ​ຕາມ​ບົດ​ລາຍ​ງານ​ທີ່​ ທ່ານ​ສົມສະຫວາດ ​ໄດ້​ຖະແຫລ​ງ
ຕໍ່​ກອງ​ປະຊຸມ​ສະ​ໄໝ​ວິສາມັນ ຂອງ​ສະພາ​ແຫ່ງ​ຊາດ​ລາວ ​ໃນວັນ​ທີ 18 ຕຸລາ 2012 ທີ່​
ຜ່ານ​ມານັ້ນ ກໍ​ຈະໄດ້​ວ່າ​ທາງ​ການ​ລາວ​ຈະ ກູ້​ຢືມ​ເງິນ​ທຶນ​ສຳລັບ​ໃຊ້​ຈ່າຍ​ໃນ​ໂຄງການ​ທັງ
100 ​ເປີ​ເຊັນ ຈາກ​ທາງ​ການ​ຈີນ.

ທັງນີ້ໂດຍມີເງື່ອນໄຂທີ່ລັດຖະບານລາວຈະຕ້ອງປະຕິບັດຕາມຢ່າງເຄັ່ງຄັດກໍຄືສ້າງຕັ້ງ
ບໍລິສັດຂຶ້ນມາບໍລິຫານໂຄງການແລະມີສະຖານະເປັນລູກໜີ້ຂອງທະນາຄານຈີນໂດຍ
ທີ່ລັດຖະບານລາວຈະຕ້ອງຄ້ຳປະກັນເງິນກູ້ທັງ 100 ເປີເຊັນ ພ້ອມດອກເບ້ຍໃນອັດຕາ
2 ເປີເຊັນຕໍ່ປີເປັນເວລາ 30 ປີ ແລະການຄ້ຳປະກັນເງິນກູ້ຢືມດັ່ງກ່າວນີ້ ກໍຍັງລວມໄປ
ເຖິງລາຍຮັບແລະຊັບສິນທັງໝົດໃນໂຄງການຕະຫຼອດຈົນການທີ່ລັດຖະບານລາວຍັງ
ຄ້ຳປະກັນດ້ວຍລາຍຮັບຈາກບໍ່ແຮ່ 2 ແຫ່ງທີ່ເປັນການລົງທຶນຂອງຈີນ ຢູ່ໃນລາວອີກ
ດ້ວຍ ຊຶ່ງໃນທີ່ນີ້ກໍຄືເໝືອງແຮ່ຄຳແລະທອງແດງຢູ່ເຊໂປນກັບເໝືອງແຮ່ບ໊ອກໄຊທ໌
ຢູ່ແຂວງຈຳປາສັກນັ້ນເອງ.

ໂຄງການກໍ່ສ້າງທາງລົດໄຟຄວາມໄວສູງໃນລາວ ຈະມີລະຍະຍາວ 417.68 ກິໂລແມັດ
ແລະ ລາງກວ້າງ 1.435 ແມັດ ໂດຍຈະຕ້ອງໃຊ້ເງິນທຶນສູງເຖິງ 7,000 ລ້ານໂດລາ ເພາະພື້ນທີ່ກໍ່ສ້າງສ່ວນໃຫຍ່ເປັນເຂດພູດອຍແລະແມ່ນ້ຳລຳເຊ ຈຶ່ງຈະຕ້ອງສ້າງຂົວເຖິງ
154 ແຫ່ງແລະເຈາະອຸມົງ 76 ແຫ່ງຄິດເປັນລະຍະ ທາງຍາວກວ່າ 262 ກິໂລແມັດຈຶ່ງ
ເຮັດໃຫ້ຕ້ອງໃຊ້ເງິນທຶນຫຼາຍກວ່າໂຄງການໂດຍທົ່ວໄປ.
XS
SM
MD
LG