ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄະນະລັດຖະບານ ສັ່ງໃຫ້ໜ່ວຍສະເພາະກິດ ສືບຕໍ່ກວດກາ ການລັກລອບຕັດ ແລະຄ້າໄມ້


ການລັກລອບຕັດໄມ້ ແລະຄ້າໄມ້ຜິດກົດໝາຍ ຈາກເຂດປ່າສະຫງວນແຫ່ງຊາດນາກາຍ ແລະ ແຫ່ງອື່ນໆ ໃນລາວ ໄດ້ເປັນບັນຫາໃຫຍ່ ທີ່ສ້າງຄວາມເສຍຫາຍ ແກ່ປ່າໄມ້ ແລະ ປະເທດຊາດຢ່າງໜັກ.
ການລັກລອບຕັດໄມ້ ແລະຄ້າໄມ້ຜິດກົດໝາຍ ຈາກເຂດປ່າສະຫງວນແຫ່ງຊາດນາກາຍ ແລະ ແຫ່ງອື່ນໆ ໃນລາວ ໄດ້ເປັນບັນຫາໃຫຍ່ ທີ່ສ້າງຄວາມເສຍຫາຍ ແກ່ປ່າໄມ້ ແລະ ປະເທດຊາດຢ່າງໜັກ.

ຄະນະລັດຖະບານລາວ ມີຄຳສັ່ງໃຫ້ໜ່ວຍສະເພາະກິດ ສືບຕໍ່ການກວດກາ ການລັກ
ລອບຕັດ ແລະຄ້າໄມ້ຜິດກົດໝາຍຕໍ່ໄປ ໂດຍຈະຕ້ອງລົງໂທດຜູ້ກະທຳຜິດ ທັງພະນັກ
ງານລັດ ແລະຜູ້ປະກອບການນຳດ້ວຍ.

ທ່ານຈະເລີນ ເຢຍປາວເຮີ ໂຄສົກລັດຖະບານລາວ ຖະແຫລງຢືນຢັນວ່າ ກອງປະຊຸມ
ຄະນະລັດຖະບານລາວ ໄດ້ມີມະຕິຄຳສັ່ງໃຫ້ໜ່ວຍສະເພາະກິດ ຂອງລັດຖະບານ
ສືບຕໍ່ດຳເນີນມາດຕະການກວດກາ ການລັກລອບຕັດ ແລະຄ້າໄມ້ໂດຍຜິດກົດໝາຍ
ຕໍ່ໄປ ຢ່າງບໍ່ຢຸດຢັ້ງ ເມື່ອບໍ່ນານມານີ້ ຊຶ່ງນອກຈາກຈະເປັນການຍົກລະດັບປະສິດ
ທິພາບໃຫ້ສູງຂຶ້ນ ໃນການປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ 15/ນຍ
ວ່າດ້ວຍການຫ້າມສົ່ງອອກໄມ້ທ່ອນ ໄປຕ່າງປະເທດເດັດຂາດ ແລ້ວກໍຍັງຖືເປັນ
ການຕອບສະໜອງຕາມການຮ້ອງຂໍ ຈາກປະຊາຊົນລາວ ທີ່ຕ້ອງການໃຫ້ລັດຖະບານ
ດຳເນີນການກວດກາສຳປະທານປ່າໄມ້ ຕໍ່ໄປຢ່າງບໍ່ຢຸດຢັ້ງ ທັງຍັງຈະຕ້ອງນຳໂຕ
ຜູ້ກຳທຳຜິດທັງທີ່ເປັນພະນັກງານລັດ ແລະບັນດາຜູ້ປະກອບການມາລົງໂທດຕາມ
ກົດໝາຍ ໂດຍບໍ່ມີການຍົກເວັ້ນອີກດ້ວຍ ດັ່ງທີ່ ທ່ານຈະເລີນ ໄດ້ໃຫ້ການຢືນຢັນວ່າ:

ທ່ານຈະເລີນ ເຢຍປາວເຮີ ໂຄສົກລັດຖະບານລາວ ກ່າວຖະແຫລງ ກ່ຽວກັບການຈັດຕັ້ງປະຕິບັດ ຄຳສັ່ງເລກທີ 15/ນຍ ຂອງນາຍົກລັດຖະມົນຕີ
ທ່ານຈະເລີນ ເຢຍປາວເຮີ ໂຄສົກລັດຖະບານລາວ ກ່າວຖະແຫລງ ກ່ຽວກັບການຈັດຕັ້ງປະຕິບັດ ຄຳສັ່ງເລກທີ 15/ນຍ ຂອງນາຍົກລັດຖະມົນຕີ

“ກອງປະຊຸມໃຫ້ຄະນະສະເພາະກິດ ສືບຕໍ່ຊອກໃຫ້ເຫັນໄດ້ຜູ້ກະທຳຜິດ ແລະ
ຜູ້ສົມຮູ້ຮ່ວມຄິດ ໃນການຮ່ວມມື ການລັກລອບຂຸດຄົ້ນໄມ້ ການສົ່ງໄມ້ທີ່ຂັດກັບ
ກົດໝາຍ ແລະລະບຽບການປ່າໄມ້ ເພື່ອມາລົງໂທດຕາມກົດໝາຍ ລະບຽບການ
ຢ່າງເຂັ້ມງວດ ການລົງໂທດນັ້ນ ບໍ່ສະເພາະແຕ່ພະນັກງານຂອງລັດ ແຕ່ຕ້ອງ
ຮວມທັງຜູ້ປະກອບການ ທີ່ກະທຳຜິດ ກໍຕ້ອງຖືກລົງໂທດ ຕາມກົດໝາຍຢ່າງ
ເຂັ້ມງວດ ເຊັ່ນດຽວກັນ.”

ທາງການລາວໄດ້ຈັດຕັ້ງປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມ
ທະວີຄວາມເຂັ້ມງວດເຂົ້າໃນການຄຸ້ມຄອງ ແລະກວດກາການຂຸດຄົ້ນໄມ້ ເຄື່ອນຍ້າຍ
ໄມ້ ແລະທຸລະກິດໄມ້ ນັບຈາກເດືອນພຶດສະພາ 2016 ເປັນຕົ້ນມາ. ໂດຍໜ່ວຍ
ສະເພາະກິດ ທີ່ລັດຖະບານລາວ ໄດ້ມອບໝາຍໃຫ້ຮັບຜິດຊອບ ໃນການຈັດຕັ້ງ
ປະຕິບັດ ຕາມຄຳສັ່ງດັ່ງກ່າວ ໄດ້ສະເໜີຄະລັດຖະບານລາວ ເພື່ອໃຫ້ມີຄຳສັ່ງປິດ ໂຮງງານແປຮູບໄມ້ ຂອງເອກກະຊົນ 28 ແຫ່ງທີ່ຕັ້ງຢູ່ໃກ້ເຂດປ່າສະຫງວນແຫ່ງຊາດ
ໃນທົ່ວປະເທດ.

ໜ່ວຍສະເພາະກິດຂອງລັດຖະບານລາວ ສາມາດຍຶດໄມ້ໄດ້ 160,000 ແມັດກ້ອນ ໃນຊ່ວງ 4 ເດືອນ ທຳອິດຂອງປະຕິບັດຄຳສັ່ງເລກທີ 15/ນຍ ທັງຍັງກວດພົບໄມ້ຄ້າງ ສະໜາມອີກ ເຖິງ 270,400 ແມັດກ້ອນ.
ໜ່ວຍສະເພາະກິດຂອງລັດຖະບານລາວ ສາມາດຍຶດໄມ້ໄດ້ 160,000 ແມັດກ້ອນ ໃນຊ່ວງ 4 ເດືອນ ທຳອິດຂອງປະຕິບັດຄຳສັ່ງເລກທີ 15/ນຍ ທັງຍັງກວດພົບໄມ້ຄ້າງ ສະໜາມອີກ ເຖິງ 270,400 ແມັດກ້ອນ.

ໂດຍໜ່ວຍສະເພາະກິດຂອງລັດຖະບານລາວ ສາມາດຍຶດໄມ້ໄດ້ 160,000 ແມັດ
ກ້ອນ ໃນຊ່ວງ 4 ເດືອນທຳອິດຂອງປະຕິບັດການດັ່ງກ່າວ ທັງຍັງກວດພົບໄມ້ຄ້າງ
ສະໜາມອີກ ເຖິງ 270,400 ແມັດກ້ອນທີ່ຈະຕ້ອງຈັດເກັບພາສີອາກອນ ໃຫ້ໄດ້
ຢ່າງຄົບຖ້ວນ ເພາະຜ່ານມາຈັດເກັບໄດ້ພຽງ 43 ຕື້ກີບ ແລະ 3 ລ້ານ 6 ແສນໂດລາ
ທີ່ຈັດເກັບຈາກໄມ້ 80,000 ແມັດກ້ອນ ຈຶ່ງຍັງເຫຼືອອີກຫຼາຍກວ່າ 191,000 ແມັດ
ກ້ອນ ທີ່ຕ້ອງຈັດເກັບພາສີອາກອນໃຫ້ໄດ້ຢ່າງຄົບຖ້ວນຕໍ່ໄປ.

ທາງດ້ານ ທ່ານໂອໄດ ສຸດາພອນ ເຈົ້າແຂວງ ແລະເລຂາພັກແຂວງຄຳມ່ວນ ຢືນຢັນ
ວ່າ ການກວດກາເພື່ອສະກັດກັ້ນ ແລະຕ້ານການສໍ້ລາດບັງຫລວງໃນແຂວງຄຳມ່ວນ
ໃນຊ່ວງປີ 2011-2015 ຜ່ານມາທີ່ໄດ້ດຳເນີຈການກວດກາ 15 ເປົ້າໝາຍ ພົບວ່າ
ການສໍ້ລາດບັງຫລວງ ເຮັດໃຫ້ເກີດການເສຍຫາຍ ດ້ານລາຍຮັບຂອງພາກລັດ ໄປ
ຫລາຍກວ່າ 1,580 ຕື້ກີບ ຫຼື 197 ລ້ານໂດລາ ທັງກໍຍັງກວດພົບວ່າ ການລັກລອບ
ຄ້າໄມ້ຜິດກົດໝາຍນັ້ນ ມີປະລິມານລວມເກີນກວ່າ 4,760,000 ແມັດກ້ອນອີກດ້ວຍ.

ທັງນີ້ ໄມ້ສ່ວນໃຫຍ່ຖືກລັກລອບຕັດ ຈາກເຂດປ່າສະຫງວນແຫ່ງຊາດນາກາຍ ໂດຍ
ບັນດານາຍທຶນ ແລະພະນັກງານລັດຈຳນວນນຶ່ງ ໄດ້ຮ່ວມກັນວ່າຈ້າງປະຊາຊົນລາວ
ໃນທ້ອງຖິ່ນ ໃຫ້ພາກັນເຂົ້າໄປ ລັກລອບຕັດໄມ້ ໃນເຂດປ່າສະຫງວນແຫ່ງຊາດນາກາຍ
ແລະລັກລອບຂົນສົ່ງໃນເວລາກາງຄືນ ເພື່ອນຳໄປຊຸກເຊື່ອງໄວ້ ກ່ອນທີ່ຈະລັກລອບ
ຂົນສົ່ງອອກໄປຊາຍແດນດ້ານຫວຽດນາມ ຊຶ່ງຈາກການກວດກາໃນລະຍະທີ່ຜ່ານມາ
ຍັງພົບວ່າ ມີໂຮງງານແປຮູບໄມ້ຂອງເອກກະຊົນ ເຂົ້າໄປກ່ຽວຂ້ອງກັບການລັກລອບ
ດັ່ງກ່າວນີ້ດ້ວຍ.

ຄຳສັ່ງເລກທີ 15/ນຍ ຂອງນາຍົກລັດຖະມົນຕີລາວ ປະກອບມີ 17 ຂໍ້ ທີ່ແນໃສ່ການ
ຢຸດຢັ້ງ ການສົ່ງອອກໄມ້ທ່ອນ ແລະປາບປາມການຄ້າໄມ້ເຖື່ອນ ໃຫ້ໄດ້ຢ່າງແທ້ຈິງ
ໂດຍກຳນົດໃຫ້ທຸກພາກສ່ວນ ຈະຕ້ອງເພີ່ມທະວີຄວາມເອົາໃຈໃສ່ ປະຕິບັດໜ້າທີ່
ໃຫ້ຖືກຕ້ອງຕາມກົດໝາຍ ແລະລະບຽບຄຸ້ມຄອງປ່າໄມ້ ການຂຸດຄົ້ນ ການເຄື່ອນຍ້າຍ
ການຄ້າ ແລະການສົ່ງອອກໄມ້ ໄປຕ່າງປະເທດຢ່າງເຂັ້ມງວດ.

XS
SM
MD
LG