ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທາງການລາວຢຶດໄມ້ໄດ້ ຫຼາຍກວ່າ 104 ພັນແມັດກ້ອນ ບໍ່ລວມທັງໄມ້ຜິດກົດໝາຍ


ໄມ້ຜິດກົດໝາຍ ທີ່ທາງການລາວ ຢຶດໄດ້ ຢູ່ໃນສາງແຫ່ງໜຶ່ງ
ໄມ້ຜິດກົດໝາຍ ທີ່ທາງການລາວ ຢຶດໄດ້ ຢູ່ໃນສາງແຫ່ງໜຶ່ງ

ທາງການລາວຢຶດໄມ້ໄດ້ຫຼາຍກວ່າ 104,230 ແມັດກ້ອນ ຊຶ່ງໃນນີ້ບໍ່ລວມທັງໄມ້ຜິດກົດ ໝາຍ ທີ່ຢຶດໄດ້ 55,421 ແມັດກ້ອນ ທັງຍັງມີໄມ້ຄ້າງສະໜາມ ທີ່ຈະຕ້ອງຂາຍອອກອີກ ກວ່າ 270,000 ແມັດກ້ອນ.

ທ່ານຈະເລີນ ເຢຍປາຍເຮີ ລັດຖະມົນຕີ ແລະ ໂຄສົກລັດຖະບານລາວ ຖະແຫລງວ່າ ການຈັດຕັ້ງປະຕິບັດຕາມຄຳສັ່ງນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີຄວາມເຂັ້ມ ງວດໃນການຄຸ້ມຄອງ ແລະກວດກາການຂຸດຄົ້ນໄມ້ ເຄື່ອນຍ້າຍໄມ້ ແລະທຸລະກິດໄມ້ ນັບແຕ່ເດືອນພຶດສະພາ ເຖິງເດືອນສິງຫາ 2016 ທີ່ຜ່ານມາ ໜ່ວຍສະເພາະກິດ ຂອງ ລັດຖະບານລາວ ສາມາດຢຶດໄມ້ໄດ້ຫຼາຍກວ່າ 104,230 ແມັດກ້ອນ ຊຶ່ງໃນນີ້ ຍັງບໍ່ ລວມທັງໄມ້ຜິດກົດໝາຍ ທີ່ຢຶດໄດ້ເຖິງ 55,421 ແມັດກ້ອນ.

ໂດຍໄມ້ຜິດກົດໝາຍທີ່ຢຶດໄດ້ ໃນປະລິມານດັ່ງກ່າວນີ້ ໄດ້ຂາຍອອກໄປແລ້ວ 7,300 ກວ່າແມັດກ້ອນ ຈຶ່ງຍັງເຫຼືອ 48,000 ກວ່າແມັດກ້ອນ ທີ່ຈະຕ້ອງຂາຍອອກໃນລະຍະຕໍ່ໄປ ຊຶ່ງກໍເຊັ່ນດຽວກັນກັບໄມ້ທີ່ຢຶດໄດ້ໃນປະລິມານຫຼາຍກວ່າ 104,230 ແມັດກ້ອນນັ້ນ ກໍຈະ ຕ້ອງຂາຍອອກເຊັ່ນດຽວກັນ ນອກຈາກນີ້ ກໍຍັງມີໄມ້ຄ້າງສະໜາມອີກຫຼາຍກວ່າ 270,400 ແມັດກ້ອນໃນຂອບເຂດທົ່ວປະເທດ ທີ່ຈະຕ້ອງຈັດເກັບພາສີອາກອນ ໃຫ້ໄດ້ຢາງຄົບຖ້ວນ ຊຶ່ງທີ່ຜ່ານມາຈັດເກັບໄດ້ແລ້ວ ຫຼາຍກວ່າ 43 ຕື້ກີບ ກັບ 3.6 ກວ່າລ້ານໂດລາ ຈາກໄມ້ໃນ ປະລິມານລວມເກືອບ 80,000 ແມັດກ້ອນ ຈຶ່ງຍັງເຫຼືອອີກກວ່າ 191,000 ແມັດກ້ອນ ທີ່ ຈະຕ້ອງຈັດເກັບພາສີອາກອນ ໃຫ້ໄດ້ຢ່າງຄົບຖ້ວນຕໍ່ໄປ.

ກ່ອນໜ້ານີ້ ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຖະແຫລງຢືນຢັນວ່າ ພະນັກ ງານລັດທຸກຊັ້ນຄົນ ມີໜ້າທີ່ຈະຕ້ອງຈັດຕັ້ງປະຕິບັດຢ່າງເຄັ່ງຄັດ ຕາມຄຳສັ່ງດັ່ງກ່າວນີ້ ຖ້າຫາກກວດພົບວ່າ ພະນັກງານລັດຄົນໃດ ປະຕິບັດໜ້າທີ່ໄປໃນທິດທີ່ຂັດແຍ້ງກັບ ຄຳສັ່ງ ຫຼືວ່າມີສ່ວນກ່ຽວຂ້ອງກັບການລັກລອບຄ້າໄມ້ ກໍຈະຖືກລົງໂທດຕາມກົດໝາຍ ໂດຍບໍ່ມີການຍົກເວັ້ນ ທັງນີ້ ກໍເພາະວ່າ ເປົ້າໝາຍສຳຄັນທີ່ສຸດຂອງຄຳສັ່ງສະບັບນີ້ ກໍຄືການຫ້າມບໍ່ໃຫ້ມີການສົ່ງອອກໄມ້ທ່ອນຢ່າງເດັດຂາດ ດັ່ງທີ່ທ່ານໄດ້ເນັ້ນຢ້ຳວ່າ:

ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ

“ສະນັ້ນ ຄຳສັ່ງນີ້ ຢຸດບໍ່ໃຫ້ສົ່ງອອກໄມ້ທ່ອນເດັດຂາດໂລດ ຜູ້ໃດຝືນນີ້ບໍ່ໄດ້ ເພາະວ່າ ພວກລັກລອບນີ້ ຕ້ອງເຄັ່ງຄັດ ຕ້ອງກວດເດ້ ຜູ້ໃດກະຢ່າ ບໍ່ໃຫ້ມີເບື້ອງໜ້າເບື້ອງຫລັງ ໄມ້ຢູ່ສະໜາມ 1 ບໍ່ໃຫ້ເຄື່ອນອອກມາສະໜາມ 2 ເດັດຂາດ ປະໄວ້ຫັ້ນແຫລະ ຖ້າວ່າ ເອົາຈາກສະໜາມ 1 ຂົນມາສະໜາມ 2 ປະຊາຊົນໄປຕັດອີກ ເພາະວ່າ ພວກພໍ່ຄ້ານີ້ ເຂົາໄປຈ້າງໃຫ້ປະຊາຊົນຕັດ ສ່ວນວ່າ ໄມ້ຜິດ ເຈົ້າຕັດເກີນ ບໍ່ເສຍພັນທະ ຫຼືວ່າ ລັກ ລອບຕັດ ຢຶດເປັນຂອງລັດໂລດ.”

ຄຳສັ່ງດັ່ງກ່າວຂອງນາຍົກລັດຖະມົນຕີລາວ ປະກອບດ້ວຍຄຳສັ່ງ 17 ຂໍ້ ທີ່ແນໃສ່ການຢຸດ ຢັ້ງການສົ່ງອອກໄມ້ທ່ອນ ແລະປາບປາມ ການຄ້າໄມ້ຜິດກົດໝາຍໃຫ້ໄດ້ ຢ່າງແທ້ຈິງ ໂດຍມີສາລະສຳຄັນໃນຂໍ້ 1 ທີ່ໄດ້ກຳນົດ ໃຫ້ທຸກພາກສ່ວນ ທັງສູນກາງ ແລະທ້ອງຖິ່ນໃນ ທົ່ວປະເທດ ຈະຕ້ອງເພີ່ມທະວີຄວາມເອົາໃຈໃສ່ ແລະຄວາມຮັບຜິດຊອບ ໃນການຈັດຕັ້ງ ປະຕິບັດໜ້າທີ່ ໃຫ້ຖືກຕ້ອງຕາມກົດໝາຍ ແລະລະບຽບການທີ່ກ່ຽວຂ້ອງ ກັບການຄຸ້ມ ຄອງປ່າໄມ້ ການຂຸດຄົ້ນໄມ້ ການເຄື່ອນຍ້າຍໄມ້ ທຸລະກິດການຄ້າໄມ້ ແລະການສົ່ງໄມ້ ໄປຕ່າງປະເທດ.

ສ່ວນຂໍ້ 2 ກໍໄດ້ລະບຸຢ່າງຊັດເຈນວ່າ ໃຫ້ຍຸຕິການສົ່ງອອກໄມ້ທ່ອນ ໄມ້ຕີຕັບ ໄມ້ແປຮູບ ໄມ້ຊອຍ ຮາກໄມ້ ເຫງົ້າໄມ້ ຕໍໄມ້ ປູດໄມ້ ງ່າໄມ້ ໄມ້ຢືນຕົ້ນ ຫຼື ໄມ້ປະດັບ ທີ່ຂຸດຄົ້ນອອກ ຈາກປ່າທຳມະຊາດ ໄປຕ່າງປະເທດໃນທຸກກໍລະນີຢ່າງເດັດຂາດ ລວມທັງໄມ້ທີ່ລັດ ຖະບານ ໄດ້ອະນຸມັດແລ້ວ ແຕ່ຍັງບໍ່ທັນໄດ້ຈັດຕັ້ງປະຕິບັດ ທັງນີ້ໂດຍຈະອະນຸຍາດໃຫ້ ສົ່ງອອກໄດ້ ສະເພາະໄມ້ທີ່ໄດ້ປຸງແຕ່ງ ເປັນຜະລິດຕະພັນ ສຳເລັດຮູບຕາມມາດຕະຖານ ທີ່ກະຊວງອຸດສາຫະກຳ ແລະການຄ້າ ໄດ້ວາງອອກຢ່າງຄົບຖ້ວນແລ້ວ ເທົ່ານັ້ນ.

ທັງນີ້ລັດຖະບານລາວ ໄດ້ວາງແຜນການເພີ່ມຄວາມໜາແໜ້ນ ຂອງສະພາບປ່າໄມ້ໃນ ລາວ ໃຫ້ໄດ້ເຖິງ 65 ເປີເຊັນ ແລະ 70 ເປີເຊັນ ຂອງເນື້ອທີ່ທັງໝົດໃນປີ 2015 ແລະປີ 2020 ຫາກແຕ່ຈາກການສຳຫຼວດ ພົບວ່າຄວາມໜາແໜ້ນຂອງປ່າໄມ້ໃນລາວ ໄດ້ລົດ ລົງຈາກ 17 ລ້ານເຮັກຕາ ຫຼື 71 ເປີເຊັນ ຂອງພື້ນທີ່ທັງໝົດໃນປີ 1960 ເປັນ 9 ລ້ານ 4 ແສນເຮັກຕາ ຫຼື ຕ່ຳກວ່າ 40 ເປີເຊັນ ຂອງພື້ນທີ່ທັງໝົດໃນປີ 2015 ໂດຍມີສາເຫດ ທີ່ ສຳຄັນມາຈາກການລັກລອບຕັດໄມ້ເກີນໂຄວຕ້າ ເຊັ່ນໃນແຜນການປີ 2014-2015 ລັດຖະບານລາວ ໄດ້ອະນຸມັດໂຄວຕ້າ ການຕັດໄມ້ໃນປະລິມານລວມ 1 ລ້ານແມັດກ້ອນ ຫາກແຕ່ກໍມີການຕັດເກີນໂຄວຕ້າ ຢ່າງຫຼວງຫຼາຍ.

XS
SM
MD
LG