ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຈົ້າໜ້າທີ່ລາວ ຄາດວ່າ ຈະມີລົດກາຍ 1000 ຄັນ ຜ່ານດ່ານກວດ ທີ່ບໍ່ເຕັນ ສປປ ລາວ ໃນແຕ່ລະມື້


ເມືອງບໍ່ເຕັນ ແຂວງຫລວງນໍ້າທາ ສປປ ລາວ
ເມືອງບໍ່ເຕັນ ແຂວງຫລວງນໍ້າທາ ສປປ ລາວ

ທາງ​ການ​ລາວ​ຄາດ​ວ່າການ​ກໍ່ສ້າງ​ທາງ​ລົດ​ໄຟ​ເພື່ອ​ເຊື່ອມຕໍ່​ລາວ​ກັບ​ຈີນ ຈະ​ເຮັດ​ໃຫ້​ມີ​ຍານ​ພາຫາ​ນະ​ຜ່ານ​ດ່ານ​ບໍ່​ເຕັນ​ເພີ້​ມຂຶ້ນ​ເຖິງ 1,000 ຄັນ​ຕໍ່​ມື້ ທັງ​ຍັງ​ຈະ​ມີ​ຄົນ​ຈີນ​ເດີນທາງ​ມາ​ລາວ​ເພີ້​ມຂຶ້ນ​ອີກ​ດ້ວຍ.

ທ່ານ​ພ​ອນ​ໄຊ​ຈັນທະ​ສອນ​ ຫົວໜ້າ​ຄຸ້ມ​ຄອງ​ດ່ານ​ສາກົນ​ບໍ່ເຕັນ ​ແຂວງ​ຫລວງ​ນໍ້າ​ທາ ​ໄດ້​ໃຫ້ການ​ຢືນຢັນ​ວ່າ ຕາມ​ປົກ​ກະຕິ​ແລ້ວ​ຈະ​ມີ​ຍານ​ພາຫາ​ນະ​ທີ່​ເດີນທາງ​ຈາກ​ຈີນ​ມາລາ​ວ ​ໂດຍ​ຜ່ານ​ດ່ານ​ສາກົນ​ທີ​ບໍ່​ເຕັນ​ຈຳນວນ 400 ກວ່າ​ຄັນ​ໃນ​ແຕ່​ລະ​ວັນ ທັງ​ຍັງ​ມີ​ຄົນ​ຕີນ​ຫລາຍ​ກວ່າ 250,000 ຄົນ​ທີ່​ເດີນທາງ​ມາລາ​ວ​ໂດຍ​ຜ່ານ​ດ່່ານ​ດັ່ງກ່າວ​ນີ້​ໃນ​ຕະຫລອດ​ປີ 2016 ທີ່​ຜ່ານ​ມາ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ພາຍຫລັງ​ພິທີ​ການເປີດ​ການ​ກໍ່ສ້າງທາງ​ລົດ​ໄຟ​ໃນ​ລາວ ​ເພື່ອ​ເຊື່​ອຕໍ່​ກັບ​ຈີນ ​ໄດ້​ຈັດ​ຂຶ້ນ​ຢ່າງ​ເປັນທາງ​ການ​ໃນ​ວັນ​ທີ 25 ທັນວາ 2016 ຢູ່​ແຂວງ​ຫລວງ​ພະ​ບາງ ພາຍ​ໃຕ້​ເປົ້າ​ໝາຍ​ຈະ​ກໍ່ສ້າງ​ໃຫ້​ສຳ​ເລັດ​ໃນ​ປີ 2021 ນັ້ນ ຈຶ່ງ​ເຮັດ​ໃຫ້​ຈະ​ຕ້ອງ​ມີ​ການ​ຂົນ​ສົ່ງ​ວັດ​ທຸ ​ແລະ​ອຸບປະກອນ​ຕ່າງໆ​ທີ່​ກ່ຽວ​ກັບ ການ​ກໍ່ສ້າງ​ທ່າ​ງລົດ​ໄຟ​ຈາກ​ຈີນ​ເຂົ້າ​ມາລາ​ວ ​ໃນ​ຕະຫລອດ​ລະຍະ​ຂອງ​ການ​ກໍ່​ສ້າງດັ່ງ​ກ່າວ ຊຶ່ງ​ຮວມ​ເຖິງການ​ເດີນທາງ​ເຂົ້າ​ອອກ​ລາວ ​ໂດຍ​ຜ່ານ​ດ່ານ​ສາກົນ​ບ່ອນ​ບໍ່​ເຕັນຂອງບັນດາ​ນາຍ​ຊ່າງ ​ແລະ​ແຮ​ງງານ​ຈາກ​ຈີນທີ່​ກ່ຽວ​ຂ້ອງ​ກັບ​ການ​ກໍ່ສ້າງ​ທາງ​ລົດ​ໄຟ​ໃນ​ລາວ​ດ້ວຍ.

​ໂດຍ​ຄາດ​ວ່າ​ຈະ​ມີ​ຍານ​ພາຫາ​ນະ 1,000 ກວ່າ​ຄັນ​ທີ່​ຈະ​ຜ່ານ​ດ່ານ​ສາກົນ​ບໍ່​ເຕັນ ​ໃນ​ແຕ່​ລະ​ວັນ ທັງ​ຍັງ​ຕ້ອງ​ນຳ​ໃຊ້​ແຮງ​ງານ​ທີ່​ມີ​ປະສົບ​ການ​ໃນ​ການ​ກໍ່ສ້າງ​ທາງ​ລົດ​ໄຟ​ຈາກ​ຈີນ​ຫລາຍ​ກວ່າ 10,000 ຄົນ ຊຶ່ງໃນ​ປັດຈຸບັນ​ກໍ່​ໄດ້​ເດີນທາງ​ເຂົ້າມາ​ໃນ​ແຂວງ​ອຸດົ​ມ​ໄຊ ຫລວງ​ນໍ້າ​ທາ ​ແລະ​ຫລວງ​ພະ​ບາງ​ແລ້ວ 9,000 ກວ່າຄົນ ​ໂດຍ​ແຂວງ​ອຸດົມໄຊ​ຈະ​ຕ້ອງ​ນຳໃຊ້​ແຮງງານ​ຈີນ 5,000 ຄົນ ​ເພາະ​ທາງ​ລົດ​ໄຟ​ຈະ​ຜ່ານ​ແຂວງ​ອຸດົມ​ໄຊ​ເປັນ​ລະຍະ​ທາງ​ເຖິງ 126.6 ກິ​ໂລ​ແມັດ ຄິດ​ເປັນ 1 ​ໃນ 3 ຂອງ​ທາງ​ລັດ​ໄຟ​ໃນ​ລາວ ​ແລະ​ໃນ​ນີ້​ກໍ​ຄິດ​ເປັນ 40% ຂອງ​ທາງ ລົດ​ໄຟ​ທັງ​ໝົດ​ໃນ​ແຂວງ​ອຸດົ​ມ​ໄຊ ທີ່​ຈະ​ເປັນ​ການ​ກໍ່ສ້າງ​ຂົວ ​ແລະ​ເຈາະ​ອຸ​ໂມງ ຈຶ່ງ​ເຮັດ​ໃຫ້​ຕ້ອງ​ນໍາ​ໃຊ້​ນາຍ​ຊ່າງ ​ແລະ​ແຮງ​ງານ​ມີ​ຝີ​ມື​ຈາກ​ຈີນ​ຫລາຍ​ເປັນ​ກໍລະນີ​ພິ​ເສດ.

ສ່ວ​ນຢູ່​ແຂວງ​ຫລວງ​ນໍ້າ​ທາ​ນັ້ນ​ມີ​ແຮງ​ງານ​ຈາກ​ຈີນ 1,000 ກວ່າຄົນທີ່​ໄດ້​ເດີນ ທາງ​ເຂົ້າໄປ​ປະຕິບັດ​ງານ​ແລ້ວ ທັງ​ຍັງ​ມີ​ແຮງ​ງານ​ລາວ 100 ກວ່າ​ຄົນ​ທີ່​ໄດ້​ເຂົ້າ​ຮ່ວມໃນການສໍາຫລວດ​ຜົນ​ກະທົບ​ຕໍ່​ປະຊາຊົນ​ທີ່ຢູ່​ໃນ​ເຂດ​ບ້ານ​ບໍ່​ເຕັນ ບ້ານ​ຕີນ​ຊານ ​ແລະ​ບ້ານ​ນາ​ເຕີຍ​ຊຶ່ງ​ຄືບ​ໜ້າ​ໄປ​ແລ້ວ 70% ​ແລະ​ພວມ​ເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ (UXO) ທີ່​ຕົກ​ຄ້າງ​ຢູ່​ຕາມ​ແລວ​ທາງ​ລົດ​ໄຟ ທີ່​ຈະ​ມີ​ລະຍະ​ທາ​ງຍາວ 16.9 ກິ​ໂລ​ແມັດ ​ໃນ​ແຂວງ​ຫລວງ​ນໍ້າ​ທາ ​ໂດຍ​ຈະ​ມີ​ການ​ກໍ່ສ້າງ​ສະຖານີ​ລົດ​ໄຟ 2 ​ແຫ່ງ​ຄື​ສະຖານີ​ບໍ່​ເຕັນ ສຳ​ຫລັບ​ກວດ​ຄົນ​ເຂົ້າອອກ​ເມືອງ ​ແລະ​ສະຖານີ​ຂະໜາດ​ໃຫຍ່​ຢູ່​ທີ່​ບ້ານ​ນາ​ເຕີຍ.

ສຳ​ລັບ​ຢູ່​ແຂວງ​ຫລວງ​ພະ​ບາງ​ກໍ​ມີ​ແຮງ​ງານ​ຈາກ​ຈີນ 3,000 ກວ່າຄົນທີ່​ເດີນທາງ​ເຂົ້າ​ໄປ​ປະ​ຕິ​ບັດ​ງານ​ໃນ​ເຂດ​ກໍ່ສ້າງ​ທາງ​ລົດ​ໄຟ ນັບແຕ່​ວັນ​ທີ 25 ທັນວາ 2016 ​ເປັນ​ຕົ້ນ​ມາ ​ໂດຍ​ທາງ​ລົດ​ໄຟ​ຈະ​ຜ່ານ​ເມືອງ​ຈອມ​ເພັດ ​ເມືອງ​ຫລວງ​ພະ​ບາງ ​ແລະ​ເມືອງ​ຊຽງ​ເງິນ ລະຍະ​ທາງ​ຮວມ 80 ກິ​ໂລ​ແມັດ ມີ 1 ສະຖານີ​ໃຫຍ່​ກັບ 4 ສະຖານີ​ຫຍ່ອຍ ທັງ​ຈະ​ຕ້ອງ​ສ້າງ​ຂົວ​ຂ້າມ​ນໍ້າຂອງ 1 ​ແຫ່ງ ​ແລະ​ເຈາະ​ອຸ​ໂມງ 6 ​ແຫ່ງ.

​ໂຄງການ​ກໍ່​ສ້າງ​ທາງ​ລົດ​ໄຟ​ໃນ​ລາວເປັນ​ການ​ຮ່ວມ​ລົງ​ທືນລາວ-ຈີນ​ໃນ​ສັດສ່ວນ 30% ຕໍ່ 70% ຂອງ​ມູນ​ຄາ​ລົງ​ທືນຮວມ 38,700 ລ້ານ​ຢວນ ຫລື​ເກືອບ 6,000 ລ້ານ ຊຶ່ງ​ກູ້​ຢືມ​ມາ​ຈາກ​ສະ​ຖາ​ບັນ​ການ​ເງິນ​ຂອງ​ຈີນ ຊຶ່ງ​ທາງ​ການ​ລາວ​ຄາດ​ຫວັງ​ວ່າ​ຈະສ້າງ​ວຽກງານ​ໃຫ້ກັບ​ຄົນ​ລາວ ​ແລະ​ບໍລິສັດ​ໃນ​ລາວ​ນຳ​ດ້ວຍເຊັ່ນ​ກັນ ດັ່ງ​ທີ່​ທ່ານ​ລັດຕະນະມະນີ ຄຸນ​ນິວົງ ລັດ ຖະມົນຕີ​ຊ່ວຍ​ວ່າການກະຊວງ​ໂຍທາ​ທິການ ​ແລະ​ຂົນ​ສົ່ງ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

“​ໃນ​ການ​ລົງ​ທຶນ​ຫັ້ນ​ກ​ະ​ແມ່ນ​ນັບ​ຕັ້ງ​ແຕ່​ເລີ້ມ​ຕົ້ນ​ກໍ່ສ້າງ​ກໍ​ຍາກ​ໃຫ້​ຄົນ​ລາວ​ມີ​ວຽກ​ເຣັດ ງານ​ທຳ ມີ​ລາຍ​ໄດ້​ຄຽ​ງຄູ​ກັນ​ນັ້ນ​ຍາກ​ໃຫ້​ບໍ​ລິ​ສັດ​ຂອງ​ລາວ​ນີ້​ເຂັ້ມ​ແຂງ​ເຕີບໂຕ ມີ​ພື້ນ ຖານ​ກ່ຽວ​ກັບ​ທາງ​ລົດ​ໄຟ​ເພື່ີອວ່າ​ເອົາ​ສ້າງ​ໂຄງການ​ໃໝ່​ຕໍ່​ໄປ ກໍ​ຍັງ​ຊິສ້າງ​ອີກ​ເດ້​ໂດຍ​ໂຄງ​ການ​ຕໍ່​ໄປ ກະ​ຍາກ​ໃຫ້​ມີບໍລິສັດ​ລາວ​ນີ້ມີ​ຄວາມ​ເຂັ້ມ​ແຂງ​ເປັນ​ຫລັກ​ຂຶ້ນ​ຕື່ມ ​ເຮົາ​ຕ້ອງ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ບໍລິສັດ​ພາຍ​ໃນ​ຂອງ​ເຮົາ​ ບໍ​ແມ່ນ​ແຕ່​ທາງ​ການ​ກໍ່ສ້າງ ທາງ​ດ້ານ​ການ​ຂົນ​ສົ່ງ Logistic ທາງ​ບໍລິສັດ​ທີ່​ປືກສາ​ຄື​ກັນ ກະ​ສ້າງ​ຄວາມ​ເຂັ້ມ​ແຂງ​ໄປ​ພ້ອມ​ກັນ.”

​ໂດຍ​ທາງ​ລົດ​ໄຟ​ໃນ​ລາວ​ຈະ​ມີ​ລະຍະ​ທາງ 417 ກິ​ໂລ​ແມັດ ຈາກ​ດ່ານ​ຊາຍ​ແດນ ບໍ່​ເຕັນ​ໃນ​ແຂວງ​ຫລວງ​ນໍ້າ​ທາ​ຜ່ານ​ແຂວງ​ອຸດົ​ມ​ໄຊ-ຫລວງ​ພະ​ບາງ-ວັງ​ວຽງ​ໃນ​ແຂວງ​ວຽງ​ຈັ​ນ ຕໍ່​ມາ ນະ​ຄອນ​ວຽງ​ຈັນ ​ໂດຍ​ລາງ​ລົດ​ໄຟ​ມີ​ຂະໜາດ​ກວ້າ​ງ 1,435 ແມັດ​ແຍກ​ກັນ​ລະຫວ່າງ​ຂະ​ບວນ​ໂດຍສານ​ກັບ​ຂະ​ບວນຂົນ​ສົ່ງ​ສີນຄ້າ​ທີ່​ມີ​ຄວາມ​ໄວ 160 ​ແລະ 120 ກິ​ໂລ​ແມດ​ຕິກ​ຕໍ່​ຊົ່ວ​ໂມງ​ຕາມ​ລຳດັບ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG