ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຄະນະກວດກາສູນກາງພັກ ກວດພົບ ການໃຊ້ອຳນາດໜ້າທີ່ ໂດຍທຸຈະລິດ ຂອງສະມາຊິກ ພັກ 960 ຄົນ


ເຈົ້າໜ້າທີ່ພະນັກງານລັດ ຈຳນວນນຶ່ງ ທີ່ຖືກສານຕັດສິນ ວ່າມີຄວາມຜິດ ຕໍ່ການປະຕິບັດໜ້າທີ່ ໂດຍທຸຈະລິດ ສໍ້ລາດບັງຫລວງ ແລະຖືກສານຕັດສິນລົງໂທດ ໄປແລ້ວ.
ເຈົ້າໜ້າທີ່ພະນັກງານລັດ ຈຳນວນນຶ່ງ ທີ່ຖືກສານຕັດສິນ ວ່າມີຄວາມຜິດ ຕໍ່ການປະຕິບັດໜ້າທີ່ ໂດຍທຸຈະລິດ ສໍ້ລາດບັງຫລວງ ແລະຖືກສານຕັດສິນລົງໂທດ ໄປແລ້ວ.

ຄະນະກວດກາສູນກາງ ພັກປະຊາຊົນປະຕິວັດລາວ ກວດພົບການໃຊ້ອຳນາດໜ້າທີ່
ໂດຍທຸຈະລິດ ຂອງບັນດາສະມາຊິກພັກທີ່ເຮັດໃຫ້ປະເທດຊາດ ຕ້ອງເສຍຫາຍເພີ່ມ
ຫຼາຍຂຶ້ນຢ່າງຕໍ່ເນື່ອງ.

ທ່ານດາວບົວລະພາ ບາວົງເພັດ ຮອງຫົວໜ້າຄະນະກວດກາສູນກາງ ພັກປະຊາຊົນ
ປະຕິວັດລາວ ຖະແຫລງຍອມຮັບວ່າ ນັບຕັ້ງແຕ່ປີ 2001 ເປັນຕົ້ນມາ ໄດ້ມີການກວດ
ພົບການໃຊ້ອຳນາດໜ້າທີ່ ໂດຍທຸຈະລິດຂອງບັນດາສະມາຊິກພັກ ເພີ່ມຂຶ້ນນັບມື້
ທັງຍັງ ເຮັດໃຫ້ປະເທດຊາດເສຍຫາຍເພີ່ມຫຼາຍຂຶ້ນຢ່າງຕໍ່ເນື່ອງອີກດ້ວຍ ດັ່ງທີ່ທ່ານ
ໄດ້ໃຫ້ການຢືນຢັນວ່າ:

“ແຕ່ປີ 2001 ເປັນຕົ້ນມາໄດ້ສາມາດເຫັນໄດ້ການຈັດຕັ້ງພັກສະມາຊິກພັກ
ທີ່ມີການລະເມີດກົດລະບຽບຂອງພັກ ຊຶ່ງຕ້ອງໄດ້ຖືກລົງວິໄນໃນນັ້ນ ໄດ້ມີ
ການຍຸບການຈັດຕັ້ງໃນພັກ ມີ 4 ຮາກຖານສະມາຊິກພັກ ຖືກວິໄນ 2,723
ສະຫາຍເອົາອອກຈາກພັກ 1,440 ສະຫາຍ ວຽກງານກວດກາລັດສະກັດກັ້ນ
ແລະຕ້ານສໍ້ລາດບັງຫລວງ ໄດ້ພົບເຫັນມີການກະທຳ ທີ່ເປັນການລະເມີດ
ລະບຽບກົດໝາຍ ກໍ່ຜົນເສຍຫາຍໃຫ້ແກ່ຊັບສິນຂອງພັກຂອງລັດ ເຖິງ
5,113 ຕື້ກວ່າກີບ ແລະພະນັກງານທີ່ກະທຳຜິດໄດ້ຖືກລົງວິໄນຈຳນວນ
960 ຄົນ.”

ທັງນີ້ໂດຍໃນລະຍະ 5 ປີທີ່ຜ່ານມາຄະນະກວດກາສູນກາງພັກ ໄດ້ຮັບຈົດໝາຍ
ຮ້ອງຮຽນຈາກປະຊາຊົນລາວ ຈຳນວນ 3,640 ສະບັບເພື່ອຮຽກຮ້ອງຂໍໃຫ້ດຳເນີນ
ມາດຕະການກວດກາການໃຊ້ອຳນາດ ຂອງບັນດາສະມາຊິກພັກ ທີ່ຖືກສົງໄສວ່າ
ໄດ້ປະຕິບັດໜ້າທີ່ໂດຍທຸຈະລິດເພື່ອສະແຫວງຫາຜົນປະໂຫຍດສ່ວນຕົວ ແລະໄດ້
ກໍ່ໃຫ້ເກີດຜົນເສຍຫາຍຕໍ່ປະເທດຊາດຢ່າງຫລວງຫລາຍ.

ຄະນະກວດກາສູນກາງ ພັກປະຊາຊົນປະຕິວັດລາວ ຍັງກວດພົບວ່າ ມີການລັກລອບຂາຍໄມ້ ຂອງລັດຖະລານ ໂດຍຜິດກົດໝາຍຫຼາຍກວ່າ 4 ລ້ານແມັດກ້ອນອີກດ້ວຍ.
ຄະນະກວດກາສູນກາງ ພັກປະຊາຊົນປະຕິວັດລາວ ຍັງກວດພົບວ່າ ມີການລັກລອບຂາຍໄມ້ ຂອງລັດຖະລານ ໂດຍຜິດກົດໝາຍຫຼາຍກວ່າ 4 ລ້ານແມັດກ້ອນອີກດ້ວຍ.

ທັງນີ້ໂດຍຈາກການກວດກາໃນຈຳນວນ 734 ກໍລະນີເປົ້າໝາຍຕາມການຮຽກຮ້ອງ
ດັ່ງກ່າວ ກໍພົບວ່າ ການທຸຈະລິດໄດ້ສ້າງຄວາມເສຍຫາຍຄິດເປັນມູນຄ່າເຖິງ 4,145.86
ຕື້ກີບ ພ້ອມດ້ວຍການເສຍຫາຍ ໃນສ່ວນຂອງເງິນຕາຕ່າງປະເທດ 70.77 ລ້ານໂດລາ
ກັບ 381.68 ລ້ານບາດ ແລະ 539,518 ຢວນ ທັງຍັງມີການລັກລອບຂາຍໄມ້ຂອງລັດ
ຖະລານ ໂດຍຜິດກົດໝາຍຫຼາຍກວ່າ 4 ລ້ານແມັດກ້ອນອີກດ້ວຍ.

ທາງດ້ານທ່ານວັນໄຊ ພອງສະຫວັນ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໃຫ້ການ
ຍອມຮັບວ່າ ພັກກຳລັງປະເຊີນກັບບັນຫາການຈັດຕັ້ງທີ່ບໍ່ມີປະສິດທິພາບຫຼາຍຂຶ້ນນັບມື້
ໂດຍມີສາເຫດມາຈາກການປະຕິບັດຕົວທີ່ຂາດຄວາມຮັບຜິຊອບຕໍ່ສ່ວນລວມ ຂອງ
ສະມາຊິກພັກເປັນສຳຄັນ ເຊັ່ນ ການຫລິ້ນພັກຫລິ້ນພວກ ການບໍ່ຍອບຮັບການວິຈາກ
ກັນຢ່າງກົງໄປກົງມາ ການອາຄາດມາດຮ້າຍຕໍ່ກັນ ການບໍ່ຍອມຮັບໃນຄວາມຮູ້-ຄວາມ
ສາມາດ ລະຫວ່າງຜູ້ບັງຄັບບັນຊາ ແລະຜູ້ໃຕ້ບັງຄັບບັນຊາ ການບໍ່ເຄົາລົບກົດລະບຽບ
ຂອງພັກ ແລະການທຸຈະລິດ.

ອີງຕາມການສຳຫຼວດການສອບຖາມບັນດານັກທຸລະກິດ ທີ່ລົງທຶນຢູ່ໃນລາວ ໄດ້ຈັດໃຫ້ລາວ ມີການສໍ້ລາດບັງຫລວງ ຢູ່ທີ່ ລະດັບ 30-39 ເປີເຊັນ.
ອີງຕາມການສຳຫຼວດການສອບຖາມບັນດານັກທຸລະກິດ ທີ່ລົງທຶນຢູ່ໃນລາວ ໄດ້ຈັດໃຫ້ລາວ ມີການສໍ້ລາດບັງຫລວງ ຢູ່ທີ່ ລະດັບ 30-39 ເປີເຊັນ.

ໂດຍໃນຮອບ 5 ປີ ທີ່ຜ່ານມາອຳນາດການນຳຂອງສູນກາງພັກ ໄດ້ຕັດສິນລົງໂທດ
ທາງວິໄນ ຕໍ່ສະມາຊິກພັກຈຳນວນ 1,806 ຄົນ ໃນນີ້ ເປັນສະມາຊິກເພດຍິງ 171 ຄົນ
ທີ່ສວນໃຊ້ຕຳແໜ່ງໜ້າທີ່ ເພື່ອສະແຫວງຫາຜົນປະໂຫຍດສ່ວນຕົວ ແລະພ້ອມກັນນີ້
ກໍໄດ້ປົດຈາກຕຳແໜ່ງສະມາຊິກຂອງພັກອີກ 1,007 ຄົນ ທີ່ປະຕິບັດໜ້າທີ່ຂັດຕໍ່ແນວ
ທາງນະໂຍບາຍຂອງພັກ ແລະມີສະມາຊິກພັກຈຳນວນນຶ່ງ ທີ່ໄດ້ຊື້ຈ້າງດ້ວຍຮູບແບບ
ຕ່າງໆ ເພື່ອເຮັດໃຫ້ພວກຕົນໄດເປັນສະມາຊິກພັກ ແລະພາກັນສວຍໃຊ້ຕຳແໜ່ງໜ້າທີ່
ສະແຫວງຫາຜົນປະໂຫຍດ ສ່ວນຕົວຢ່າງກວ້າງຂວາງໃນທຸກວົງການ.

ກ່ອນໜ້ານີ້ ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ເນັ້ນໜັກວ່າ ຈຸດເນັ້ນໜັກ
ທີ່ສຳຄັນ ທີ່ສຸດ ໃນການບໍລິຫານງານຂອງຄະນະລັດຖະລານຊຸດປັດຈຸບັນ ກໍຄື ການ
ຄວບຄຸມ ແລະກວດກາການຈັດຕັ້ງປະຕິບັດໜ້າທີ່ຂອງບັນດາພະນັກງານລັດ ໃນທຸກ
ລະດັບຢ່າງໂປ່ງໃສ ແນໃສ່ການສະກັດກັ້ນ ແລະປາບປາມການທຸຈະລິດທຸກຮູບແບບ
ໂດຍສະເພາະພະນັກງານລັດ ທີ່ຮັບຜິດຊອບໃນການຈັດເກັບລາຍຮັບ ແລະໃຊ້ຈ່າຍ
ງົບປະມານນັ້ນ ແຕ່ວ່າການທີ່ຈະສາມາດຈັດຕັ້ງປະຕິບັດໄດ້ ຢ່າງແທ້ຈິງ ກໍຈະຕ້ອງມີ ການປັບປຸງກົນໄກບໍລິຫານ ກົນໄກບໍລິການ ແລະຈະຕ້ອງປະຕິບັດລະບຽບກົດໝາຍ ຢ່າງເຂັ້ມງວດອີກດ້ວຍ.

XS
SM
MD
LG