ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຊ ສຶກສາ ເພີ່ມມາດຕະການ ຄວບຄຸມ ແລະ ປັບປ່ຽນ ວິທີການສອບເສັງ ຈົບຊັ້ນມັດທະຍົມ


ພວກນັກສຶກສາ ລະດັບມັດທະຍົມຕົ້ນ ແລະ ມັດທະຍົມປາຍ ກຳລັງສອບເສັງ ຈົບຊັ້ນ ຂອງສົກຮຽນປະຈຳປີ ໃນລະຫວ່າງ ວັນທີ 14-16 ມິຖຸນາ ປີນີ້.
ພວກນັກສຶກສາ ລະດັບມັດທະຍົມຕົ້ນ ແລະ ມັດທະຍົມປາຍ ກຳລັງສອບເສັງ ຈົບຊັ້ນ ຂອງສົກຮຽນປະຈຳປີ ໃນລະຫວ່າງ ວັນທີ 14-16 ມິຖຸນາ ປີນີ້.

ທາງການກະຊວງສຶກສາທິການແລະກິລາ ເພີ່ມມາດຕະການຄວບຄຸມ ແລະປັບປ່ຽນ ວິທີການເພື່ອປ້ອງກັນຂໍ້ສອບຮົ່ວໄຫລ ແລະສະກັດກັ້ນການໂກງ ໃນການສອບເສັງ ລະດັບມັດທະຍົມ ໃນທົ່ວປະເທດ.

ທ່ານນາງສີສຸກ ວົງວິຈິດ ຫົວໜ້າກົມມັດທະສຶກສາ ກະຊວງສຶກສາທິການ ແລະກິລາ ຖະແຫລງວ່າ ໄດ້ມີການເພີ່ມມາດຕະການຄອບຄຸມ ແລະປັບປ່ຽນວິທີການເພື່ອ ປ້ອງກັນຂໍ້ສອບຮົ່ວໄຫລ ແລະສະກັດກັ້ນການໂກງໃນການສອບເສັງ ເພື່ອຈົບຊັ້ນ ມັດທະຍົມຕົ້ນ ແລະມັດທະຍົມປາຍ ດ້ວຍການສ້າງຕັ້ງລະບົບການອອກຂໍ້ສອບ ແລະຄວບຄຸມການສອບໃໝ່ທັງໝົດໃນທົ່ວປະເທດດັ່ງທີ່ທ່ານນາງໄດ້ຢືນຢັນວ່າ:

“ພວກຂ້າພະເຈົ້າ ໄດ້ສົ່ງແຈ້ງການໄປໃຫ້ແຕ່ລະແຂວງຫັ້ນ ໃຫ້ກະກຽມ ຈຳນວນນັກສອບເສັງ ບຸຄະລາກອນ ທີ່ຈະເຮັດວຽກຢູ່ໃນການສອບເສັງ ຢູ່ໃນແຕ່ລະຄະນະກົມການ ອະນຸກົມການຂອງແຕ່ລະແຂວງຫັ້ນ ສະຖານ ທີ່ສອບເສັງ ສູນສອບເສັງ ຫ້ອງສອບເສັງ ອຸປະກອນສິ່ງອຳນວຍຄວາມ ສະດວກຕ່າງໆ ຢູ່ແຕ່ລະສູນສອບເສັງ ແຕ່ລະຫ້ອງສອບເສັງຫັ້ນ ເພື່ອໃຫ້ ກະກຽມໄດ້ມີຄວາມພ້ອມ ໃນການຈັດການສອບເສັງນີ້ ຈາກນັ້ນ ກະແມ່ນ ພວກເຮົາໄດ້ກະກຽມເລື່ອງຂອງບົດສອບເສັງ ແລະໃນບົດສອບເສັງນັ້ນ ກະພັດທະນາ ຈາກຄະນະກົມການພັດທະນາບົດສອບເສັງ ໂດຍການວິ ເຄາະຂໍ້ສອບເລືອກເອົາຂໍ້ສອບດີໆ ມາເຂົ້າໃນຄັງຂໍ້ສອບ.”

ນັກຮຽນລະດັບ ມັດທະຍົມ ກຳລັງທຳການສອບເສັງຈົບຊັ້ນປະຈຳປີ.
ນັກຮຽນລະດັບ ມັດທະຍົມ ກຳລັງທຳການສອບເສັງຈົບຊັ້ນປະຈຳປີ.

ທັງນີ້ ການສອບເສັງໃນລະດັບມັດທະຍົມຕົ້ນ ກຳນົດໃຫ້ມີຂຶ້ນ ໃນວັນທີ 14-16 ມິຖຸນາ ໂດຍລົດຈຳນວນວິຊາລົງຈາກ 8 ວິຊາ ເປັນ 5 ວິຊາ ຄື ວິຊາພາສາລາວ ແລະວັນນະຄະດີ ຄະນິດສາດ ວິທະຍາສາດ ແລະສັງຄົມ ວິທະຍາສາດທຳມະຊາດ ແລະສຶກສາ-ພົນລະເມືອງ ສ່ວນລະດັບມັດທະຍົມປາຍ ກໍມີການສອບເສັງພຽງ ແຕ່ 4 ວິຊາເທົ່ານັ້ນ ຄື ພາສາລາວ ແລະວັນນະຄະດີ ຄະນິດສາດ ຊີວະສາດ ແລະ ປະຫວັດສາດ.

ໂດຍສາເຫດທີ່ເຮັດໃຫ້ຕ້ອງມີການປັບປ່ຽນດັ່ງກ່າວ ກໍຍ້ອນວ່າ ໄດ້ມີການຮົ່ວໄຫລ ຂອງຂໍ້ສອບເສັງໃນພາກຮຽນທີ 2 ສຳລັບນັກຮຽນຊັ້ນມັດທະຍົມປີທີ 7 ເກີດຂຶ້ນ ໃນທົ່ວປະເທດລາວ ຊຶ່ງກໍໄດ້ເປັນສາເຫດທີ່ເຮັດໃຫ້ລັດຖະມົນຕີວ່າການ ກະຊວງ ສຶກສາທິການ ແລະກິລາ ຕ້ອງອອກຄຳສັ່ງໃຫ້ຍົກເລີກການສອບເສັງ ໃນທົ່ວ ປະເທດເມື່ອທ້າຍເດືອນມິຖຸນາ 2015 ທີ່ຜ່ານມາ.

ແຕ່ຢ່າງໃດກໍຕາມ ການດຳເນີນການສືບສວນສອບສວນໃນລະຍະທີ່ຜ່ານມາ ກໍ ຍັງບໍ່ສາມາດທີ່ຈະພິສູດໄດ້ວ່າ ການຮົ່ວໄຫລຂອງຂໍ້ສອບໄດ້ເກີດຂຶ້ນ ຈາກການ ກະທຳຂອງພາກສ່ວນໃດ ໂດຍເວັບໄຊ້ໂທລະໂຄ່ງດອດຄອມ ລາຍງານວ່າ ພາກສ່ວນທີ່ກ່ຽວຂ້ອງໄດ້ດຳເນີນການສອບສວນ ເພື່ອຫາຕົ້ນຕໍຂອງການຮົ່ວໄຫຼ ຂອງຂໍ້ສອບ ແຕ່ກໍຍັງບໍ່ສາມາດເອົາຜິດພາກສ່ວນໃດໄດ້ເລຍຈົນເຖິງປັດຈຸບັນນີ້.

ໂດຍສຳຫລັບໃນສົກຮຽນປະຈຳປີ 2015-2016 ນີ້ ກໍມີນັກຮຽນສອບເສັງເພື່ອ ຈົບຊັ້ນມັດທະຍົມປີທີ 7 ຈຳນວນຫຼາຍກວ່າ 53,000 ຄົນ ແລະໃນນີ້ ເປັນນັກ ຮຽນເພດຍິງເກີນກວ່າ 24,000 ຄົນ ທີ່ສອບເສັງຢູ່ສູນສອບ 243 ແຫ່ງທົ່ວ ປະເທດໂດຍທາງການລາວ ຄາດຫວັງວ່າ ການປັບປ່ຽນດັ່ງກ່າວນີ້ ຈະເຮັດໃຫ້ ລະດັບຄຸນນະພາບການສຶກສາໃນລາວ ໄດ້ຮັບການພັດທະນາໃຫ້ດີຂຶ້ນກວ່າ ເກົ່າອີກດ້ວຍ.

ກ່ອນໜ້ານີ້ ເຈົ້າໜ້າທີ່ຂັ້ນສູງໃນກົມພັດທະນາຝີມືແຮງງານ ແລະຈັດຫາງານ ຍອມຮັບວ່ານັກຮຽນທີ່ຈົບການສຶກສາລະດັບວິຊາຊີບຊັ້ນສູງ ເຖິງປະລິນຍາຕີ ໃນປີ 2015 ຈຳນວນຫຼາຍກວ່າ 115,000 ຄົນ ມີໂອກາດຕ່ຳຫຼາຍ ທີ່ຈະໄດ້ຮັບ ການວ່າຈ້າງຈາກບັນດາບໍລິສັດຕ່າງຊາດ ທີ່ລົງທຶນໃນລາວ ເພາະຈາກການເກັບ ກຳຂໍ້ມູນພົບວ່າ ມີພຽງ 17,300 ກວ່າຄົນ ຫຼືຄິດເປັນ 15 ເປີເຊັນ ເທົ່ານັ້ນ ຈາກ ຈຳນວນທັງໝົດທີ່ມີລະດັບຄວາມຮູ້ ຄວາມສາມາດໄດ້ມາດຕະຖານ ຕາມຄວາມ ຕ້ອງການຂອງບໍລິສັດຕ່າງຊາດໃນລາວ.

ທັງນີ້ ໂດຍມີສາເຫດມາຈາກຄ່ານິຍົມດ້ານການສຶກສາໃນລາວ ທີ່ບໍ່ສອດຄ້ອງ ກັບສະພາບຕົວຈິງ ກໍຄື ໃນຂະນະທີ່ບັນດາບໍລິສັດຕ່າງຊາດ ຕ້ອງການວ່າຈ້າງ ແຮງງານທີ່ມີຄວາມຮູ້ຄວາມສາມາດດ້ານວິຊາຊີບ ແລະຊ່າງເທັກນິກ ຫາກແຕ່ ນັກສຶກສາສ່ວນໃຫຍ່ໃນລາວ ກັບນິຍົມສຶກສາແລະຮຽນຈົບດ້ານບໍລິຫານທຸລະກິດ ສ່ວນທີ່ຮຽນຈົບວິຊາຊີບຊັ້ນສູງ ສ່ວນໃຫຍ່ກໍບໍ່ມີຄຸນນະພາບ ຕາມທີ່ຕ້ອງການ ຂອງບໍລິສັດຕ່າງຊາດ.

XS
SM
MD
LG