ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສປປ ລາວ ຕັ້ງແຜນການ ປະຕິບັດ ການພັດທະນາ 4 ດ້ານ ສຳລັບ AEC


ທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີການຕ່າງປະເທດ ໃຫ້ຄຳປາໄສ ໃນລະຫວ່າງກອງປະຊຸມ ກ່ຽວກັບການວາງແຜນ ປະຕິບັດການພັດທະນາ 4 ດ້ານ ເພື່ອຮັບຮອງ ແລະ ເສີມສ້າງຜົນປະໂຫຍດຈາກ AEC ທີ່ນະຄອນຫຼວງວຽງຈັນ, ສປປລາວ.
ທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີການຕ່າງປະເທດ ໃຫ້ຄຳປາໄສ ໃນລະຫວ່າງກອງປະຊຸມ ກ່ຽວກັບການວາງແຜນ ປະຕິບັດການພັດທະນາ 4 ດ້ານ ເພື່ອຮັບຮອງ ແລະ ເສີມສ້າງຜົນປະໂຫຍດຈາກ AEC ທີ່ນະຄອນຫຼວງວຽງຈັນ, ສປປລາວ.

ທາງການລາວ ວາງແຜນປະຕິບັດການພັດທະນາໃນ 4 ດ້ານ
ເພື່ອຮັບ ຮອງ ແລະ ເສີມສ້າງ ຜົນປະໂຫຍດຈາກປະຊາຄົມ
ເສດຖະກິດອາຊຽນ ທີ່ຈະເລີ່ມປະຕິບັດນັບແຕ່ວັນທີ 31 ທັນວາ
2015 ນີ້ເປັນຕົ້ນໄປ.

ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ
ໄດ້ໃຫ້ການຢືນຢັນວ່າ ເພື່ອເປັນການຮອງຮັບ ປະຊາຄົມເສດຖະກິດອາຊຽນ ລັດຖະບານ
ລາວ ໄດ້ວາງແຜນປະຕິບັດ ການພັດທະນາໃນ 4 ດ້ານ ເພື່ອທີ່ວ່າຈະໄດ້ເສີມສ້າງ ແລະ
ດຶງດູດເອົາ ຜົນປະໂຫຍດຈາກການຈັດຕັ້ງປະຕິບັດ ຕາມການຕົກລົງວ່າດ້ວຍການເປິດ
ເສລີທາງການຄ້າ ການລົງທຶນ ແລະການບໍລິການໃນປະຊາຄົມ ເສດຖະກິດອາຊຽນ
ທີ່ຈະເລີ່ມ ປະຕິບັດນັບແຕ່ວ່າທີ​ 31 ທັນວາ 2015 ນີ້ເປັນຕົ້ນໄປ.

ໂດຍແຜນປະຕິບັດການພັດທະນາທັງ 4 ດ້ານທີ່ລັດຖະບານລາວ ເຊື່ອໝັ້ນວ່າ ຈະສ້າງ
ຜົນປະໂຫຍດໃຫ້ລາວໄດ້ ໃນປະຊາຄົມເສດຖະກິດ ອາຊຽນ ກໍຄືການເປັນສູນກາງ ການ
ເຊື່ອມໂຍງ ທາງດ້ານການຄົມມະນາຄົມ ຂົນສົ່ງພາຍໃນອາຊຽນ ການອຳນວຍຄວາມສະ
ດວກ ທາງດ້ານການພັດທະນາເພື່ອເຊື່ອມໂຍງການທ່ອງທ່ຽວ ແລະ ບໍລິການ ເພາະວ່າ
ລາວ ມີທີ່ຕັ້ງຢູ່ໃນ ຈຸດໃຈກາງຂອງລຸ່ມແມ່ນນ້ຳຂອງ ທີ່ເປັນສ່ວນໜຶ່ງໃນອາຊຽນ ນັ້ນເອງ.

ແຜນທີ່ປະເທດ ສະມາຊິກປະຊາຄົມ ເສດຖະກິດ ອາຊຽນ.
ແຜນທີ່ປະເທດ ສະມາຊິກປະຊາຄົມ ເສດຖະກິດ ອາຊຽນ.

ທາງດ້ານທ່ານ ຈູມມະລີ ໄຊຍະສອນ ປະທານປະເທດ ກໍໄດ້
ຖະແຫຼງ ຮຽກຮ້ອງຂໍໃຫ້ທຸກພາກ ສ່ວນທັງໃນພາກລັດ ແລະ
ເອກະຊົນຮ່ວມກັນ ຕຽມຄວາມພ້ອມໃນທຸກໆດ້ານ ເພື່ອຮອງຮັບ
ການທີ່ ລາວ ຈະເປັນປະທານ ວຽນຂອງອາຊຽນໃນປີ 2016
ຊຶ່ງຈະຕ້ອງເປັນເຈົ້າພາບຈັດ ກອງປະຊຸມ ລະດັບຕ່າງໆ ຂອງ
ອາຊຽນຕະຫຼອດປີ​ 2016.

ຊຶ່ງຕໍ່ກໍລະນີດັ່ງກ່າວນີ້ ທ່ານທອງສິງ ທຳມະວົງ ນາຍົກລັດຖະມົນຕີ
ກໍໄດ້ມອບໝາຍໃຫ້ ກະຊວງການຕ່າງປະເທດ ເປັນພາກສ່ວນທີ່
ຮັບຜິດຊອບ ໃນການກະກຽມຄວາມພ້ອມ ໃນທຸກໆດ້ານ ເພື່ອຮອງຮັບ ການເປັນປະທານ
ອາຊຽນໃຫ້ໄດ້ ຢ່າງຄັກແນ່ ເພາະການເປັນປະທານອາຊຽນນັ້ນ ນອກຈາກຈະຕ້ອງຮັບຜິດ
ຊອບໃນການເປັນເຈົ້າພາບ ຈັດກອງປະຊຸມ ສຸດຍອດ ຜູ້ນຳລັດຖະບານເຖິງ 2 ຄັ້ງແລ້ວ
ຍັງຈະຕ້ອງຈັດກອງປະຊຸມລະດັບເຈົ້າໜ້າທີ່ ອາວຸໂສ ລະດັບລັດຖະມົນຕີ ໃນແຕ່ລະດ້ານ
ລວມເຖິງ ກອງປະຊຸມຮ່ວມກັບ ບັນດາປະເທດ ຄູ່ເຈລະຈາອາຊຽນອີກຫຼາຍສິບຄັ້ງ ໃນປີ
ດຽວກັນອີກດ້ວຍ.

ໂດຍປະເທດຄູ່ເຈລະຈາຂອງອາຊຽນ ກໍປະກອບດ້ວຍ ຈີນ, ຍີ່ປຸ່ນ, ເກົາຫຼີໃຕ້, ອິນເດຍ, ອອສເຕຣເລຍ, ນິວຊີແລນ, ການາດາ, ຣັດເຊຍ, ສະຫະລັດ ອາເມຣິກາ ແລະ ສະຫະພາບ ຢູໂຣບ ຊຶ່ງໝາຍຄວາມວ່າ ບັນດາຜູ້ນຳຂອງປະເທດເຫຼົ່ານີ້ ກໍຈະຕ້ອງເດີນທາງເຂົ້າມາຮ່ວມ ກອງປະຊຸມສຸດຍອດທີ່ ລາວ ຈະເປັນເຈົ້າພາບຈັດຂຶ້ນໃນທ້າຍປີ 2016 ດ້ວຍນັ້ນເອງ.

ດ້ວຍເຫດນີ້ ຈຶ່ງເຮັດໃຫ້ບັດຖະບານ ລາວ ຈະຕ້ອງຮັບປະກັນຄວາມປອດ ໄພໃຫ້ໄດ້ຢ່າງຄັກແນ່
ທັງຍັງຈະຕ້ອງກະກຽມສະຖານທີ່ຈັດກອງປະຊຸມ ບ້ານພັກຮັບຮອງຜູ້ນຳ ແລະຄະນະຜູ້ແທນ
ຂອງທຸກປະເທດ ຕະຫຼອດຈົນ ສິ່ງອຳນວຍຄວາມສະດວກຕ່າງໆຢ່າງຄົບຊຸດ ຊຶ່ງລວມເຖິງ
ການກຽມຄວາມພ້ອມ ໃນດ້ານບຸກຄະລາກອນດ້ວຍ ດັ່ງທີ່ທ່ານ ທອງລຸນ ສີສຸລິດ ຮອງນາຍົກ
ລັດຖະມົນຕີ ແລະ ລັດຖະມົນຕີວ່າການຕ່າງປະເທດໄດ້ໃຫ້ ການຢືນຢັນວ່າ:

“ອາຊຽນກໍໄດ້ສຶບຕໍ່ປະຕິບັດນະໂຍບາຍເປິດກວ້າງສູ່ພາຍນອກຂອງຕົນ ຢ່າງ ສະເໝີຕົ້ນ ສະເໝີປາຍດ້ວຍການເພີ່ມທະວີການຮ່ວມມື ກັບຄູ່ຮ່ວມມືພາຍນອກ ເປັນຕົ້ນແມ່ນກັບຄູ່ ເຈລະຈາ ຕະຫຼອດໄລຍະ 17 ປີທີ່ ສປປ ລາວ ໄດ້ເຂົ້າເປັນ ສະມາຊິກອາຊຽນ ພວກເຮົາ
ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ ໃນຂະບວນການສ້າງ ປະຊາຄົມອາຊຽນ ແລະ ໃນປິ 2016 ນີ້
ສປປ ລາວ ກໍຖືກມອບໝາຍໃຫ້ເປັນ ປະທານ. ອາຊຽນ ອີກຄັ້ງໜຶ່ງ ດັ່ງນັ້ນພວກເຮົາ
ຈະຕ້ອງໄດ້ພ້ອມກັນສ້າງ ຄວາມ ກຽມພ້ອມ ໃນທຸກດ້ານ ເພື່ອຮັບປະກັນຜົນສຳເລັດ ຂອງການເປັນເຈົ້າພາບ ແລະ ເປັນ ປະທານໃນຄັ້ງນີ້.”

ສປປລາວ ໄດ້ເຂົ້າຮ່ວມເປັນປະເທດສະມາຊິກຂອງກຸ່ມອາຊຽນ ນັບຕັ້ງ ແຕ່ວັນທີ 23
ກໍລະກົດ 1997 ເປັນຄຕົ້ນມາໂດຍ ລາວ ໄດ້ເປັນ ປະທານວຽນ ຂອງອາຊຽນຄັ້ງທຳອິດ
ເມື່ອປີ 2004 ທີ່ຜ່ານມາ.

XS
SM
MD
LG