ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລາວວ່າ ການກໍ່ສ້າງ ເຂື່ອນດອນສະຫົງ ຍັງບໍ່ໄດ້ ເລີ້ມລົງມືເທື່ອ


ຄອນພະເພັງ ໃນແຂວງຈໍາປາສັກຂອງລາວ
ຄອນພະເພັງ ໃນແຂວງຈໍາປາສັກຂອງລາວ

ທາງ​ການ​ລາວຖະແຫລງວ່າ​ ຍັງ​ບໍ່​ທັນ​ມີ ການ​ກໍ່ສ້າງ​ເຂື່ອນ​ດອນ​ສະ​ຫົງ ​ຢູ່​ທີ່​ເຂດ​ສີ່​ພັນ​ດອນ ​ໃນ​ແຂວງ​ຈໍາປາ​ສັກ ແຕ່​ຢ່າງ​ໃດເທື່ອ.

ສືບ​ເນື່ອງ​ຈາກ​ອົງການ​ອະນຸ​ລັກ​ແມ່​ນໍ້າ​ສາກົນ (International
Rivers) ​ໄດ້​ສະ​ເໜີລາຍ​ງານ​ວ່າ​ລັດຖະບາ​ນລາວ​ກັບ​ຜູ້​ລົງທຶນ
ໄດ້​ລົງມື​ດໍາ​ເນີນ​ການ​ກໍ່ສ້າງ​ເຂື່ອນດອນ​ສະ​ຫົງ​ ຢູ່​ທີ່​ເຂດ​ສີ່​ພັນ​
ດອນ​ເທິງ​ແມ່​ນໍ້າຂອງ ​ໃນ​ເຂດ​ແຂວງ​ຈໍາປາ​ສັກ​ຂອງລາວ​ແລ້ວ ​
ແລະການ​ດໍາ​ເນີນ​ງານ​ດັ່ງກ່າວ​ນີ້ ​ຍັງ​ບໍ່​ໄດ້​ສະ​ເໜີ​ຂໍຄວາມ​ເຫັນ​
ຊອບ​ຈາກຄະນະ​ກໍາມາ​ທິການ​ແມ່ນໍ້າຂອງ (MRC) ທີ່​ລາວ​ໄດ້
​ເປັນ​ປ​ະ​ເທດ​ພາຄີ​ຮ່ວມ​ກັບ​ໄທ ກໍາປູ​ເຈຍ ​ແລະ​ຫວຽດນາມ ນັບ
​ແຕ່​ປີ 1995 ​ເປັນ​ຕົ້ນ​ມາ ກັບ​ທັງ​ຍັງ​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ສະພາບ
​ແວດ​ລ້ອມ ​ແລະ​ສັດ​ນໍ້າ​ໃນ​ເຂດ​ຕອນ​ລຸ່ມ​ຂອງ​ແມ່​ນໍ້າຂອງ​ຢ່າງ​ຮຸນ
​ແຮງອີກດ້ວຍ​ນັ້ນ.

ທາງ​ການ​ລາວ​ໂດຍ​ກົມ​ນະ​ໂຍບາຍ​ ແລະແຜນການ​ພະລັງງານ​ໃນ​
ສັງກັດ​ກະຊວງ​ພະ ລັງ​ງານ​ແລະ​ບໍ່​ແຮ່ ກໍ​ໄດ້​ອອກ​ຖະ​ແຫຼງການ​ຕອບ​ໂຕ້​ຢ່າງ​ເປັນ​ທາງ​ການ​ໃນ​ອາທິດ​ນີ້ ວ່າ​ລາຍ​ງານ​ຂອງ​ອົງການ​ອະນຸລັກ​ແມ່​ນໍ້າ​ສາກົນ​ດັ່ງກ່າວ​ເປັນ​ການ​ບິດ​ເບືອນ​ແລະ​ໃສ່​ຮ້າຍ​ປ້າຍ​ສີ​ທີ່​ບໍ່​ຖືກຕ້ອງ​ຕາມ​ຄວາມ​ເປັນ​ຈິງ ​ເພາະວ່າ​ລັດຖະບານ​ລາວ​ຍັງ​ບໍ່​ທັນ ​ໄດ້​ມີ​ການ​ອະນຸຍາດ​ໃຫ້​ກໍ່ສ້າງ​ໂຄງການ​ດັ່ງກ່າວ​ແຕ່​ຢ່າງ​ໃດ ​ໂດຍ​ນັບ​ຈາກ​ປີ 2006 ​ເປັນ​ຕົ້ນ​ມາຈົນ​ເຖິງ​ປັດ​ຈຸ​ບັນ​ນີ້ ກໍ​ມີ​ພຽງ​ການ​ສຶກສາ​ສໍາ​ຫຼວດຄວາມ​ເປັນ​ໄປ​ໄດ້ຂອງ ​ໂຄງການ​ແລະ​ການ​ສຶກສາ​ເພື່ອ​ປ້ອງ​ກັນ​ບັນຫາ​ຜົນ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມ​ທໍາ​ມະ​ຊາດ ​ໂດຍ​ສະ​ ເພາະ​ແມ່ນ​ການ​ປ້ອງ​ກັນ​ຜົນ​ກະທົບ​ຕໍ່ປາ ​ແລະ​ສັດ​ນໍ້າ​ນັ້ນ​ເປັນດ້ານຫຼັກ.


ແຜນທີ່ບ່ອນສ້າງເຂື່ອນດອນສະຫົງໃນເຂດສີ່ພັນດອນ
ແຜນທີ່ບ່ອນສ້າງເຂື່ອນດອນສະຫົງໃນເຂດສີ່ພັນດອນ

ພ້ອມ​ກັນ​ນີ້ ກົມ​ນະ​ໂຍບາຍ​ແລະ​ແຜນການ​ພະລັງງານ​ຂອງ​ລາວ
​ຍັງ​ໄດ້​ເນັ້ນ​ຢໍ້າອີກດ້ວຍ​ວ່າ ທາງ​ການ​ລາວ​ແລະ​ກຸ່ມ​ຜູ້​ລົງທຶນ​ໃນ
ໂຄງການ​ໄດ້​ໃຫ້​ຄວາມ​ສໍາຄັນຢ່າງ​ຍິ່ງ ຕໍ່​ການ​ຮ່ວມ​ມື​ກັບ​ອໍານາດ
​ການ​ປົກຄອງ​ ແລະ​ປະຊາຊົນ​ໃນ​ເຂດ​ກໍ່ສ້າງເຂື່ອນດອນ​ສະ​ຫົງ
ດ້ວຍ​ການ​ສະໜັບສະໜຸນ​ການ​ປະມົງ​ແບບ​ຍືນ​ຍົງ ​ໂດຍ​ໄດ້​ມີ​ການ
​ປັບປຸງທາງ​ຜ່ານຂອງ​ປາ ຢູ່​ຮູ​ຊ້າງ​ເຝືອກ​ເພື່ອ​ເຮັດ​ໃຫ້​ປາຂຶ້ນ-ລົງ​
ໄດ້​ຢ່າງ​ສະດວກ​ນັ້ນ​ເອງ ​ແລະນອກ​ຈາກ​ນີ້ ທາງ​ການ ລາວ​ຍັງ
​ໄດ້​ລະບຸ​ດ້ວຍ​ວ່າ​ໂຄງການ​ເຂື່ອນ​ດອນ​ສະ​ຫົງຈະ​ມີ​ກໍາລັງຕິດ​ຕັ້ງ​
ພະລັງງານ​ໄຟຟ້າ​ພຽງ 256 ​ເມ​ກາ​ວັດ​ເທົ່າ​ນັ້ນ ຈຶ່ງ​ບໍ່​ແມ່ນ 260-
380 ​ເມກະ​ວັດ ຕາມ​ການ​ລາຍ​ງານ​ຂອງ​ອົງການ​ອະນຸ​ລັກ​ແມ່​ນໍ້າ​ສາກົນແຕ່​ຢ່າງ​ໃດ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ຄະນະ​ເຈົ້າໜ້າ​ທີ່​ຂອງ​ອົງການ​ອະນຸລັກ​ແມ່​ນໍ້າ​ສາກົນ​ທີ່​ໄດ້​ເດີນທາງເຂົ້າ
ໄປ​ສັງ​ເກດ​ການ​ຢູ່​ທີ່​ເຂດ​ກໍ່ສ້າງ​ເຂື່ອນ​ດອນ​ສະ​ຫົງ​ໃນ​ຊ່ວງ​ເດືອນ​ສິງຫາ​ຜ່ານ​ມາ ກໍ​ໄດ້​ລະບຸ​ວ່າ​ ກຸ່ມ​ລົງທຶນ​ໃນ​ໂຄງການໄດ້​ເລີ່​ມທໍາ​ການລະ​ເບີດ​ແກ່ງ ຫິນ​ຂອງ​ນໍ້າຕົກ ທີ່ຢູ່​ເຂດ​ດອນເທິງ​ໂຄງການ​ເຂື່ອນ​ແລ້ວ ສ່ວນ​ທາງ​ການ​ລາວ​ກໍ​ໄດ້ອອກ​ປະກາດ​ຫ້າມ​ປະຊາຊົນ​ເຂົ້າ​ໄປ​ຈັບ​ປາ​ດ້ວຍ​ຫຼີ່ ຢູ່​ໃນ​ເຂດ​ດັ່ງກ່າວ​ຢ່າງ​ເດັດຂາດ ນັບ​ຈາກ​ປີ 2014 ​ເປັນ​ຕົ້ນ​ໄປ.

ຍິ່ງ​ໄປ​ກວ່າ​ນັ້ນ ອົງການ​ອະນຸລັກ​ແມ່ນໍ້າສາກົນ​ຍັງ​ໄດ້​ອ້າງ​ເຖິງ​ການ​ສຶກສາວິໄຈ​ຂອງ MRC
​ເມື່ອ​ປີ 2010 ​ເປັນ​ຕົ້ນ​ມາ ທີ່​ພົບ​ວ່າການ​ກໍ່ສ້າງ​ເຂື່ອນ​ດອນ​ສະ​ຫົງ​ຈະ​ເປັນ​ການ​ທໍາລາຍ​ເສັ້ນທາງ​ການ​ສັນຈອນ​ໄປ-ມາ​ຂອງ​ສັດ​ນໍ້າ​ທີ່​ມີ​ຮູ​ນໍ້າ​ເຊື່ອມ​ຕໍ່ ກັນ​ໃນ​ຊ່ວງ​ລະດູ​ແລ້ງ​ລະ ຫວ່າງ​ເຂດ​ສີ່​ພັນ​ດອນ​ໃນ​ລາວ​ກັບ​ທະ​ເລ​ສາບ​ໃຫຍ່​ຂອງ ກໍາປູ​ເຈຍ ຊຶ່ງ​ກໍ​ຖື​ເປັນ​ການ​ທໍາລາຍແຫຼ່ງ
ອາຫານ​ແລະ​ອາຊີບ​ປະມົງ​ຂອງ​ປະຊາຊົນ ຢ່າງ​ກວ້າງຂວາງ​ອີກ​ດ້ວຍ ດັ່ງ​ທີ່​ເຈົ້າໜ້າ​ທີ່​ຂອງ​ອົງການ​ອະນຸລັກ​ສະພາບ​ແວດ​ລ້ອມ​ທໍາ​ມະ​ຊາດ​ທ່ານ​ນຶ່ງ ​ໄດ້​ຊີ້​ແຈງ​ວ່າ:

"ຈຸດ​ທີ່​ຈະ​ສ້າງ​ເຂື່ອນ ​ເປັນ​ຈຸດ​ທີ່​ປາ​ຜ່ານ​ໄດ້​ຕະຫຼອດ​ປີ ພຽງ​ຈຸດ​ດຽວ​ໃນ​ພື້ນ​ທີ່​ນັ້ນ ​ເພາະສະ​ນັ້ນ​ນອກຈາກ​ຊາວ​ບ້ານ​ຕ້ອງ​ຍ້າຍ​ທັນທີ​ແລ້ວ ປາ​ກໍ​ຄົງ​ຈະ​ຫາຍ​ໄປ​ທັນທີ ເຊັ່ນ​ກັນ ແລ້ວ​ກໍ​ຈະ​ກະທົບ​ຢ່າງ​ກວ້າງຂວາງ ​ໄລ່​ມາ​ເລີຍ​ຕັ້ງ​ແຕ່​ໄທ ລາວ ກໍາປູ​ເຈຍ."

​ແຕ່ຢ່າງ​ໃດ​ກໍ​ຕາມ ບໍລິສັດ Mega First Corporation Berhad ​ແຫ່ງ​ປະ​ເທດມາ​ເລ​ເຊຍ ໃນ​ຖານະ​ຜູ້​ລົງທຶນ​ລາຍ​ໃຫຍ່​ຂອງ​ໂຄງການ​ເຂື່ອນ​ດອນ​ສະ​ຫົງ ກໍ​ໄດ້ອອກ​ຖະ​ແຫຼ​ງ ການ​ຢືນຢັນ​ກ່ອນ​ໜ້າ​ນີ້​ວ່າ​ໄດ້​ທໍາ​ການ​ສຶກສາ​ເພື່ອ​ປ້ອງ​ກັນ​ບັນຫາ​ຜົນ ກະທົບ​ຕໍ່​ສະພາບ​ແວດ​ລ້ອມ​ແລະ​ສັດ​ນໍ້າ​ຢ່າງຮອບດ້ານ​ແລ້ວ ​ໂດຍ​ໄດ້​ໃຊ້​ເວລາ​ດໍາ ​ເນີນ​ການ​ເຖິງ 4 ປີ​ເຕັມ ​ແລະ​ລັດຖະບານ​ລາວກໍ​ໄດ້​ອະນຸມັດ​ແຜນການ​ປ້ອງ​ກັນ ບັນຫາ​ຜົນ​ກະທົບ​ດັ່ງກ່າວ​ຢ່າງ​ເປັນ​ທາງ​ການ​ແລ້ວ​ອີກ​ດ້ວຍ.
XS
SM
MD
LG