ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທາງການ ລາວ ສຳເລັດການປັບປຸງ 658 ໂຄງການເຊື່ອມໂຍງ ເຄືອຂ່າຍ ຄົມມະນາຄົມ ຂົນສົ່ງ


ລົດຖອກດິນກຳລັງໂຮຍໝາກຫີນໃສ່ທາງປູຢາງໝາກຕອຍ ໃນໂຄງການພັດທະນາເສັ້ນທາງ 13 ເໜືອ.
ລົດຖອກດິນກຳລັງໂຮຍໝາກຫີນໃສ່ທາງປູຢາງໝາກຕອຍ ໃນໂຄງການພັດທະນາເສັ້ນທາງ 13 ເໜືອ.

ທາງການ ລາວ ສຳເລັດການປັບປຸງ 658 ໂຄງການເຊື່ອມໂຍງໂຄງຂ່າຍຄົມມະນາຄົມ ຂົນສົ່ງໃນທີ່ສາມາດເຊື່ອມຕໍ່ 148 ເມືອງໃນ ລາວ ກັບປະເທດເພື່ອນບ້ານໃນເຂດລຸ່ມ ແມ່ນ້ຳຂອງໄດ້ແລ້ວ.

ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີວ່າການກະຊວງໂຍທາທິບການ ແລະ ຂົນສົ່ງ ຖະ ແຫຼງຢືນຢັນວ່າໃນສົກປີ 2015-2016 ນີ້ລັດຖະບານ ລາວ ໄດ້ຈັດສັນງົບປະມານໃຫ້ກະ ຊວງໂຍທາທິການ ແລະ ຂົນສົ່ງໃນມູນຄ່າ 400 ຕື້ກີບສຳລັບນຳໃຊ້ໃນບ່ວງກອງທຶນທາງ ໂດຍໃນໄລຍະທີ່ຜານມາກໍໄດ້ນຳໃຊ້ກອງທຶນດັ່ງກ່າວໄປເພື່ອການປັບປຸງໂຄງຂ່າຍຄົມ ມະນາ ຄົມ-ຂົນສົ່ງພາຍໃນປະເທດໄດ້ເຖິງ 658 ໂຄງການໃນນີ້ກໍເປັນການບູລະນະຮັກ ສາ ແລະ ສ້ອມແປງຂົວທາງ 528 ໂຄງການ ແລະ ການຍົກລະດັບເສັ້ນທາງຫຼວງ 30 ໂຄງ ການທີ່ເຊື່ອມຕໍ່ 148 ເມືອງໃນ ລາວ ກັບປະເທດໃນລຸ່ມແມ່ນຳ້ຂອງດ້ວຍກັນໄດ້ແລ້ວ.

ໂດຍໃນປະຈຸບັນນີ້ ໃນທົ່ວປະເທດ ລາວ ມີເສັ້ນທາງຄົມມະນາຄົມ-ຂົນສົ່ງທາງບົກ ຄິດ ເປັນໄລຍະທາງລວມເຖິງ 51,900 ກວ່າກິໂລແມັດ ທັງມີໄລຍະທາງທີ່ເພີ່ມຂຶ້ນເຖິງ 10,836 ກິໂລແມັດ ທຽບໃສ່ປີ 2010 ແລະ ຍັງເຮັດເສັ້ນທາງຄົມມະນາຄົມ-ຂົນສົ່ງດັ່ງ ກ່າວສາມາດເຊື່ອມຕໍ່ 148 ເມືອງໃນ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ໄດ້ຕະຫຼອດ ປີ ສ່ວນການເຊື່ອມໂຍງກັບປະເທດເພື່ອນບ້ານໃນລຸ່ມແມ່ນ້ຳຂອງນັ້ນຍັງແນໃສ່ການພັດ ທະ ນາໃຫ້ ລາວ ເປັນສູນການການເຊື່ອມຈອດດ້ານການຄ້າ ແລະ ບໍລິການອີກດ້ວຍ ດັ່ງ ທີ່ເຈົ້າໜ້າທີ່ຂັ້ນສູງໃນແຂວງບໍລິຄຳໄຊ ໄດ້ໃຫ້ການອະທິບາຍວ່າ.

"ໃນໄລຍະທີ່ຜ່ານມານີ້ ພວກເຮົາກໍໄດ້ເລັ່ງລັດປັບປຸງເສັ້ນທາງຄົມມະນາຄົມ ເພື່ອເຮັດ ໃຫ້ແນວໃດ ໃຫ້ມັນທະລຸລ່ວງ ລະຫວ່າງ ເສັ້ນທາງຜ່ານ ລະຫວ່າງ ຫວຽດນາມ, ແຂວງ ເຫງ່ອານ, ແຂວງ ຮາຕິງ ຜ່ານໄປທາງ ໄທ ກໍແມ່ນໄປທາງນະຄອນພະນົມ, ມຸກດາ ຫານ, ໄປທາງຈັງຫວັດບຶ່ງພາບ ຫຼື ໜອງຄາຍ ມາທາງ ວຽງຈັນ ກະເຊັ່ນດຽວກັນ ພວກ ເຮົາໄດ້ເອົາໃຈໃສ່ປັບປຸງ ກ່ຽວກັບ ຂອດໃນການບໍລິການຢູ່ໃນດ່ານ ເຊັ່ນວ່າ ດ່ານທາງ ເກົ່າແຈວ, ດ່ານທາງເບື້ອງປາກຊັນພີ້."

ແຕ່ຢ່າງໃດກໍຕາມ ເນື່ອງຈາກວ່າໃນໄລຍະທາງລວມຂອງເສັ້ນທາງຄົມມະນາຄົມ-ຂົນສົ່ງ ດັ່ງກ່າວເປັນເສັ້ນທາງ ທີ່ປູດ້ວຍຫີນແຮ່ 19,361 ກິໂລແມັດ ແລະ ປູດິນທຳມະຊາດເຖິງ 22,838 ກິໂລແມັດ ຈຶ່ງເຮັດໃຫ້ບັນດາບ້ານສ່ວນໃຫຍ່ໃນເຂດຊົນນະບົດ ຍັງບໍ່ສາມາດ ເຊື່ອມຕໍ່ກັບເຂດເມືອງໄດ້ ຕະຫຼອດປີ ເພາະເສັ້ນທາງທີ່ປູດ້ວຍຫີນແຮ່ ແລະ ດິນທຳມະ ຊາດ ຈະບໍ່ສາມາດໃຊ້ການໄດ້ເລີຍໃນຊ່ວງລະດູຝົນ.

ທາງດ້ານກະຊວງ ແຜນການ ແລະ ການລົງທຶນ ລາຍງານວ່າແຜນການປີ 2015-2016 ນີ້ ລັດຖະບານ ລາວ ໄດ້ວາງເປົ້າໝາຍການພັດທະນາລະບົບພື້ນຖານໂຄງລ່າງໃຫ້ສຳເລັດ 247 ໂຄງການທົ່ວປະເທດ ຊຶ່ງຈະຕ້ອງໃຊ້ງົບປະມານສຳລັບດຳເນີນການໃນມູນຄ່າລວມ ເຖິງ14,225.68 ຕື້ກີບ ຫຼື ເກີນກວ່າ 1,778 ລ້ານໂດລາ ຫາກແຕ່ລັດຖະບານ ລາວ ບໍ່ສາ ມາດຈະຕອບສະໜອງໄດ້ຢ່າງພຽງພໍ ຈຶ່ງຕ້ອງເພິ່ງພາການຊ່ວຍເຫຼືອ ແລະ ການກູ້ຢືມ ຈາກຕ່າງປະເທດເປັນດ້ານຫຼັກ.

ການພັດທະນາໂຄງການເຫຼົ່ານີ້ເປັນພາກສ່ວນສຳຄັນຢ່າງຍິ່ງ ສຳລັບການຈັດຕັ້ງປະຕິບັດ ໃຫ້ບັນລຸເປົ້າໝາຍສະຫັດສະວັດການພັດທະນາ ເພື່ອການລົບລ້າງຄວາມຍາກຈົນຂອງ ປະຊາຊົນ ລາວ ລົງສູ່ລະດັບບໍ່ເກີນ 10 ເປີເຊັນ ຂອງຈຳນວນບ້ານທັງໝົດໃນທົ່ວປະເທດ ໃນທ້າຍປີ 2015 ທີ່ຜ່ານມາ ຫາກແຕ່ການຈັດຕັ້ງປະຕິບັດໃນພາກຕົວຈິງ ກໍປະກົດວ່າ ສາ ມາດລົບລ້າງຄວາມຍາກຈົນຂອງປະຊາຊົນ ລາວ ໄດ້ໃນເຂດ 886 ບ້ານ ຄິດເປັນ 9.97 ເປີເຊັນຂອງຈຳນວນບ້ານທັງໝົດ ແລະ ຄິດສະເລ່ຍເປັນລະດັບຄວາມສາມາດໃນການ ລົບລ້າງຄວາມຍາກຈົນໄດ້ພຽງ 3 ເປີເຊັນຕໍ່ປີເທົ່ານັ້ນໃນ 5 ປີທີ່ຜ່ານມາ ຂະນະທີ່ຍັງມີ ບ້ານຍາກຈົນເຖິງ 2,289 ບ້ານຫຼືຄິດເປັນ 26,72 ເປີເຊັນ ຂອງບ້ານທັງໝົດໃນປະຈຸບັນ ນີ້.

ຍິ່ງໄປກວ່ານັ້ນ ການພັດທະນາໃນໄລຍະທີ່ຜ່ານມາກໍຍັງເຮັດໃຫ້ເກີດບັນຫາ ກ່ຽວກັບ ການແຕກໂຕນກັນ ໃນລະດັບຂອງການພັດທະນາທາງເສດຖະກິດ ລະຫວ່າງ ເຂດເມືອງ ກັບເຂດຊົນນະບົດເພີ່ມຂຶ້ນນັບມື້ ຈະເຫັນໄດ້ຈາກລາຍໄດ້ສະເລ່ຍຂອງປະຊາຊົນໃນ ນະຄອນຫຼວງວຽງຈັນ ກັບແຂວງຜົ້ງສາລີ ຕ່າງກັນເຖິ່ງ 5 ເທົ່າຕົວ.

XS
SM
MD
LG