ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວຕ້ອງການ ​ຄວາມ​ຊ່ວຍ​ເຫຼືອ ເພື່ອ​ຕໍ່ຕ້ານ​ ການ​ຟອກ​ເງິນ ແລະ ​ການສະໜອງ​ທຶນ​ ​ແກ່ການ​ກໍ່​ການ​ຮ້າຍ


ເງິນກີບ ຂອງລາວ
ເງິນກີບ ຂອງລາວ

ທາງ​ການ​ລາວ ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ ຈາກ​ຕ່າງປະ​ເທດ
ທັງ​ດ້ານ​ງົບປະມານ ​ແລະ​ເທັກ​ນິກ ​ເພື່ອ​ຕໍ່ຕ້ານ​ການ​ຟອກ​ເງິນ
​ແລະ ​ການສະໜອງ​ທຶນ​ໃຫ້​ແກ່ ການ​ກໍ່​ການ​ຮ້າຍ​ໃຫ້​ໄດ້ຢ່າງ​ມີ​
ປະສິດທິພາບ.

ທ່ານ​ສົມ​ພາວ ​ໄພສິດ ຜູ້ວ່າການ​ທະນາຄານແຫ່ງ​ຊາດ ​ລາວຖະ​ແຫລງຢືນ​ຢັນ​ວ່າ ຄະນະ​ກຳມະການ​ແຫ່ງ​ຊາດ ​ເພື່ອ​ຕ້ານ​ການ​ຟອກ​ເງິນ ​ແລະ ​ການ​ສະໜອງ​ທຶນ​ໃຫ້​ແກ່ການກໍ່ການ ​ຮ້າຍ​ສາກົນພາຍ​ໃຕ້​ ການ​ເປັນ​ປະທານ​ຂອງ ທ່ານ​ບຸນ​ປອນ ບຸດ​ຕະນະ​ວົງ ຮອງ​ນາຍົກ
ລັດຖະມົນຕີ ຜູ້​ຊີ້​ນຳເສດຖະກິດ​ມະຫາ​ພາກ ​ແລະ​ບໍລິການ ຂອງ​ລັດຖະບານ​ລາວ ນັ້ນຍັງຕ້ອງ ການ​ຄວາມ​ຊ່ວຍ​ເຫຼືອ ຈາກ​ຕ່າງປະ​ເທດ ​ທັງ​ໃນ​ດ້ານ​ເງິນ​ທຶນ ​ແລະ​ເທັກ​ນິກ ​ເພື່ອ​ຍົກ​ລະດັບ​ ຄວາມ​ອາດ​ສາມາດ ຂອງ​ການ​ຕໍ່ຕ້ານ​ການ​ຟອກ​ເງິນ ​ແລະ​ການ​ສະໜອງ​ທຶນ​ໃຫ້​ແກ່​ການ​ກໍ່​ການ​ຮ້າຍ ​ໃຫ້​ມີ​ປະສິດທິພາບ​ໃນ​ລະດັບ​ດຽວ​ກັນກັບ​ ມາດຕະຖານ​ສາກົນ.

ລູກຄ້າ ຂອງທະນະຄານລາວ ແຫ່ງໜຶ່ງ ກຳລັງນຳໃຊ້ຕູ້ ບໍລິການ ຖອນເງິນ ຫຼື ATM
ລູກຄ້າ ຂອງທະນະຄານລາວ ແຫ່ງໜຶ່ງ ກຳລັງນຳໃຊ້ຕູ້ ບໍລິການ ຖອນເງິນ ຫຼື ATM

ທັງນີ້ ກໍເນື່ອງຈາກວ່າ ການທີ່ລາວເປັນປະເທດ ສະມາຊິກໃນ
ກຸ່ມອາຊ່ຽນ ທີ່ຈະເປັນປະຊາຄົມດຽວກັນ ຢ່າງເປັນທາງການ
ນັບແຕ່ວັນທີ 31 ທັນວາ 2015 ນີ້ເປັນຕົ້ນໄປນັ້ນ ຈະເປັນ
ຜົນເຮັດໃຫ້ຕະຫລາດການຄ້າ ແລະ ຕະຫລາດທຶນໃນອາຊ່ຽນ
ມີຂະໜາດໃຫຍ່ຂຶ້ນ ຈຶ່ງຈຳເປັນ ທີ່ຈະຕ້ອງມີລະບົບການກວດ
ສອບທີ່ທັນສະໄໝ ທັງຍັງຈະຕ້ອງມີການພັດທະນາ ລະບົບ
ກົດໝາຍ ທີ່ເສີມສ້າງຄວາມໂປ່ງໃສ ໃນທາງການເງິນໃຫ້ໄດ້
ຢ່າງແທ້ຈິງອີກດ້ວຍ ຫາກແຕ່ວ່າ ລັດຖະບານລາວ ຍັງຂາດ
ແຄນໃນທັງ 2 ດ້ານດັ່ງກ່າວນີ້ ຈຶ່ງຈຳເປັນ ທີ່ຈະຕ້ອງເພິ່ງພາ
ການຊ່ວຍເຫຼືອ ຈາກຕ່າງປະເທດ ເປັນດ້ານຫລັກນັ້ນເອງ.

ກ່ອນໜ້ານີ້ ຄະນະກຳມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ການສະໜອງທຶນ
ໃຫ້ແກ່ການກໍ່ການຮ້າຍ ທີ່ມີທ່ານບຸນປອນ ເປັນປະທານຄະນະ ໄດ້ພົບປະກັບຄະນະທູຕາ
ນຸທູດ ຈາກສະຫະລັດອາເມຣິກາ ອອສເຕຣເລຍ ຝຣັ່ງ ຍີ່ປຸ່ນ ເກົາຫຼີໃຕ້ ຟີລິບປິນ
ອິນໂດເນເຊຍ ແລະ ອັງກິດ ລວມເຖິງຜູ້ຕາງໜ້າຂອງອົງການຄວບຄຸມຢາເສບຕິດ ແລະ
ອາຊະຍາກຳແຫ່ງສະຫະປະຊາຊາດ ທະນາຄານໂລກ ແລະ ທະນາຄານພັດທະນາເອເຊຍ
(ADB) ຢູ່ນະຄອນຫຼວງວຽງຈັນ.

ທ່ານ​ສົມ​ພາວ ​ໄພສິດ ຜູ້ວ່າການ​ທະນາຄານແຫ່ງ​ຊາດ​ລາວ
ທ່ານ​ສົມ​ພາວ ​ໄພສິດ ຜູ້ວ່າການ​ທະນາຄານແຫ່ງ​ຊາດ​ລາວ

ໂດຍຈຸດປະສົງສຳຄັນ ຂອງການພົບປະກໍຄືເພື່ອເຜີຍແຜ່ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ຕ້ານການຟອກເງິນ
ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ທີ່ລັດຖະບານ
ລາວ ໄດ້ເຂົ້າຮ່ວມເປັນສະມາຊິກໃນກຸ່ມເອເຊຍ-ປາຊີຟິກ
ເພື່ອຕ້ານການຟອກເງິນ (APG) ເປັນອັນດັບທີ 36 ນັບ
ແຕ່ປີ 2007 ເປັນຕົ້ນມາ ໂດຍລັດຖະບານລາວ ໄດ້ມອບ
ໝາຍໃຫ້ທະນາຄານແຫ່ງຊາດລາວ ຮັບຜິດຊອບວຽກງານ
ດັ່ງກ່າວ ດ້ວຍການສ້າງຕັ້ງໜ່ວຍງານ ຂໍ້ມູນຕ້ານການຟອກ
ເງິນຂຶ້ນຢ່າງເປັນທາງການຕັ້ງແຕ່ປີ 2007 ເປັນຕົ້ນມາ ຊຶ່ງກໍ
ປາກົດວ່າ ໄດ້ມີການກວດພົບ ການຟອກເງິນຜ່ານລະບົບທະນາຄານໃນລາວ ເພີ້ມຂຶ້ນນັບມື້ ດັ່ງທີ່ທ່ານສົມພາວ ໄດ້ໃຫ້ການຢືນຢັນວ່າ:

“ໜ່ວຍງານຂໍ້ມູນຕ້ານການຟອກເງິນ ທີ່ຢູ່ພາຍໃຕ້ການຊີ້ນຳ ໂດຍກົງຂອງ
ທະນະຄານ ແຫ່ງ ສປປ ລາວ ສາມາດເກັບກຳຂໍ້ມູນ ກ່ຽວກັບການເຄື່ອນໄຫວ
ທຸລະກຳ ທີ່ສົງໃສວ່າ ເປັນການຟອກເງິນໄດ້ 104 ກໍລະນີ.”

ທາງດ້ານທ່ານສະເຫຼີມໄຊ ກົມມະສິດ ລັດຖະມົນຕີຊ່ວຍວ່າການຕ່າງປະເທດ ກໍໄດ້ໃຫ້
ການຢືນຢັນວ່າ ລັດຖະບານລາວໄດ້ດຳເນີນການພັດທະນາ ນິຕິກຳກຽວກັບການຕ້ານ
ການຟອກເງິນ ແລະສະໜອງທຶນໃຫ້ແກ່ ກ່ານກໍ່ການຣ້າຍນັບແຕ່ປີ 2005 ເປັນຕົ້ນມາ
ໂດຍຈະເຫັນໄດ້ຈາກການບັນຍັດໄວ້ ໃນມາດຕາ 64 ຂອງກົດໝາຍອາຍາ ເພື່ອຕ້ານ
ການຟອກເງິນ ຕາມດ້ວຍດຳລັດ ວ່າດ້ວຍການຕ້ານການຟອກເງິນ ເລກທີ 55/ນຍ ເມື່ອ
ປີ 2006 ແລະໃນປີ 2010 ກໍເປັນຄັ້ງທຳອິດ ທີ່ກຸ່ມເອເຊຍ-ປາຊີຟິກ ເພື່ອຕ້ານການຟອກ
ເງິນໄດ້ມີການປະເມີນຜົນການຈັດຕັ້ງປະຕິບັດວຽກງານຕ້ານການຟອກເງິນໃນລາວຕາມ
ຫລັກມາດຕະຖານສາກົນ ໂດຍສະພາແຫ່ງຊາດລາວ ກໍໄດ້ຮັບຮອງເອົາກົດໝາຍ ວ່າ
ດ້ວຍການຕ້ານ ແລະການສະກັດກັ້ນການຟອກເງິນ ແລະການສະໜອງທຶນໃຫ້ແກ່ການກໍ່
ການຮ້າຍ ນັບແຕ່ເດືອນກໍລະກົດ 2014 ເປັນຕົ້ນມາ.

ສ່ວນລັດຖະບານສະຫະລັດ ອະເມຣິກາ ກໍໄດ້ໃຫ້ການຊ່ວຍເຫຼືອ ໃນການພັດທະນາການ
ບັງຄັບໃຊ້ກົດໝາຍ ຕໍ່ຜູ້ທຳຄວາມຜິດ ກ່ຽວກັບຢາເສບຕິດ ໃນລາວຢ່າງມີປະສິດທິພາບ
ນັບແຕ່ກາງປີ 2014 ເປັນຕົ້ນມາ.

XS
SM
MD
LG