ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທາງການ ລາວ ວາງແຜນຍຸດທະສາດ ພັດທະນາ ການທ່ອງທ່ຽວ ແຫ່ງຊາດເຖິງປີ 2025


ການຂີ່ຊ້າງແມ່ນກິດຈະກຳການທ່ອງທ່ຽວຊະນິດໜຶ່ງ ທີ່ໄດ້ຮັບຄວາມນິຍົມຊົມຊອບຈາກບັນດານັກທ່ອງທ່ຽວຕ່າງປະເທດ.
ການຂີ່ຊ້າງແມ່ນກິດຈະກຳການທ່ອງທ່ຽວຊະນິດໜຶ່ງ ທີ່ໄດ້ຮັບຄວາມນິຍົມຊົມຊອບຈາກບັນດານັກທ່ອງທ່ຽວຕ່າງປະເທດ.

ທາງການ ລາວ ວາງແຜນຍຸດທະສາດພັດທະນາການທ່ອງທ່ຽວແຫ່ງຊາດເຖິງປີ 2025 ແລະ ວາງເປົ້າໝາຍທີ່ຈະດຶງດູດເອົານັກທ່ອງທ່ຽວຕ່າງຊາດໃຫ້ໄດ້ເຖິງ 6 ລ້ານຄົນ ແລະ ມີລາຍຮັບເຖິງ 953 ລ້ານໂດລາໃນປີ 2020.

ທ່ານ ອຸ່ນທວງ ຂາວພັນ ກຳມະການຄະນະພັກກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຖະແຫຼງຢືນຢັນວ່າກອງປະຊຸມຂະແໜງການທ່ອງທ່ຽວຈາກທົ່ວປະເທດ ໄດ້ ຈັດທຳຮ່າງແຜນຍຸດທະສາດວ່າດ້ວຍ ການພັດທະນາດ້ານການທ່ອງທ່ຽວແຫ່ງຊາດ ຈາກ ປີ 2016 ເຖິງປີ 2025 ດ້ວຍເປົ້າໝາຍທີ່ຈະດຶງດູດເອົານັກທ່ອງທ່ຽວຊາວຕ່າງຊາດໃຫ້ ເດີນທາງເຂົ້າມາໃນ ລາວ ເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ໂດຍສຳລັບເປົ້າໝາຍໃນໄລຍະ 5 ປີຕໍ່ໜ້າຄືປີ 2020 ຊຶ່ງເປັນປີສິ້ນສຸດຂອງການຈັດຕັ້ງ ປະຕິບັດແຜນການພັດທະນາເສດຖະກິດ ແລະ ສັງຄົມແຫ່ງຊາດ 5 ປີຄັ້ງທີ 8 ນັ້ນກໍຈະ ຕ້ອງດຶງດູດເອົານັກທ່ອງທ່ຽວຊາວຕ່າງຊາດໃຫ້ໄດ້ເຖິງ 6 ລ້ານຄົນ ອັນຈະເຮັດໃຫ້ພາກ ການທ່ອງທ່ຽວ ແລະ ບໍລິການມີລາຍຮັບປະມານ 953 ລ້ານໂດລາໃນປີ 2020 ດັ່ງກ່າວ.

ທັງນີ້ເພື່ອເຮັດໃຫ້ສາມາດບັນລຸເປົ້າໝາຍດັ່ງກ່າວຢ່າງແທ້ຈິງ ທາງການ ລາວ ກໍໄດ້ວາງ ແຜນການພັດທະນາໃນ 3 ໜ້າວຽກງານດ້ວຍກັນກໍຄື ການຄຸ້ມຄອງການທ່ອງທ່ຽວ ການ ໂຄສະນາການທ່ອງທ່ຽວ ການພັດທະນາແຫຼ່ງທ່ອງທ່ຽວ ແລະ ສະຖານບໍລິການ ຕ່າງໆ ທີ່ມີສິ່ງອຳ ນວຍຄວາມສະດວກຢ່າງຄົບຊຸດ ແລະ ຮັບປະກັນຄວາມປອດໄພໃຫ້ກັບນັກ ທ່ອງທ່ຽວໃຫ້ ໄດ້ຢ່າງຄັກແນ່ ລວມເຖິງການມີບ່ອນພັກເຊົາສຳລັບນັກທ່ອງທ່ຽວຊາວຕ່າງ ຊາດຢ່າງພຽງ ພໍກັບຄວາມຕ້ອງ ການທີ່ເພີ່ມຂຶ້ນນັບມື້ ພ້ອມກັນນີ້ຮ່າງແຜນຍຸດທະສາດ ດັ່ງກ່າວກໍຍັງໃຫ້ ຄວາມສຳຄັນກັບການພັດທະນາການທ່ອງທ່ຽວທີ່ເປັນເອກະລັດທີ່ໂດດ ເດັ່ນຂອງແຕ່ລະ ແຂວງອີກດ້ວຍ ດັ່ງທີ່ທ່ານ ອຸ່ນທວງ ໄດ້ໃຫ້ການອະທິບາຍວ່າ.

"ຈຸດປະສົງຕົ້ນຕໍກໍແມ່ນເພື່ອສະຫຼຸບລາຍງານແຜນການຈັດຕັ້ງປະຕິບັດໃນໄລຍະ 5 ປີ ຜ່ານມາແຕ່ 2011 ເຖິງ 2015 ແລະ ແຜນພັດທະນາການທ່ອງທ່ຽວໃນ 5 ປີແຕ່ 2016 -2020 ແລະ ແຜນຍຸດທະສາດ 2025 ຈາກນັ້ນບັນດາແຂວງໄດ້ສະຫຼຸບລາຍງານຕົວ ແບບຂອງແຂວງ ເຊັ່ນຢູ່ນະຄອນຫຼວງວຽງຈັນ ກໍໄດ້ເວົ້າເຖິງວຽກງານການໂຄສະນາ ການທ່ອງທ່ຽວຢູ່ໃນແຂວງຈຳປາສັກ ກໍໄດ້ເວົ້າເລື່ອງວຽກງານການພັດທະນາການ ທ່ອງທ່ຽວພາຍໃນແຂວງຈາກນັ້ນກະ ຫຼວງພະບາງ ໄດ້ເວົ້າເຖິງການຄຸ້ມຄອງຂອງການ ທ່ອງທ່ຽວ ເພາະວ່າ ຫຼວງພະບາງ ເປັນເມື່ອງໜຶ່ງທີ່ມີນັກທ່ອງທ່ຽວເຂົ້າຫຼາຍ ສະນັ້ນກໍ ແນ່ນອນກະສິມີບັນຫາດ້ານດີດ້ານອ່ອນ ແລະ ຂໍ້ຄົງຄ້າງ."

ທັງນີ້ໂດຍພາກທຸລະກິດບໍລິການ ແລະ ທ່ອງທ່ຽວໃນ ລາວ ມີໂຮງແຮມ ແລະ ບ້ານພັກທັງ ໝົດ 1,926 ແຫ່ງທີ່ມີຈຳນວນຫ້ອງພັກລວມກັນ 32,960 ຫ້ອງໃນປີ 2011 ແລະ ເພີ່ມຂຶ້ນ ເປັນ 2,426 ແຫ່ງມີຈຳນວນຫ້ອງພັກລວມ 44,600 ກວ່າຫ້ອງໃນປີ 2015 ແລະ ຄາດວ່າ ຈຳນວນຫ້ອງພັກຈະເພີ່ມຂຶ້ນເປັນ 50,000 ຫ້ອງພາຍໃນປີ 2016 ນີ້.

ໂດຍການມີຈຳນວນຫ້ອງພັກເພີ່ມຂຶ້ນດັ່ງກ່າວນີ້ຍັງເຮັດໃຫ້ພາກທຸລະກິດບໍລິການ ແລະ ການທ່ອງທ່ຽວໃນ ລາວ ສາມາດຮອງຮັບນັກທ່ອງທ່ຽວຊາວຕ່າງຊາດໄດ້ເພີ່ມຂຶ້ນທຸກປີ ອີກດ້ວຍ ກໍຄືຈາກປີ 2.7 ລ້ານກວ່າຄົນໃນປີ 2011 ເປັນ 4.1 ລ້ານກວ່າຄົນໃນປີ 2014 ແລະ ຫຼາຍກວ່າ 4.3 ລ້ານຄົນໃນປີ 2015 ທັງຍັງເຮັດໃຫ້ພາກທຸລະກິດບໍລິການຂອງ ລາວ ມີລາຍຮັບເພີ່ມຂຶ້ນຈາກ 400 ລ້ານໂດລາໃນປີ 2011 ແລະ 560 ລ້ານໃນປີ 2014 ເປັນຫຼາຍກວ່າ 670 ລ້ານໃນປີ 2015 ອີກດ້ວຍ.

ພ້ອມກັນນີ້ ຈຳນວນນັກທ່ອງທ່ຽວຊາວຕ່າງຊາດ ແລະ ລາຍຮັບດັ່ງກ່າວຍັງຖືເປັນສະພາ ວະທີ່ເພີ່ມຂຶ້ນຈາກປີ 2012 ໃນອັດຕາສະເລ່ຍເຖິງ 60 ເປີເຊັນ ແລະ 65 ເປີເຊັນຕາມລຳ ດັບຊຶ່ງເປັນຜົນຈາກການພັດທະນາໃນຫຼາຍດ້ານ ເພື່ອອຳນວຍຄວາມສະດວກໃກ້ແກ່ ນັກ ທ່ອງທ່ຽວ ເຊັ່ນ ຮ້ານອາຫານ, ການບໍລິການຂົນສົ່ງ ແລະ ການບໍລິການນຳທ່ຽວ ດັ່ງຈະ ເຫັນໄດ້ຈາກການທີ່ ລາວ ມີບໍລິສັດທ່ອງທ່ຽວຫຼາຍກວ່າ 340 ລາຍໃນປະຈຸບັນ.

ນອກຈາກນັ້ນ ລັດຖະບານ ລາວ ຍັງໄດ້ໃຫ້ຄວາມສຳຄັນເປັນພິເສດ ໃນການເສີມສ້າງ ຄວາມຮ່ວມມືດ້ານການທ່ອງທ່ຽວກັບປະເທດເພື່ອນບ້ານ ໂດຍຫຼ້າສຸດລັດຖະມົນຕີດ້ານ ການທ່ອງທ່ຽວຈາກ ມຽນມາ, ລາວ, ໄທ, ກຳປູເຈຍ ແລະ ຫວຽດນາມ ກໍໄດ້ຕົກລົງກັນຢູ່ ທີ່ບາງກອກ ເພື່ອເສີມຂະຫຍາຍການຮ່ວມມືໃນດ້ານການທ່ອງທ່ຽວຢ່າງຮອບຄອບ ດ້ວຍ ການພັດທະນາ 5 ປະເທດໃຫ້ເປັນເປົ້າໝາຍດຽວກັນເພື່ອຮອງຮັບນັກທ່ອງທ່ຽວ ທັງໃນ ອາຊຽນ ແລະ ຈາກພູມີພາກອື່ນໆໃນທົ່ວໂລກໃຫ້ໄດ້ໄວທີ່ສຸດ.

XS
SM
MD
LG