ທາງການລາວ ບໍ່ສາມາດຂຶ້ນທະບຽນແຮງງານຕ່າງດ້າວໄດ້ ຕາມແຜນການທີ່ວາງໄວ້
ເນື່ອງຈາກວ່າ ບໍ່ໄດ້ຮັບການຮ່ວມມື ຈາກທັງນາຍຈ້າງ ທີ່ເປັນຄົນລາວ ແລະ ຊາວຕ່າງ
ຊາດທີ່ລົງທຶນຢູ່ໃນລາວ.
ທ່ານຄຳແພງ ໄຊສົມແພງ ລັດຖະມົນຕີວ່າການ ກະຊວງແຮງງານ ແລະສະຫວັດດີ
ການສັງຄົມ ຖະແຫລງວ່າ ການຂຶ້ນທະບຽນແຮງງານຊາວຕ່າງຊາດ ທີ່ທຳງານ ຢ່າງ
ບໍ່ຖືກຕ້ອງຕາມກົດໝາຍໃນລາວ ໃນໄລຍະທີ່ຜ່ານມາ ຍັງບໍ່ສາມາດຈັດຕັ້ງປະຕິບັດໄດ້
ຕາມແຜນການທີ່ວາງໄວ້ ໂດຍເຖິງແມ່ນວ່າ ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ
ຈະໄດ້ສັ່ງການໃຫ້ດຳເນີນມາດຕະການຢ່າງເຂັ້ມງວດ ເຂົ້າໃນການກວດກາ ການຈ້າງ
ງານຂອງບັນດາຫົວໜ່ວຍທຸລະກິດຕ່າງໆ ທັງຂອງເອກກະຊົນ ແລະ ຊາວຕ່າງຊາດ
ກໍຕາມ ແຕ່ວ່າ ດ້ວຍບັນຫາທີ່ບໍ່ໄດ້ຮັບການຮ່ວມມື ຈາກບັນດານາຍຈ້າງ ທັງທີ່ເປັນຄົນ
ລາວ ແລະ ຊາວຕ່າງຊາດ ທີ່ລົງທຶນຢູ່ໃນລາວ ຈຶ່ງເຮັດໃຫ້ບໍ່ສາມາດຈັດຕັ້ງປະຕິບັດໄດ້
ຢ່າງມີປະສິດທິພາບ.
ທາງດ້ານທ່ານສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ຢືນຢັນວ່າ ລັດຖະບານ
ລາວ ໄດ້ແກ້ໄຂບັນຫາ ແຮງງານຕ່າງດ້າວ ຕາມຫລັກກົດໝາຍພາຍໃນ ແລະ ອີງຕາມ
ຫລັກມາດຕະຖານສາກົນຢ່າງເຂັ້ມງວດ ທັງຍັງຈະສືບຕໍ່ກວດກາ ການຈັດຕັ້ງປະຕິບັດ
ຂອງບັນດາພະນັກງານລັດ ທີ່ກ່ຽວຂ້ອງຢ່າງໃກ້ຊິດ ຮວມເຖິງກວດກາ ການປະຕິບັດ
ຕາມກົດໝາຍແຮງງານ ຂອງບັນດານາຍຈ້າງທັງຄົນລາວ ແລະ ຊາວຕ່າງຊາດດ້ວຍ
ດັ່ງທີ່ ທ່ານສອນໄຊ ໄດ້ເນັ້ນຢ້ຳວ່າ:
“ທຸກການປະຕິບັດຕໍ່ຄົນຕ່າງປະເທດ ຕ້ອງໄດ້ເອົາໃຈໃສ່ ເລື່ອງມາດຕະຖາສາກົນ
ເລື່ອງກົດໝາຍ ແລະ ລະບຽບການ ທີ່ໄດ້ກຳນົດໄວ້ແລ້ວ ການປົກຄອງທ້ອງຖິ່ນ
ທຸກຂັ້ນ ຕ້ອງໄດ້ສຶກສາອົບຮົມຊີ້ນຳ ຢ່າງເອົາໃຈໃສ່ ຕໍ່ພະນັກງານ ເຈົ້າໜ້າທີ່ຂອງ
ລັດ ນັບທັງນັກທຸລະກິດ ພໍ່ຄ້າຊາວຂາຍ ພໍ່ແມ່ປະຊາຊົນ ໃນເລື່ອງການແກ້ໄຂ
ບັນຫາແຮງງາຕ່າງປະເທດ ທີ່ເຂົ້າມາບໍ່ຖືກຕ້ອງນີ້ ເນັ້ນໜັກໃຫ້ພວກເຂົາເຈົ້າເຫັນ
ຜົນປະໂຫຍດລວມ ຂອງຊາດເປັນຫລັກ ຖ້າຜູ້ໃດ ທ້ອງຖິ່ນໃດ ບໍ່ເອົາໃຈໃສ່ ຫຼືວ່າ
ຍັງປະປ່ອຍໃຫ້ມີສະພາບຄືແນວນີ້ເກີດຂຶ້ນ ໂດຍບໍ່ລາຍງານໃຫ້ຂັ້ນເທິງ ກໍຕ້ອງ
ຖືວ່າເປັນຂໍ້ບົກພ່ອງຕໍ່ໜ້າທີ່ ຂອງຕົນເອງ ຕໍ່ຂັ້ນເທິງ.”
ທັງນີ້ ໂດຍກະຊວງແຮງງານ ແລະສະຫວັດດີການສັງຄົມ ໄດ້ປະຕິບັດຕາມຄຳສັ່ງ
ຂອງນາຍົກລັດຖະມົນຕີ ເລກທີ 62/ນຍ ກ່ຽວກັບການຂຶ້ນທະບຽນແຮງງານ ໃຫ້ຄົນ
ຕ່າງປະເທດທີ່ມາອາໄສຢູ່ໃນລາວ ທີ່ເປັນການຈັດຕັ້ງປະຕິບັດຮ່ວມກັນ ລະຫວ່າງ
ກະຊວງແຮງງານ ແລະກະຊວງປ້ອງກັນຄວາມສະຫງົບ ລະຫວ່າງ ວັນທີ 18 ທັນວາ
2015 ເຖິງ 30 ກັນຍາ 2016 ໂດຍຂຶ້ນທະບຽນແຮງງານຕ່າງຊາດໄດ້ 22,766 ຄົນ
ຊຶ່ງໃນນີ້ ແບ່ງເປັນແຮງງານຫວຽດນາມ 17,537 ຄົນ ຈີນ 4,323 ຄົນ ໄທ 612 ຄົນ
ແລະອື່ນໆ 132 ຄົນ.
ຫາກແຕ່ທາງການລາວ ກໍເຊື່ອວ່າ ຍັງມີແຮງງານຊາວຕ່າງຊາດອີກ ຫຼາຍກວ່າ 30,000
ຄົນ ທີ່ຍັງບໍ່ຍອມຂຶ້ນທະບຽນຢ່າງຖືກຕ້ອງ ທີ່ເດີນທາງໄປ-ມາ ລະຫວ່າງລາວ ກັບ
ປະເທດທີ່ເປັນພູມລຳເນົາຂອງພວກເຂົາເຈົ້າ ແລະ ຍັງຄົງພາກັນລັກລອບທຳງານ
ໂດຍຜິດກົດໝາຍຢູ່ໃນລາວ ຢູ່ເລື້ອຍມານັ້ນເອງ.
ນອກຈາກນີ້ ການທີ່ລາວຍັງຕ້ອງປະເຊີນກັບບັນຫາຂາດແຄນແຮງງານ ມີຝີມື ແລະ
ບໍ່ສາມາດຕອບສະໜອງແຮງງານມີຝີມື ໃຫ້ກັບບັນດາບໍລິສັດຕ່າງຊາດ ທີ່ລົງທຶນໃນ
ລາວ ໄດ້ຢ່າງພຽງພໍນັ້ນ ຍັງເຮັດໃຫ້ທາງການລາວ ຕ້ອງອະນຸຍາດໃຫ້ບັນດາບໍລິສັດ
ຕ່າງຊາດ ຈ້າງແຮງງານມີຝີມື ຈາກຕ່າງປະເທດໄດ້ ຈຳນວນຫຼາຍໝື່ນຄົນ ແລະ ການ
ທີ່ແຮງງານລາວ ສ່ວນຫຼາຍກໍໄດ້ພາກັນເດີນທາງໄປທຳງານ ຢູ່ໃນປະເທດໄທ ເນື່ອງ
ຈາກວ່າ ມີຄ່າຈ້າງຂັ້ນຕ່ຳ ໃນອັດຕາທີ່ສູງກວ່າ ຢູ່ໃນລາວ ດ້ວຍແລ້ວ ກໍຍັງເຮັດໃຫ້
ເກີດບັນຫາ ຂາດແຄນແຮງງານຫຼາຍຂຶ້ນນັບມື້ ອີ່ກດ້ວຍ.
ພາຍໃຕ້ສະພາບການດັ່ງກ່າວ ຈຶ່ງເຮັດໃຫ້ທາງການລາວ ຈະຕ້ອງເລັ່ງຈັດຕັ້ງປະຕິບັດ
ແຜນການພັດທະນາ ແລະ ປັບປຸງລະບົບບໍລິຫານງານ ທັງຂັ້ນສູນກາງ ແລະລະດັບ
ທ້ອງຖິ່ນ ໂດຍແນໃສ່ການຍົກລະດັບຝີມືແຮງງານລາວ ໃຫ້ໄດ້ມາດຕະຖານທີ່ສາມາດ
ເຂົ້າສູ່ລະບົບການຈ້າງງານ ລະຫວ່າງປະເທດສະມາຊິກ ໃນອາຊ່ຽນດ້ວຍກັນໃຫ້ໄດ້
ຢ່າງແທ້ຈິງ.
ໂດຍຕາມແຜນການພັດທະນາດ້ານແຮງງານ ໃນຊ່ວງປີ 2016-2020 ລັດຖະບານ
ລາວ ໄດ້ໃຫ້ຄວາມສຳຄັນ ເປັນພິເສດໃນການພັດທະນາຫລັກສູູດ ເພື່ອສ້າງແຮງງານ
ທີ່ມີຝີມືໃຫ້ໄດ້ 658,000 ກວ່າຄົນ ສຳລັບຕອບສະໜອງ ໃຫ້ແກ່ບໍລິສັດຕ່າງຊາດ ທີ່
ລົງທຶນໃນລາວ ໃຫ້ໄດ້ຢ່າງພຽງພໍ ແລະ ສ້າງມາດຕະຖານຝີມືແຮງງານໃໝ່ໃຫ້ໄດ້ໃນ
25 ສາຂາອາຊີບ ດຳເນີນມາດຕະການທົດສອບ ແລະ ອອກໃບຢັ້ງຢືນ ມາດຕະຖານ
ຝີມືແຮງງານ ໃນ 27 ສາຂາອາຊີບ ໃຫ້ກັບແຮງງານລາວ 12,500 ຄົນ ເພື່ອໃຫ້
ສາມາດໄປທຳງານໄດ້ ໃນທຸກປະເທດ ໃນອາຊ່ຽນດ້ວຍກັນ.