ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວ ​ສົ່ງ​ເສີມ​ ການ​ຜະລິດ​ ສິນຄ້າ​ ພາຍ​ໃຕ້ ​ໂຄງການ ​ໜຶ່ງ​ເມືອງ ໜຶ່ງ​ຜະລິດ​ຕະພັນ


ຜະລິດຕະພັນ ຈາກຫວາຍ ແລະ ເຄື່ອງຫັດຖະກຳ ເປັນສິນຄ້າຢ່າງໜຶ່ງ ພາຍໃຕ້ ໂຄງການ ​ໜຶ່ງ​ເມືອງ ໜຶ່ງ​ຜະລິດ​ຕະພັນ ຫຼື ODOP
ຜະລິດຕະພັນ ຈາກຫວາຍ ແລະ ເຄື່ອງຫັດຖະກຳ ເປັນສິນຄ້າຢ່າງໜຶ່ງ ພາຍໃຕ້ ໂຄງການ ​ໜຶ່ງ​ເມືອງ ໜຶ່ງ​ຜະລິດ​ຕະພັນ ຫຼື ODOP

ທາງ​ການ​ລາວ ​ໃຫ້ການ​ສົ່ງ​ເສີມ​ການ​ຜະລິດ​ສິນຄ້າ​ພາຍ​ໃຕ້​
ໂຄງການ​ໜຶ່ງ​ເມືອງ ໜຶ່ງ​ຜະລິດ​ຕະພັນ ຫຼື ODOP ​ໄດ້​ແລ້ວ
165 ລາຍການ​ສິນຄ້າ ​ໂດຍ​ສ່ວນ​ໃຫຍ່ ​ເປັນ​ຜະລິດ​ຕະພັນ
​ແປ​ຮູບ​ໃນພາກ​ກະສິກຳ.

ກະຊວງ​ແຜນການ ​ແລະ ການ​ລົງ​ທຶນ ລາຍ​ງານ​ວ່າ ​ໂຄງການ​ໜຶ່ງ​ເມືອງ ໜຶ່ງ​ຜະລິດ​ຕະພັນ
(One District One Product, ODOP) ທີ່​ໄດ້​ຮັບ​ການ​ສະໜັບສະໜູນ ຈາກ​ອົງການ​
ເພື່ອ​ການ​ຮ່ວມ​ມື​ສາກົນ​ຂອງ​ລັດຖະບານ​ຍີ່ປຸ່ນ (JICA) ນັບ​ຈາກ​ປີ 2008 ​ເປັນຕົ້ນມາ​ ຈົນ​
ເຖິງ​ປັດຈຸບັນ​ ສາມາດ​ພັດທະນາຜະລິດ​ຕະພັນ ​ເປັນ​ສິນຄ້​າ​ໄດ້​ແລ້ວ 165 ລາຍການ ​ໂດຍ​
ສ່ວນ​ໃຫຍ່​ ເປັນ​ຜະລິດ​ຕະພັນ ​ແປ​ຮູບ​ໃນ​ພາກ​ກະສິກຳ ​ເຊັ່ນ​ເຂົ້າກ່ຳ ນ້ຳ​ເຜິ້ງທຳ​ມະ​ຊາດ
​ເກືອ​ໂບຮານ ຊີ້ນ​ສະຫວັນ ນ້ຳຫວານ​ຕົ້ນຫາງ​ແຂ້ ນ້ຳໝາກຍໍ ຜະລິດ​ຕະພັນ​ຈາກ​ຫວາຍ
ຜະລິດ​ຕະພັນ​ເສັ້ນ​ໃຍ​ກ້ວຍ ນ້ຳໝາກ​ໄມ້​ປອດ​ສານພິດ ​ເຄື່ອງປັ້ນດິນ​ເຜົາ ​ແລະ ທູບ​ຫອມ ​ເປັນຕົ້ນ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ການ​ພັດທະນາ​ຜະລິດ​ຕະພັນດັ່ງກ່າວ ກໍ​ຖື​ວ່າ ​ໄດ້​ມີ​ການ​ຂະຫຍາຍຕົວ​
ຢ່າງ​ຊັກ​ຊ້າຫຼາຍ ​ເນື່ອງ​ຈາກ​ວ່າ ຜະລິ​ດຕະພັນ​ທັງ 165 ລາຍການ​ນີ້ ​ເປັນ​ຜົນ​ຜະລິດ​ຂອງ
45 ຫົວໜ່ວຍ​ການ​ຜະລິດ ທີ່​ນອນ​ຢູ່​ໃນ 4 ​ແຂວງ​ເປົ້າໝາຍ​ເທົ່າ​ນັ້ນອີກ​ດ້ວຍ ກໍ​ຄື​ແຂວງ​
ສະຫວັນ​ນະ​ເຂດ ຈຳປາ​ສັກ ວຽງ​ຈັນ ​ແລະ ຄຳ​ມ່ວນ.

ນາຍົກລັດຖະມົນຕີ ທ່ານ ທອງສິງ ທຳມະວົງ ຍ່າງທ່ຽວຊົມ ຜະລິດຕະພັນລາວ ໃນງານວາງສະແດງແຫ່ງໜຶ່ງ
ນາຍົກລັດຖະມົນຕີ ທ່ານ ທອງສິງ ທຳມະວົງ ຍ່າງທ່ຽວຊົມ ຜະລິດຕະພັນລາວ ໃນງານວາງສະແດງແຫ່ງໜຶ່ງ

​ໂດຍ​ພາຍ​ໃຕ້​ສະພາບ​ການ​ດັ່ງກ່າວ​ນີ້ ຈຶ່ງ​ເຮັດ​ໃຫ້​ທະນາຄານ​ໂລກ ​ໄດ້​ຕົກ​ລົງ​ຈັດ​ສັນ​ເງິນທຶນ​ ໃນ​ມູນ​ຄ່າລວມ 96 ຕື້​ກີບ ຫຼືປະມານ 12 ລ້ານ​ໂດ​ລາ ​ເພື່ອ​ຊ່ວຍ​ເຫຼືອລັດຖະບານ​ລາວ ​ໃນ​ການ​ຕອບ​ສະໜອງ​ເງິນ​ທຶນ​ກູ້​ຢືມ ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ຂະໜາດ​ກາງ​ທົ່ວ​ປະ​ເທດ ​ໃນ​ແຜນການ​ປີ 2014-2015 ທີ່​ກຳລັງ​
ຈະ​ສິ້ນ​ສຸດ​ແຜນການ​ລົງ ​ໃນ​ເດືອນ​ກັນຍາ 2015 ນີ້.

​ໂດຍ​ທີ່​ຜ່ານ​ມາ ກົມ​ສົ່ງ​ເສີມ​ນັກທຸລະກິດ​ຂະໜາດ​ນ້ອຍ ​ແລະ ຂະໜາດ​ກາງ ກໍ​ໄດ້​ໃຫ້​ສິນ​ເຊື່ອ ​ແກ່​ບັນດາວິສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ຂະໜາດ​ກາງ​ໄປ​ແລ້ວ ຄິດ​ເປັນ​ມູນ​ຄ່າ​ລວມ 14 ຕື້​ກີບ ​ໂດຍ​ເປັນ​ການ​ປ່ອຍ​ກູ້ ຜ່ານ​ທະນາຄານ​ພັດທະນາ​ລາວ ຈຶ່ງ​ຍັງ​ເຫຼືອ​ເງິນ​ທຶນ ​ໃນ​ມູນ​ຄ່າ 82 ຕື້​ກີບ ທີ່​ຈະ​ຕ້ອງ​ໃຫ້​ສິນ​ເຊື່ອ​ແກ່ ​ບັນດາ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ຂະໜາດ​ກາງ ທີ່​ມີ​ເງື່ອນ​ໄຂ​ຢ່າງ​ຄົບ​ຖ້ວນ ​ພາຍ​ໃນ​ທ້າຍ​ເດືອນ​ກັນຍາປີ​ນີ້.

​ແຕ່​ຢ່າງ​ໃດ​ກໍ​ຕາມ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ໄດ້​ລາຍ​ງານ​ການ​ສຳ​ຫລວດກ່ຽວ​
ກັບ​ຄວາມ​ພ້ອມ ​ໃນ​ການ​ແຂ່ງຂັນ​ຂອງ​ບັນດາ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ຂະໜາດກາງ ຂອງ​ລາວ ວ່າ ມີຫຼາຍກວ່າ 37,000 ​ແຫ່ງ ​ທີ່ບໍ່​ມີ​ຄວາມ​ພ້ອມ​ຈະ​ແຂ່ງຂັນ ​ທາງ​ດ້ານ​ການ​ຕະຫຼາດ ພາຍຫຼັງຈາກ 10 ປະ​ເທດ​ສະມາຊິກ​ຂອງ​ອາ​ຊຽນ ​ໄດ້​ເຊື່ອມ​ຕໍ່​ເສດຖະກິດ​ເຂົ້າດ້ວຍ​ກັນ ນັບ​ແຕ່​ວັນ​ທີ 31 ທັນ​ວາ 2015 ​ເປັນຕົ້ນ​ໄປ.

​ໂດຍ​ມີ​ສາ​ເຫດ​ມາ​ຈາກ​ການ​ທີ່​ບັນດາ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ຂະໜາດ​ກາງ​ເຫຼົ່ານີ້
ຍັງ​ມີ​ການ​ຜະລິດ​ສິນຄ້າ ທີ່​ມີ​ລະດັບ​ຄຸນ​ນະພາ​ບຕ່ຳ ​ເນື່ອງ​ຈາກ​ຜູ້​ຜະລິດ​ສິນຄ້າ​ສ່ວນ​ໃຫຍ່
ຍັງ​ຂາດ​ຄວາມ​ຮູ້​ ຄວາມ​ເຂົ້າ​ໃຈ ​ແລະ ບໍ່ມີ​ທັກ​ສະ ​ໃນ​ການ​ຜະລິດ​ສິນຄ້າ ທີ່​ເປັນ​ທີ່ຕ້ອງການ ​ຂອງ​ຕະຫຼາດ ລວມທັງ​ຍັງ​ບໍ່​ມີຫຼັກວິຊາ​ການ ​ໃນ​ການ​ຜະລິດສິນຄ້າ ທີ່​ໄດ້​ມາດຕະຖານອີກ​ດ້ວຍ ດັ່ງ​ທີ່​ເຈົ້າໜ້າ​ທີ່​ຂັ້ນສູງ​ຂອງ​ລາວ ​ໄດ້​ໃຫ້ການ​ຊີ້​ແຈງວ່າ:

“ຄວາມ​ເຂົ້າ​ໃຈ​ລະດັບ​ຝີ​ມື​ ການ​ອອກ​ແຮງ​ງານ​ ຂອງ​ປະຊາຊົນ​ເນາະ ຍັງ​ຈຳນວນ​ໜຶ່ງ ຍັງ​ບໍ່​ທັນ​ຮູ້​ຜະລິດ​ສິນຄ້າ ປູກ​ກະປູ​ກ​ໄປ​ນຳ​ໝູ່​ຈັ່ງ​ຊັ້ນຫລະ ຈັກ​ໃສ່​ຝຸ່ນ​ຫຍັງ ປູກ​ອັນ​ໃດ​ ເປັນ​ສິນຄ້າບໍ່​ເປັນ ປູກຜັກ​ກະບາ​ງເທື່ອ ​ກະປູ​ກພໍ​ກຸ້ມ​ກິນ ຈັ່ງຊັ້ນມາ​ຮອດ​ນີ້​ນິ ສິ່ງ​ທີ່​ຍັງ​ຄ້າງ​ຄາ​
ກໍ​ຄື ມີ​ຈຳນວນ​ໜຶ່ງ​ ບໍ່​ທັນ​ເຂົ້າ​ໃຈ​ວິທີ​ຜະລິດ ສອງ​ມາ ຫລະ​ແມ່ນ​ວິຊາ​ການ​ພວກ​ເຮົາ​
ໄປ​ບໍ່​ທັນ​ທົ່ວ​ເຖິງ ຫັ້ນ​ແຫລະ.”

ໂດຍ​ການ​ທີ່​ຈະ​ປ້ອງ​ກັນ ​ບໍ່​ໃຫ້​ບັນ​ຫາດັ່ງກ່າວນີ້​ເກີດ​ຂຶ້ນ ກໍຈຳ​ເປັນ​ຈະ​ຕ້ອງ​ໃຊ້​ເງິນ​ທຶນ ​ໃນ​ມູນ​ຄ່າ​ລວມກວ່າ 7,000 ຕື້​ກີບ ຫຼື ປະມານ 875 ລ້ານ​ໂດ​ລາ ​ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການ​ພັດທະນາ-
ປັບປຸງ ​ແລະ ຍົກ​ລະດັບ​ຄຸນ​ນະພາ​ບ ທັງ​ໃນ​ການ​ບໍລິຫານ ​ແລະ ການ​ຜະລິດ​ສິນຄ້າ​ຂອງ
SME ​ໃນ​ລາວ​ ໃຫ້​ດີ​ຂຶ້ນ ຫາກ​ແຕ່​ວ່າ ລັດຖະບານ​ລາວ ກໍ​ມີ​ເງິນ​ທຶນ ທີ່​ໄດ້​ຮັບ​ການຈັດ​ສັນ
ຈາກ​ທະນາຄານ​ໂລກ​ພຽງ​ແຕ່ 96 ຕື້​ກີບ​ເທົ່າ​ນັ້ນ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ອົງການ​ພັດທະນາ​ສາກົນ​ຂອງ​ລັດຖະບານ​ສະຫະລັດ​ອາ​ເມຣິກາ (USAID)
ກໍ​ໄດ້​ຕົກລົງ​ໃຫ້ການ​ສະໜັບສະໜູນ​ເງິນ​ທຶນ ​ໃນ​ມູນ​ຄ່າ​ລວມ 9 ລ້ານ​ໂດ​ລາ​ ສຳຫລັບ ພັດທະນາ​ ການ​ເຊື່ອມ​ໂຍງ​ລາວ​ກັບ​ອາ​ຊຽນ ​ແລະ ສາກົນ​ໃນ​ດ້ານ​ການ​ຄ້າ​ທີ່​ເປັນ​ການ​ຮ່ວມ​ມື ລະຫວ່າງ​ອົງການ USAID ກັບທະນາຄານ​ໂລກ ​ເພື່ອ​ໃຫ້ການ​ຊ່ວຍ​ເຫຼືອ ​ແກ່​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ຂະໜາດ​ກາງ ​ໃນ​ລາວ ​ເປັນ​ການສະ​ເພາະ ​ເມື່ອ​ບໍ່​ນານ​ມາ​ນີ້.

XS
SM
MD
LG