ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທາງການ ລາວ ຍອມຮັບ ກ່ຽວກັບການ ລັກລອບ ຂໍ້ສອບ ໃນການ ເສັງຈົບຊັ້ນ ມ. 7


ນັກສຶກສານັ່ງສອບເສັງຈົບຊັ້ນ ໃນຂະນະທີ່ກຳມະການຍາມ
ຫ້ອງສອບເສັງຍ່າງກວດກາຄວາມເປັນລະບຽບຮຽບຮ້ອຍ.
ນັກສຶກສານັ່ງສອບເສັງຈົບຊັ້ນ ໃນຂະນະທີ່ກຳມະການຍາມ ຫ້ອງສອບເສັງຍ່າງກວດກາຄວາມເປັນລະບຽບຮຽບຮ້ອຍ.

ທາງ​ການ​ກະຊວງ​ສຶກສາ​ທິການ ​ແລະ ກິລາ ຍອມຮັບ​ວ່າ​ມີ​ການ​ຮົ່ວ​ໄຫຼ​ຂອງ​ຂໍ້​ສອບ​ເສັງ​ປາຍ​ພາກຮຽນ​ທີ 2 ສຳລັບ​ນັກຮຽນ​ຊັ້ນ​ມັດທະຍົມ​ປີ​ທີ 7 ​ເກີດ​ຂຶ້ນ​ຈິງ ​ແຕ່​ກໍ​ຍັງ​ສືບສວນ​ຫາ​ຜູ້​ກະທຳ​ຄວາມ​ຜິດ​ບໍ່​ທັນ​ພົບ.

​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ກະຊວງ​ສຶກສາ​ທິການ ​ແລະ ກິລາ ໃຫ້ການ​ຍອມຮັບ​ວ່າ​ໄດ້​ມີ​ການ​ຮົ່ວ​ໄຫຼ​ຂອງ​ຂໍ້​ສອບ​ເສັງ​ປາຍ​ພາກ​ຮຽນ​ທີ 2 ສຳລັບ​ນັກຮຽນ​ທີ່​ຈະ​ຈົບ​ຊັ້ນ​ມັດທະຍົມ​ປີ​ທີ 7 ​ເກີດ​ຂຶ້ນ​ຈິງ ຢູ່​ໃນ​ທົ່ວ​ປະ​ເທດ ລາວ ຊຶ່ງ​ກໍ​ໄດ້​ເປັນ​ສ​າ​ເຫດ​ທີ່​ເຮັດ​ໃຫ້​ລັດຖະມົນຕີ​ວ່າການ​ກະຊວງ​ສຶກສາ​ທິການ ​ແລະ ກິລາ ຕ້ອງ​ມີ​ຄຳ​ສັ່ງ​ໃຫ້​ຍົກ​ເລີກ​ການ​ສອບ​ເສັງ​ດັ່ງກ່າວ​ໃນ​ທົ່ວ​ປະ​ເທດ​ເມື່ອ​ທ້າ​ຍ​ເດືອນມິ​ຖຸນາທີ່​ຜ່ານ​ມາ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ການ​ດຳ​ເນີນ​ການ​ສືບ​ສວນສອບ​ສວນ​ ໃນ​ໄລ​ຍະ​ທີ່​ຜ່ານ​ມາ​ກໍ​ຍັງ​ບໍ່​ສາມາດ ທີ່ຈະ​ພິສູດ​ໄດ້​ວ່າການ​ຮົ່ວ​ໄຫຼ​ຂອງ​ຂໍ້​ສອບ​ດັ່ງກ່າວ​ ໄດ້​ເກີດຂຶ້ນ​ຈາ​ກການ​ກະທຳ​ຂອງ​ພະນັກງານ​ລັດຖະບານ​ໃນ​ພາກສ່ວນ​ໃດ​ແທ້ ຊຶ່ງ​ຈົນ​ເຖິງ​ຂະໜາດ​ນີ້​ການ​ສືບສວນ​ສອບ​ສວນ​ກໍ​ຍັງ​ຄົງ​ສືບ​ຕໍ່​ຢູ່​ເລື້ອຍ​ມາ ດັ່ງ​ທີ່​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ກະຊວງ​ສຶກສາ​ໄດ້​ໃຫ້ການ​ຊີ້​ແຈງ​ວ່າ:

“ກະຊວງ​ສຶກສາ​ທິການ​ແມ່ນ​ຍອມຮັບ​ວ່າ​ໃນ​ການ​ສອບ​ເສັງ​ຊັ້ນ ມ.7 ທີ່ຜ່ານ​ມາ​ນັ້ນ​ມີ​ປະກົດ​ການ ​ແມ່ນ​ຕົວ​ບົດ​ຖືກ​ຮົ່ວ​ໄຫຼ​ອອກ​ໄປ​ສູ່​ປະຊາ​ຄົມ​ອອນ​ໄລ​ນ໌ ອັນ​ນີ້ແມ່ນຍອມ ຮັບ​ວ່າ​ກະຊວງ​ສຶກສາ​ນີ້​ຕ້ອງ​ໄດ້​ເຂັ້ມ​ງວດ​ເພີ່ມ​ເຕີມ​ອີກ ​ໃນ​ລະບົບ​ການ​ສອບ​ເສັງ ອາດ​ຈະ​ມີ​ການ​ປ່ຽນ​ແປງ​ວິທີ​ການ​ສອບ​ເສັງ ປ່ຽນແປງ​ວິທີ​ການ​ອອກ​ຕົວ​ບົດ ​ປ່ຽນ​ແປງ​ວິທີ​ການ​ສອບ​ເສັງ​ທັງ​ໝົດ.”

ກ່ອນ​ໜ້າ​ນີ້ ​ເວັບ​ໄຊ​ທ໌ ​ໂທລະ​ໂຄ່ງດ໋ອດຄອມ​ໃນ ລາວ ​ໄດ້​ເປີດ​ເຜີຍ​ຂໍ້​ມູນ​ໂດຍ​ອ້າງ​ແຫຼ່ງຂ່າວ​ພາຍ​ໃນ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ ວ່າ​ທາງ​ການ​ກະຊວງ​ສຶກສາ​ທິການ ​ແລະ ກິລາ ​ໄດ້​ມີ​ຄຳ​ສັ່ງ​ໃຫ້​ຍົກ​ເລີກ​ການ​ສອບ​ເສັງ​ເພື່ອ​ຈົບ​ການ​ສຶກສາ​ໃນ​ຊັ້ນ​ມັດທະຍົມ​ປີ​ທີ 7 ​ໃນ​ທົ່ວ​ປະ​ເທດ​ເມື່ອ​ວັນ​ທີ 26 ມິຖຸນາ​ທີ່​ຜ່ານ​ມາ ​ເພາະ​ກວດ​ພົບ​ວ່າ​ໄດ້​ມີ​ການ​ຮົ່ວ​ໄຫຼ​ຂອງ​ຂໍ້​ສອບ​ເກີດ​ຂຶ້ນ​ຢ່າງ​ກວ້າງຂວາງ ທັງ​ໃນ​ເຂດ​ນະຄອນຫຼວງ ວຽງ​ຈັນ ​ແລະ ​ເຂດ​ຕ່າງ​ແຂວງ​ໃນ​ທົ່ວ
​ປະ​ເທດ.

ຮູບພາບນັກຮຽນເຂົ້າຮ່ວມ ການສອບເສັງນັກຮຽນເກັ່ງທົ່ວປະເທດ ທີ່ສະຖາບັນການສຶກສາແຫ່ງໜຶ່ງໃນ ນະຄອນຫຼວງວຽງຈັນ.
ຮູບພາບນັກຮຽນເຂົ້າຮ່ວມ ການສອບເສັງນັກຮຽນເກັ່ງທົ່ວປະເທດ ທີ່ສະຖາບັນການສຶກສາແຫ່ງໜຶ່ງໃນ ນະຄອນຫຼວງວຽງຈັນ.

​ໂດຍ​ເວັບ​ໄຊ​ທ໌ ​ໂທ​ລະ​ໂຄ່ງ​ດ໋ອດ​ຄອມ ລາຍ​ງານ​ດ້ວຍ​ວ່າ​ໃນ​ປະຈຸ​ບັດ​ພາກສ່ວນ​ທີ່​ກ່ຽວຂອງ​ກຳລັງ​ດຳ​ເນີນ​ການ​ສອບ​ສວນ​ເພື່ອຫາ​ຕົ້ນຕໍ​ຂອງ​ການ​ຮົ່ວ​ໄຫຼ​ຂອງ​ຂໍ້​ສອບ​ໃນ​ຄັ້ງ​ນີ້ ສະ​ນັ້ນ ຈິ່ງ​ຍັງບໍ່​ສາມາດ​ຈະ​ກຳນົດ​ໄດ້​ວ່າ​ຈະ​ສາມາດ​ນຳ​ຕົວ​ຜູ້​ກະທຳ​ຜິດມາ​ລົງ​ໂທດ​ຕາມ​ກົດໝາຍ​ໄດ້​ເມື່ອໃດ.

​ໂດຍ​ສຳລັບ​ໃນ​ສົກຮຽນ​ປະຈຳ​ປີ 2014 ຫາ 2015 ນີ້​ກໍ​ມີ​ນັກຮຽນ​ສອບ​ເສັງ​ເພື່ອ​ຈົບ​ຊັ້ນ​ມັດທະຍົມ​ປີ​ທີ 7 ຈຳນວນ​ທັງ​ໝົດ 53,749 ຄົນ ​ແລະ ​ໃນ​ນີ້​ເປັນ​ນັກຮຽນ​ເພດ​ຍິງ​ຈຳນວນ 24,709 ຄົນ​ທີ່​ສອບ​ເສັງ​ຢູ່​ສູບ​ສອບ 2​43 ​ແຫ່ງ​ທົ່ວ​ປະ​ເທດ ຊຶ່ງ​ບໍ່​ພຽງ​ແຕ່​ຈະ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ການຊັກ​ຊ້າ​ໃນ​ການ​ຈົບ​ການ​ສຶກສາເທົ່າ​ນັ້ນ ​ແຕ່​ຍັງ​ຈະ​ມີ​ບັນຫາ ​ແລະ ຂໍ້​ສົງ​ໄສ​ກ່ຽວ​ກັບ​ລະດັບ​ຄຸນ​ນະພາ​ບຂອງ​ການ​ສຶກສາ​ອີກ​ດ້ວຍ.

ກ່ອນໜ້າ​ນີ້ ​ເຈົ້າ​ໜ້າ​ທີ່​ຂັ້ນສູງ​ໃນ​ກົມ​ພັດທະນາ​ຝີມືແຮງ​ງານ ​ແລະ ຈັດ​ຫາ​ງານ​ຍອມຮັບ​ວ່າ​ນັກຮຽນ​ທີ່​ຈົບ​ການ​ສຶກສາ​ແຕ່​ລະດັບ​ວິ​ຊາ​ຊີບ​ຊັ້​ນສູງ​ເຖິງປະລິນຍາ​ຕີ​ໃນ​ປີ 2014 ຈຳນວນ​ທັງໝົດ 115,523 ຄົນ​ມີໂອກາດ​ຕ່ຳ​ຫຼາຍ​ທີ່​ຈະ​ໄດ້​ຮັບ​ການ​ວ່າ​ຈ້າງ​ຈາກ​ບັນດາ​ບໍລິສັດ​ຕ່າງ​ຊາດ​ທີ່​ລົງທຶນ​ໃນ ລາວ ​ເພາະ​ວ່າ​ຈາກ​ການ​ເກັບ​ກຳ​ຂໍ້​ມູນ ພົບ​ວ່າ​ມີ​ພຽງ 17,300 ກວ່າ​ຄົນ​ຫຼື​ຄິດ​ເປັນ 15 ​ເປີ​ເຊັນ ​ເທົ່າ​ນັ້ນ​ຈາກ​ນຳ​ນວນ​ທັງ​ໝົດ​ທີ່​ມີ​ລະດັບ​ຄວາມ​ຮູ້​ຄວາມ​ສາມາດ​ໄດ້​ມາດຕະຖານ​ຕາມ​ຄວາມ​ຕ້ອງການ​ຂອງ​ບໍລິສັດ​ຕ່າງ​ຊາດ​ໃນ​ ລາວ.

ທັງ​ນີ້​ໂດຍ​ມີ​ສາ​ເຫດ​ມາ​ຈາກ​ຄ່າ​ນິຍົມ​ດ້ານ​ການ​ສຶກສາ​ໃນ ລາວ ທີ່​ບໍ່​ສອດ​ຄ່ອງກັບ​ສະພາບ​ຕົວ​ຈິງ​ກໍ​ຄື​ໃນ​ຂະ​ນະ​ທີ່​ບັນດາ​ບໍລິສັດ​ຕ່າງ​ຊາດ​ຕ້ອງການ​ວ່າ​ຈ້າງ​ແຮງ​ງານ​ທີ່​ມີ​ຄວາມ​ຮູ້​ຄວາມ​ສາມາດ​ດ້ານ​ວິ​ຊາ​ຊີບ ​ແລະ ຊ່າງ​ເທັກ​ນິກ ຫາ​ແຕ່​ນັກ​ສຶກສາ​ສ່ວນ​ໃຫຍ່​ໃນ ລາວ ກັບ​ນິຍົມ​ສຶກສາ ​ແລະ ຈົບ​ດ້ານ​ບໍລິຫານ​ທຸລະ​ກິດ ສ່ວນ​ທີ່​ຈົບ​ວິຊາ​ຊີບ​ຊັ້ນ​ສູງສ່ວນ​ໃຫຍ່ກໍ​ບໍ່​ມີ​ຄຸນ​ນະພາບຕາມ​ຕ້ອງການ​ຂອງ​ບໍລິສັດ​ຕ່າງ​ຊາດ​ອີກ​ດ້ວຍ

ພາຍ​ໃຕ້​ສະພາບ​ການ​ດັ່ງກ່າວ​ນີ້ ບໍ່​ພຽງ​ແຕ່​ຈະ​ເຮັດ​ໃຫ້​ອັດຕາ​ການວ່າງງານ​ໃນ ລາວ ​ເພີ່ມ​ຂຶ້ນ​ເຖິງ 7​ ​ເປີ​ເຊັນ ​ແລ້ວ​ໃນ​ເວລາ​ນີ້ ຫາກແຕ່​ຍັງ​ເຮັດ​ໃຫ້​ກະຊວງແຮງງານ ​ແລະ ສະຫວັດດີ​ການ​ສັງຄົມ ຕ້ອງ​ຍອມ​ໃຫ້​ບັນດາ​ບໍລິສັດ​ຕ່າງ​ຊາດ​ສາມາດ​ນຳ​ແຮງ​ງານ​ຈາກ​ຕ່າງ​ປະ​ເທດ​ເຂົ້າ​ມາ​ໃນ​ ລາວ ​ໄດ້​ເພີ່​ມຂຶ້ນ​ນັບ​ມື້​ອີກ​ດ້ວຍ.

XS
SM
MD
LG