ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລາວແຕ່ງຕັ້ງຄົນໃໝ່ຂຶ້ນ ກໍາຕໍາແໜ່ງແທນ ທ່ານ ຄໍາເຜີຍ ປານມາໄລທອງ


ທ່ານ​ຄໍາ​ເຜີຍ ປານ​ມາ​ໄລ​ທອງ ມອບຫລຽນໄຊແຮງງານ ໃຫ້ແກ່
ພະນັກງານຂອງ​ສະ​ຖາບັນ​ວິທະຍາ​ສາດ​ສັງຄົມ​ແຫ່ງ​ຊາດ​
ທ່ານ​ຄໍາ​ເຜີຍ ປານ​ມາ​ໄລ​ທອງ ມອບຫລຽນໄຊແຮງງານ ໃຫ້ແກ່ ພະນັກງານຂອງ​ສະ​ຖາບັນ​ວິທະຍາ​ສາດ​ສັງຄົມ​ແຫ່ງ​ຊາດ​

ພັກ​ປະຊາຊົນ​ປະຕິວັດ​ລາວ ​ໄດ້​ແຕ່ງ​ຕັ້ງ​ປະທາ​ນສະ​ຖາ​ບັນ​ວິດ​ທະຍາ​ສາດ​ສັງຄົມ​ແຫ່ງ​ຊາດ ​ຄົນ​ໃໝ່ ​ແທນ​ທ່ານ​ຄໍາ​ເຜີຍ ປານ​ມາ​ໄລ​ທອງ ຢ່າງ​ເປັນ​ທາງ​ການ​ແລ້ວ.

ພິທີ​ສົ່ງ​ມອບ​ຕໍາ​ແໜ່ງປະທານ
​ສະ​ຖາ​ບັນ​ວິທະຍາ​ສາດ​ສັງຄົມ
​ແຫ່ງ​ຊາດ​ລະຫວ່າງ ທ່ານ​ຄໍາ​
ເຜີຍ ປານ​ມາ​ໄລ​ທອງ ປະທານ​
ຄົນ​ເກົ່າ ກັບ​ທ່ານ​ທອງສະ​ລິດ
ມັງ​ໜໍ່​ເມກ ປ​ະທານ​ຄົນ​ໃໝ່ ​
ໄດ້​ມີ​ຂຶ້ນຢ່າງ​ເປັນ​ທາງ​ການ​ໃນ
​ໂອກາດ​ກອງ​ປະຊຸມ​ສະຫ​ລຸບ
ຜົນງານຈາ​ກປີ 2006-2011
ຂອງ​ສະ​ຖາ​ບັນ​ວິ​ທະຍາ​ສາດ​ສັງ
ຄົມ​ທີ່​ໄດ້​ຈັດ​ຂຶ້ນຢ່າງ​ເປັນ​ທາງ
​ການໃນ​ຕົ້ນ​ເດືອນ​ສິງຫາ​ນີ້.

​ຈາກ​ການ​ມອບ​ຮັບ​ຕໍາ​ແໜ່​ງ​ໃນຄັ້ງ​ນີ້ ​ເປັນ​ສິ່ງ​ທີ່​ຢືນຢັນ​ໄດ້​ວ່າ ​ກະ​ແສ​ຂ່າວ​ທີ່​ຊ່າ​ລືອອກ​ມາ​ກ່ອນ​
ໜ້າ​ນີ້​ວ່າ ທ່ານ​ຄໍາ​ເຜີຍ ​ໄດ້​ຖືກ​ປົດ​ອອກ​ຈາກ​ຕໍາ​ແໜ່​ງປະທານ​ສະຖາ​ບັນ​ວິ​ທະຍາ​ສາດ​ສັງຄົມ
ນັ້ນ​ ກໍ​ຄື​ກະ​ແສ​ຂ່າວ​ທີ່​ເປັນຄວາມ​ຈິງ ຫາກ​ແຕ່​ກໍ​ຍັງ​ບໍ່​ມີ​ຄວາມ​ຊັດ​ເຈນ​ວ່າ ທ່ານ​ຄໍາ​ເຜີຍ ຍັງ​ມີ​
ສະຖານະ​ພາບ​ເປັນ​ກໍາມະການ​ບໍລິຫານ​ງານ​ສູນກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ຢູ່​ຕໍ່​ໄປ ​ຫຼື​ບໍ່
ທັງ​ນີ້​ກໍ​ເນື່ອງ​ຈາກ​ຄໍາ​ສັ່ງ​ແຕ່ງ​ຕັ້ງ​ປະທານ​ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ສັງຄົມ​ແຫ່ງ​ຊາດ​ຄົນ​ໃໝ່​ດັ່ງ
ກ່າວ​ ທີ່​ໄດ້​ໃຫ້ການ​ຊີ້​ແຈງພຽງ​ແຕ່​ວ່າ​ ທ່ານ​ຄໍາ​ເຜີຍ​ຈະ​ໄປ​ຮັບ​ຕໍາ​ແໜ່​ງ​ໃໝ່​ຢູ່​ສະພາ​ແຫ່ງ​ຊາດ
​ລາວ​ຢູ່​ແລ້ວ​ ກັບ​ທັງ​ຍັງ​ເປັນ​ກໍາມະການ​ໃນ​ຄະນະ​ກໍາມາ​ທິການ​ດ້ານ​ກົດໝາຍຂອງ​ສະພາ​ແຫ່ງ​
ຊາດລາວ​ອີກ​ດ້ວຍ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ກໍ​ມີ​ລາຍ​ງານ​ວ່າ ​ໃນ​ກອງ​ປະຊຸມ​ສະຫລຸບຜົນ​ງານ 5 ປີ ຂອງ​ສະຖາບັນ​
ວິ​ທະຍາ​ສາດ​ສັງຄົມ​ແຫ່ງ​ຊາດ​ລາວ​ໃນ​ຄັ້ງ​ນີ້ ທ່ານ​ຄໍາ​ເຜີຍ ກໍ​ຍັງ​ຄົງ​ປະຕິບັດໜ້າ​ທີ່​ໃນ​ຖານະ
​ຜູ້ຕາງໜ້າ​ຂອງ​ພັກ​ ແລະ​ລັດ​ໃນ​ພິທີການ​ມອບຫຼຽນ​ໄຊ​ແຮງ​ງານ ຫຼຽນ​ກາ​ແຮງ​ງານ ​ໃບ​ຍ້ອງ​
ຍໍ​ລັດຖະບານ ​ແລະ​ໃບ​ຍ້ອງຍໍ​ປະ​ທານ​ສະ​ຖາ​ບັນ ​ໃຫ້​ແກ່​ພະນັກງານ​ທີ່​ມີ​ຜົນງານ​ດີ​ເດັ່ນ ​ໃນ
​ຮອບ​ປີ​ທີ່​ຜ່າ​ນມາ​ຕາມ​ປົກກະຕິ ​ແລະ​ໃນ​ທ້າຍເດືອນ​ມີນາ​ປີ​ນີ້ ທ່ານ​ຄໍາ​ເຜີຍ ກໍ​ຍັງ​ໄດ້​ເປັນ​ຫົວ
ໜ້າ​ຄະນະ​ຜູ້​ແທນຂອງ​ສູນ​ກາງ​ພັກ ​ໃນ​ການ​ເດີນທາງ​ໄປ​ຢ້ຽມຢາມ​ຈີນ​ຕາມ​ການ​ເຊີນ​ຂອງ​ສູນ
​ກາງ​ພັກ​ຄອມ​ມີ​ວນີສຈີນ ຢ່າງ​ເປັນ​ທາງ​ການ​ອີກ​ດ້ວຍ.

ຫາກ​ແຕ່​ວ່າ​ຈົນ​ເຖິງ​ເວລາ​ນີ້ ກໍ​ຍັງ​ຄົງ​ບໍ່​ມີ​ຖະ​ແຫຼ​ງການ​ຈາກ​ສູນ​ກາງ​ພັກ ກ່ຽວ​ກັບ​ກະ​ແສ​ຂ່າວ​
ທີ່​ຊ່າ​ລື​ນີ້ ​ໃນ​ຂະນະ​ທີ່​ກະ​ແສ​ສັງຄົມ​ພາຍ​ໃນ​ລາວ ທີ່​ເຊື່ອ​ວ່າ​ສາ​ເຫດ​ທີ່ເຮັດ​ໃຫ້​ທ່ານ​ຄໍາ​ເຜີຍ
ຕ້ອງ​ພົ້ນ​ຈາກ​ຕໍາ​ແໜ່​ງປະທານ​ສະຖາບັນ​ວິ​ທະຍາ​ສາດ​ສັງຄົມ​ແຫ່ງ​ຊາດ​ນັ້ນ ກໍ​ຍ້ອນ​ວ່າທ່ານ
​ຄໍາ​ເຜີຍ​ໄດ້​ວິພາກ​ວິຈານ​ການ​ນໍາ​ທີ່​ຜິດພາດ​ຂອງ​ພັກ-ລັດ ທາງ​ດ້ານ​ການ​ສຶກສາ ດັ່ງ​ທີ່​ທ່ານ
​ຄໍາ​ເຜີຍ ​ໄດ້​ປະກອບ​ຄວາ​ມ​ເຫັນ​ຕໍ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງ​ທີ 2 ຂອງ​ສະພາ​ແຫ່ງ​ຊາດ​
ລາວ ​ເມື່ອ​ທ້າຍ​ປີຜ່ານມາ ​ໃນ​ຕອນ​ນຶ່ງ​ວ່າ:

ກອງປະຊຸມສະໄໝສາມັນຄັ້ງທີ 2 ຂອງສະພາແຫ່ງຊາດລາວຊຸດທີ 7 ທີ່ ທ່ານ ຄໍາເຜີຍ ປານມະໄລທອງ ໄດ້ອອກຄໍາເຫັນ ທີ່ໄປແຕະຕ້ອງເຖິງ ການນໍາຂັ້ນສູງຂອງລາວ
ກອງປະຊຸມສະໄໝສາມັນຄັ້ງທີ 2 ຂອງສະພາແຫ່ງຊາດລາວຊຸດທີ 7 ທີ່ ທ່ານ ຄໍາເຜີຍ ປານມະໄລທອງ ໄດ້ອອກຄໍາເຫັນ ທີ່ໄປແຕະຕ້ອງເຖິງ ການນໍາຂັ້ນສູງຂອງລາວ

ເຮົາ​ເຮັດ​ສຶກສາ​ໃຫ້​ຄົນ​ນີ້​ວ່າ
ຄ່າ​ນິຍົມ​ມັນ​ບໍ່​ຖືກ ຄັນວ່າ​ເວົ້າ
​ຈົງ​ຮັກ​ພັກດີ​ຕໍ່​ຜູ້​ນັ້ນ ຜູ້​ນີ້ ຈົງຮັກ
​ພັກດີຕໍ່​ລັດທິ​ນັ້ນ​ລັດທິ​ນີ້ ​ແມ່ນ​
ການ​ເມືອງ​ໜັກ​ແໜ້ນ ​ແຕ່​ວ່າ
​ລັດທິ​ອັນນັ້ນ ມັນ​ແມ່ນ​ອີ​ສັງ​ວ່າ
ຕົວຢ່າງ​ແມ່ນ​ລັດທິ​ມາກ​ສ໌ ​ເລ
​ນິນ ກໍ​ແມ່ນ​ແນວ​ຄິດ​ຂອງທ່ານ​
ມາກ​ສ໌ ທ່ານ​ເລ​ນິນ ​ເພິ່ນ​ສ້າງ
​ສັງຄົມ​ຢູ່​ໃນ​ຢູ​ໂຣບພຸ້ນ​ນ໋ະ ສັດ
ຕະວັດ​ທີ 19 ຢູ່​ຣັດ​ເຊຍ​ສັດຕະ
​ວັດ​ທີ 20 ເຮົາ​ສ້າງ​ສັງຄົມ​ນິຍົມ ​ສ້າງ​ຢູ່​ບ້ານ​ເຮົາ ຄົນ​ລາວ ສັງຄົມລາວ ​ເປັນ​ຫຍັງ​ຈະ​ຕ້ອງ​ເອົາ
​ແນວທາງ​ການ​ເມືອງ​ຂອງ​ຜູ້​ອື່ນ​ຫັ້ນ​ ມາ​ເປັນພື້ນຖານ​ໃຫ້ແນວທາງ​ການ​ເມືອງ​ຂອງ​ພວກ​ເຮົາ.”

​ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານ​ຄໍາ​ເຜີຍ ກໍ​ຍັງ​ເຂົ້າຮ່ວມ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງ​ທີ 3 ຂອງ​ສະພາ
​ແຫ່ງ​ຊາດ​ລາວ​ໃນ​ຊ່ວງ​ເດືອນມິຖຸນາ ​ເດືອນ​ກໍລະກົດ ທີ່​ຜ່າ​ນມາ​ຕາມປົກກະຕິ ຫາກ​ແຕ່​ກໍ​ບໍ່​ມີ​
ລາຍ​ງານ​ວ່າ ທ່ານ​ຄໍາ​ເຜີຍ​ໄດ້​ປະກອບ​ຄວາມ​ເຫັນ​ຕໍ່​ກອງປະຊຸມ​ສະພາ​ແຫ່ງ​ຊາດ​ໃນ​ຄັ້ງ​ຫລ້າ
​ສຸດ​ນັ້ນຫຼື​ບໍ່.

ທັງ​ນີ້​ໂດຍ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງ​ທີ 3 ຂອງ​ສະພາ​ແຫ່ງ​ຊາດ​ລາວ​ຊຸດ​ທີ່ 7 ດັ່ງກ່າວ ​ໄດ້​
ມີ​ມະຕິ​ເລືອກ​ຕັ້ງ​ໃຫ້​ທ່ານ​ນາງ ວຽງ​ທອງ ສີ​ພັນ​ດອນ ​ເປັນ​ປະທານຂອງ​ອົງການ​ກວດ​ສອບ​
ແຫ່ງ​ລັດ​ຄົນ​ໃໝ່ ​ແລະ​ຮັບຮອງ​ເອົາ​ຮ່າງ​ກົດໝາຍ​ເຖິງ 7 ສະ​ບັບ ທີ່​ເປັນ​ກົດໝາຍ​ໃໝ່ 2 ສະ​ບັບ ​
ແລະ​ກົດໝາຍ​ເກົ່າ​ດັດ​ແກ້​ໃໝ່ 5 ສະບັບ.

ສ່ວນ​ວາລະ​ອື່ນ​ໆ​ທ່ີ່ສໍາຄັນ​ນັ້ນ ກໍ​ປະກອບ​ດ້ວຍ​ການ​ພິຈາລະ​ນາ ​ແລະ​ຮັບຮອງເອົາ​ລາຍ​ງານ
​ຂອງ​ລັດຖະບານ ກ່ຽວ​ກັບ​ການ​ຈັດ​ຕັ້ງ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ-ສັງຄົມ ​ແຜນ
​ງົບປະມານ​ຂອງ​ລັດ​ປີ 2011-2012 ​ແລະ​ທິດ​ທາງວຽກ​ງານ​ສົກ​ປີ 2012-2013 ການ​ພິຈາ
ລະ​ນາ​ບົດ​ລາຍ​ງານ​ຂອງ​ປະທານ​ອົງການກວດ​ສອບ​ແຫ່ງລັດ ຫົວໜ້າ​ອົງການໄອ​ຍະ​ການ​ປະ
ຊາຊົນ​ ປະທານສານ​ປະຊາຊົນ​ສູງ​ສຸດ ​ແລະ​ລັດຖະມົນຕີ​ວ່າການ​ກະຊວງ​ຍຸຕິ​ທໍາ ​ເປັນ​ຕົ້ນ.

XS
SM
MD
LG