ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລາວ ຈະສົ່ງ ດາວທຽມ ດວງທຳອິດ ຂອງ ລາວ ຂຶ້ນສູ່ ວົງໂຄຈອນ ເພື່ອສະຫຼອງ ຄົບຮອບ 40 ປີ ສປປ ລາວ


ບໍລິສັດChina Asia Pacific Mobile Telecom Satellite ແຫ່ງປະເທດຈີນ ເປັນພາກສ່ວນທີ່ຮັບຜິດຊອບ ໃນການສ້າງດາວທຽມດວງທຳອິດຂອງລາວ.
ບໍລິສັດChina Asia Pacific Mobile Telecom Satellite ແຫ່ງປະເທດຈີນ ເປັນພາກສ່ວນທີ່ຮັບຜິດຊອບ ໃນການສ້າງດາວທຽມດວງທຳອິດຂອງລາວ.

ທາງການລາວ ແລະຈີນ ໄດ້ສ້າງຕັ້ງບໍລິສັດຮ່ວມທຶນ ເພື່ອຮັບຜິດ
ຊອບ ໃນການຄຸ້ມຄອງ ແລະບໍລິຫານດາວທຽມດວງທຳອິດຂອງ
ລາວ ທີ່ມີກຳນົດ ຈະສົ່ງຂຶ້ນສູ່ວົງໂຄຈອນ ອະວະກາດ ໃນທ້າຍ
ເດືອນພະຈິກ 2015 ນີ້.

ເຈົ້າໜ້າທີ່ຂັ້ນສູງ ໃນກະຊວງໄປສະນີ ແລະໂທລະຄົມມະນາຄົມ ໄດ້ໃຫ້ການຢືນຢັນວ່າ
ທາງການລາວ ແລະກຸ່ມບໍລິສັດຈາກຈີນ ໄດ້ຮ່ວມກັນສ້າງຕັ້ງບໍລິສັດຮ່ວມທຶນຂຶ້ນມາ ເພື່ອຮັບຜິດຊອບການຄຸ້ມຄອງ ແລະບໍລິຫານດາວທຽມດວງທຳອິດຂອງລາວ ຢ່າງເປັນ
ທາງການແລ້ວ ໂດຍເປັນການຮ່ວມທຶນລະຫວ່າງ ກະຊວງໄປສະນີ ແລະ ໂທລະຄົມ
ມະນາຄົມລາວ ກັບ ບໍລິສັດ China Asia Pacific Mobile Telecom Satellite
ແຫ່ງປະເທດຈີນດ້ວຍສັດສ່ວນ 30 ເປີເຊັນ ຕໍ່ 70 ເປີເຊັນ ຕາມລຳດັບ.

ອາຄານ ສຳນັກງານໃຫຍ່ ຂອງບໍລິສັດ ຮ່ວມທຶນ ຮັບຜິດຊອບ ໃນການຄຸ້ມຄອງ ແລະບໍລິຫານດາວທຽມດວງທຳອິດຂອງ ລາວ ໄດ້ຮັບການສ້ອມແປງ
ອາຄານ ສຳນັກງານໃຫຍ່ ຂອງບໍລິສັດ ຮ່ວມທຶນ ຮັບຜິດຊອບ ໃນການຄຸ້ມຄອງ ແລະບໍລິຫານດາວທຽມດວງທຳອິດຂອງ ລາວ ໄດ້ຮັບການສ້ອມແປງ

ທັງນີ້ເນື່ອງຈາກວ່າ ບໍລິສັດຈີນ ເປັນພາກສ່ວນທີ່ຮັບຜິດຊອບ
ໃນການສ້າງດາວທຽມດວງທຳອິດຂອງລາວດັ່ງກ່າວນີ້ ແລະກໍ
ໄດ້ມີກຳນົດການ ຢ່າງຄັກແນ່ແລ້ວວ່າ ຈະດຳ ເນີນການສົ່ງດາວ
ທຽມດວງທຳອິດຂອງລາວ ຂຶ້ນສູ່ລະບົບວົງໂຄຈອນໃນທ້າຍ
ເດືອນພະຈິກ 2015 ນີ້ ເພື່ອໃຫ້ທັນການສະເຫຼີມສະຫຼອງ ໃນ
ໂອກາດການສະຖາປະນາ ສປປ ລາວ ຄົບຮອບ 40 ປີ ໃນວັນ
ທີ 2 ທັນວາ ປີນີ້ດ້ວຍ.

ໂດຍກ່ອນໜ້ານີ້ ທ່ານຈູມມະລີ ໄຊຍະສອນ ປະທານປະເທດ
ລາວ ພ້ອມດ້ວຍພັນລະຍາ ແລະຄະນະ ກໍໄດ້ເດີນທາງໄປຢ້ຽມ
ຢາມປະເທດຈີນ ຢ່າງເປັນທາງການ ແລະໄດ້ຖືໂອກາດເດີນທາງໄປຢ້ຽມຊົມ ຄວາມຄືບ
ໜ້າ ໃນການສ້າງ ແລະການຕຽມຄວາມພ້ອມ ໃນການສົ່ງດາວທຽມດວງທຳອິດຂອງລາວ
ຂຶ້ນສູ່ວົງໂຄຈອນດັ່ງກ່າວມາແລ້ວ ເມື່ອວັນທີ 2 ກັນຍາ 2015 ທີ່ຜ່ານມາ ຊຶ່ງກໍພົບວ່າ ການ
ດຳເນີນງານ ໄດ້ເປັນໄປຕາມແຜນການທີ່ວາງໄວ້ ໃນທຸກດ້ານ ດັ່ງທີ່ທ່ານສົມສະຫວາດ
ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳ ຂົງເຂດເສດຖະກິດ ການຜະລິດ ແລະຈະລາ
ຈອນ ໄດ້ໃຫ້ການຢືນຢັນວ່າ:

“ຕາມແຜນການທີ່ວາງໄວ້ ດາວທຽມດວງນີ້ນິ ຈະໄດ້ສົ່ງຂຶ້ນ ເພື່ອສະຫຼອງ ສປປ ລາວ
40 ປີ ຂ້າພະເຈົ້າໄດ້ຕິດຕາມປະທານປະເທດ ໄປຢາມຮອດບ່ອນເຂົາ ກຽມຕົວ ດາວ
ທຽມຫັ້ນແຫລະ ກັບສອນໄຟ ເຂົາກໍຢືນຢັນກັບຜູ້ນຳເດ້ ວ່າ ແມ່ນຈະຖືວ່າເປັນເຫດການ
ປະຫວັດສາດ ທີ່ສົ່ງຂຶ້ນໃນເວລານັ້ນ.”

ການສ້າງແລະສົ່ງດາວທຽມດວງທຳອິດຂອງລາວ ຂຶ້ນສູ່ວົງໂຄຈອນດັ່ງກ່າວ ຖືເປັນພາກ
ສ່ວນໜຶ່ງ ຂອງການຮ່ວມມືໃນການພັດທະນາ ເທັກໂນໂລຈີດ້ານຂໍ້ມູນຂ່າວສານ ລະຫວ່າງ
ລັດຖະບານລາວກັບຈີນ ທີ່ໄດ້ລົງນາມຮ່ວມກັນໃນປີ 2011 ຊຶ່ງລັດຖະບານຈີນໄດ້ຕົກລົງ
ໃຫ້ເງິນກູ້ແກ່ລັດຖະບານລາວ ໃນມູນຄ່າ 254 ລ້ານໂດລາ ສຳຫລັບເປັນຄ່າ ຈ້າງບໍລິສັດ
ຈີນ ໃນການສ້າງ ແລະສົ່ງດາວທຽມດວງທຳອິດຂຶ້ນສູ່ວົງໂຄຈອນດັ່ງກ່າວ.

ນອກຈາກນັ້ນ ລັດຖະບານລາວຍັງມີແຜນການທີ່ຈະສ້າງດາວທຽມດວງທີ 2 ເພື່ອໃຫ້ຄົບ
ຖ້ວນ ຕາມທີ່ໄດ້ຮັບສິດຈາກອົງການດາວທຽມສາກົນອີກດ້ວຍ ໂດຍຈະເປັນການຮ່ວມທຶນ
ລະຫວ່າງ ທາງການລາວ ກັບບໍລິສັດເອກະຊົນຈີນ ຊຶ່ງຄາດໝາຍວ່າ ຈະຕ້ອງໃຊ້ເງິນລົງທຶນ
ໃນມູນຄ່າເຖິງ 960 ລ້ານໂດລາ ເນື່ອງຈາກວ່າ ເປັນດາວທຽມທີ່ມີເຖິງ 36 ຊ້ອງສັນຍານ
ໃນການຮັບ-ສົ່ງສັນຍານ ໂທລະພາບ ແລະ ໂທລະສັບ ຈຶ່ງຕ້ອງໃຊ້ເງິນລົງທຶນ ສູງກວ່າ
ດາວທຽມ ດວງທຳອິດ ຂອງລາວນັ້ນເອງ.

ອີກດ້ານໜຶ່ງ ສະມາຊິກສະພາແຫ່ງຊາດລາວ ໄດ້ລົງມະຕິຮັບຮອເອົາຮ່າງກົດໝາຍຕ້ານ
ແລະສະກັດກັ້ນ ອາຊະຍາກຳທາງລະບົບຄອມພິວເຕີຣ໌ ໃນໂອການກອງປະຊຸມສະໄໝ
ສາມັນຄັ້ງທີ 9 ທີ່ໄດ້ດຳເນີນກອງປະຊຸມໃນຊ່ວງເດືອນກໍລະກົດທີ່ຜ່ານມາ ໂດຍເປັນຄວາມ
ຮັບຜິດຊອບ ຂອງກະຊວງໄປສະນີ ແລະໂທລະຄົມມະນາຄົມ ທີ່ແນໃສ່ການປ້ອງກັນຜົນ
ກະທົບຕໍ່ ຄວາມສະຫງົບ ແລະຄວາມໝັ້ນຄົງແຫ່ງຊາດ ອັນຈະເກີດຈາກອາຊະຍາກຳ
ທາງລະບົບຄອມພິວເຕີຣ໌ ໃນທຸກຮູບແບບເປັນສຳຄັນ.

ໂດຍສະເພາະແມ່ນ ການກວດກາການໃຊ້ສື່ສັງຄົມ ໃນລະບົບ Internet ທີ່ມີການຮັບ-
ສົ່ງຂໍ້ມູນ-ຂ່າວສານ ລະຫວ່າງກັນ ຕະຫລອດເວລາ ຈຶ່ງເຮັດໃຫ້ຕ້ອງມີການເພີ້ມມາດຕະ
ການເຂັ້ມງວດຫຼາຍຂຶ້ນ ເພາະປາກົດວ່າ ໄດ້ມີການ ໃຊ້ສື່ສັງຄົມໄປໃນທາງ ທີ່ບໍ່ສ້າງສັນ ຕໍ່ພັກ-ລັດຖະບານລາວຫຼາຍຂຶ້ນນັບມື້.

XS
SM
MD
LG