ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄົນລາວເປີດ ຮ້ານອາຫານ Pataya Sushi ທີ່ລັດ Alaska (ສະໄລດ໌)


ທ່ານຄໍາປຣະໄສ ສູນດາຣາ ກັບພັນລະຍາ ແລະລູກສາວນ້ອຍ
ທ່ານຄໍາປຣະໄສ ສູນດາຣາ ກັບພັນລະຍາ ແລະລູກສາວນ້ອຍ
ລັດ Alaska ​ເປັນ​ລັດ​ທີ່​ມີ​ເນື້ອ​ທີ່ກ້ວາງ​ໃຫຍ່​ສຸດຂອງສະຫະລັດ
ອາ​ເມຣິກາ ​ຕັ້ງ​ຢູ່​ພາກຕາ​ເວັນ​ຕົກ​ສຽງ​ເໜືອ​ສຸດ​ຂອງ​ ທະວິ​ບ
ອາ​ເມຣິກາ​ເໜືອ ​ແລະບໍ່​ຕິດ​ກັບແຜ່ນ​ດີ​ນ​ໃຫຍ່ຂອງ ສະຫະລັດ​
ໂດຍ​ກົງ ​ແຕ່​ມີ​ປະ​ເທດ​ກາ​ນາ​ດາຂັ້ນ​ຢູ່. ສະຫະລັດໄດ້​ຊື້​ດິນ​ແດນ
Alaska ​ຈາກຣັດ​ເຊຍ​ ໃນ​ປີ 1867. ​ອຸດສາຫະກໍາທີ່​ນໍາ​ລາຍ​
ໄດ້​ມາສູ່​ລັດ Alaska ​ກໍ​ຄືນໍ້າມັນ ແກ້​ສ ແລະການປະມົງ​ຫາປູ
ແລະ​ປາ​ຢູ່ໃນທະ​ເລ. ເມືອງ​ຫລວງ ທີ່​ຕັ້ງ​ຂອງ​ລັດຖະບານ​ລັດ
​ແມ່ນ​ເມືອງ Juneau.

ລັດ Alaska ​ເປັນ​ລັດ​ທີ່ມີ​ປະຊາກອນ​ໜ້ອຍ​ອັນ​ດັບ 4 ຂອງ
ສະຫະລັດ ຄື​ມີ​ປະມານ 7 ​ແສນ 2 ໝື່ນ​ປາຍຄົນ. ຢູ່​ໃນ​ລັດ
Alaska ມີ​ປະຊາກອນ​ລາວພາກັນ​ເຂົ້າ​ໄປຕັ້ງ​ຖິ່ນ​ຖານ​ຢູ່
​ເກືອບ​ພັນຄົນ. ສ່ວນ​ໃຫຍ່ອາໄສຢູ່​ເມືອງ Anchorage ຊຶ່ງ​
ເປັນ​ເມືອງ​ໃຫຍ່​ທີ່​ສຸດ​ຂອງລັດ ​ແລະ​ອີກ​ສ່ວນ​ນ້ອຍ ​ແມ່ນທໍາ​
ມາ​ຫາ​ກີ​ນຢູ່​ທາງ​ພາກ​ເໜືອທີ່​ມີ​ອາກາດ​ໜາວ​ຫລາຍ. ​ແຕ່​ເຖິງ
​ແມ່ນ​ປະຊາ​ຄົມ​ລາວ ຈະ​ບໍ່​ໃຫຍ່​ຄື​ຢູ່​ລັດ​ອື່ນໆ ​ແຕ່​ເຂົາ​ເຈົ້າ​ກໍ​ມີ
​ວັດ​ລາວ ທີ່​ຕັ້ງ​ຢູ່​ເມືອງ Anchorage ​ເປັນ​ທີ່​ເພິ່ງ​ທາງ​ຈິດ​ໃຈ
​ແລະ​ສາ​ສະໜາ ​ແລະເປັນ​ສູນ​ກາງຂອງ​ປະຊາ​ຄົມ​ລາວ​ໃນ​ລັດ
​ອາລັສກາ​ນັ້ນ. ​

ການ​ປະກອບ​ອາ​ຊີບຂອງປະຊາກອນ​ລາວສ່ວນໃຫຍ່​ແມ່ນ ​ເຮັດ​
ວຽກ​ນໍາ​ບໍລິສັດ​ຜະລິດ​ນໍ້າມັນ ​ແລະ​ແກ້​ສ. ​ເນື່ອງ​ຈາກ​ວ່າ ລັດ Alaska ຕັ້ງ​ຢູ່​ເຂດ​ເໜືອທີ່​ມີ​ອາກາດ​ໜາວຈັດການປູກຝັງ​ກໍ່​ບໍ່​ໄດ້ຜົນ​ດີ ເພາະສະ​ນັ້ນ ສີນ​ຄ້າ​ຫລາຍໆ​ຢ່າງ​ຕ້ອງ​ໄດ້​ສົ່ງ​ເຂົ້າມາ ​ດ້ວຍ​ເຫດ​ນີ້​ເອງ ຈຶ່ງ​ມີຄ່າ​ຄອງ​ຊີບ​ແພງ ​ແຕ່ຄ່າ​ແຮງ​ງານ​ກໍສູງ. ນອກ​ນັ້ນ​ແລ້ວ ຊາວ​ອາລັສກາ​ກໍຍັງ​ບໍ່​ໄດ້​ເສຍ​ພາສີ​ຊື້​ສິນຄ້າ​ອີກ ​ເພາະວ່າ​ລັດ​ມີ​ລາຍ​ໄດ້​ເຂົ້າ​ຫລາຍ​ຈາ​ກການ​ຂາຍ​ນໍ້າມັນ ​ແລະ​ຍັງ​ມີ​ນະ​ໂຍບາຍ​ແບ່ງປັນ​ຜົນ​ກໍາ​ໄລ​ໃຫ້​ພົນລະ​ເມືອງນໍາ​ອີກ ແລະ​ເຖິງ​ແມ່ນ​ຈະ​ເປັນ​ປະຊາ​ຄົມ ນ້ອຍໆ ແຕ່​ຄົນ​ລາວ-ອາ​ເມຣິກັນ​ໃນ​ລັດ​ອາລັສກາຫລາຍໆ​ຄົນ ກໍ​ມີ​ທຸລະ​ກິດ​ເປັນ​ຂອງ​ຕົນ​ເອງ ​ເຊ່ນ​ຮ້ານ​ຄໍາ​ແລະ​ຮ້ານ​ກິນ​ດື່ມ ຊຶ່ງ​ທຸລະ​ກິດ​ຮ້ານ​ອາຫານ​ນີ້​ຮູ້ສຶກ​ວ່າ ຈະ​ໄປ​ໄດ້​ດີຍ້ອນ​ວ່າ​ບໍ່​ມີ​ຄູ່​ແຂ່ງທີ່​ເປັນຮ້ານ​ອາຫານ​ໄທ ຫວຽດນາມ ຫລື​ຈີນ ຫລາຍ​ເທົ່າ​ກັບລັດ​ອື່ນໆ. ​

ໂດຍ​ສະ​ເພາະ​ຢູ່​ໃນເມືອງ Anchorage ນັ້ນ ມີ​ຮ້ານ​ອາຫານ​ຂອງ​ຄົນ​ລາວ​ບໍ່​ຕໍ່າ​ກ່ວາ 5 ​ແຫ່ງ. ສ່ວນ​ໃຫຍ່​ກໍ​ແມ່ນ​ຕັ້ງ​ຊື່​ເປັນ​ພາສາ​ໄທ ​ເພື່ອ​ດຶງ​ດູດ​ລູກ​ຄ້າ. ນຶ່ງ​ໃນ​ນັ້ນ​ກໍ​ຄື​ຮ້ານ Pataya Sushi ຂອງທ່ານ ຄໍາປຣະ​ໄສ ສູ​ນດາຣາ ທີ່​ໄດ້ນໍາພາ​ຄອບຄົວ​ໄປ ຕັ້ງ​ຖີ່​ນຖານ​ຢູ່​ທີ່​ນັ້ນ ​ແລະ​ໄດ້​ເປີ​ດ
ຮ້ານ​ອາຫານ​ເປັນ​ຂອງ​ຕົນ​ເອງ ​ຢູ່ເມືອງ Wasilla ຫ່າງຈາກ​ໂຕ​ເມືອງ​ Anchorage ​ໄປ​ທາງ​ທິດຕາ​ເວັນ​ຕົກ​ 35 ​ໄມລ໌. ​
ທ່ານນາງ Sarah Palin ອະດີດເຈົ້າເມືອງໆວາສີລາແລະຜູ້ວ່າການລັດອາລັສກາ
ທ່ານນາງ Sarah Palin ອະດີດເຈົ້າເມືອງໆວາສີລາແລະຜູ້ວ່າການລັດອາລັສກາ

ເມືອງ Wasila ​ເປັນ​ເມືອງ​ນ້ອຍໆແຕ່ກ່ອນບໍ່​ມີ​ໃຜ​ຮູ້ຈັກ ຈົນ​ກະທັ່ງ
​ເມືອ 4 ປີກ່ອນ ​ເພາະວ່າເປັນ​ບ້ານ​ເກີດ​ຂອງ​ທ່ານ​ນາງ Sarah
Palin ທີ່​ສະມັກ​ເລືອກ​ຕັ້ງ​ເປັນ​ຮອງ​ປະທານາທິບໍດີ​ສະຫະລັດ ຄູ່​ກັບ
​ທ່ານ John McCain ທີ່​ສະມັກເລືອກ​ຕັ້ງເປັນ​ປະທາ​ນາ​ທິບໍດີ​ສະຫະລັດ ຕາງໜ້າ​ພັກຣີພັບ​ບລິ​ກັນແລະ​ໄດ້​ປາ​ໄຊ​ໃຫ້​ທ່ານ ​ບາຣັກ ໂອ​ບາ​ມາ ​ນັ້ນ. ທ່ານ​ນາງ Sarah Palin ​ໄດ້​ເປັນ​ເຈົ້າ​ເມືອງ​ໆ Wasilla ​ແລະ​ເປັນ​ຜູ້​ວ່າການ​ລັດ​ອາລັສກາ ມາ​ກ່ອນ.

ຄໍາວ່າ Sushi ໝາຍ​ເຖິງ ປາ​ດິບ​ທີ່​ຢອງໃສ່​ຄໍາເຂົ້າ ​ແລະ Sashimi
ໝາຍ​ເຖິງ ປາ​ດິບ​ລ້າໆ ຊຶ່ງ​ເປັນອາຫານພື້ນ​ເມືອງທີ່​ມີ​ຊື່​ສຽງຂອງຊາວ​ຍີ່ປຸ່ນ ​ມີລາ​ຄາ​ແພງ ແລະ​ເປັນ​ທີ່​ນິຍົມກັນ​ຢູ່​ໃນສະຫະລັດ ​ແລະ​ຢູ່ໃນຫລາຍ​ປະ​ເທດທົ່ວ​ໂລກ. ການ​ກິນ​ປາ Sushi ​ແລະ Sashimi ນີ້​ຕ້ອງ​ແມ່ນ​ປາ​ທີ່​ນໍາ​ມາ​ຈາກທະ​ເລ ​ແລະ​ເປັນ​ປາ​ນໍ້າ​ເຄັມ​ເທົ່າ​ນັ້ນ. ປັດ​ຈຸ​ບັນນີ້​ ມີ​ບັນດາຜູ້​ຊາຍ​ລາວ​ອາ​ເມຣິກັນ ຫລາຍຄົນ​ທີ່​ໄດ້​ກາຍ​ມາ​ເປັນ​ Sushi Chef ຫລື​ພໍ່ຄົວ​ຊ່ຽວ ຊານປາ​ດິບ​ຢູ່​ຕາມ​ຮ້ານ​ອາຫານ​ຍີ່ປຸ່ນ ​ໃນ​ສະຫະລັດອາ​ເມຣິກາ. ທ່ານ ຄໍາປຣະ​ໄສ ສູນ​ດາຣາ ກໍ​ແມ່ນ​ຜູ້​ນຶ່ງ ທີ່​ເປັນ​ທັງ​ພໍ່ຄົວ ​ແລະ​ເປັນເຈົ້າ​ຮ້ານ Pataya Sushi ດັ່ງທ່ານ​ໄດ້​ເລົ່າ​ສູ່​ຟັງ​ວ່າ ​ເປັນ​ຫຍັງ​ຈຶ່ງ​ໄດ້​ປະກອບ​ອາຊີບນີ້ ​ແລະເຮັດ​ທຸລະກິດ​ດັ່ງກ່າວຢູ່​ທີ່​ເມືອງ Wasilla ລັດ Alaska:
please wait

No media source currently available

0:00 0:09:28 0:00
ລິງໂດຍກົງ



ພະອາທິດໃກ້ຈະຕົກດິນ ເວລາ 11 ໂມງກາງຄືນ ທີ່ເມືອງແອງກໍຫຣີຈ ລັດອາລັສກາ
ພະອາທິດໃກ້ຈະຕົກດິນ ເວລາ 11 ໂມງກາງຄືນ ທີ່ເມືອງແອງກໍຫຣີຈ ລັດອາລັສກາ

ລັດ Alaska ​ເປັນ​ດິນ​ແດນ​ທີ່​ອຸດົມສົມ​ບູນ​ໄປ​ດ້ວຍທໍາ​ມະ​ຊາດ
​ອັນ​ງົດ​ງາມ ມີ​ອາກາດໜາວ​ຈັດ ແລະ​ມີ​ດີ​ນຟ້າ​ອາກາດ​ທີ່ແປກ
ໄປ​ກວ່າ​ທຸກໆ​ແຫ່ງ ​ເພາະ​ວ່າ​ໃນຊ່ວງລະດູຮ້ອນ ປະມານ​ເດືອນ
6 ຫາ ​ເດືອນ 8 ນັ້ນ ທ້ອງຟ້າຈະແຈ້ງຢູ່ເກືອບຕະຫລອດ 24
ຊົ່ວ​ໂມງ ​ແລະ​ຈະ​ບໍ່​ມີ​ກາງຄືນທີ່​ມືດ​ສະ​ນິດ. ນອກຈາກນັ້ນ​ແລ້ວ
ລັດ Alaska ຍັງມີ​ພູຜາ​ສູງ ທີ່​ປົກ​ຄຸມ​ໄປ​ດ້ວຍ​ຫິມະນໍ້າ​ກ້ອນ ຕົ້ນ
ແປກ ສັດປ່າ ຫ້ວຍຮ່ອງໜອງ​ນໍ້າ​ ​ໂດຍ​ສະ​ເພາ​ະຢ່າງ​ຍິ່ງ ​ແມ່ນມີ
ປາ​ຫລາຍ​ທີ່​ສຸດ ​ໂດຍ​ສະ​ເພາ​ະປາ salmon ທີ່​ເອົາ​ມາ​ເຮັດ
sashimi ​ແລະ​ເຮັດ​ກ້ອຍ​ແບບ​ລາວໆ​ກິນ ​ກໍ​ແມ່ນແຊບ​ຫລາຍ​ແທ້ໆ.

ພ້ອມ​ນີ້ ທ່ານ​ຄໍາປຣະ​ໄສ ສູນ​ດາຣາ ​ໄດ້​ຝາກ​ຄໍາ​ເຊື້ອ​ເຊີນ​ມາ​ຍັງ​ບັນດາ​ທ່ານ​ຜູ້​ຟັງ ​ໃຫ້ຫາ​ໂອກາດໄປຢ້ຽມຢາມ​ລັດ Alaska ​ໃຫ້​ໄດ້ ​ເພາະວ່າ​ເປັນ​ລັດ​ທີ່​ບໍ່​ມີ​ແຫ່ງ​ອື່ນ​ໃດ​ເໝືອນ ​ໃນ​ທົ່ວ​ປະ​ເທດ​ສະຫະລັດ ອາ​ເມຣິ​ກາ​ນີ້.
XS
SM
MD
LG