ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວລາວ-ອາເມຣິກັນ ສະຫລອງບຸນວັນຊາດ ຄົບຮອບ 239 ປິ ວັນເສົາ ທີ 4 ກໍລະກົດ


ຮູບພາບ ສະຫລອງວັນຊາດ ຈູດບັ້ງໄຟດອກ ວັນເສົາທີ 4 ເດືອນກໍລະກົດ ທີ່ນະຄອນຫລວງ ວໍຊິງຕັນ ຖ່າຍໂດຍ Ian Livingston.
ຮູບພາບ ສະຫລອງວັນຊາດ ຈູດບັ້ງໄຟດອກ ວັນເສົາທີ 4 ເດືອນກໍລະກົດ ທີ່ນະຄອນຫລວງ ວໍຊິງຕັນ ຖ່າຍໂດຍ Ian Livingston.

ໃນລາຍການ​ຊີວິດ​ຊາວ​ລາວ ມື້​ນີ້ ​ເຮົາ​ຈະ​ສະ​ເໜີ​ທ່ານ ​ເລື້ອງ​
ການ​ສະ​ຫລອງ​ວັນຊາດ ອາເມຣິກາ ຄົບຮອບ 239 ປີ ຄື​ວັນ​ເສົາ
ທີ 4 ກໍລະກົດ ທີ່​ຜ່ານ​ມາ. ນອກຈາກ​ນັ້ນ​ ​ເຮົາ​ຍັງ​ຈະ​ນຳພາ​ທ່ານ​
ໄປສັງ​ເກດ​ເບິ່ງ​ ​ພີ່ນ້ອງຊາວ​ລາວ ທີ່​ພາກັນ​ສະຫລອງ​ວັນຊາດ
ນີ້ຢ່າງ​ໃດ ຢູ່ເມືອງ Harrisonburg ຫ່າງ​ຈາກ ນະຄອນຫລວງ
ວໍຊິງ​ຕັນ ​ໄປ​ທາງ​ທິດຕາ​ເວັນ​ຕົກ 131 ​ໄມ​ລ໌ ຫລື 211 ກິ​ໂລ
ແມັດ. ເມືອງ​ນີ້​ເປັນ​ເມືອງ​ນ້ອຍໆ ຕັ້ງ​ຢູ່​ຕີນ​ພູ ມີ​ທົ່ງ​ຫຍ້າ​ຂຽວງາມ​
ສະຫວາດສະ​ເຫວີ​ຍ​. ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ລາວ​-ອາ​ເມຣິກັນ
ຢູ່​ຂົງ​ເຂດ​ດັ່ງກ່າວເປັນ​ຢ່າງ​ໃດນັ້ນ ກິ່ງ​ສະຫວັນ ຈະເລົ່າ​ສູ່ທ່ານຟັງ.​

ຊາວອາເມຣິກັນ ສະຫລອງບຸນວັນຊາດ ດ້ວຍການເດີນສວນສະໜາມ
ຊາວອາເມຣິກັນ ສະຫລອງບຸນວັນຊາດ ດ້ວຍການເດີນສວນສະໜາມ

ສະ​ບາຍ​ດີ ທ່ານ​ຜູ້​ຟັງທີ່​ເຄົາລົບ ມື້​ນີ້​ຂ້າພະ​ເຈົ້າ ຈະ​ພາ​ທ່ານ​ໄປ​ຮຽນ
​ຮູ້​ກ່ຽວກັບ ການ ສະຫລອງວັນຊາດ ສະຫະລັດ ຄົບຮອບ 239 ປີ
​ວັນ​ເສົາ ທີ 4 ​ເດືອນກໍລະກົດ ປີ 2015 ທີ່ຫາ​ກໍຜ່ານ​ມານີ້. ຊາວ​
ອາ​ເມຣິກັນ ພາກັນ​ຖື​ໂອກາດ​ນີ້ ສະ​ຫລອງ​ກັນ​ຢ່າງ​ຄຶກຄື້ນ ​ເນື່ອງ
​ຈາກ​ວ່າ ວັນ​ຊາດ​ອາ​ເມຣິກາ ປີ​ນີ້ຕົກ​ຖືກ​ວັນ​ເສົາ ​ຊຶ່ງວັນ​ສຸກ ທີ​ 3
ເປັນ​ມື້​ພັກທາງລາດຊະ​ການ. ​ໃນ​ເວລາ​ນັ້ນ ຊາວອາ​ເມຣິກັນ
ຫຼາຍ​ຄົນ​ໄດ້​ພາກັນ​ເດີນທາງ​ທັງໃກ້ ​ແລະ​ໄກ ​ໄປ​ຢ້ຽມຢາມ​ຍາດຕິ
​ພີ່ນ້ອງ ຢູ່​ຕາມເມືອງ​ນ້ອຍ​ ແລະ​ໃຫຍ່ ​ຕາມບ້ານ​ເຮືອນ ຖະໜົນ​
ຫົນທາງຈະຕົກແຕ່ງ​ດ້ວຍ ທຸງຊາດອາ​ເມຣິກັນ ​ເພື່ອ​ຕ້ອນຮັບ​ວັນ​
ຄົບຮອບ 239 ປີ ຂອງການ​ເປັນ​ເອກ​ກະລາດ​ ຈາກອັງກິດ.ໃນ​ວັນ​ດັ່ງກ່າວ​ນີ້​ ມີການ​ເດີນ​
ສວນ​ສະໜາມ ກິນເຂົ້າປ່າ ປິກນິກ​ ຢູ່​ຕາມ​ແຄມ​ທະ​ເລ ຈູດ​ບັ້ງ​ໄຟ​ດອກ ແລະ​ຊົມ​ການສະແດງຄອນເສີດ.

ພິທີສະຫລອງວັນຊາດ ສະຫະລັດ ທີ່ເດີ່ນ ທຳນຽບຂາວ
ພິທີສະຫລອງວັນຊາດ ສະຫະລັດ ທີ່ເດີ່ນ ທຳນຽບຂາວ

ປະທານາທິບໍດີ Barack Obama ໄດ້ໃຫ້​ພອນ​ແກ່​ຊາວ​ອາ​
ເມຣິກັນ​ທັງ​ໝົດວ່າ ​ຈົ່ງພາກັນມ່ວນ​ຊື່ນໃນ​ວັນ​ທີ​ 4 ກໍລະກົດ
ຢູ່ໃນ​ຄຳ​ປາໄສປະຈຳ​ສັບປະດາຂອງທ່ານ. ວັນ​ດັ່ງກ່າວ ​ຍັງ
​ເປັນ​ຂີດ​ໝາຍ​ວັນ​ເກີດ 17 ປີ ຂອງລູກ​ສາວກົກ​ຂອງ​ທ່ານຄື
ນາງ Malia ນຳ.

ນອກຈາກ​ນັ້ນ ຄອບຄົວຂອງທ່ານ Obama ຍັງ​ໄດ້​ມີ​ແຜນ
ການ​ວ່າ​ຈະເປັນ​ເຈົ້າພາບ​ດ້ວຍການ “ປີ້ງ barbecue ຢູ່
​ຫລັງບ້ານ” ທີ່​ທຳນຽບຂາວ​ ໃນ​ວັນ​ເສົາ​ໃຫ້ແກ່ພວກທະ​
ຫານ ແລະຄອບຄົວເຂົາ​ເຈົ້າ ຫລາຍ​ຮ້ອຍ​ຄົນ ​ແຕ່​ຕ້ອງ​ໄດ້ຍົກ​ເລີກ​ໄປ ​ຍ້ອນ​ຝົນຕົກ​ແຕ່​ໄດ້
​ຈັດ​ໃຫ້​ມີ​ການສະຫລອງ​ແນວ​ໃໝ່​ແທນ.

​ໃນ​ຂະນະ​ດຽວ​ກັນຢູ່​ທີ່ ນະຄອນຫລວງ ວໍ​ຊິງ​ຕັນ ກໍ​ໄດ້ມີພິທີ​ສາບານ​ໂຕ ເຂົ້າ​ເປັນ​ສັນຊາດ
ໃໝ່ຂອງ 100 ຄົນ ​ໂດຍ​ການກ່າວໃຫ້ຄຳໂອວາດ ​ຈາກຫົວໜ້າ ອົງການ CIA ທ່ານ John
Brennan ຊຶ່ງ​ໄດ້ຈັດ​ຂື້ນ​ທີ່ Mount Vernon ບ້ານ​ພັກ​ຂອງ ທ່ານ George
Washington ປະ​ທາ​ນາ​ທິບໍດີ ຄົນ​ທຳ​ອິດ​ຂອງ ສະຫະລັດ.

US Independence Day
please wait
Embed

No media source currently available

0:00 0:00:44 0:00

ໃນ​ວັນ​ທີ 4 ກໍ​ລະ​ກົດ ປີ 1776 ບັນດາເຈົ້າ​ໜ້າ​ທີ່ ຜູ້​ຕາງໜ້າ​ຂອງ 13 ຫົວ​ເມືອງ​ຂື້ນ ອາເມ
ຣິກາ ໄດ້​ຮັບ​ຮອງເອົາຢ່າງເປັນທາງການ ຕໍ່ຄຳ​ປະກາດເອກ​ກະລາດແຍກ​ອອກ​ຈາກການ
ເປັນເມືອງ​ຂື້ນ​ອັງກິດ.

ຊາວ​ລາວ ທີ່​ໄດ້​ກາຍ​ມາ​ເປັນປະຊາຊົນ​ອາ​ເມຣິກັນ ຕ່າງ​ກໍ​ໄດ້​ພາກັນ​ມ່ວນຊຶ່ນກັບ​ ການ​ສະຫລອງ​ວັນຊາດ ອາ​ເມຣິກັນ ​ໂດຍ​ການ​ເຕົ້າ​ໂຮມ​ກັນ ຢູ່​ຕາມ​ບ້ານ​ເຮືອນ ​ແລະວັດ​ວາ​ອາ
​ຮາມ ສູນ​ກາງຂອງ​ສັງຄົມ. ​ໂດຍ​ສະ​ເພາະ ຢູ່​ວັດລາວພຸດ​ທະ​ວົງ ເຂດ​ນະຄອນຫລວງ ວໍ​ຊິງ​
ຕັນ ​ໄດ້​ເປັນ​ບ່ອນເຕົ້າ​ໂຮມກັນ​ໃນ​ແຕ່ລະ​ປີ ​ໂດຍ​ມີ​ພໍ່ຄ້າ​ຊາວ​ຂາຍ ນຳ​ເຄຶຶ່ອງປູກ​ຂອງ​ຝັງມາ
​ວາງ​ຂາຍ​ຈາກ​ລັດ Florida ​ແລະ​ມີ​ດາຣານັກ​ຮ້ອງ​ລາວ-ອາ​ເມຣິກັນ ແລະນັກ​ຮ້ອງ​ຈາກ ສປປ ລາວມາ​ຮ່ວມ.

ຈູດບັງໄຟດອກ ໃນວັນສະຫລອງວັນຊາດ
ຈູດບັງໄຟດອກ ໃນວັນສະຫລອງວັນຊາດ

ໃນ​ຂະນະ​ດຽວກັນ​ຢູ່​ທີ່ ເມື​ອງ Harrisonburg ​ເມືອງ​ນ້ອຍໆ​ທີ່​ໜ້າ​
ຮັກຕັ້ງ​ຢູ່​ຕີນ​ພູ ມີ​ທົ່ງ​ຫຍ້າ​ຂຽວ​ງາມ ຫ່າງ​ຈາກ​ນະຄອນຫລວງ ວໍ​ຊິງ
​ຕັນ ໄປທາງ​ທິດຕາ​ເວັນ​ຕົກຂອງ 131ໄມລ໌ ຫລື 211 ກິໂລ​ແມັດ.
ເມືອງ​ນີ້ເປັນ​ເມືອງ​ອຸດສາຫະກຳ ປາດຊີ້ນໄກ່ ​ແລະ​ມີ​ມະຫາວິທະ
ຍາ​ໄລ​ ທີ່​ມີ​ຊື່​ສຽງຄື James Madison University. ມີປະຊາ
ກອນລາວ ຕັ້ງ​ຖິ່ນ​ຖານ​ຢູ່ທີ່​ນີ້ 31 ຄອບຄົວ ແລະມີ​ຮ້ານ​ອາຫານ
ທີ່​ຄົນລາວ​ເປັນ​ເຈົ້າ​ຂອງ 3 ຮ້ານ. ​

ເນຶ່ອງ​ໃນ​ວັນ​ສະຫລອງ​ວັນຊາດ ອາ​ເມຣິກັນ ດັ່ງກ່າວ​ນີ້ ​ບັນດາ​ລູກ​ຫລານ ຂອງ​ຍາ​ແມ່ຕູ້
​ເພົາ ສີ​ຈຳປາ​ນະຄອນ ​ໄດ້​ມີ​ການຊຸມ​ແຊວ ຈັດ​ສະ​ຫລອງ​ວັນເກີດ 90 ປີ ທີ່​ກົງ​ກັບ​ວັນຊາດ
ສະຫະລັດ​. ​ຍາ​ແມ່ຕູ້ເພົາ ​ເກີດເມື່ອ​ວັນ​ທີ 4 ກໍລະກົດ ປີ 1925 ທີ່​ບ້ານ​ຈ​ອມ​ແຈ້ງນະຄອນ
ຫລວງ​ວຽງຈັນ. ​ຍາ​ແມ່ຕູ້​ເພົາ ​ໄດ້​ຕິດຕາມ​ລູກ​ເຕົ້າມາ​ຕັ້ງ​ຖິ່ນ​ຖານຢູ່ ສະຫະລັດໃນປີ 1980.
ແມ່ຕູ້​ເພົາ ​ມີ​ລູກ 5 ຄົນ ຫລານ 15 ຄົນ ​ແລະ​ເຫ​ລັນ 17 ຄົນ ​ແລະ ທຸກ​ຄົນ​ປະສົບ​ຜົນສຳ​ເລັດໃນວິຊາ​ອາຊີບ​ການ​ທຳ​ມາ​ຫາ​ກິນ ​ແລະ​ລູກ​ຫຼານ​ໄດ້​ຮັບ​ການ​ສຶກສາເປັນ​ຢ່າງ​ດີ. ແລະ​ປັດຈຸບັນ​ນີ້ ​ແ​ມ່ຕູ້​ເພົາ ໄດ້​ເປັນ​ສັນຊາດ ອາ​ເມຣິກັນ ​ແລ້ວ.

ຢູ່​ທີ່​ຮ້ານ​ອາຫານ Thai Flavor ທີ່​ລູກ​ສາວ​ຍານາງ​ຍຸງ ​ແລະ​ລູກ​ເຂີຍທ່ານດວງ​ເພັດ
ນະຄອນ ເຈົ້າ​ຂອງຮ້ານ ​ໄດ້​ຕ້ອນຮັບ​ເຕົ້າ​ໂຮມ​ກັນ​ ແລະມີ​ອາຫານພື້ນ​ເມືອງ​ລາວຢ່າງ​ຄົບ
​ຖ້ວນ. ​ແມ່​ຕູ້​ເພົາ ​ໄດ້​ໂອ້ລົມ​ນ້ອນນຶ່ງກັບ ວີ​ໂອ​ເອ ​ດັ່ງ​ນີ້ :

ຍາແມ່ຕູ້ເພົາ ຈຳປານະຄອນ ກຳລັງຊົມຊື່ນກັບເງິນໃບລະ ຮ້ອຍໂດລາ
ຍາແມ່ຕູ້ເພົາ ຈຳປານະຄອນ ກຳລັງຊົມຊື່ນກັບເງິນໃບລະ ຮ້ອຍໂດລາ

​ຮວມ​ເຕົ້າ​ໂຮມຄັ້ງ​ນີ້​ມີ ພໍ່​ຄົວ​ປາ​ດິບ Sashimi ຊັ້ນ​ຍອດຈາ​ກ​ເມືອງ Saint Petersburg ລັດ Florida ໄດ້​ມາວາງ​ບົດບາດສີ​ມື. ທ່ານ​ໄດ້​ເລົ່າ​ຊີວິດຄວາມ​ເປັນ​ມາ ສູ່ວີ​ໂອເອ ຟັງວ່າ:

ທ່ານ Peter ຕັນນະວົງ ພໍ່ຄົວປາດິບ Sashimi ຊັ້ນຍອດ
ທ່ານ Peter ຕັນນະວົງ ພໍ່ຄົວປາດິບ Sashimi ຊັ້ນຍອດ

ທ່ານ​ດວງ​ເພັດ ນະຄອນ ​ແລະ​ພັນ​ລະ​ຍາ ຍານາງຍຸງ ເຈົ້າຂອງ​ຮ້ານ​ອາຫານ Thai Flavor ຜູ້​ເປັນເຈົ້າພາບ​ໄດ້ ​ໂອ້​ລົມກ່ຽວ​ກັບ​ຊີວິດ​ຄວາມ​ເປັນ​ມາ ​ແລະ​ການ​ ເປີ​ດຮ້ານ​ອາຫານ​ວ່າ:

ຍານາງຍຸງ ແລະທ່ານດວງເພັດ ນະຄອນ ເຈົ້າຂອງຮ້ານ Thai Flavor
ຍານາງຍຸງ ແລະທ່ານດວງເພັດ ນະຄອນ ເຈົ້າຂອງຮ້ານ Thai Flavor

ການ​ສະຫລອງ​ບຸນວັນຊາດ ຄົບຮອບ 239 ປີ ຂອງ ສະຫະລັດ ອາ​ເມຣິກາ ​ໄດ້​ຜ່ານ​ພົ້ນ​ໄປ​ດ້ວຍ​ຄວາມ​ມ່ວນ​ຊື່ນ ສະຫງົບ ​ແລະ​ເປັນ​ລະບຽບຮຽບຮ້ອຍ​ດີ.

ວັນ​ພະຫັດ​ໜ້າ ​ເຮົາ​ຈຳນຳ​ເອົາຊີວິດ​ການ​ເປັນ​ຢູ່ ຂອງ​ຊາວ​ລາວ-​ອາ​ເມຣິກັນ ​ເລື້ອງ​ໃໝ່ມາສະ​ເໜີ​ທ່ານ ກະລຸນາ​ຕິດຕາມ​ຮັບ​ຟັງ.

US Independence day
please wait
Embed

No media source currently available

0:00 0:00:51 0:00

XS
SM
MD
LG