ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ປະຊາຄົມລາວ-ອາເມຣິກັນ ມີໂອກາດ ໄດ້ສັກກາລະບູຊາ ພະບາງຈໍາລອງ (ສໄລດ໌)


ປະຊາຄົມລາວ-ອາເມຣິກັນ ເຕົ້າໂຮມກັນ ສັກກະລະບູຊາ ພະບາງ ທີ່ ວັດລາວພຸດທະວົງ ທີ່ ລັດ ເວີຈີເນຍ
ປະຊາຄົມລາວ-ອາເມຣິກັນ ເຕົ້າໂຮມກັນ ສັກກະລະບູຊາ ພະບາງ ທີ່ ວັດລາວພຸດທະວົງ ທີ່ ລັດ ເວີຈີເນຍ
ສະບາຍດີ ທ່ານ​ຜູ້​ຟັງ​ທີ່​ເຄົາລົບ

ວັນ​ພະຫັດ ທີ 4 ​ເດືອນກໍລະກົດ​ ອາທິດ​ແລ້ວນີ້ ​ເປັນ​ວັນ​ຊາດ​
ສະຫະລັດ ອາ​ເມຣິກາ ຄົບ​ຮອບ 237 ປີຫລັງ​ຈາກໄດ້ປະກາດ
​ເອກະລາດ ຈາກ ​ພະ​ລາດ​ຊະ​ອາ​ນາ​ຈັກ ອັງກິດ ​ໃນ​ປີ 1776.

ວັນ​ເອ​ກະລາດ ອາ​ເມຣິກາ ​ເປັນ​ວັນພັກການ ເປັນມື້ສໍາຄັນ​ປະ
ຈຳ​ປີ ແລະມີ​ການສະຫລອງ​ກັນມາ​ຢ່າງຄຶກຄື້ນທີ່ສຸດ. ​

​ໃນ​ຂະນະ​ດຽວ​ກັນ​ ປະຊາ​ຄົມ-​ລາວ​ອາ​ເມຣິກັນຢູ່​ທົ່ວ​ປະ​ເທດຕ່າງ
ກໍພາກັນ ສະຫລອງ​ວັນເອ​ກະລາດນີ້ຢ່າງ​ມ່ວນ​ຊື່ນ ​ໂດ​ຍສະ​ເພາະ
​ຢູ່​ທີ່ວັດ​ລາວ​ພຸດ​ທະ​ວົງ ຫ່າງ​ຈາກນະ​ຄອນ​ຫລວງວໍ​ຊິງ​ຕັນ ​ໄປ​ທາງ
​ພາກຕາ​ເວັນ​ຕົກປະມານ 80 ຫລັກ. ປະຊາ​ຄົມ​ລາ​ວ​-ອາ​ເມຣິກັນ ​
ໃນ​ເຂດ​ນີ້ໄດ້​ຖື​ເອົາວັນ​ດັ່ງ​ກ່າວ ສ​ະຫລອງ​ກັນຢ່າງ​ຄຶກ​ຄື້ນ​ເປັນເວລາ ສາມມື້ ສາມ​ຄືນ ​
ແລະ​ຖື​ເປັນວັນ​ເຕົ້າ​ໂຮມ​ເຄືອຍາດ​ປະ​ຈໍາປີ. ໃນໂອກາດ​ນີ້​ ຊາວ​ລາວ​-ອາ​ເມ​ຣິ​ກັນ ທີ່​ຢູ່​ໃກ້ແລະໄກ​ ຕ່າງ​ກໍ​ພາກັນ​ເດີນ​ທາງ​ມາ​ຢ້ຽມ​ຢາມ​ ຖາມ​ຂ່າວ​ພົບ​ພໍ້​ກັນ.

ພະບາງ
ພະບາງ

​ເຫດການ​ສໍາຄັນ​ຢູ່ໃນ​ພິທີ່ສະຫລອງ​ບຸນວັນ​ຊາດ​ປີ​ນີ້ ​ແມ່ນ​ການ
ປະກົດ​ໂຕ​ຂອງ ພະ​ບາງ ທີ່​ໄດ້​ຖືກ​ນໍາມາ​ຈາກ ປະ​ເທດ​ຝ​ຣັ່ງ​ ​
ແລະ​ນໍາມາສະ​ທິດໄວ້ທີ່ສາ​ລ​າ​ໂຮງ​ທຳ ເພື່ອໃຫ້ ພຸດ​ທະ​ສາ​ສະ
ນິກະ​ຊົນ ​ໄດ້ສັກ​ກາລະ​ບູຊາ. ພະ​ບາງ ​ເປັນ​ພະພຸດທະ​ຮູບມິ່ງ
​ບ້ານ​ມິ່ງ​ເມຶຶ​ອງ ສົມບັດ​ຂອງປະຊາຊົນ​ຊົນ​ລາວ ​ເປັນ​ສັນຍາ
​ລັກພຸດທະສາສະໜາ ທີ່​ໄດ້​ນໍາ​ເຂົ້າ​ມາ​ແຜ່ຜາຍຢູ່​ໃນ​ດິນແດນ
​ລ້ານ​ຊ້າງ ໃນສະ​ໄໝ​ ພະ​ເຈົ້າຟ້າ​ງຸ່ມ ​ໃນ​ປີ ຄ.ສ 1353. ແຕ່ວ່າ
ຄວາມ​ເປັນ​ມາ​ຂອງ ພະ​ບາງ​ອົງ​ດັ່ງ​ກ່າວນີ້ ມີ​ຄວາມ​ສໍາຄັນ​ຢ່າງ​
ໃດ​ ນັ້ນ ທ່ານ​ນາງ ໝໍ່​ຄຳ ສຸ​ວັນ​ນະ​ວົງ ຜູ້ຮັກສາ ​ແລະນຳ​ພາ​
ພະ​ບາງອົງ​ນີ້ ມາ​ຈາກ ປະ​ເທດ​ຝຣັ່ງ ໄດ້​ເລົ່າ​ສູ່ ວີ​ໂອ​ເອ ສູ່​ຟັງ​ວ່າ:

ທ່ານນາງ ໜໍ່ຄໍາ ສຸວັນນະວົງ
ທ່ານນາງ ໜໍ່ຄໍາ ສຸວັນນະວົງ




ນອກຈາກ​ນັ້ນ​ແລ້ວ ເດີ່ນ​ວັດ​ລາວ​ພຸດ​ທະ​ວົງ ​ໄດ້​ກາຍ​ມາ​ເປັນ
ຕະຫລາດນັດ​ທີ່​ໃຫຍ່​ທີ່​ສຸດປະຈໍາປີ ເຕັມ​ໄປ​ດ້ວຍຜາມ ແລະ
​ຮ້ານຂາຍ​ເຄຶ່ອງຢູ່​ຂອງກິນ ອາຫານພື້ນ​ເມຶືອງລາວ ເຄຶ່ອງປູກຂອງ​ຝັງ ທີ່​ບໍ່​ມີ​ຂາຍ​ຢູ່​ຕາ​ມ
​ຕະ​ຫລາດ​ທົ່ວໆ​ໄປ ໂດຍ​ສະ​ເພາະ​ຢ່າງ​ຍິ່ງຈຳ​ພວກຜັກ​ສົດ ເຊ່ນ​ວ່າ ຜັກ​ຫົມ ຜັກ​ຕີ້ວ ຜັກ​
ກະ​ໂດນ ຫົວ​ສີ​ໄຄ ຂ່າ ໝາກ​ກະ​ຖິນ ຜັກ​ບົ້ງ ໝາກ​ເຂືອ ໝາກ​ແຄ້ງ ໝາກ​ເຜັດ ຜັກ​ອີ່ເລີດ
ຜັກ​ຄະ​ແຍງ ໜໍ່​ໄມ້​ສົດ ດອກ​ແຄ ຕົ້ນ​ຂີ້​ຫູດ ຕົ້ນໝາກຮຸ່ງ ໝາກ​ມ່ວງ ທີ່​ນໍາ​ມາຈາກ​ລັດ​ຟຣໍ
ລິ​ດາ ​ແລະ​ລັດທີ່ຢູ່​ພາກ​ໃຕ້ຕ່າງໆຂອງສະ​ຫະ​ລັດ. ​ທ່ານບຸນ​ຍົງ ສຸລິຍາ ແມ່ນ​ພໍ່​ຄ້າຄົນນຶ່ງ
ທີ່​ໄດ້ນຳ​ເອົາ​ຜັກ​ສົດ​ມາ​ວາງ​ຂາຍ. ​ທ່ານໄດ້​ກ່າວ​ຕໍ່​ ວີ​ໂອ​ເອ ວ່າ:

ພັກອີ່ເລີດ ທ່ານ ບຸນຍົງ ສຸລິຍາ
ພັກອີ່ເລີດ ທ່ານ ບຸນຍົງ ສຸລິຍາ


ລິງໂດຍກົງ

ນອກ​ຈາກ​ນັ້ນ​ອີກ​ແລ້ວ ​ກໍ​ມີອາ​ຫານ​ສຳ​ເລັດ​ຮູບ​ທີ່​ເຮັດ​ເປັນ​ກັບ
ເປັນ​ຫໍ່​ວາງ​ໄວ້​ຂາຍ ຫໍ່ຫລືກັບລະ 5 ໂດ​ລາ ແລະ 10 ໂດ​ລາ
​ເຊ່ນ​ວ່າ ແຈ່ວບອງ ສົ້ມ​ປາ ສົ້​ມ​ໝູ ແຈ່ວ​ປາ​ແດກ ໝາກ​ເຜັດ​ປົ່ນ
ເຂົ້າ​ໂຄບ​ ເຂົ້າ​ຫລາມ ນ້ຳ​ອ​ອ້ຍ​ສົດ ຮ້ານ​ຂາຍ​ເຝີ ຂາຍ​ເຂົ້າ​ປຸ້ນ ປີ້ງ​ໄກ່ ແລະ​ອາ​ຫານພື້ນ​ເມືອ​ງ​ລາວ​ອື່ນໆ. ທີ່​ກ່າວ​ມາ​ທັງ​ໝົດ​ນີ້ ຊາວ​ລາວ-ອາ​ເມ​ຣິ​ກັນ ​ຫາ​ກິນອາ​ຫານ​ເຫລົ່າ​ນີ້​ບໍ່​ໄດ້​ເປັນ​ປົກ​ກະ​ຕິ ນອກ​ຈາກເວລາມີ​ບຸນ ແລະ​ໂອ​ກາດທີ່​ໄດ້​ມາ​ພົບ​ພໍ້​ກັນ​.

ນາງປອນ ລາດຊະ​ວົງສາ ພ້ອມ​ດ້ວຍ​ສາມີ ທີ່ໄດ້ຂົນ​ສີນ​ຄ້າ​ໃສ່​ລົດຕູ້ແວນ ​ໃຊ້​ເວ​ລາຂັບ​ລົດ​ມາ 10 ຊົ່ວ​ໂມງຈ​າກ ​ລັດຟ​ຣໍລິ​ດາ ມາວ​າງ​ຂາຍເຊ່ນ​ກັນ ກ່າ​ວ​ຕໍ່ ວີ​ໂອ​ເອ ວ່າ:

ນາງປອນ ລາດສະວົງສາ
ນາງປອນ ລາດສະວົງສາ

ລິງໂດຍກົງ

ນ​ອກນັ້ນ​ກໍ​ມີການ​ເສບ​ດົນ​ຕີ ​ແລະ​ຮ້ອງ​ເພງ ມີ​ທັງ​ດາລານັກ​ຮ້ອງ
​ລາວ ແລະ​ໄທ ​ເຂົ້າ​ຮ່ວມ​ຢ່າງ​ຄຶກຄື້ນ. ​ເຖິງ​ແມ່ນ​ວ່າ ວັນ​ເອກ​ລາດ
ສະຫະລັດ ບໍ່​ພົວພັນ​ກັບ​ທາງ​ພຸດທະ​ສາສະໜາກໍ​ຕາມ ​ແຕ່​ວ່າ
ສະມາ​ຊິກ​ປະຊາ​ຄົມ​ລາວ-ອາ​ເມຣິກັນ ກໍໄດ້​ຖື​ໂອກາດນີ້ປະກອບ
ພິທີທາງສາສະໜາ ມີ​ຕັກບາດ ​ແລະຖວາຍສັງຄະທານ ຕາມ​ປະ​ເພນີຊາວ​ພຸດ ທີ່ຈະລະເລີຍ
​ບໍ່​ໄດ້.

XS
SM
MD
LG