ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລາວຈະຊື້ເຮືອບິນໃໝ່ ທີ່ມີມູນຄ່າ ລວມເຖິງ 200 ລ້ານໂດລາ ໃນປີ 2015


ພິທີເຊັນສັນຍາ ຊື້-ຂາຍເຮືອບິນແອບັສ ຂະໜາດ 140 ບ່ອນນັ່ງ ລະຫວ່າງບໍລິສັດການບິນລາວ ແລະບໍລິສັດ
ແອບັສ ທີ່ຈັດຂຶ້ນຢູ່ນະຄອນວຽງຈັນ ໃນເດືອນສິງຫາ ທີ່ຜ່ານມານີ້
ພິທີເຊັນສັນຍາ ຊື້-ຂາຍເຮືອບິນແອບັສ ຂະໜາດ 140 ບ່ອນນັ່ງ ລະຫວ່າງບໍລິສັດການບິນລາວ ແລະບໍລິສັດ ແອບັສ ທີ່ຈັດຂຶ້ນຢູ່ນະຄອນວຽງຈັນ ໃນເດືອນສິງຫາ ທີ່ຜ່ານມານີ້

ບໍລິສັດການບິນລາວ ຈະໃຊ້ເງິນທຶນເຖິງ 200 ລ້ານໂດລາ ເພື່ອຈັດຊື້ເຄື່ອງບິນຂະໜາດ 150-200 ບ່ອນນັ່ງເພີ່ມຂຶ້ນອີກໃນປີ 2015 ນີ້. ສ່ວນໃນທ້າຍປີນີ້ ກໍຈະໄດ້ຮັບການສົ່ງ ມອບເຄື່ອງບິນ Airbus ຈໍານວນ 2 ລໍາ.

ທ່ານ ສົມພອນ ດວງດາລາ ຜູ້ອໍານວຍການລັດວິສະຫະກິດການບິນລາວ ໄດ້ຖະແຫຼງ
ຢືນຢັນວ່າ ການດໍາເນີນທຸລະກິດຂອງລັດວິສະຫະກິດການບິນລາວ ໄດ້ມີການຂະຫຍາຍ
ຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຊິ່ງຈະເຫັນໄດ້ຈາກຜົນປະກອບການໃນຕະຫຼອດປີ 2010 ທີ່
ຜ່ານມານັ້ນ ລັດວິສະຫະກິດການບິນລາວ ສາມາດສ້າງລາຍຮັບລວມໄດ້ເຖິງ 450 ຕື້ກີບ. ໂດຍພາຍຫຼັງຈາກຫັກຄ່າໃຊ້ຈ່າຍຕ່າງໆອອກໄປແລ້ວ ກໍປະກົດວ່າ ຍັງຄົງເຫຼືອກໍາໄລໃນ
ມູນຄ່າຫຼາຍກວ່າ 7 ຕື້ກີບ.

ສໍາລັບໃນໄລຍະ 6 ເດືອນຕົ້ນປີ 2011 ນີ້ ລັດວິສະຫະກິດການບິນລາວກໍສາມາດສ້າງ
ລາຍຮັບໄດ້ຫຼາຍກວ່າ 250 ຕື້ກີບ ຫຼືເພີ່ມຂຶ້ນຈາກໃນໄລຍະດຽວກັນຂອງປີ 2010 ຄິດ
ເປັນອັດຕາສະເລ່ຍເຖິງ 15%. ດ້ວຍເຫດນີ້ ຈິ່ງເຮັດໃຫ້ເຊື່ອໝັ້ນວ່າ ໃນຕະຫຼອດປີ
2011 ນີ້ ລັດວິສະຫະກິດການບິນລາວ ຈະສາມາດສ້າງລາຍຮັບໄດ້ ໃນມູນຄ່າລວມຫຼາຍ
ກວ່າ 500 ຕື້ກີບຢ່າງແນ່ນອນ ແລະໃນນີ້ຈະຄິດເປັນຜົນກໍາໄລໃນມູນຄ່າບໍ່ໜ້ອຍກວ່າ 10
ຕື້ກີບອີກດ້ວຍ.

ເຮືອບິນຂອງບໍລິສັດການບິນລາວ ທີ່ຍັງບໍ່ສາມາດຕອບສະໜອງ ຄວາມຕ້ອງການຂອງຜູ້ໂດຍສານຢູ່ໃນປັດຈຸບັນນີ້
ເຮືອບິນຂອງບໍລິສັດການບິນລາວ ທີ່ຍັງບໍ່ສາມາດຕອບສະໜອງ ຄວາມຕ້ອງການຂອງຜູ້ໂດຍສານຢູ່ໃນປັດຈຸບັນນີ້

ທັງນີ້ໂດຍການດໍາເນີນທຸລະກິດ
ຂອງລັດວິສະຫະກິດການບິນ
ລາວ ທີ່ມີການຂະຫຍາຍຕົວ
ແລະມີຜົນກໍາໄລເພີ່ມຂຶ້ນຢ່າງ
ຕໍ່ເນື່ອງດັ່ງກ່າວ ກໍຍັງເປັນຜົນ
ເຮັດໃຫ້ໄດ້ຮັບລາງວັນດີເດັ່ນ
ຈາກສະຖາບັນການບິນພົນລະ
ເຮືອນນາໆ ຊາດ ທັງໃນສະ
ຫະລັດອາຣິເມກາ, ເຢຍລະ
ມັນ, ອັງກິດ ແລະຝຣັ່ງມາ
ແລ້ວເຖິງ 5 ປີຕິດຕໍ່ກັນ ກໍຄື
ນັບຈາກປີ 2006 ເຖິງປີ 2010 ທີ່ຜ່ານມາ.

ນອກຈາກນັ້ນ ການທີ່ມີຜູ້ໂດຍສານທັງພາຍໃນປະເທດ ແລະຈາກຕ່າງປະເທດ ໄດ້ພາ
ກັນໃຊ້ບໍລິການຂອງສາຍການບິນລາວເພີ່ມຂຶ້ນ ໃນອັດຕາສະເລ່ຍເຖິງ 15% ໃນແຕ່ລະ
ປີນັ້ນ ກໍຍັງເຮັດໃຫ້ລັດວິສະຫະກິດການບິນລາວ ໄດ້ວາງແຜນການທີ່ຈະຂະຫຍາຍເສັ້ນ
ທາງການບິນ ລະຫວ່າງປະເທດຫຼາຍຂຶ້ນອີກດ້ວຍ. ສໍາລັບເປົ້າໝາຍຈົນເຖິງປີ 2015 ນັ້ນ
ກໍຈະໃຊ້ເງິນທຶນເຖິງ 200 ລ້ານ ໂດລາ ເພື່ອຈັດຊື້ເຄື່ອງບິນຂະໜາດ 150-200 ບ່ອນນັ່ງ
ເພີ່ມຂຶ້ນອີກ 4 ລໍາ ເປັນຢ່າງໜ້ອຍ ແລະສໍາລັບ ໃນຊ່ວງເດືອນຕຸລາປີນີ້ ລັດວິສະຫະກິດ
ການບິນລາວ ກໍຈະໄດ້ຮັບການສົ່ງມອບເຄື່ອງບິນ Airbus ລຸ່ນ A-320 ຂະໜາດ 140
ບ່ອນນັ່ງ ຈໍານວນ 2 ລໍາ ເພື່ອນໍາໃຊ້ສໍາລັບເສັ້ນທາງບິນລະຫວ່າງວຽງຈັນ ແລະຫຼວງພະ
ບາງ ໄປຕ່າງປະເທດນັບຈາກເດືອນພະຈິກ ປີນີ້ເປັນຕົ້ນໄປ.

ດັ່ງທີ່ທ່ານ ສຸລິເດດ ດວງສຸດທິ ຜູ້ຈັດການຝ່າຍການຕະຫຼາດຂອງລັດວິສະຫະກິດການ
ບິນລາວ ໄດ້ຊີ້ແຈງເຖິງແຜນການຂະຫຍາຍເສັ້ນທາງການບິນ ແລະການນໍາໃຊ້ເຄື່ອງບິນ
Airbus ທັງ 2 ລໍາດັ່ງກ່າວວ່າ.

ແຜນການຍົນ ແອບັດທີ່ວ່າພວກເຮົາຈະນໍາໃຊ້ໃນຕົ້ນເດືອນສິບເອັດນີ້ ກໍໝາຍ
ຄວາມວ່າ ວຽງຈັນ-ຄຸນໝິງ ພວກເຮົາໄດ້ໃຊ້ແອບັດ ວຽງຈັນ-ບາງກອກ ທີ່ພວກ
ເຮົາບິນ ສອງຖ້ຽວຕໍ່ມື້ນີ້
ຈໍາເປັນຕ້ອງໃຊ້ແອບັດ ເພາະວ່າມັນເປັນເກດເວທີ່ ຜູ້ໂດຍສານເຂົ້າມາເສັ້ນທາງນີ້ຫຼາຍ, ແລ້ວ ວຽງຈັນ-ໄຊງ່ອນ ສາມຖ້ຽວຕໍ່ອາທິດ,
ວຽງຈັນ-ຫຼວງພະບາງ ຕອນເຊົ້ານີ້
ກໍໃຊ້ເຄື່ອງບິນ ແອບັດ ວຽງຈັນ-ສິງກະໂປ
ກະມີສາມຖ້ຽວ
ຕໍ່ອາທິດຕາມທີ່ເຮົາວາງແຜນໄວ້.

ເຮືອບິນຂອງສາຍການບິນລາວ ທີ່ພະຍາຍາມຕອບ ສະໜອງຄວາມຕ້ອງການໃນການເດີນທາງອັນສູງຂອງ ຜູ້ໂດຍສານ
ເຮືອບິນຂອງສາຍການບິນລາວ ທີ່ພະຍາຍາມຕອບ ສະໜອງຄວາມຕ້ອງການໃນການເດີນທາງອັນສູງຂອງ ຜູ້ໂດຍສານ

ລັດວິສະຫະກິດການບິນລາວໄດ້ຈັດຊື້
ເຄື່ອງບິນ Airbus ທັງ 2 ລໍາດັ່ງກ່າວນີ້
ຄິດເປັນມູນຄ່າລວມກັນເຖິງ 91 ລ້ານ
ໂດລາ ໂດຍໄດ້ຮັບການສະໝັບສະໜູນ
ເງິນກູ້ຈາກທະນາຄານແຫ່ງຊາດລາວ
ແລະທະນາຄານການຄ້າຕ່າງປະເທດ
ຂອງລັດຖະບານລາວ ໃນມູນຄ່າ 20
ລ້ານໂດລາ ແລະ 71 ລ້ານໂດລາຕາມ
ລໍາດັບ. ສ່ວນເງິນທຶນທີ່ຈະນໍາໃຊ້ໃນ
ການຈັດຊື້ເຄື່ອງບິນຂະໜາດໃຫຍ່ເພີ່ມ
ຂຶ້ນອີກ 4 ລໍາ ເປັນຢ່າງໜ້ອຍພາຍໃນ
ປີ 2015 ເຊິ່ງຈະມີມູນຄ່າເຖິງ 200 ລ້ານໂດລາ ນັ້ນ ກໍຄາດໝາຍວ່າ ຈະກູ້ຢືມເງິນຈາກ ທະນາຄານຂອງລັດຖະບານຈີນເປັນດ້ານຫຼັກ.

ສໍາລັບເສັ້ນທາງການບິນທີ່ຈະເພີ່ມຂຶ້ນອີກ 2 ເສັ້ນທາງ ນັບຈາກເດືອນພະຈິກນີ້ ເປັນຕົ້ນໄປ ກໍຄືເສັ້ນທາງບິນລະຫວ່າງ ວຽງຈັນກັບສິງກະໂປ ແລະວຽງຈັນກັບກວາງໂຈ ໃນປະເທດຈີນ. ສ່ວນໃນໄລຍະໄຕມາດທໍາອິດ ຫຼື 3 ເດືອນ ຕົ້ນປີນີ້ ກໍປະກົດວ່າ ລັດວິສະຫະກິດການບິນ
ລາວ ໄດ້ບິນໄປໃນເສັ້ນທາງຕ່າງໆແລ້ວ ຈໍານວນທັງໝົດ 288 ຖ້ຽວບິນ ຫຼືເພີ່ມຂຶ້ນ 8.22% ເມື່ອທຽບໃສ່ກັບໃນໄລຍະດຽວກັນຂອງປີ 2010 ທີ່ຜ່ານມາ.

XS
SM
MD
LG