ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ການບິນລາວໄດ້ຮັບ ການສົ່ງມອບເຄື່ອງບິນ Airbus ລຸ້ນ A-320 ແລ້ວ 1 ລໍາ


ບໍລິສັດການບິນລາວ ໄດ້ຮັບການສົ່ງມອບເຄື່ອງບິນ Airbus ລຸ່ນ A-320 ແລ້ວ 1 ລໍາໃນຈໍານວນ 2 ລໍາ ທີ່ສັ່ງຊື້ຈາກຝຣັ່ງ
ບໍລິສັດການບິນລາວ ໄດ້ຮັບການສົ່ງມອບເຄື່ອງບິນ Airbus ລຸ່ນ A-320 ແລ້ວ 1 ລໍາໃນຈໍານວນ 2 ລໍາ ທີ່ສັ່ງຊື້ຈາກຝຣັ່ງ

ບໍລິສັດການບິນລາວ ໄດ້ຮັບການສົ່ງມອບເຄື່ອງບິນ Airbus ລຸ່ນ A-320 ​ແລ້ວ 1 ລໍາ​ ໃນ ຈໍານວນ 2 ລໍາ ທີ່ສັ່ງຊື້ຈາກຕ່າງປະເທດ ພາຍ​ໃຕ້​ເປົ້າໝາຍທີ່​ຈະ​ເພີ້ມ​ເສັ້ນທາງ​ການບິນ​ໄປ​ຕ່າງ ປະ​ເທດ​ໃຫ້​ຫລາຍ​ຂຶ້ນ.

ລັດວິສະຫະກິດການບິນລາວ ໄດ້ຮັບການສົ່ງມອບເຄື່ອງບິນ Airbus ລຸ່ນ A-320
ຂະໜາດ 142 ບ່ອນນັ່ງລໍາທໍາອິດ ຈໍານວນ 2 ລໍາ ທີ່ສັ່ງຊື້ຈາກບໍລິສັດ Airbus ປະເທດ
ຝຣັ່ງໃນວັນທີ 8 ພະຈິກທີ່​ຜ່ານ​ມານີ້ ໂດຍທີ່ມີທ່ານສົມພອນ ດວງດາລາ ຜູ້ອໍານວຍການ
ໃຫຍ່ ລັດວິສະຫະກິດການບິນລາວ ເປັນຜູ້ຮັບມອບຈາກທ່ານ ຝຣັ່ງຊົວ ລາວານ ປະທານ
ອາວຸໂສຂອງບໍລິສັດ Airbus. ສ່ວນເຮືອບິນລໍາທີ 2 ນັ້ນ ກໍມີກໍານົດການທີ່ ຈະສົ່ງມອບ
ຢ່າງເປັນທາງການພາຍໃນເດືອນທັນວາ ປີນີ້ເປັນຢ່າງຊ້າ.

ເຮືອບິນ Airbus ລຸ່ນ A-320 ທັງສອງລໍາດັ່ງກ່າວນີ້ ຖືເປັນສ່ວນນຶ່ງໃນແຜນການ ທີ່ເພີ້ມ
ເສັ້ນທາງການບິນ ໄປຕ່າງປະເທດຂອງລັດວິສະຫະກິດການບິນລາວ ນັບຈາກປັດຈຸບັນ
ຈົນໄປເຖິງປີ 2020 ແລະສໍາລັບເປົ້າໝາຍຈົນເຖິງປີ 2015 ນັ້ນ ກໍຈະໃຊ້ເງິນທຶນເຖິງ 200
ລ້ານໂດລາ ເພື່ອຈັດຊື້ເຄື່ອງບິນຂະໜາດ 150-200 ບ່ອນນັ່ງເພີ່ມຂຶ້ນອີກ 4 ລໍາ ເປັນຢ່າງ
ໜ້ອຍ.

ສາຍການບິນລາວ ທີ່ຕອບສະໜອງຄວາມ ຕ້ອງການໃນການເດີນທາງອັນສູງຂອງຄົນ ໂດຍສານທັງຈາກລາວແລະຕ່າງປະເທດ.
ສາຍການບິນລາວ ທີ່ຕອບສະໜອງຄວາມ ຕ້ອງການໃນການເດີນທາງອັນສູງຂອງຄົນ ໂດຍສານທັງຈາກລາວແລະຕ່າງປະເທດ.

ທັງນີ້ກໍເນື່ອງຈາກວ່າ ການດໍາເນີນທຸລະກິດ
ຂອງລັດວິສະຫະກິດການບິນລາວ ໄດ້ມີການ
ຂະຫຍາຍຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຊິ່ງຈະ
ເຫັນໄດ້ຈາກຜົນປະກອບການໃນຕະຫຼອດປີ
2010 ທີ່ຜ່ານມານັ້ນ ລັດວິສະຫະກິດການ
ບິນລາວ ສາມາດສ້າງລາຍຮັບລວມໄດ້ເຖິງ
450 ຕື້ກີບ. ແລະພາຍຫຼັງຈາກຫັກຄ່າໃຊ້
ຈ່າຍຕ່າງໆອອກໄປແລ້ວກໍປະກົດວ່າ ຍັງຄົງ
ເຫຼືອກໍາໄລໃນມູນຄ່າຫຼາຍກວ່າ 7 ຕື້ກີບ.

ສ່ວນໃນໄລຍະ 6 ເດືອນຕົ້ນປີ 2011 ນີ້
ລັດວິສະຫະກິດການບິນລາວກໍສາມາດສ້າງລາຍຮັບໄດ້ຫຼາຍກວ່າ 250 ຕື້ກີບ ຫຼືເພີ່ມຂຶ້ນ
ເຖິງ 15% ເມື່ອທຽບກັບໄລຍະດຽວກັນຂອງປີທີ່ແລ້ວມາ. ດ້ວຍເຫດນີ້ ຈິ່ງເຮັດໃຫ້ເຊື່ອ
ໝັ້ນວ່າ ໃນຕະຫຼອດປີ 2011 ນີ້ ລັດວິສະຫະກິດການບິນລາວ ຈະສາມາດສ້າງລາຍຮັບ
ໄດ້ ໃນມູນຄ່າລວມຫຼາຍກວ່າ 500 ຕື້ກີບ ຢ່າງແນ່ນອນ.

ການດໍາເນີນທຸລະກິດຂອງລັດວິສະຫະກິດການບິນລາວ ທີ່ມີການຂະຫຍາຍຕົວ ແລະມີຜົນ
ກໍາໄລເພີ່ມຂຶ້ນຢ່າງຕໍ່ເນື່ອງດັ່ງກ່າວ ກໍຍັງເປັນຜົນເຮັດໃຫ້ໄດ້ຮັບລາງວັນດີເດັ່ນຈາກສະຖາບັນ
ການບິນພົນລະເຮືອນນາໆຊາດ ທັງໃນສະຫະລັດອາເມຣິກາ ເຢຍລະມັນ ອັງກິດ ແລະຝຣັ່ງ
ມາແລ້ວເຖິງ 5 ປີຕິດຕໍ່ກັນ ກໍຄືນັບຈາກປີ 2006 ເຖິງປີ 2010 ທີ່ຜ່ານມານັ້ນເອງ.

ນອກຈາກນັ້ນ ການທີ່ມີຜູ້ໂດຍສານທັງພາຍໃນແລະຈາກຕ່າງປະເທດ ໄດ້ໃຊ້ບໍລິການເພີ່ມຂຶ້ນ
ໃນອັດຕາສະເລ່ຍເຖິງ 15% ໃນແຕ່ລະປີນັ້ນ ກໍຍັງເຮັດໃຫ້ລັດວິສະຫະກິດການບິນລາວ ໄດ້
ວາງແຜນການເພີ້ມ ເສັ້ນທາງການບິນໄປຕ່າງປະເທດຫລາຍຂຶ້ນ ໂດຍຈະນໍາໃຊ້ເຮືອບິນ
Airbus ທັງ 2 ລໍາດັ່ງກ່າວນີ້ ເປັນຫລັກ, ດັ່ງທີ່ທ່ານ ສຸລິເດດ ດວງສຸດທິ ຜູ້ຈັດການຝ່າຍການ
ຕະຫຼາດຂອງລັດວິສະຫະກິດການບິນລາວ ໄດ້ຊີ້ແຈງວ່າ:

“ແຜນການຍົນ ແອບັດທີ່ວ່າພວກເຮົາຈະນໍາໃຊ້ໃນຕົ້ນເດືອນສິບເອັດນີ້ ກໍໝາຍຄວາມວ່າ
ວຽງຈັນ-ຄຸນໝິງ ພວກເຮົາໄດ້ໃຊ້ແອບັດ ວຽງຈັນ-ບາງກອກ ທີ່ພວກ
ເຮົາບິນ ສອງຖ້ຽວຕໍ່
ມື້ນີ້ ຈໍາເປັນຕ້ອງໃຊ້ແອບັສ ເພາະວ່າມັນເປັນເກດເວທີ່ຜູ້ໂດຍສານເຂົ້າມາເສັ້ນທາງນີ້ຫຼາຍ,
ແລ້ວ ວຽງຈັນ-ໄຊງ່ອນ ສາມຖ້ຽວຕໍ່ອາທິດ,
ວຽງຈັນ-ຫຼວງພະບາງ ຕອນເຊົ້ານີ້ກໍໃຊ້ເຄື່ອງ
ບິນ ແອບັສ ວຽງຈັນ-ສິງກະໂປ
ກະມີສາມຖ້ຽວ ຕໍ່ອາທິດ ຕາມທີ່ເຮົາວາງແຜນໄວ້.

ພິທີເຊັນສັນຍາ ຊື້-ຂາຍເຮືອບິນແອບັສ ຂະໜາດ 140 ບ່ອນນັ່ງ ລະຫວ່າງບໍລິສັດການບິນລາວ ແລະບໍລິສັດແອບັສ ທີ່ຈັດຂຶ້ນທີ່ ນະຄອນວຽງຈັນ ໃນເດືອນສິງຫາ 2011 ທີ່ຜ່ານມານີ້.
ພິທີເຊັນສັນຍາ ຊື້-ຂາຍເຮືອບິນແອບັສ ຂະໜາດ 140 ບ່ອນນັ່ງ ລະຫວ່າງບໍລິສັດການບິນລາວ ແລະບໍລິສັດແອບັສ ທີ່ຈັດຂຶ້ນທີ່ ນະຄອນວຽງຈັນ ໃນເດືອນສິງຫາ 2011 ທີ່ຜ່ານມານີ້.

ລັດວິສະຫະກິດການບິນລາວ
ໄດ້ຈັດຊື້ເຄື່ອງບິນ Airbus ທັງ
2 ລໍາດັ່ງກ່າວນີ້ຄິດເປັນມູນຄ່າ
ລວມກັນເຖິງ 91 ລ້ານໂດລາ
ໂດຍໄດ້ຮັບການສະໝັບສະໜູນ
ເງິນກູ້ຈາກທະນາຄານແຫ່ງຊາດ
ລາວ ແລະທະນາຄານການຄ້າ
ຕ່າງປະເທດຂອງລັດຖະບານ
ລາວໃນມູນຄ່າ 20 ລ້ານໂດລາ
ແລະ 71 ລ້ານໂດລາຕາມລໍາດັບ.

ສໍາລັບເສັ້ນທາງການບິນທີ່ຈະເພີ່ມຂຶ້ນອີກ 2 ເສັ້ນທາງ ນັບຈາກເດືອນພະຈິກນີ້ ເປັນຕົ້ນໄປ ກໍຄືເສັ້ນທາງບິນລະຫວ່າງ ວຽງຈັນກັບສິງກະໂປ ແລະວຽງຈັນກັບກວາງໂຈ ປະເທດຈີນ. ສ່ວນໃນໄລຍະໄຕມາດທໍາອິດ ຫຼື 3 ເດືອນຕົ້ນປີ 2012 ນີ້ ກໍປະກົດວ່າລັດວິສະຫະກິດການ
ບິນລາວ ກໍຍັງມີແຜນການທີ່ຈະຂະຫຍາຍເສັ້ນທາງການບິນ ໄປຍັງກຸງໂຊນ ປະເທດເກົາຫລີ
ໃຕ້ອີກດ້ວຍ.

XS
SM
MD
LG