ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສາຍການບິນລາວ ກ່າວວ່າ ຄອບຄົວຂອງພວກເສຍຊີວິດ ຈະໄດ້ຮັບຄ່າຊົດເຊີຍ ຢ່າງເຕັມສ່ວນ (ສະໄລດ໌)


ຜູ້​ບໍລິຫານ​ລັດ​ວິ​ສາ​ຫະກິດ​ການ​ບິນ​ລາວ ຢືນຢັນ​ທີ່​ຈະ​ຮັບຜິດ
ຊອບ​ໃນ​ການ​ຈ່າຍ​ຄ່າ​ຊົດ​ເຊີຍ​ຢ່າງ​ເຕັມ​ສ່ວນ ​ໃຫ້​ກັບ​ຜູ້​ເສຍ
​ຊີວິດ​ທັງ 49ຄົນ ຈາກ​ອຸບັດ​ເຫດ​ເຮືອບິນ​ຕົກ​ຢູ່​ກາງ​ແມ່​ນໍ້າ
ຂອງ ​ໃນ​ເຂດ​ແຂວງ​ຈໍາປາ​ສັກ.

ລິງໂດຍກົງ

ທ່ານ ສົມ​ພອນ ດວງ​ດາລາ ຜູ້​ອໍານວຍ​ການ​ໃຫຍ່​ ຂອງ​ລັດ​ວິສາ​
ຫະກິດ​ການບິນ​ລາວໄດ້​ຖະ​ແຫຼ​ງການ​ຢ່າງ​ເປັນ​ທາງ​ການ​ ໃນ​ຕອນ​ເຊົ້າຂອງ​ວັນ​ທີ 17 ຕຸລາ ນີ້ ວ່າ​ອຸບັດ​ເຫດ​ເຮື​ອບິນ​ໂດຍສານ​ຂອງ Lao Airlines ທີ່​ຕົກລົ​ງ​ໃນ​ແມ່​ນໍ້າຂອງ​ນັ້ນ ​ໄດ້​ເກີດ​ຂຶ້ນ​ໃນ​ເວລາ​ປະມານ 16 ​ໂມງ​ຂອງ​ວັນພຸດ​ທີ 16 ຕຸລາ ແລະກໍ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ໄປ​ທັງໝົດ 49 ຄົນ ​ໂດຍ​ໃນ​ນີ້​ກໍ​ແບ່ງ​ເປັນ​ນັກ​ບິນ​ສອງ​ຄົນ ​ແລະ​ພະນັກງານ​ປະ​ຈໍາ​ເຮືອບິນ 3 ຄົນ ກັບ​ຜູ້​ໂດຍສານ​ອີກ 44 ຄົນ. ​

ບ່ອນທີ່ເກີດເຫດ ເຂດດອນຄໍ ລະຫວ່າງປາກເຊ ແລະເມືອງໂພນທອງ
ບ່ອນທີ່ເກີດເຫດ ເຂດດອນຄໍ ລະຫວ່າງປາກເຊ ແລະເມືອງໂພນທອງ

ໂດ​ຍສໍາລັບ​ຜູ້ໂດຍສານ​ທີ່​ເສຍ​ຊີວິດ​ທັງ 44 ຄົນ​ນັ້ນ ປະກອບ
​ດ້ວຍຄົນ​ລາວ 16 ຄົນ, ຝຣັ່ງ 7 ຄົນ, ອອສ​ເຕຣ​ເລຍ 6 ຄົນ, ​
ໄທ 5 ຄົນ, ​ເກົາຫຼີ​ໃຕ້ 3 ຄົນ, ຫວຽດນາມ 2 ຄົນ, ກັບ​ຜູ້​ໂດຍ
ສານ​ຊາວ​ຈີນ ໄຕ້​ຫວັນ ມາ​ເລ​ເຊຍ ​ແຄ​ນາ​ດາ ​ແລະ​ສະຫະລັດ
​ອາ​ເມຣິກາ ປະ​ເທດ​ລະ​ນຶ່ງ​ຄົນ ຊຶ່ງ​ທັງ​ໝົດ​ນີ້​ກໍ​ຈະ​ໄດ້​ຮັບ​ການ
​ຊົດ​ເຊີຍ​ທັງ​ຈາກ​ບໍລິສັດ​ປະກັນ​ໄພ ​ແລະ​ການ​ຄຸ້ມ​ຄອງ​ສິດທິ​
ຕ່າງໆ​ຢ່າງ​ເຕັມ​ສ່ວນ​ຈາ​ກລັດ​ວິ​ສາ​ຫະກິດ​ ການບິນ​ລາວ ດັ່ງ
​ທີ່​ທ່ານ​ສົມພອນ ​ໄດ້​ຖະ​ແຫຼ​ງຢືນຢັນ​ວ່າ:

“ຜູ້​ທີ່​ເສຍ​ຊີວິດ​ກໍ​ຈະ​ໄດ້​ຖືກ​ຮັບ​ການ​ຊ່ວຍ​ເຫຼືອ​ຊົດ​ເຊ​ີຍ​ໃນ​ດ້ານຄ່າ​ເສຍ​ຊີວິດ​
ຈາກ​ບໍລິສັດ​ປະກັນ​ໄພ ຊຶ່ງ​ບໍລິສັດ​ປະກັນ​ໄພ​ປັດຈຸບັນ​ນີ້ ກໍ​ມີ​ຕົວ​ແທນ​ຢູ່​ນະຄອນ
ຫຼວງ​ວຽງ​ຈັນ ​ແລະ​ບໍລິສັດ​ປະກ​ັນ​ໄພ​ກໍ​ຈະ​ເດີນທາງ​ມາ​ຈາກ​ລອນ​ດອນ​ໃນ​ມື້​ນີ້ ​
ເພື່ອ​ມາ​ແກ້​ໄຂບັນຫາ​ທີ່​ມັນ​ເກີດ​ຂຶ້ນ ຊຶ່ງ​ທັງ​ໝົດ​ນີ້​ມັນ​ແມ່ນ​ຄວາມ​ຮັບຜິດຊອບ​
ທີ່​ພວກ​ເຮົາ​ຈະ​ຕ້ອງ​ໄດ້​ປະຕິບັດ​ຕໍ່​ຄອບຄົວ ຂອງຜູ້ທີ່ເສຍ​ຊີວິດ.”


​ແຕ່​ຢ່າງ​ໃດ​ກໍ​ຕາມ ຜູ້​ອໍານວຍ​ການ​ໃຫຍ່​ຂອງ​ລັດ​ວິ​ສາ​ຫະກິດ​ການບິນລາວ ກໍ​ຍັງ​ບໍ່​ໄດ້​ໃຫ້
ການ​ຢືນຢັນ​ວ່າ ​ແມ່ນ​ຫຍັງ​ແທ້​ທີ່​ເປັນສາ​ເຫດ​ຂອງ​ອຸບັດ​ເຫດ​ເຮືອບິນ​ຕົກ​ໃນ​ຄັ້ງ​ນີ້ ​ແຕ່​ກໍ​
ເຊື່ອ ວ່າ​ເປັນ​ຍ້ອນ​ສະພາບ​ອາ​ກາດ​ທີ່​ຜັນ​ຜວນ ທີ່​ມີ​ທັງ​ລົມພາຍຸ ​ແລະ​ຝົນຕົກ​ລົງ​ມາ​ຢ່າງ​
ໜາ​ແໜ້ນ ຊຶ່ງ​ເຮັດ​ໃຫ້​ເຮືອບິນ​ເສຍ​ຫຼັກ ​ໃນ​ຂະນະ​ທີ່​ນັກ​ບິນ​ກໍາລັງ​ພະຍາຍາມ​ທີ່​ຈະ​ນໍາເຮືອ
ບິນ​ລົງ​ຈອດ​ທີ່ ສະໜາມ​ບິນ​ປາກ​ເຊ​ໃນ​ແຂ​ວງຈໍາປາ​ສັກ.

ຍິ່ງ​ໄປ​ກວ່າ​ນັ້ນ ຜູ້​ບໍລິຫານ​ລັດ​ວິ​ສາ​ຫະກິດ​ການບິນ​ລາວ ກໍ​ຍັງ​ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​
ວ່າ ອຸບັດ​ເຫດ​ໃນ​ຄັ້ງ​ນີ້​ບໍ່​ໄດ້​ມີ​ສາ​ເຫດ​ມາ​ຈາກ​ຄວາມ​ບົກ​ຜ່ອງ​ໃນ​ດ້ານ​ເທັ​ກນິກຂອງ​ເຮືອ
ບິນ​ຢ່າງ​ແນ່ນອນ ​ເພາະເຮືອບິນ​ທີ່​ປະສົບ​ອຸບັດ​ເຫດ​ໃນ​ຄັ້ງ​ນີ້ ​ເປັນ​ເຮືອບິນ​ລຸ້ນ ATR72
-600 ທີ່​ຫາ​ກໍ​ຊື້​ແລະ​ນໍາ​ເຂົ້າມາ​ຈາກ​ປະ​ເທດ​ຝຣັ່ງ​ເມື່ອ​ເດືອນ​ມີນາປີ​ນີ້ ​ແລະ​ໄດ້​ຜ່ານ​ການ​
ໃຊ້ງານໃນ​ການໃຫ້​ບໍລິການ​ຜູ້​ໂດຍສານ​ຄິດ​ເປັນ​ເວລາ​ລວມກັນ​ ພຽງ​ແຕ່ 758 ຊົ່ວ​ໂມງ​ເທົ່າ​ນັ້ນ. ​

ໂດຍ​ໃນ​ປັດຈຸ​ບັນ​ ບັນດາ​ເຈົ້າໜ້າ​ທີ່​ກູ້​ໄພ​ກໍ​ຍັງ​ກໍາລັງ​ເລັ່ງມື​ທັງ​ໃນ​ການ​ຊອກ​ຫາ​ສົບ​ຜູ້​ຕາຍ​ທີ່ ຈົມ​ຢູ່​ໃຕ້​ນໍ້າຂອງ​ແລະ​ການ​ພະຍາຍາມ​ເກັບ​ກູ້​ຊີ້ນ​ສ່ວນ​ຕ່າງໆ​ຂອງ​ເຮືອບິນ ຊຶ່ງ​ລວມ​ເຖິງ​ການຈັດ​ສົ່ງ​ໜ່ວຍ​ພິ​ເສດ​ໄປ​ຈາກ​ນະຄອນ​ວຽງ​ຈັນ ​ເພື່ອ​ທໍາ​ການ​ສືບສວນ-ສອບ​ສວນ​ຫາ​ຄວາມ​ຈິງ ກ່ຽວ​ກັບ​ສາ​ເຫດ​ທີ່​ເຮັດ​ໃຫ້​ເກີດ​ອຸບັດ​ເຫດ​ໃນ​ຄັ້ງ​ນີ້ ​ໃຫ້​ໄດ້​ຂໍ້​ສະ​ລຸບ​ໄວ​ທີ່​ສຸດ​ເທົ່າ​ທີ່​ຈະເປັນ​ໄປ​ໄດ້ອີກ​ດ້ວຍ ດັ່ງ​ທີ່​ທ່ານ​ສົມ​ພອນ ​ໄດ້​ຖະ​ແຫຼ​ງຢືນຢັນ​ວ່າ:

“ປັດຈຸບັນ ພວກ​ເຮົາ​ກໍາລັງດໍາ​ເນີນ​ການ​ຂຸດ​ຄົ້ນ ຫຼື​ກູ້​ໄພ​ເອົາ​ຊາກ​ເຮືອບິນ​ ກໍ​ຄື​ກັບ
​ຜູ້​ທີ່​ເສຍ​ຊີວິດ ​ເພື່ອ​ໃຫ້​ມັນ​ໄດ້​ໃນ​ເວລາ​ໄວເທົ່າ​ທີ່​ຈະ​ໄວ​ໄດ້ ​ໂດຍ​ສຸມ​ໃສ່​ທຸກ​ກໍາ
ລັງ ທັງ​ວິຊາ​ການ​ພາຍ​ໃນ ​ແລະ​ຕ່າງປະ​ເທດ.”


ກ່ອນ​ໜ້າ​ນີ້ ກໍ​ມີ​ລາຍ​ງານ​ຈາກ​ບໍລິສັດ​ການ​ບິນ​ປະ​ຈໍາ​ສະໜາມບິນ​ອຸບົນ​ລາດຊະ​ທານີ​ໃນ​ພາກ​ອີສານ​ຂອງ​ໄທ​ວ່າ​ນັກ​ບິນ​ທີ່​ຄວບ​ຄຸມ​ຖ້ຽວ​ບິນ QV301 ຂອງ ສາຍ​ການບິນ​ລາວ​ທີ່​ບິນ​ຂຶ້ນມາ​ຈາກສະໜາມ​ບິນ​ວັດ​ໄຕ ​ແລະ​ມີ​ຈຸດໝາຍ​ປາຍທາງ​ທີ່​ສະໜາມ​ບິນ​ປາກ​ເຊ ​ໄດ້​ຕິດ​ຕໍ່​ຂໍລົງ​ຈອດ​ສຸກ​ເສີນ​ຢູ່​ທີ່​ສະໜາມ​ບິນ​ອຸບົນ​ລາດຊະ​ທານີ ຫາກ​ແຕ່​ຫຼັງ​ຈາກ​ນັ້ນ ກໍ​ໄດ້​ຂາດ​ການ​ຕິດ​ຕໍ່​ໄປເລີຍ ​ແລະ​ກໍ​ມາ​ເກີດ​ອຸບັດ​ເຫດ​ຕົກລົງ​ໃນ​ແມ່​ນໍ້າຂອງ ຢູ່​ບໍລິ​ເວນ​ດອນ​ຄໍ້ ທີ່​ຕັ້ງ​ຢູ່​ລະຫວ່າງ​ເມືອງ​ປາກ​ເຊ ກັບ​ເມືອງ​ໂພນ​ທອງ ດັ່ງກ່າວ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ຜູ້​ອໍານວຍ​ການ​ໃຫຍ່​ຂອງ ລັດ​ວິ​ສາ​ຫະກິດ​ການ​ບິນ​ລາວ​ກໍ​ຢືນຢັນ​ວ່າ ອຸບັດ​ເຫດ​ຄັ້ງ​ນີ້​ຈະ​ບໍ່​ສົ່ງ​ຜົນ​ກະທົບ​ ຕໍ່​ຖ້ຽວ​ບິນ​ທັງ​ພາຍ​ໃນ​ແລະ​ຕ່າງປະ​ເທດ​ຂອງ​ສາຍ​ການບິນລາວ ​ແຕ່​ຢ່າງ​ໃດ.
XS
SM
MD
LG