ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຢ່າງໜ້ອຍ 100 ຄົນ ໄດ້ເສຍຊີວິດ ໃນເຫດດິນເຈື່ອນ ຢູ່ໃກ້ໆ ບໍ່ແກ້ວຢົກ ຂອງມຽນມາ


ທະຫານມຽນມາ ຫາມສົບຂອງພວກຂຸດຄົ້ນແຮ່ທາດ ທີ່ເສຍຊີວິດ ຈາກດິນເຈື່ອນຖົມ ຢູ່ໃນບໍລິເວນ ບໍ່ແກ້ວຢົກ ທີ່ເມືອງ Hpakhant, ຂອງລັດ Kachin ປະເທດມຽນມາ. ວັນທີ 22 ພະຈິກ 2015.
ທະຫານມຽນມາ ຫາມສົບຂອງພວກຂຸດຄົ້ນແຮ່ທາດ ທີ່ເສຍຊີວິດ ຈາກດິນເຈື່ອນຖົມ ຢູ່ໃນບໍລິເວນ ບໍ່ແກ້ວຢົກ ທີ່ເມືອງ Hpakhant, ຂອງລັດ Kachin ປະເທດມຽນມາ. ວັນທີ 22 ພະຈິກ 2015.

ຢ່າງໜ້ອຍ 100 ສົບໄດ້ຖືກເກັບກູ້ອອກມາໄດ້ ແລະ ບັນດາ
ພະນັກງານກູ້ໄພ ຢູ່ໃນພາກເໜືອຂອງມຽນມາ ກໍຍັງກຳລັງດຶງ
ເອົາສົບອອກມາຈາກຊາກຫັກພັງອີກຢູ່ ໃນວັນຈັນມື້ນີ້ ຊຶ່ງເປັນ
ມື້ທີສອງ ຫຼັງຈາກດິນເຈື່ອນໃນບໍລິເວນກວ້າງໃຫຽ່ ຢູ່ໃກ້ໆກັບ
ບໍ່ແກ້ວຢົກແຫ່ງນຶ່ງ.

ອົງການຂ່າວ Reuter ລາຍງານວ່າ ໃນຂະນະທີ່ບັນດາເພື່ອນໆ
ແລະ ຍາດຕິພີ່ນ້ອງຂອງສົບ ໄດ້ລະບຸຕົວ ສ່ວນນຶ່ງຂອງສົບແລ້ວ
ຍັງມີສົບອີກສ່ວນນຶ່ງຫຸ້ມຫໍ່ດ້ວຍຜ້າຢາງສີຟ້າ ທີ່ຍັງບໍ່ໄດ້ລະບຸຕົວເທື່ອ.

ເຈົ້າໜ້າທີ່ທ້ອງຖິ່ນຂອງເມືອງ ທ່ານ Nilar Myint ເວົ້າ ກ່ຽວກັບການເກັບກູ້ເອົາສົບນັ້ນ
ວ່າ “ມັນຍັງບໍ່ທັນແລ້ວເທື່ອ. ມັນຍັງຄົງຕ້ອງສືບຕໍ່ໄປ. ປະຊາຊົນໃນທ້ອງຖິ່ນ ພວມ
ເກີດຄວາມໂມໂຫ ຍ້ອນວ່າ ມັນມີຫຼາຍສົບໂພດ.”

ບໍ່ແກ້ວຢົກ ແຫ່ງນຶ່ງຂອງມຽນມາ
ບໍ່ແກ້ວຢົກ ແຫ່ງນຶ່ງຂອງມຽນມາ

ບັນດາເຈົ້າໜ້າທີ່ ກ່າວວ່າ ຢ່າງໜ້ອຍ 100 ຄົນແມ່ນຍັງຫາຍສາບສູນຢູ່ ຫຼັງຈາກແຜ່ນດິນ
ຍຸບລົງ.

ບັນດາອຳນາດການປົກຄອງ ໄດ້ກ່າວກ່ອນໜ້ານີ້ແລ້ວວ່າ ພວກຜູ້ທີ່ເສຍຊີວິດ ແມ່ນເປັນ
ພວກຂຸດຄົ້ນແຮ່ທາດ ທີ່ໄປກັ່ນກອງຊອກຄົ້ນສ່ວນເສດເຫຼືອ ຂອງບໍ່ແກ້ວຢົກ ຫາເສດແກ້ວ
ຢົກເມັດນຶ່ງ ເພື່ອນຳໄປຂາຍ. ແຕ່ຢ່າງໃດກໍຕາມ ບັນດາເຈົ້າໜ້າທີ່ກ່າວວ່າ ການຍຸບລົງ
ຂອງດິນນັ້ນ ໄດ້ເກີດຂຶ້ນ ໃນເວລາພວກຂຸດຄົ້ນແຮ່ທາດກຳລັງນອນຫລັບຢູ່.

ທ່ານ Tin Swe Myint ຫົວໜ້າພະແນກປົກຄອງເມືອງ Hpakant ເວົ້າວ່າ “ພວກເຮົາບໍ່
ຮູ້ເລີຍວ່າ ມີຈຳນວນຄົນຫຼາຍປານໃດ ທີ່ຖືກດິນຖົມ ໃນເມື່ອພວກເຮົາບໍ່ມີຂໍ້ມູນໃດໆ
ກ່ຽວກັບພວກຄົນທີ່ອາໄສຢູ່ແຫ່ງນັ້ນ.”
ທ່ານໄດ້ອະທິບາຍຕື່ມວ່າ ບໍລິເວນບ່ອນທີ່ເກີດ
ດິນເຈື່ອນນັ້ນ ແມ່ນເປັນ “ພຽງທີ່ຢູ່ອາໄສຂອງຄົນທຸກຍາກ ທີ່ພວກຄົນງານອາໄສ ດ້ວຍ
ການປຸກຕູບຢູ່.”

ເມືອງ Hpakant ຂອງລັດ Kachin ເປັນເມືອງໃຫຍ່ອັນດັບສອງຂອງມຽນມາ ແມ່ນຕັ້ງ
ຢູ່ຫ່າງຈາກນະຄອນ Yangon ຊຶ່ງເປັນເມືອງໃຫຍ່ອັນດັບສອງ ຂອງມຽນມາ ໄປທາງກໍ້າ
ຕາເວັນອອກສຽງເໜືອ ປະມານ 950 ກິໂລແມັດ ອັນເປັນຖິ່ນຖານບໍ່ເກີດ ຂອງແກ້ວຢົກ
ທີ່ມີຄຸນນະພາບດີທີ່ສຸດຂອງໂລກ.

Myanmar Landslide
please wait
Embed

No media source currently available

0:00 0:00:51 0:00

XS
SM
MD
LG