ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄົນຮ້າຍ ຍິງປືນເຂົ້າໃສ່ຜູ້ຄົນ ຢູ່ໃນໂຮງສາຍຮູບເງົາ ທີ່ລັດ Louisiana


ຜູ້ຄົນພາກັນຢືນເບິ່ງ ໃນຂະນະທີ່ໜ່ວຍກູ້ໄພສຸກເສີນ ກຳລັງ
ໄປເຖິງບ່ອນເກີດເຫດ ຍິງກັນຕາຍ ທີ່ໂຮງສາຍຮູບເງົາ.
ຜູ້ຄົນພາກັນຢືນເບິ່ງ ໃນຂະນະທີ່ໜ່ວຍກູ້ໄພສຸກເສີນ ກຳລັງ ໄປເຖິງບ່ອນເກີດເຫດ ຍິງກັນຕາຍ ທີ່ໂຮງສາຍຮູບເງົາ.

ມື​ປືນ​ຄົນ​ນຶ່ງ​ຢູ່​ລັດ​ Louisiana ໃນພາກ​ໃຕ້ຂອງສະຫະລັດ ​ໄດ້​
ເປີ​ດສາກ​ຍິງປືນເຂົ້າໃສ່ຜູ້ຄົນ ​ໃນແລງວັນ​ພະຫັດວານ​ນີ້ ຢູ່​ໃນ​
ໂຮ​ງສາຍຮູບ​ເງົາ ​ເຮັດໃຫ້​ສອງ​ຄົນ​ເສຍ​ຊີວິດ ​ແລະ​ຄົນ​ອຶ່ນໆໄດ້​
ຮັບ​ບາດ​ເຈັບອີກ​ເຈັດ​ຄົນ ກ່ອນ​ຂ້າ​ໂຕເອງຕາຍ.

ບັນດາ​ເຈົ້າ​ໜ້າ​ທີ່ຢູ່​ໃນ​ເມືອງ Lafayette ກ່າວ​ວ່າ ​ເຂົາ​ເຈົ້າ​ຮູ້​ວ່າ
ມື​ປຶ​ນນັ້​ນແມ່ນ​ໃຜ ພຽງແຕ່​ເປີດ​ເຜີຍ​ວ່າ ລາວ​ແມ່ນ​ຜູ້ຊາຍ​ອາ​ຍຸ
58 ປີ.

ບັນ​ດາ​ຜູ້​ເຄາະ​ຮ້າຍ​ຈຳນວນ​ນຶ່ງແມ່ນ​ໄດ້​ຮັບ​ບາດ​ເຈັບສາຫັດ ​ໃນຂະນະ​ທີ່​ຄົນ ອຶ່ນໆ ​ໄດ້​ຮັບ​ບາດ​ບາດ​ເຈັບ​ທີ່​ບໍ່​ຮ້າຍ​ແຮງ.

ປະມານ 100 ຄົນ ​ໄດ້​ຢູ່​ໃນ​ໂຮງ​ສາຍຮູບ​ເງົາ ​ເບິ່ງ​ເລື້ອງ Trainwreck ​ເວລາ​ມື​ປືນ​ໄດ້​ເລີ້ມ​ຍິງເຂົ້າໃສ່ພວກທີ່​ໄປ​ເບິ່ງ​ຮູບ​ເງົາ​ນຳກັນ ດ້ວຍປືນ​ສັ້ນ​.

ມີການລາຍງານໃຫ້ປະທານາທິບໍດີສະຫະລັດ ທ່ານ Barack Obama ​ຊາບ ຢູ່ເທິງເຮືອ
ປະຈຳຕຳແໜ່ງ Air Force One ໂດຍທີ່ປຶກສາດ້ານຄວາມໝັ້ນຄົງ ພາຍໃນ ທ່ານນາງ
Lisa Monaco. ໂຄສົກຂອງທຳນຽບຂາວ ທ່ານ Josh Earnest ກ່າວວ່າ ທ່ານໂອບາມາ
ໄດ້ສັ່ງໃຫ້ຄະນະປະຕິບັດງານຂອງທ່ານຕິດ ຕາມແລະລາຍງານໃຫ້ທ່ານຮູ້ກ່ຽວກັບການ
ສືບສວນແລະອາການຂອງພວກທີ່ໄດ້ຮັບບາດໃນຈາກຖືກຍິງໂຈມຕີຄັ້ງນີ້.

ທ່ານ Earnest ກ່າວວ່າ “ຄວາມຄິດ ແລະການພາວະຂອງທຸກໆຄົນທີ່ ທຳນຽບຂາວ
ຮວມທັງທ່ານປະທານາທິບໍດີ ແລະສະຕີໝາຍເລກນຶ່ງ ແມ່ນຢູ່ກັບປະຊາ ຄົມເມືອງ
Lafayette ລັດ Louisiana ໂດຍສະເພາະກັບບັນດາຄອບຄົວຂອງ ພວກທີ່ເສຍຊີວິດ.”

US Shooting
please wait
Embed

No media source currently available

0:00 0:00:58 0:00

XS
SM
MD
LG