ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພວກ​ຄົນງານ ທ່າ​ກຳປັ່ນ LA ກັບຄືນ ໄປເຮັດວຽກແລ້ວ (ວີດີໂອ)


ທ່າເຮືອຂົນສົ່ງສິນຄ້າເຂົ້າ ແລະອອກທີ່ ນະຄອນ Los Angeles
ທ່າເຮືອຂົນສົ່ງສິນຄ້າເຂົ້າ ແລະອອກທີ່ ນະຄອນ Los Angeles
ພວກ​ຄົນງານທີ່ນັດ​ຢຸດ​ງານ​ປະ​ທ້ວງຫລາຍ​ພັນ​ຄົນ ຢູ່ທ່າ​ເຮືອ
ຂົນສົ່ງສິນຄ້າ​ໃຫຍ່​ທີ່​ສຸດຂອງ ສະຫະລັດ ພາກັນ​ກັບ​ຄືນ​ໄປ​
ເຮັດ​ວຽກ​ໃນ​ວັນ​ພຸດ​ມື້​ນີ້ ຫລັງ​ຈາກ​ໄດ້ບັນລຸ​ຂໍ້ຕົກລົງໃນ​ຂັ້ນຕົ້ນ
ກັບ​ຄະນະ​ບໍລິຫານ.

ຂໍ້​ຕົກລົງເພື່ອ​ຍຸຕິ​ການ​ນັດ​ຢຸດ​ງານ ​ມາເປັນ​ເວລາ​ນານ​ນຶ່ງອາທິດ ທີ່​ທ່າ​ກຳ​ປັ່ນນະຄອນ Los Angeles ​ແລະ Long Beach ທີ່​ລັດ California ​ໄດ້​ປະກາດ ​ໃນ​ຕອນ​ແລງ​ຂອງ​ວັນ​ອັງຄານວານ​ນີ້ ​ໂດຍ ເຈົ້າ​ຄອງ​ນະຄອນ Los Angeles ທ່ານ Antonio Villaraigosa. ທັງ​ສອງ​ຝ່າຍ​ ພາ​ກັນລົງ​ຄະ​ແນນ​ສຽງ​ຮັບ​ເອົາ​ການ​ຕົກລົງ ​ໃນ​ຂະນະ​ທີ່​ບັນດາ​ເຈົ້າ​ໜ້າ​ທີ່​ໄກ່​ເກ່ຍຂອງ ​ລັດຖະບາ​ນກາງ​ ​ເດີນທາງໄປ​ເຖິງ​ຈາກ ກຸງວໍ​ຊິງ​ຕັນ ​ເພື່ອ ຊ່ວຍ​ຍຸຕິ​ການ​ປະ​ທ້ວງດັ່ງກ່າວ.

ທ່ານ Sal Chavez ​ແມ່ນ​ຜູ້ນຶ່ງ​ໃນ​ຈໍານວນພະນັກງານ​ສະໝຽນ 800 ຄົນ ທີ່​ໄດ້​ຢ່າງ​ອອກ​ຈາກ​ໜ້າ​ທີ່​ ໃນ​ວັນ​ອັງຄານ​ແລ້ວ​ນີ້ ​ໂດຍອ້າ​ງວ່າ ບໍລິສັດ​ຂົນ​ສົ່ງ​ ຕ້ອງການ​ຢາກ​ສົ່ງ​ວຽກ​ໄປ​ເຮັດ​ຢູ່​ປະເທດ.

​ແຕ່​ກຸ່ມ​ຜູ້ຕາງໜ້າ​ບໍລິສັດ​ຂົນ​ສົ່ງ​ກ່າວ​ວ່າ ​ເຂົາ​ເຈົ້າ​ພຽງ​ແຕ່​ຕ້ອງການສິດ ທິທີ່​ຈະຈ້າງ​ຄົນ​ທີ່​ເຂົາ​ເຈົ້າ​ມີ​ຄວາມ​ຕ້ອງການ​ເທົ່າ​ນັ້ນ.

ພວກນັດ​ຢຸດ​ງານ​ໄດ້ມີ​ຈຳນວນ​ເພີ່ມ​ຂຶ້ນ ຫລັງ​ຈາກພະນັກງານ 10,000 ຄົນຂອງ​ສະຫະ​ພັນ​ກຳມະ​ບານ​ທ່າ​ກຳ​ປັ່ນ ພາກັນ​ມາຮ່ວມ​ກັບພະນັກງານ ​ສະໝຽນ ​ແລະ​ບໍ່​ຂ້າມເສັ້ນ​ປະ​ທ້ວງ​ຢຸດ​ງານເພື່ອ​ໄປ​ຂົນ​ສິນຄ້າ​ອອກ ແລະເຂົ້າເຮືອ. ບ່ອນ​ຂົນ​ຕູ້​ຄອນ​ເທ​ນ​ເນີ ສິບ ​ໃນຈຳ
ນວນ​ທັງ​ໝົດ​ 14 ບ່ອນ ​ຂອງ​ທ່າ​ກຳ​ປັ່ນ​ທັງ​ສອງ ໃນ​ທີ່​ສຸດ​ກໍ​ໄດ້​ຖືກ​ປິດ​ລົງບັງ​ຄັບບ​ໃຫ້​ບັນດາ​ຜູ້ສົ່ງ ຕ້ອງ​ຂົນ​ສົ່ງ​ສິນຄ້າ​ຂອງ​ເຂົາ​ເຈົ້າໄປ​ທ່າ​ເຮືອ​ແຫ່ງ​ອື່ນ​ໃນລັດ California ​ແລະປະ​ເທດ Mexico.
XS
SM
MD
LG