ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜົນ​ການ​ລົງປະຊາ​ມະຕິ ​ທີ່​ກຽກກິ​ສຖານ


ຜົນ​ການ​ລົງປະຊາ​ມະຕິ​ທີ່​ກຽກກິ​ສຖານ. ພວກ​ປ່ອນ​ບັດ​ເລື​ອກຕັ້ງ​ໄດ້​ລົງຄ​ະແນນ​ສຽງ​ຢ່າງ​ຖ້ວມ​ລົ້ນຮັບ​ເອົາລັດຖະທຳ​ມະນູູນສະບັບ​ໃໝ່ ທີ່​ຈະ​ລົດ​ອຳນາດ​ຂອງ​ປະທານາທິບໍດີ​ລົງ​ແລະ​ມອບ​ອຳນາດ​ໃຫ້​ສະພາທີ່​ຖືກ​ເລືອກ​ຕັ້ງ​ເອົາ​ນັ້ນຫຼາຍ​ຂຶ້ນ. ເຈົ້າ​ຫນ້າ​ທີ່​ເລືອກ​ຕັ້ງ​ຖະ​ແຫລງ​ໃນ​ວັນ​ຈັນ​ມື້​ນີ້ວ່າ ພ້ອມ​ກັບຈຳນວນ​ບັດ​ເລືອກ​ຕັ້ງ​ທີ່​ໄດ້ນັບເກືອບ​ຫມົດແລ້ວ ນັ້ນ ປາກົດ​ວ່າຫຼາຍ​ກວ່າ 90%​ ໄດ້​ຮັບ​ເອົາລັດຖະທຳ​ມະນູູນ​ສະບັບໃຫມ່​ ໃນການ​ລົງ​ປະຊາ​ມ​ະ​ຕິ​ໃນ​ທົ່ວ​ປະ​ເທດ ໃນ​ວັນ​ອາທິດ​ນັ້ນ ​ເກືອບ​ວ່າ 70% ຂອງ​ພວກ​ມີ​ສິດ​ປ່ອນ​ບັດ ຈຳນວນ 2.7 ລ້ານ ຄົນ​ ໄດ້​ອອກ​ມາ​ໃຊ້​ສິດ​ຂອງ​ເຂົາ​ເຈົ້າ.

ການ​ລົງ​ປະຊາ​ມະ​ຕິ​ໃນມື້ວານ​ນີ້ ​ແມ່ນ​ມີ​ຂຶ້ນ​ບໍ່​ຮອດ​ສາມ​ອາທິດ ຫຼັງ​ຈາກ​ ​ໄດ້ເກີດ​ຄວາມ​ຮຸນ​ແຮງ​ລະຫວ່າງ​ຊົນ​ເຜົ່າ ໃນ​ເຂດ​ພາກ​ໃຕ້​ຂອງ Kyr gystan ຊຶ່ງໄດ້ມີຜູ້​ເສຍ​ຊີວິດ​ໄປ​ຢ່າງ​ນ້ອຍ 294 ​ຄົນ ​ນັບ​ແຕ່ການ​ເກີດ​ການ​ປະ​ທຳ​ກັນ​ລະຫວ່າງພວກ​ຊົນ​ເຜົ່າ Kyrgys ​ແລະ​ເຜົ່າ Uzbek ເມື່ອວັນ​ທີ່ 10 ​ເດືອນ​ມິຖຸນ​ານີ້. ການ​ປ່ອນ​ບັດໃນ​ມື້ວານ​ນີ້​ໄດ້​ດຳ​ເນີນ​ໄປ​ຢ່າງ​ສະ​ງົບ.

ອົງການ​ເພື່ອ​ຄວາມ​ປອດ​ໄພ​ແລະຮ່ວມມືໃນ​ເອີຣົບ ຖະ​ແຫລງໃນ​ວັນ​ຈັນມື້​ນີ້ວ່າ ​ລັດຖະບານ​ຮັກສາ​ການ​ຊົ່ວຄາວ​ນັ້ນ ຄວນໄດ້​ຮັບ​ການ​ຍ້ອງ​ຍໍ​ຊົມ​ເຊີຍ ທີ່​ໄດ້​ຈັດ​ແຈງ​ໃຫ້​ການຈັດ​ຕັ້ງ​ທີ່ຜ່ານ​ພົ້ນ​ໄປ​ຢ່າງສະ​ງົບ. ປະ​ທາ​ນາ​ທິບໍດີຊົ່ວຄາວກຽກກິ​ສຖານ ທ່ານນາງ Roza Otunbayeva ຈະເຂົ້າກຳ​ຕຳ​ແຫນ່​ງຫົວໜ້າ ລັດຖະບານ​ໄປ​ກ່ອນ​ ຈົນ​ກວ່າ​ວ່າຈະສາມາດ​ຈັດການ​ເລືອກ​ຕັ້ງສະພາ​ຂຶ້ນ​ໄດ້ໃນ​ທ້າຍປີ​ນີ້.

XS
SM
MD
LG